ສານຢ່າງແຮງກ່ຽວກັບຫວຽດນາມ ເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ

14:20 | 13/08/2024

ຍສໝ - ການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໄປພ້ອມກັບຜົນປະໂຫຍດຢ່າງໃຫຍ່ຫຼວງນັ້ນ, ມັນກໍ່ເຮັດໃຫ້ເພີ່ມທະວີການເຄື່ອນໄຫວອາດຊະຍາກຳ.

ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ. ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ. ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ.

ວັນທີ 8 ສິງຫາ, ຢູ່ນິວຢອກ, ຄະນະກຳມະການສະເພາະກິດຂອງສະຫະປະຊາຊາດໄດ້ຮັບຮອງເອົາຮ່າງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີແນັດ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ້ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ.

ຂໍໃຫ້ທ່ານຮອງລັດຖະມົນຕີ ໃຫ້ຮູ້ຈຸດປະສົງ ແລະຄວາມໝາຍຂອງວິວັດການເຈລະຈາຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ?

ການເຈລະຈາສ້າງຮ່າງສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີແນັດແມ່ນໜຶ່ງໃນບັນດາວິວັດການເຈລະຈາທີ່ໜ້າເອົາໃຈໃສ່ທີ່ສຸດຂອງສະຫະປະຊາຊາດໃນໄລຍະຜ່ານມາ, ດ້ວຍການປະກອບສ່ວນໂດຍກົງຈາກ 150 ກວ່າປະເທດ. ມີບາງສາຍເຫດຕົ້ນຕໍທີ່ພາໃຫ້ວິວັດການນີ້ໄດ້ຮັບຄວາມເອົາໃຈໃສ່ ແລະສະໜັບສະໜູນ.

ສານຢ່າງແຮງກ່ຽວກັບຫວຽດນາມ ເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຮັບຮອງເອົາຮ່າງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີແນັດ. ພາບ: TTXVN

ທີໜຶ່ງ, ແມ່ນບັນຫາຄວາມປອດໄພດ້ານໄຊເບີພວມໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຄົມສາກົນຍ້ອນການລະເບີດຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານ. ໄປຄຽງຄູ່ກັບການພັດທະນາ ແລະຜົນປະໂຫຍດອັນໃຫຍ່ຫຼວງເຊິ່ງອິນເຕີເນັດນໍາມາໃຫ້, ການເຄື່ອນໄຫວຂອງອາດສະຍາກໍາທາງອິນເຕີເນັດກໍ່ເພີ່ມຂຶ້ນ. ໃນຂະນະນັ້ນ, ສະຫະປະຊາຊາດຍັງຂາດກອບນິຕິກໍາລວມເພື່ອໃຫ້ບັນດາປະເທດຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສືບສວນ, ເກັບກຳຫຼັກຖານ... ທີ່ກ່ຽວຂ້ອງເຖິງອາດຊະຍາກຳທາງອິນເຕີແນັດ. ສະນັ້ນ, ການກໍ່ສ້າງ ແລະລົງນາມໃນສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດໂດຍໄວແມ່ນຄວາມຈໍາເປັນທີ່ສຸດ.

ທີສອງ, ຮ່າງສົນທິສັນຍາດັ່ງກ່າວຄາດວ່າ ຈະສ້າງກອບນິຕິກໍາແນໃສ່ເພີ່ມທະວີປະສິດທິຜົນການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີແນັດ. ຮ່າງສົນທິສັນຍາດັ່ງກ່າວໄດ້ຢືນຢັນອະທິປະໄຕ ແລະຄວາມຮັບຜິດຊອບຂອງແຕ່ລະປະເທດໃນການສະກັດກັ້ນອາດຊະຍາກຳທາງອິນເຕີແນັດ ພ້ອມກັບການຮັບປະກັນສິດທິມະນຸດໂດຍພື້ນຖານໃນເຄືອຂ່າຍອິນເຕີເນັດ; ເຫັນດີເປັນເອກະພາບກຳນົດ 6 ມາດຕະການວິຊາຈຳເພາະ; ສ້າງກົນໄກຮ່ວມມື 24/7 ລະຫວ່າງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດ, ຕອບສະໜອງຄວາມຮຽກຮ້ອງໜູນຊ່ວຍດ້ານຕຸລາການຢ່າງທັນການ, ມີປະສິດທິຜົນ...

ທີສາມ, ເມື່ອມີຜົນສັກສິດ, ສົນທິສັນຍາດັ່ງກ່າວຈະກາຍເປັນເອກະສານນິຕິກຳສາກົນສະບັບທຳອິດທີ່ມີລັກສະນະທົ່ວໂລກໃນການຄຸ້ມຄອງເຄືອຂ່າຍອິນເຕີເນັດ, ຢືນຢັນບົດບາດ, ຄວາມສຳຄັນຂອງສະຫະປະຊາຊາດໃນການຊຸກຍູ້ກົດໝາຍສາກົນເພື່ອສ້າງຂອບການຮ່ວມມືທົ່ວໂລກ ເພື່ອຮັບມືກັບບັນຫາໃນເຄືອຂ່າຍອິນເຕີເນັດ. ຄວາມເຫັນດີເຫັນພ້ອມຂອງບັນດາປະເທດກ່ຽວກັບຮ່າງສົນທິສັນຍາດັ່ງກ່າວ ສືບຕໍ່ຢືນຢັນຄຸນຄ່າ, ການປະກອບສ່ວນຂອງລັດທິຫຼາຍຝ່າຍຢູ່ ສປຊ ໃນການແກ້ໄຂບັນດາບັນຫາລວມຂອງປະຊາຄົມໂລກ.

ຜົນສຳເລັດຂອງການເຈລະຈາຮ່າງສົນທິສັນຍາແມ່ນໜ້າສົ່ງເສີມ, ພິເສດແມ່ນສຳລັບບັນດາປະເທດພວມພັດທະນາ, ປະກອບສ່ວນຮັດແຄບຊ່ອງຫວ່າງກໍາລັງຄວາມສາມາດດ້ານດີຈີຕອນລະຫວ່າງບັນດາປະເທດ.

ຂໍຮຽນທ່ານຮອງລັດຖະມົນຕີ, ການຮັບຮອງເອົາຮ່າງສົນທິສັນຍາສະບັບນີ້ມີຄວາມໝາຍຄືແນວໃດສຳລັບຫວຽດນາມ?

ຮັບຮູ້ໄດ້ໄພຂົ່ມຂູ່ນັບມື້ນັບຮ້າຍແຮງຈາກອາດຊະຍາກຳທາງອິນເຕີແນັດ, ຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນໃນການປ້ອງກັນ, ຕ້ານອາດຊະຍາກໍາທາງອິນເຕີເນັດ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ ໄດ້ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຫວຽດນາມ ເຂົ້າຮ່ວມການປຶກສາຫາລື ແລະເຈລະຈາເອກະສານນັບແຕ່ໄລຍະຕົ້ນ ໃນປີ 2022. ການສະໜັບສະໜູນການສ້າງກົນໄກເຈລະຈາ ແລະການເຂົ້າຮ່ວມຢ່າງຕັ້ງໜ້າໃນຕະຫຼອດ 8 ວາລະປະຊຸມຂອງຄະນະກຳມະການສະເພາະກິດ ໄດ້ຢືນຢັນສານທີ່ເຂັ້ມແຂງກ່ຽວກັບເລື່ອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຮ່ວມແຮງຮ່ວມໃຈກັບບັນດາປະເທດແກ້ໄຂບັນຫາທົ່ວໂລກ, ປະກອບສ່ວນຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ໂລກ. ສຳລັບຫວຽດນາມ, ການຮັບຮອງເອົາຮ່າງສົນທິສັນຍາດັ່ງກ່າວມີຄວາມໝາຍສຳຄັນຫຼາຍຢ່າງ.

ສານຢ່າງແຮງກ່ຽວກັບຫວຽດນາມ ເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຮັບຮອງເອົາຮ່າງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີແນັດ. ພາບ: TTXVN

ກ່ອນອື່ນໝົດ, ຮ່າງສົນທິສັນຍາໄດ້ກຳນົດກອບນິຕິກໍາຢ່າງລະອຽດ, ຮອບດ້ານເພື່ອໃຫ້ອົງການທີ່ມີສ່ວນກ່ຽວຂ້ອງຂອງຫວຽດນາມ ສ້າງຕັ້ງ ແລະເພີ່ມທະວີການຮ່ວມມື ກັບກຳລັງປະຕິບັດກົດໝາຍຂອງປະເທດຕ່າງໆຢ່າງມີປະສິດທິຜົນ. ຍ້ອນອາດຊະຍາກຳທາງອິນເຕີເນັດບໍ່ມີພົມແດນ, ສະນັ້ນ ການຮ່ວມມືສາກົນມີບົດບາດສຳຄັນທີ່ສຸດ, ຊ່ວຍໃຫ້ອົງການກ່ຽວຂ້ອງຂອງຫວຽດນາມ ສືບສວນ, ເກັບກຳຂໍ້ມູນ, ຫຼັກຖານກ່ຽວກັບການກະທຳຕ້ອງໂທດໃນເຄືອຂ່າຍອິນເຕີເນັດເພື່ອຮັບໃຊ້ວຽກງານຟ້ອງສານ ແລະພິພາກສາອາດສະຍາກຳຢ່າງທັນການ.

ທີສອງ, ໃນສະພາບທີ່ຍັງຄົງມີຄວາມແຕກຕ່າງກັນກ່ຽວກັບລະດັບວິທະຍາສາດເຕັກໂນໂລຢີ, ພື້ນຖານໂຄງລ່າງດີຈີຕອນລະຫວ່າງບັນດາປະເທດ, ຮ່າງສົນທິສັນຍາເປີດກາລະໂອກາດໃຫ້ບັນດາປະເທດພວມພັດທະນາ, ໃນນັ້ນມີຫວຽດນາມ ເຂົ້າຮ່ວມ ແລະຮັບເອົາບັນດາກົນໄກໜູນຊ່ວຍດ້ານເຕັກນິກ, ສ້າງຄວາມສາມາດ ແລະຖ່າຍທອດເຕັກໂນໂລຊີ .

ທີສາມ, ຫວຽດນາມ ເຂົ້າຮ່ວມການເຈລະຈານັບແຕ່ຫົວທີ ແລະມີການປະກອບສ່ວນທີ່ແທດຈິງໃຫ້ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການປະຕິບັດກົດໝາຍ, ສ້າງກຳລັງຄວາມສາມາດ, ຖ່າຍທອດເຕັກໂນໂລຊີ ກໍ່ຄື ເຂົ້າຮ່ວມການປະສານງານບັນດາຂໍ້ກຳນົດກ່ຽວກັບມາດຕະການວິຊາການ. ໃນນັ້ນ, ດ້ວຍກົນໄກຄະນະລະຫວ່າງຂະແໜງ, ຫວຽດນາມ ຕິດຕາມ, ເຂົ້າຮ່ວມບັນດາເນື້ອໃນຂອງສົນທິສັນຍາກ່ຽວກັບການທູດ, ນິຕິກໍາ ແລະເຕັກນິກຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ຮອບດ້ານ. ສິ່ງດັ່ງກ່າວປະກອບສ່ວນເປັນເຈົ້າການ, ຕັ້ງໜ້າປະຕິບັດໜ້າທີ່, ປະກອບສ່ວນຍົກສູງບົດບາດຂອງຫວຽດນາມ ໃນການກໍ່ສ້າງລະບອບລະບຽບການຫຼາຍຝ່າຍ ແລະຄວາມເປັນລະບຽບຮຽບຮ້ອຍທາງການເມືອງ - ເສດຖະກິດສາກົນ.

ວຽກງານທີ່ຈະຕ້ອງປະຕິບັດຕໍ່ໄປພາຍຫຼັງຄະນະກໍາມະການສະເພາະກິດຮັບຮອງເອົາຮ່າງສົນທິສັນຍາ ແມ່ນຍັງແດ່, ຂໍໍຮຽນທ່ານຮອງລັດຖະມົນຕີ?

ພາຍຫຼັງຄະນະກຳມະການສະເພາະກິດເຫັນດີຕໍ່ຮ່າງສົນທິສັນຍາ, ເອກະສານສະບັບນີ້ຈະຍື່ນສະເໜີຕໍ່ສະມັດຊາໃຫຍ່ສະຫະປະຊາຊາດເພື່ອໃຫ້ 193 ປະເທດສະມາຊິກຮັບຮອງເອົາຢ່າງເປັນທາງການໂດຍໄວ. ບົນພື້ນຖານນັ້ນ, ບັນດາປະເທດເຂົ້າຮ່ວມຈະລົງນາມຮອດວັນທີ 31 ທັນວາ ປີ 2026.

ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ ແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຕ້ອງສືບຕໍ່ຄົ້ນຄວ້າຮັບຮອງເອົາ, ລົງນາມ ແລະໃຫ້ສັດຕະຍາບັນສົນທິສັນຍາຢ່າງເປັນທາງການ; ກວດກາ, ຕີລາຄາ ແລະປັບປຸງບັນດາເອກະສານນິຕິກຳສະເພາະຂະແໜງຂອງຫວຽດນາມ ໃຫ້ສຳເລັດ ເພື່ອແນໃສ່ຮັບປະກັນປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາຢ່າງມີປະສິດທິຜົນ, ມີຜົນສັກສິດ, ຕອບສະໜອງລັກສະນະຈຳເພາະຂອງອາດຊະຍາກຳທາງອິນເຕີເນັດ; ເອົາໃຈໃສ່ລົງທຶນພື້ນຖານໂຄງລ່າງ ແລະຄວາມສາມາດດ້ານເຕັກໂນໂລຢີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສົນທິສັນຍາ; ແລກປ່ຽນກັບ ສປຊ ແລະບັນດາຄູ່ຮ່ວມມືສາກົນໃນການກໍ່ສ້າງໂຄງການໜູນຊ່ວຍດ້ານເຕັກນິກໃຫ້ເໝາະສົມເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງອົງການທີ່ກ່ຽວຂ້ອງຂອງຫວຽດນາມ.

ການຮັບຮອງເອົາສົນທິສັນຍາດັ່ງກ່າວພຽງແຕ່ແມ່ນບາດກ້າວທຳອິດ ແລະຈະມີວຽກງານຫຼາຍຢ່າງຢູ່ຕໍ່ໜ້າ ແລະຮຽກຮ້ອງໃຫ້ມີຄວາມຕັ້ງໜ້າ, ເປັນເຈົ້າການຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ.

ຂໍຂອບໃຈທ່ານຮອງລັດຖະມົນຕີ!

ສົມເພັດ

ເຫດການ
302 Found

Found

The document has moved here.