57 ປີແຫ່ງວັນສ້າງຕັ້ງອາຊຽນ: ໄລຍະທາງທີ່ສະໜິດຕິດພັນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຢູ່ພາກພື້ນ

00:00 | 11/08/2024

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ, ວາລະສານຂໍແນະນໍາບົດຂຽນຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມກ່ຽວກັບໄລຍະທາງທີ່ສະໜິດຕິດພັນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຢູ່ພາກພື້ນ.

ຫວຽດນາມ ເຊີດຊູຄວາມສໍາຄັນຂອງການເຊື່ອມຕໍ່ພາຍໃນກຸ່ມກ້ອນກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ ຄັ້ງທີ 57 ຫວຽດນາມ ເຊີດຊູຄວາມສໍາຄັນຂອງການເຊື່ອມຕໍ່ພາຍໃນກຸ່ມກ້ອນກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ ຄັ້ງທີ 57
ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ

ໂດຍເລີ່ມຕົ້ນໄລຍະທາງກ່ອນນີ້ຄົບຮອບ 57 ປີພໍດີ, ຖະແຫຼງການ ບາງກອກ ລົງວັນທີ 8 ສິງຫາ 1967 ກ່ຽວກັບການສ້າງຕັ້ງອາຊຽນ ດ້ວຍເນື້ອໃນມີແຕ່ສອງໜ້າເຈ້ຍເທົ່ານັ້ນ, ແຕ່ວ່າບັນຈຸຢູ່ໃນນັ້ນແມ່ນຄວາມຫວັງລໍຄອຍ, ຄວາມຄາດຫວັງກ່ຽວກັບສັນຕິພາບ ແລະວັດທະນາຖາວອນທີ່ຍືນຍົງໃຫ້ຄົນຮຸ່ນຫຼັງ.

ການກຳເນີດຂອງອາຊຽນ ພ້ອມກັບບາດກ້າວຫັນປ່ຽນປະຫວັດສາດຂອງພາກພື້ນ ໄດ້ນຳ ອາຊີຕາເວັນອອກສ່ຽງໃຕ້ ເອົາຊະນະການແບ່ງແຍກຂອງອະດີດຕະການ ເພື່ອກາຍເປັນຈຸດພົ້ນເດັ່ນໃຈກາງຂອງພາກພື້ນອາຊີ-ປາຊີຟິກ ກ່ຽວກັບຄວາມສາມັກຄີ ແລະການຮ່ວມມື, ດ້ວຍຂະໜາດຍຸດທະສາດດ້ານການເມືອງ ແລະເສດຖະກິດ. ພາລະກຳລວມກ່ຽວກັບສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໄດ້ສະໜິດຕິດພັນບັນດາປະເທດສະມາຊິກອາຊຽນໃຫ້ເຂົ້າກັນ.

ສະໜິດຕິດພັນໃນພາລະກຳ ແລະວິໄສທັດຮ່ວມ

“ແມ່ນ້ຳລຳເຊ, ພູຜາປ່າໄມ້ບໍ່ອາດກີດກັ້ນ, ແຕ່ໄດ້ສະໜິດຕິດພັນພວກເຮົາເຂົ້າໃນນ້ຳໃຈມິດຕະພາບ, ການຮ່ວມມື ແລະແບ່ງປັນ. ຈິນຕະນາການໄດ້ວາດພາບກ່ອນໜ້ານີ້ເກືອບ 30 ປີ ແມ່ນພື້ນຖານ ແລະກຳລັງໜູນໃຫ້ແກ່ການສະໜິດຕິດພັນຂອງອາຊຽນທັງ 3 ແງ່ມູມແຫ່ງກາລະ, ເທສະ ແລະຍຸດທະສາດ.

ກໍ່ສ້າງປະຊາຄົມອາຊຽນ ແມ່ນວິວັດທະນາການຢ່າງຕໍ່ເນື່ອງ, ໄດ້ເພີ່ມພູນຄູນສ້າງຜ່ານແຕ່ລະປີ. ປະຊາຄົມທີ່ສະໜິດຕິດພັນດ້ານການເມືອງ, ສະໜິດຕິດພັນດ້ານເສດຖະກິດ ແລະມີຄວາມຮັບຜິດຊອບກ່ຽວກັບສັງຄົມແມ່ນເປົ້າໝາຍລວມທີ່ລະບຸໄວ້ໃນກົດບັດອາຊຽນ. ໃນທ່າມກາງ “ການຜັນແປ” ຂອງຍຸກສະໄໝ, ເປົ້າໝາຍນີ້ຍັງບໍ່ປ່ຽນແປງ, ແຕ່ວ່າຢູ່ໃນໄລຍະທີ່ແຕກຕ່າງກັນ, ດ້ວຍການໃຫ້ບຸລິມະສິດທີ່ແຕກຕ່າງກັນນັ້ນ, ອາຊຽນ ຈະຫັນການກຳນົດທິດໃຫ້ສອດຄ່ອງກັບທ່າອ່ຽງ ແລະການສະເທືອນຂອງແຕ່ລະໄລຍະເປັນລະອຽດ.

57 ປີແຫ່ງວັນສ້າງຕັ້ງອາຊຽນ: ໄລຍະທາງທີ່ສະໜິດຕິດພັນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຢູ່ພາກພື້ນ
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ປີ 2015, ກໍ່ໃນໄລຍະທີ່ປະຊາຄົມອາຊຽນ ກຳເນີດເກີດຂຶ້ນ, ບັນດາປະເທດໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ດ້ວຍຫົວຂໍ້ “ອາຊຽນ: ພ້ອມກັນກ້າວຂຶ້ນຢ່າງໝັ້ນແກ່ນ”, ຕັ້ງຈຸດສຸມເຂົ້າໃນການປັບປຸງການຮ່ວມສຳພັນຢູ່ທຸກຂັ້ນທຸກຊັ້ນທີ່ແຕກຕ່າງກັນຈາກພາກພື້ນບືນຕົວຂຶ້ນອອກສູ່ໂລກ.

ພາຍຫຼັງສ້າງຕັ້ງມາບໍ່ທັນເຕັມທົດສະວັດໜຶ່ງ, ໃນສະພາບການທີ່ນັບມື້ນັບຄາດເດົາໄດ້ຍາກ, ກອງປະຊຸມສຸດຍອດອາຊຽນ ປີ 2023 ໄດ້ຕົກລົງສ້າງວິໄສທັດໃນໄລຍະຍາວກວ່າ, ມີຍຸດທະສາດກວ່າສຳລັບອາຊຽນ. ຕາມນັ້ນແລ້ວ, ວິໄສທັດປະຊາຄົມອາຊຽນ 2045 ກຳນົດທິດທາງເດີນສຳລັບອາຊຽນ, ນັ້ນແມ່ນ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ປະດິດສ້າງ ແລະຖືປະຊາຊົນເປັນໃຈກາງ”. ບັນດາຄໍາທີ່ເປັນຂໍກະແຈນີ້ ຈະແມ່ນ “ເຂັມທິດ” ໃຫ້ຈິນຕະນາການ ແລະການກະທຳຂອງອາຊຽນ ໃນທົດສະວັດຕໍ່ໄປ, ຮັບປະກັນຄວາມສາມາດຮັບມືຢ່າງເປັນເຈົ້າການ, ມີໄຫວພິບຕໍ່ທຸກໆການຜັນແປ.

ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໂລກ ທີ່ມີການຜັນແປ

ການເຕີບໃຫຍ່ ແລະຂະຫຍາຍຕົວຜ່ານຄວາມຫຍຸ້ງຍາກລຳບາກ, ຜ່ານການທົດສອບ, ອາຊຽນ ແມ່ນສັນຍາລັກຂອງກຳລັງແຮງແຫ່ງຄວາມສາມັກຄີ, ຄວາມມານະພະຍາຍາມທີ່ອົດທົນໜຽວແໜ້ນ ແລະຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ສະພາບການໃນໂລກ, ພາກພື້ນກຳລັງຫັນປ່ຽນຢ່າງໄວວາດ້ວຍທ່າອ່ຽງໃໝ່ ແລະພ້ອມກັນນັ້ນກໍແມ່ນການກະທົບຫຼາຍທິດທາງ, ຄວາມສະດວກ ແລະຄວາມຫຍຸ້ງຍາກສະຫຼັບກັນໄປ. ໃນສະພາບການດັ່ງກ່າວຮຽກຮ້ອງໃຫ້ ອາຊຽນ ມານະພະຍາຍາມຫຼາຍກວ່າອີກ, ຮັກສາ ແລະເສີມຂະຫຍາຍຜົນສຳເລັດຂອງການຮ່ວມມືເປັນເວລາເກືອບ 60 ປີ.

ແໜ້ນແກ່ນໃນການຮ່ວມສຳພັນດ້ານເສດຖະກິດ: ໃນສະພາບການທີ່ເສດຖະກິດໂລກມີການຜັນແປຫຼາຍຢ່າງ, ອາຊຽນ ສືບຕໍ່ແມ່ນຈຸດພົ້ນເດັ່ນຂອງການເຕີບໂຕ. ດ້ວຍ GDP 3.800 ຕື້ໂດລາສະຫະລັດ ໃນປີ 2023, ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ ແລະຄາດວ່າຈະບືນຕົວຂຶ້ນໃຫ້ໄດ້ຢູ່ຢືນອັນດັບທີ 4 ໃນປີ 2030 ດ້ວຍທ່າເຕີບໂຕຄືໃນປະຈຸບັນ. ປະຈຸບັນ, ອາຊຽນ ແມ່ນພາກພື້ນທີ່ດຶງດູດການລົງທຶນ, ດ້ວຍ FDI ບັນລຸ 229 ຕື້ໂດລາສະຫະລັດ ໃນປີ 2023.

ຕໍ່ໜ້າທ່າອ່ຽງພັດທະນາໃໝ່, ອາຊຽນ ຈະມານະພະຍາຍາມ ແລະຕັດສິນໃຈຈັດຕັ້ງປະຕິບັດຕາມຂໍ້ລິເລີ່ມທີ່ມີລັກສະນະບຸກທະລຸ. ສັນຍາແມ່ດ້ານເສດຖະກິດດີຈີຕອນ ອາຊຽນ ເຊິ່ງແມ່ນສັນຍາສະບັບທຳອິດໃນທົ່ວໂລກ, ຈະນຳເອົາກຳລັງໜູນເຕີບໂຕໃໝ່ ແລະທ່າແຮງແກ່ງແຍ້ງທີ່ໃຫຍ່ກວ່າມາໃຫ້ອາຊຽນ. ອາຊຽນ ກໍ່ພົ້ນເດັ່ນຂຶ້ນເໝືອນດັ່ງຈຸດໃຈກາງໃນທ່າອ່ຽງການຫັນປ່ຽນ ແລະຕ່ອງໂສ້ການສະໜອງທີ່ເປັນຫຼາຍຮູບຫຼາຍແບບ, ດ້ວຍກະແສເງິນລົງທຶນເພີ່ມຂຶ້ນຢ່າງແຮງໃນຂົງເຂດເຕັກໂນໂລຢີ ແລະການພັດທະນາແບບຍືນຍົງເປັນຕົ້ນແມ່ນການຫັນປ່ຽນສີຂຽວ, ການຫັນເປັນດີຈີຕອນ, ລົດໄຟຟ້າ, ພະລັງງານທົດແທນ, ເຄືອຂ່າຍໄຟຟ້າ, ພື້ນຖານໂຄງລ່າງທີ່ຍືນຍົງ...

ຄວາມແໜ້ນແກ່ນໃນການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ: ແມ່ນ “ສະຖາປານິກ” ຂອງໂຄງປະກອບພາກພື້ນ, ອາຊຽນ ສືບຕໍ່ຢັ້ງຢືນບົດບາດໃຈກາງ, ພິເສດແມ່ນໃນການເສີມຂະຫຍາຍມາດຖານການປະພຶດ, ຄື: ສົນທິສັນຍາໄມຕີຈິດ ແລະການຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ (TAC), ສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ), ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)... ກໍ່ຄືຍົກສູງປະສິດທິຜົນ ແລະກຳລັງຄວາມດຶງດູດຂອງກົນໄກ ໂດຍອາຊຽນ ນຳພາ ຄື: ASEAN+1, ASEAN+3, ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນ ອາຊຽນ (ARF).

ເຖິງວ່າຍັງມີຫຼາຍວຽກຕ້ອງເຮັດ, ແຕ່ແນ່ນອນວ່າຜົນສຳເລັດໃນມື້ນີ້ຈະໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ, ເພື່ອໃຫ້ປະຊາຊົນຮັບຮູ້ໄດ້ເຖິງຄວາມມານະພະຍາຍາມເຮັດວຽກຢ່າງສຸດຈິດສຸດໃຈຂອງອາຊຽນ ຢູ່ທຸກລະດັບການຮ່ວມມື, ເປັນການສະຫງວນນ້ຳໃຈ, ຄວາມສະໜິດຕິດພັນ, ການສະໜັບສະໜູນ ແລະການປະກອບສ່ວນຢ່າງຕັ້ງໜ້າໃຫ້ປະຊາຄົມນັບມື້ນັບເຂັ້ນແຂງຂຶ້ນຕື່ມ. ນັ້ນກໍ່ແມ່ນຄຸນຄ່າພື້ນຖານເພື່ອກໍ່ສ້າງສີສັນຂອງປະຊາຄົມອາຊຽນ.

ຫວຽດນາມ ໃນອາຊຽນ: ຄວາມເຊື່ອໝັ້ນທີ່ສົມບູນ, ນໍ້າໃຈສະໜິດຕິດພັນທີ່ສົມບູນ

ປີ 1995, ຫວຽດນາມ ເລີ່ມວິວັດທະນາການຮ່ວມມື ແລະເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການ. ໂດຍເລີ່ມຕົ້ນຊ້າ, ຈຸດເລີ່ມຕົ້ນພັດບໍ່ສູງ, ພວກເຮົາຕ້ອງມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອໃຫ້ທັນກັບຈັງຫວະ ແລະເຂົ້າຮ່ວມທຸກຂົງເຂດການຮ່ວມມືຂອງອາຊຽນໃຫ້ຄົບ, ແລະສູງກວ່າ ແມ່ນຕັ້ງໜ້າ ແລະເປັນເຈົ້າການປະກອບສ່ວນເຂົ້າໃນວິວັດທະນາການດັ່ງກ່າວນັ້ນ.

ມານະພະຍາຍາມເປັນເວລາ 29 ປີຜ່ານມາ, ໄດ້ນຳເອົາບັນດາຜົນງານໜ້າເອກອ້າງທະນົງໃຈມາໃຫ້ພວກເຮົາ, ນັບແຕ່ການປະຕິບັດຄວາມຮັບຜິດຊອບຂອງສະມາຊິກໃຫ້ສຳເລັດໃນຊຸມວັນທຳອິດຈົນຮອດມື້ເຂົ້າຮ່ວມດ້ວຍຄວາມເຊື່ອໝັ້ນຕົນເອງ ແລະປະກອບສ່ວນກຳນົດຍຸດທະສາດຂອງອາຊຽນ, ແລະປະຈຸບັນດຳລົງຕຳແໜ່ງ, ນຳພາໃນຫຼາຍວິວັດທະນາການທີ່ສຳຄັນ. ຖານະບົດບາດ ແລະອິດທິພົນຊື່ສຽງຂອງຫວຽດນາມ ໃນອາຊຽນ ແມ່ນໝາກຜົນຄວາມມານະພະຍາຍາມຂອງທຸກຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນ. ຜົນສຳເລັດຂອງເວທີປາໄສອະນາຄົດອາຊຽນ 2024 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍຫົວຂໍ້ “ກໍ່ສ້າງປະຊາຄົມອາຊຽນ ໃຫ້ພັດທະນາໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ” ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດ ແລະການປະກອບສ່ວນຂອງຫວຽດນາມ ຕໍ່ກັບວຽກງານລວມຂອງພາກພື້ນ ແລະໂລກ.

ໃນຊຸມວັນຕົ້ນເດືອນສິງຫາ, ໂດຍອາໄລຫາທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ, ເຊິ່ງແມ່ນຜູ້ນຳທີ່ໄດ້ສ້າງມໍລະດົກຫຼາຍອັນທີ່ລ້ຳຄ່າໄວ້ສຳລັບພື້ນຖານການທູດຂອງປະເທດຫວຽດນາມ, ຂໍຄັດສະເໜີຄຳເວົ້າໜຶ່ງຂອງສະຫາຍ ກ່ຽວກັບອາຊຽນ: “ຫວຽດນາມ ຍາມໃດກໍ່ຖືອາຊຽນ ແມ່ນຊາຍຄາລວມ, ຕັ້ງບຸລິມະສິດຢ່າງສູງໃນການພົວພັນກັບບັນດາປະເທດສະມາຊິກ, ຕິດພັນຜົນປະໂຫຍດແຫ່ງຊາດຂອງຫວຽດນາມ ກັບຜົນປະໂຫຍດຂອງທົ່ວພາກພື້ນຢ່າງກົມກຽວ”. ນໍ້າໃຈສະໜິດຕິດພັນ ແລະໄມຕີຈິດມິດຕະພາບນີ້ ຈະສືບຕໍ່ຮ່ວມເດີນທາງໄປພ້ອມກັບຫວຽດນາມ ໃນວິວັດທະນາການເຂົ້າຮ່ວມອາຊຽນ ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະມານະພະຍາຍາມປະກອບສ່ວນເພື່ອອາຊຽນ ທີ່ສະໜິດຕິດພັນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ແສງເດືອນ

ເຫດການ
302 Found

Found

The document has moved here.