ເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະສືບຕໍ່ນຳພາການພັດທະນາຂອງປະເທດຊາດ ແລະເສີມຂະຫຍາຍຈິດໃຈສາມັກຄີສາກົນ

17:07 | 10/08/2024

ຍສໝ - ນັ້ນ​ແມ່ນ​ຄວາມ​ປາຖະໜາ​ຕົ້ນຕໍ​ຂອງ​ບັນດາ​ເພື່ອນ​ມິດສາ​ກົນ​ໃນ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ທີ່​ໄດ້ຝາກຝັງໃນ​ບັນດາ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນສະຫາຍເລຂາທິການໃຫຍ່.

ການນຳບັນດາປະເທດຊົມເຊີຍ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ

ທ່ານສາດສະດາຈານ V.N. Kolotov, ຫົວໜ້າສະຖາບັນ ໂຮ່ຈີມິນ - ມະຫາວິທະຍາໄລແຫ່ງຊາດ St. Petersburg (ສະຫະພັນ ​ລັດ​ເຊຍ) ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ຈະ​ມານະ​ພະຍາຍາມ​ສືບ​ຕໍ່​ນຳພາ ຫວຽດນາມ ພັດທະນາ​ຢ່າງ​ຂະຫຍັນຂັນເຄື່ອນ ​ແລະ ​ປັບປຸງ​ທີ່​ຕັ້ງ​ໃນພາກພື້ນ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ທົ່ວ​ໂລກ.

ເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະສືບຕໍ່ນຳພາການພັດທະນາຂອງປະເທດຊາດ ແລະເສີມຂະຫຍາຍຈິດໃຈສາມັກຄີສາກົນ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ. ພາບ: TTXVN

ທ່ານ Uch Leang, ປະທານ​ສະມາຄົມ​ອະດີດນັກ​ສຶກສາ​ ກຳປູ​ເຈຍ ​ປະຈຳ ​ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ, ພັກ​ກອມ​ມູນິດ ​ຫວຽດນາມ ຈະ​ສືບ​ຕໍ່ເດີນຕາມ​ບັນດາ​ນະ​ໂຍບາຍ​ທີ່​ຖືກຕ້ອງ ​ເພື່ອ​ຮັບປະກັນ​ການ​ພັດທະນາທາງດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ສັງຄົມ​ໃຫ້​ສຳ​ເລັດ​ຜົນ, ນຳມາເຊິ່ງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້ແກ່ ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ອັນ​ແໜ້ນ​ແຟ້ນລະຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງກໍ່ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ.

ຄະນະ​ກຳມະການ​ສາມັກຄີ ​ອິນ​ເດຍ - ຫວຽດນາມ ​ເຊື່ອ​ໝັ້ນ​ໃນສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ, ຫວຽດນາມ ຈະ​ສືບ​ຕໍ່​ສືບ​ທອດ​ບັນດາ​ມໍລະດົກ​ອັນອຸດົມສົມບູນ​ຂອງ ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ໄດ້ປະໄວ້ໃຫ້, ​ໃນ​ນັ້ນ​ມີ​ບັນດາ​ນະ​ໂຍບາຍ​ຊຸກຍູ້​ການ​ພົວພັນລະຫວ່າງ 2 ປະ​ເທດ.

ຈົດໝາຍຊົມເຊີຍຂອງທ່ານ Shin Jae Lee, ປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ຫວັງວ່າ ການພົວພັນມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຈະໄດ້ຮັບການເພີ່ມທະວີຫຼາຍກວ່າອີກ ພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ.

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ

ຍສໝ - ຕອນເຊົ້າວັນທີ 11 ກໍລະກົດ, ພິທີຕ້ອນຮັບຢ່າງເປັນທາງການທ່ານປະທານປະເທດ ໂຕເລີມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ພວມຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ ທີ່ໄດ້ດໍາເນີນຢູ່ສະໜາມຫຼວງຫໍສະພາແຫ່ງຊາດຢູ່ນະຄອນຫຼວງວຽງຈັນ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.

ຫວຽດນາມ ເຊື່ອໝັ້ນວ່າ ກູບາ ສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ

ຫວຽດນາມ ເຊື່ອໝັ້ນວ່າ ກູບາ ສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ກ່າວ​ຄຳ​ເຫັນ​ທີ່ການພົບປະກັບ​ຄະນະ​ຜູ້​ແທນ​ ກູ​ບາ​ ປະຈຳ​ສະຫະ​ປະຊາ​ຊາດ, ​ເນື່ອງ​ໃນ​ໂອກາດ​ທີ່​ກູ​ບາ ​ເລີ່​ມດຳ​ລົງ​ບົດບາດ​ເປັນ​ປະທານ G77 ​ແລະ ຈີນ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ກູ​ບາ ​ໃນ​ການ​ຊຸກ​ຍູ້​ລັດ​ທິ​ຫຼາຍ​ຝ່າຍ, ພ້ອມ​ກັນ​ນັ້ນ​ ກໍເຊື່ອ​ໝັ້ນ​ວ່າ ​ກູ​ບາ​ຈະ​ດຳລົງ​ຕຳ​ແໜ່ງ​ປະ​ທານ ກູ່ມ G77 ​ແລະ ຈີນ ​ຢ່າງ​ສຳ​ເລັດ​ຜົນ. Mới ...

ມິງດຶກ

ເຫດການ
302 Found

Found

The document has moved here.