ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

13:45 | 23/05/2024

ຍສໝ - Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ປະມານ 5.000 ຄົນ, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 14 ກັນຍາ ຢູ່​ເຂດ​ຖະໜົນ​ຄົນ​ຍ່າງ ​ເຈີ່ນ​ເຍີນ​ຕົງ ​ແລະ ​ເຂດ​ອ້ອມ​ແອ້ມ (ຕາແສງ ​ຫງວຽນຢູ, ເມືອງ ຮາຍ​ບາຈື່ງ, ນະຄອນ​ ຮ່າ​ໂນ້ຍ).

ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ? ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?
​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ. ​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ນີ້​ແມ່ນ​ຂໍ້​ມູນ​ທີ່ໄດ້ຍົກອອກ​ໃນ​ແຜນການ​ຈັດ​ຕັ້ງ ​Festival ຊາວ​ໜຸ່ມ​ສາກົນ​ ຄັ້ງ​ທີ III ປີ 2024 ​ໂດຍ​ທ່ານ​ຮອງ​ປະທານຜູ້ປະຈຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ຮ່າ​ໂນ້ຍ ເລ​ຮົ່ງ​ເຊີນ ຫາກໍເຊັນປະກາດໃຊ້.

ຕາມ​ແຜນການນີ້​ແລ້ວ, ເວທີສະແດງຫຼັກຂອງ Festival ຈະ​ດຳ​ເນີນ​ຢູ່​ເຂດ​ຕໍ່ໜ້າ​ປະຕູ​ສວນສາທາລະນະ ທົງເຍີດ; ເວທີສຳຮອງຢູ່​ເຂດກາງທາງຖະໜົນ​ຄົນ​ຍ່າງ ​ເຈິ່ນ​ເຍີນ​ຕົງ; ບັນດາການເຄື່ອນໄຫວໃນ Festival ​ຈະດຳ​ເນີນ​ຢູ່​ຖະ​ໜົນ ​ເຈິ່ນ​ເຍີນ​ຕົງ.

ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

ຊາວ​ຮ່າ​ໂນ້ຍ ​ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນແລ່ນ​ມິດຕະພາບ​ຊາວ​ໜຸ່ມ​ສາກົນ “​ເພື່ອ​ໂລກ​ສັນຕິພາບ” ທີ່ Festival ຊາວ​ໜຸ່ມ​ສາກົນ​ ຄັ້ງ​ທີ III ປີ 2023. (ພາບ: doanthanhnien.vn)

ໃນ​ຂອບ​ເຂດ​ Festival ​ຈະ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ການ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ຂອງ​ຊາວໜຸ່ມເຍົາວະຊົນ​ນະຄອນຫຼວງ ​ແລະ ຊາວ​ໜຸ່ມ​ຈາກ​ບັນດາປະ​ເທດ ​(​ສະແດງລວມໝູ່ flashmob, ເຕັ້ນພື້ນເມືອງ, ຮ້ອງ​ເພງ ​ແລະ ​ເຕັ້ນ​ຂອງ​ເດັກນ້ອຍ,​ ສະແດງລວມໝູ່ xanh-pan, semaphore, ສະ​ແດງຕີມວຍ, ຮ່ວມມ່ວນຊື່ນກັບບັນດາສິລະປະທ້ອງຖະໜົນ, ຮ່ວມມ່ວນຊື່ນກັບບັນດາກຸ່ມ​ດົນ​ຕີ, ກຸ່ມ​ເຕັ້ນ​ຂອງ​ນັກ​ສຶກ​ສາ ...) ຢູ່​ໃນ​ເວ​ທີ​ສະແດງຫຼັກ. ການແຂ່ງຂັນແລ່ນ "ເພື່ອໂລກສັນຕິພາບ" ຄັ້ງທີ 2, ປີ 2024 ທີ່ສວນສາທາລະນະ ທົງເຍີດ. ການແຂ່ງຂັນແຕ້ມຮູບສຳລັບເດັກນ້ອຍ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຢູ່ເຂດຟຸດບາດຖະໜົນຄົນຍ່າງ ເຈີ່ນເຍີນຕົງ. ແຂ່ງສິລະປະຟ້ອນມັງກອນ ຄັ້ງທີ 2 ປີ 2024 ດ້ວຍຫົວຂໍ້ “ຄວາມປາດຖະໜາ ທັງລອງ” ຢູ່ຖະໜົນຄົນຍ່າງ ເຈີ່ນເຍີນຕົງ (ບໍລິເວນເວທີສຳຮອງ). ພື້ນທີ່ແນະນຳວັດທະນະທຳຂອງບັນດາປະເທດທົ່ວໂລກຢູ່ຖະໜົນຄົນຍ່າງ ເຈີ່ນແທງຕົງ. ວາງສະ​ແດງ​ບັນດາ​ຜົນງານ​ທີ່​ຍາດ​ໄດ້​ລາງວັນ​ຢູ່​ການປະກວດຮູບ​ພາບສຳລັບຄົນຕ່າງປະ​ເທດ “Hanoi in my eyes” ແລະ ການແຂ່ງຂັນແຕ້ມຮູບ“ຮ່າ​ໂນ້ຍ​ໃນ​ໃຈນ້ອງ”...

ຕາມ​ແຜນການ​ແລ້ວ, Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ຈະ​ແມ່ນ​ໂອກາດ​ເພື່ອ​ສ້າງສະໜາມ​ວັດທະນະທຳ, ສິລະ​ປະ, ກິລາທີ່ປອດໃສ, ມີປະໂຫຍດ, ປອດ​ໄພ ປະກອບສ່ວນ​ຍົກສູງ​ຊີວິດ​ດ້ານ​ວັດທະນະທຳ, ຈິດ​ໃຈໃຫ້ແກ່ຊາວໜຸ່ມເຍົາວະຊົນບົນບໍລິເວນນະຄອນຫຼວງ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ, ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ທັງ​ລອງ - ຮ່າ​ໂນ້ຍ ​ໄປເຖິງ​ເພື່ອນ​ມິດສາ​ກົນ. ພ້ອມ​ກັນ​ນັ້ນ, ກໍສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮັກ​ແພງ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ພັດທະນາຂອງຊາວໜຸ່ມ; ເຊື່ອມ​ຕໍ່​ຊາວ​ໜຸ່ມ​ນະຄອນຫຼວງ​ກັບ​ຊາວ​ໜຸ່ມ​ຈາກ​ປະ​ເທດ​ຕ່າງໆ, ຊຸກຍູ້​ເປີດກ້ວາງການ​ພົວພັນ​ສາກົນ​ກັບ​ຊາວ​ໜຸ່ມ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ. ໂດຍຜ່ານນັ້ນ, ກໍແນະນຳ​ໃຫ້​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ວັດທະນະທຳ, ຄວາມ​ສາມາດ​ບົ່ມ​ຊ້ອນ ແລະ ບັນດາຜົນງານດ້ານ​ເສດຖະກິດ - ສັງຄົມ​ຂອງ​ ຮ່າ​ໂນ້ຍ ​ແລະ ຫວຽດນາມ.

ນີ້​ກໍ່​ແມ່ນ​ໂອກາດ​ເພື່ອໂຄສະນາ​ເຜີຍ​ແຜ່​ຢ່າງເລິກເຊິ່ງກວ້າງ​ເຖິງ​ບັນດາ​ສະມາຊິກ​ສະຫະພັນ, ​ໄວ​ໜຸ່ມ ແລະ ຍົກສູງບົດບາດ, ຄວາມ​ຮັບ​ຮູ້​ຂອງ​ຊາວ​ນະຄອນຫຼວງແຕ່ລະຄົນ ເວົ້າລວມ ​ແລະ ຊາວ​ໜຸ່ມ ​ເວົ້າ​ສະ​ເພາະ ໃນ​ການ​ເຂົ້າ​ຮ່ວມ​ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ທັງລອງ - ຮ່າ​ໂນ້ຍ ນີ້.

ມິງດຶກ

ເຫດການ