[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

23:00 | 20/08/2024

ຍສໝ - ​ວັນ​ທີ 19 ສິງຫາ, ພິທີ​ຕ້ອນຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ພັນ​ລະ​ຍາ ​ພ້ອມກັນກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ສະພາ​ປະຊາຊົນຈີນ ​ຕາມ​ພິທີ​ສູງ​ສຸດ​ສຳລັບປະມຸກລັດ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ​ ແລະ​ ພັນ​ລະ​ຍາ ເປັນປະທານພິທີຕ້ອນຮັບ.

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ
ມີຫຼາຍຄະ​ນະ​ຜູ້​ແທນ​ສາ​ກົນ​ມາ​ຍັງນະ​ຄອນຫຼວງ ຮ່າ​ໂນ້ຍ ເພື່ອ​ເຂົ້າ​ຮ່ວມພິທີ​ງານສົບຂອງ​ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ໋ຈ້ອງ

​ຂະ​ບວນ​ລົດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ພັນ​ລະ​ຍາ ​ພ້ອມກັນກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ໄດ້​ເຂົ້າ​ສູ່​ຫໍ​ສະພາ​ປະຊາຊົນຈີນ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ແລະ​ ພັນ​ລະ​ຍາ ​ໄດ້​ຕ້ອນຮັບ​ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ພັນ​ລະ​ຍາດ້ວຍຄວາມຍິນດີຢ່າງສຸດໃຈ. ສອງຝ່າຍ​ໄດ້​ແນະນຳ​ບັນດາ​ເຈົ້າ​ໜ້າ​ທີ່​ທີ່​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ.

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ແລະ​ ພັນ​ລະ​ຍາ ຕ້ອນຮັບ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ພັນ​ລະ​ຍາ. (ພາບ: TTXVN)

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ໄດ້ເຊີນທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ກ້າວຂຶ້ນສູ່ແທ່ນກຽດຕິຍົດ. ກອງດຸລິຍາງຂອງກອງທັບບັນເລງເພງຊາດ ຫວຽດນາມ ​ແລະ ຈີນ, ​ພ້ອມດ້ວຍ​ຍິງ​ປືນ​ພິທີຕ້ອນຮັບ 21 ນັດ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ກວດແຖວກຽດຕິຍົດ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ. ກອງກຽດຕິຍົດ ໄດ້ສວນສະໜາມຜ່ານແທ່ນກຽດຕິຍົດ.

ຫຼັງ​ຈາກ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ​ໄດ້​ຜ່ານກອງດຸລິຍາງກອງທັບ, ໂບກມືໃຫ້​ເດັກນ້ອຍ​ຖື​ທຸງ, ດອກ​ໄມ້.

ຈາກນັ້ນ, ສອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ແລະ ພັນ​ລະ​ຍາຂອງສອງທ່ານ​ ​ໄດ້​ຖ່າຍຮູບ​ຮ່ວມ​ກັນ​ຢູ່​ຕໍ່ໜ້າ​ທຸງ​ຊາດ, ທຸງ​ພັກ​ຂອງ​ສອງ​ປະ​ເທດ.

ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຈີນ ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ​ໄດ້​ດຳ​ເນີນ​ກອງປະຊຸມເຈລະຈາ.

ກ່ອນ​ໜ້າ​ນັ້ນ, ທີ່​ການ​ພົບ​ປະ​ກັບ​ທ່ານ ຮວ່າງ​ຄຸນໝິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​​ພັກ​ແຂວງ ກວາງ​ຕຸ້ງ ​ໃນ​ວັນ​ທີ 18 ສິງຫາ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ເນັ້ນ​ໜັກ​ເຖິງ​ການ​ຢ້ຽມຢາມຂັ້ນລັດຄັ້ງ​ທຳ​ອິດມາຍັງ ຈີນ ໃນ​ຖານະ​ຕຳ​ແໜ່​ງ​ໃໝ່​ ແມ່ນເພື່ອພ້ອມກັນກັບທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ແລະ ບັນດາສະຫາຍການນຳຫຼັກແຫຼ່ງຂອງ ​ຈີນ ແລກປ່ຽນກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ສືບ​ຕໍ່ກ້າວສູ່​ລົງ​ເລິກ ​ແລະ ຍົກ​ສູງ​ຍຸດ​ທະ​ສາດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ກໍ່ສ້າງ​ປະຊາ​ຄົມແບ່ງປັນອານາຄົດ ຫວຽດນາມ - ຈີນ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​ໃນ​ການ​ພັດທະນາ​ການ​ພົວພັນ​ກັບ ​ຈີນ.

ບາງຮູບພາບໃນພິທີຕ້ອນຮັບ:

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ໄດ້ໂບກມືໃຫ້​ເດັກນ້ອຍ. (ພາບ: TTXVN)

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ບົນແທ່ນກຽດຕິຍົດ. (ພາບ: TTXVN)

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ກວດແຖວ​ກຽດຕິຍົດ​. (ພາບ: TTXVN)

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ໄດ້​ຈັບ​ມື​ກັບ​ບັນ​ດາ​ສະ​ມາ​ຊິກ​ທາງ​ການຂອງ​ຄະ​ນະ​ຜູ້​ແທນ ​ຫວຽດນາມ ​ໃນ​ພິ​ທີ​ຕ້ອນ​ຮັບ. (ພາບ: TTXVN)

[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ພັນ​ລະ​ຍາ ໄດ້​ຈັບ​ມື​ກັບ​ບັນ​ດາ​ສະ​ມາ​ຊິກ​ທາງ​ການຂອງ​ຄະ​ນະ​ຜູ້​ແທນ ​ຈີນ ​ໃນ​ພິ​ທີ​ຕ້ອນ​ຮັບ. (ພາບ: TTXVN)

ລາວ​ ປະ​ກາດໄວ້​ອາ​ໄລ​ລະ​ດັບ​ຊາດທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

ລາວ​ ປະ​ກາດໄວ້​ອາ​ໄລ​ລະ​ດັບ​ຊາດທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

ຍສໝ - ຕອນບ່າຍວັນທີ 22 ກໍລະກົດ, ຫ້ອງວ່າການນາຍົກລັດຖະມົນຕີ ລາວ ໄດ້ອອກແຈ້ງການ ກ່ຽວກັບເລື່ອງ ໄວ້ອາໄລລະດັບຊາດ ໃນລະຫວ່າງວັນທີ 25 – 26 ກໍລະກົດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ.

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

Ngày 26/6, tại Đại lễ đường Nhân dân, thủ đô Bắc Kinh, Trung Quốc, trong khuôn khổ chuyến công tác tham dự Hội nghị thường ...

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.