ຊາວຫວຽດນາມ ຜູ້ທຳອິດທີ່ພິຊິດຈອມພູທີ່ປີນຂຶ້ນຍາກທີ່ສຸດໃນໂລກ ຢູ່ ປາກິດສະຖານ

10:37 | 16/08/2024

ຍສໝ - ທ່ານໝໍ ໂງຫາຍເຊີນ ​ແມ່ນ​ນັກ​ປີນ​ພູທີ່ມີສັນຊາດ​ ຫວຽດນາມ​ ຄົນ​ທຳ​ອິດ​ທີ່​ຂຶ້ນ​ພູ K2 ຂອງ ​ປາ​ກິດ​ສະຖານ ​ຢ່າງ​ສຳ​ເລັດ​ຜົນ. K2 ແມ່ນຈອມ​ພູ​​ທີ່​ສູງ​ອັນ​ດັບ​ສອງ​ໃນ​ໂລກ ​ແລະ ​ໄດ້ຕີລາຄາວ່າ ປີນຂຶ້ນຍາກກວ່າຈອມພູ Everest ທີ່ສູງທີ່ສຸດ ​ເປັນ​ຫຼາຍ​ເທົ່າ​.

ເຝີຫວຽດ​ນາມ ຈະນຳເຂົ້າໃນ​ລາຍການອາຫານຂອງບັນດາ​ໂຮງ​ແຮມ, ຮ້ານ​ອາ​ຫານໃນທົ່ວ​ນະ​ຄອນຫຼວງ Islamabad, ປາກິດສະຖານ.
ລາວ: ປັດຈຸບັນມີຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ ນະຄອນຫລວງວຽງຈັນ 3 ຄົນ ແລະ ຢູ່ຈຳປາສັກ 1 ຄົນ

K2 ແມ່ນຕັ້ງຢູ່ຊາຍແດນລະຫວ່າງ ຊິນຈຽງ, ຈີນ ແລະ ປາກິດສະຖານ ໄດ້ຮັບການຍອມຮັບວ່າເປັນຈອມພູທີ່ສູງອັນດັບສອງໃນໂລກດ້ວຍຄວາມສູງ 8,611m, ຖັດຈາກ Everest. ນີ້​ແມ່ນ​ຫນຶ່ງ​ໃນ 14 ຈອມພູ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ (ສູງ​ກວ່າ 8,000m). ເມື່ອປຽບທຽບກັບບັນດາຈອມພູສູງອື່ນໆ, ເສັ້ນທາງໄປເຖິງຈຸດສູງສຸດຂອງ K2 ໄດ້ຖືວ່າເປັນການເດີນທາງທີ່ຫຍຸ້ງຍາກ ແລະ ອັນຕະລາຍທີ່ສຸດ.

ຫນຶ່ງໃນປັດໄຈທີ່ເຮັດໃຫ້ນັກປີນພູຫຼາຍຄົນລັ່ງເລໃຈທີ່ຈະເອົາຊະນະ K2 ແມ່ນອັດຕາການຕາຍສູງ. ອັດ​ຕາ​ການ​ຕາຍ​ໃນ​ເວ​ລາ​ທີ່​ປີນ K2 ແມ່ນ 4:1 (ສີ່​ຄົນ​ປີນ​ ຈະມີຄົນ​ຫນຶ່ງ​ເສຍ​ຊີ​ວິດ​)​. ໂດຍສະເພາະ ແມ່ນໃນລະດູໜາວ, ເກືອບບໍ່ມີໃຜກ້າທີ່ຈະສ່ຽງໄພເພື່ອພິຊິດຈອມພູນີ້.

ເປັນ​​ທີ່ໄດ້​ຮູ້​ກັນ​ວ່າ ນັກ​ປີນ​ພູ ໂງຫາຍເຊີນ ​ໄດ້​ເລີ່​ມດຳ​ເນີນ​ການ​ພະຈົນໄພ K2 ​ແຕ່​ວັນ​ທີ 24 ມິຖຸນາ ​ແລະ ກັບ​ມາ​ໃນ​ວັນ​ທີ 2 ສິງຫາ ປີ 2024.

ພາຍຫຼັງຊຸມ​ມື້​ທີ່ເອົາຊະນະຈອມ​ພູ K2, ທ່ານ​ໝໍ ໂງ​ຫາຍ​ເຊີນ ໄດ້​ແຂວນ​ທຸງ​ຊາດ​ ຫວຽດ​ນາມ ຢູ່​ທີ່​ນີ້.

ໂດຍກັບ​ຄືນ​ມາ​ຢ່າງສຳ​ເລັດ​ຜົນ​ພາຍຫຼັງ​ການພະຈົນໄພ​ທີ່ເຕັມໄປດ້ວຍຄວາມ​ສ່ຽງ​, ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ປາ​ກິ​ດສະ​ຖານ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ ນັກ​ປີນ​ພູ ໂງ​ຫາຍ​ເຊີນ ແລະ ບັນດານັກ​ຂ່າວ ປາ​ກິດ​ສະ​ຖານ.

ຊາວຫວຽດນາມ ຜູ້ທຳອິດທີ່ພິຊິດຈອມພູທີ່ປີນຂຶ້ນຍາກທີ່ສຸດໃນໂລກ ຢູ່ ປາກິດສະຖານ

ທ່ານໝໍ ໂງ​ຫາຍ​ເຊີນ ​ແມ່ນ​ນັກ​ປີນ​ພູ ​ຫວຽດນາມ​ ຄົນ​ທຳ​ອິດ​ທີ່​ຂຶ້ນ​ພູ K2 ຂອງ​ ປາ​ກິດສະຖານ ​ຢ່າງ​ສຳ​ເລັດ​ຜົນ.

ທີ່​ການ​ພົບ​ປະແລກປ່ຽນ​ກັບ​ບັນດາ​ນັກ​ຂ່າວ, ນັກ​ປີນ​ພູ ໂງ​ຫາຍ​ເຊີນ ​ໄດ້​ແບ່ງປັນ​ບັນດາ​ຄວາມ​ຫຍຸ້ງຍາກ, ອັນຕະລາຍ ​ແລະ ປະສົບ​ການ​​ຂອງ​ຕົນ ​ເມື່ອເອົາຊະນະ​ໃນການປີນຂຶ້ນຈອມ​ພູ K2.

ພ້ອມ​ກັນ​ນັ້ນ, ລາວຍັງ​ໄດ້​ແບ່ງປັນ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄວາມ​ສວຍ​ງາມ​ຂອງປະຊາຊົນ, ​ປະເທດ ​ປາ​ກິດ​ສະຖານ. ລາວໄດ້ສະແດງຄວາມຮູ້ບຸນຄຸນມາຍັງບັນດາກົມກອງ, ອົງການທີ່ກ່ຽວຂ້ອງ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອລາວໃນທຸກບາດກ້າວໄປສູ່ຈຸດໝາຍປາຍທາງ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ນັກ​ປີນ​ພູ ໂງ​ຫາຍ​ເຊີນ ​ແບ່ງປັນ​ວ່າ ລາວ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ເດີນ​ທາງ​ເພື່ອ​ພິຊິດຈອມພູ Everest.

ຊາວຫວຽດນາມ ຜູ້ທຳອິດທີ່ພິຊິດຈອມພູທີ່ປີນຂຶ້ນຍາກທີ່ສຸດໃນໂລກ ຢູ່ ປາກິດສະຖານ

ທ່ານໝໍ, ນັກປີນພູ ໂງ​ຫາຍ​ເຊີນ (ເສື້ອດຳ) ໄດ້ຖ່າຍຮູບກັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປາກິດສະຖານ (ທີ 3 ຈາກຊ້າຍ) ແລະ ບັນດານັກຂ່າວ ປາກິດສະຖານ.

ປະຈຸ​ບັນ, ທ່ານ​ໝໍ ໂງ​ຫາຍ​ເຊີນ ພວມ​ເຮັດ​ວຽກ​ຢູ່​ຂະແໜງ​ຜ່າ​ຕັດໄສຍະກຳ​ຂອງ​ໂຮງໝໍ​ມິດຕະພາບ ຫວຽດ​ນາມ - ເຢລະມັນ. ທ່ານໝໍ ໂງ​ຫາຍ​ເຊີນ ມີ​ປະສົບ​ການ​ໃນການ​ປີນ​ພູ​ເກືອບ 10 ປີ. ລາວຍັງເປັນ ຊາວຫວຽດນາມ ຄົນທໍາອິດທີ່ພິຊິດ AmaDablam, ຈອມພູທີ່ມີເຕັກນິກທີ່ສຸດຂອງ Himalaya. ບໍ່ເໝືອນກັບນັກປີນພູມືອາຊີບຫຼາຍຄົນໃນໂລກທີ່ໄດ້ພິຊິດ Everest ແລະ ຈອມພູອື່ນໆຈໍານວນຫຼາຍທີ່ສູງກວ່າ 8000m ດ້ວຍຄວາມຫຍຸ້ງຍາກຕ່ຳ ກ່ອນທີ່ຈະລອງແຮງກັບ K2, ນີ້ແມ່ນຈອມພູທີ່ຍາກທີ່ສຸດທີ່ສູງກວ່າ 8000m ແລະ ເປັນຄັ້ງທໍາອິດທີ່ທ່ານໝໍ ເຊີນ ພິຊິດໄດ້.

ໂຄວິດ-19: ຫວຽດນາມ ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລວມທັງໝົດ 1.413 ຄົນ; ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.269 ຄົນ

ໂຄວິດ-19: ຫວຽດນາມ ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລວມທັງໝົດ 1.413 ຄົນ; ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.269 ຄົນ

ໄລ່ຮອດຕອນບ່າຍວັນທີ 20 ທັນວາ, ຫວຽດນາມ ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລວມທັງໝົດ 1.413 ຄົນ; ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.269 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

ຫວຽດນາມ ໄດ້ປິ່ນປົວຫາຍດີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1.062 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 1.173 ຄົນ

ຫວຽດນາມ ໄດ້ປິ່ນປົວຫາຍດີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1.062 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 1.173 ຄົນ

56 ມື້ແລ້ວ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.

ມິງດຶກ

ເຫດການ
302 Found

Found

The document has moved here.