ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ

22:54 | 17/08/2024

ຍສໝ - ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ແລະ ພັນ​ລະ​ຍາ​ ຈະ​ໄປ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດຢູ່ ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ​ຈີນ ​ແຕ່​ວັນ​ທີ 18 - 20 ສິງຫາ ປີ 2024.

ເພື່ອນມິດສາກົນອວຍພອນ ທ່ານເລຂາທິການໃຫຍ່ ໂຕເລີມ
ເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະສືບຕໍ່ນຳພາການພັດທະນາຂອງປະເທດຊາດ ແລະເສີມຂະຫຍາຍຈິດໃຈສາມັກຄີສາກົນ

ຕາມ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ວ່າ: ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຈີນ, ປະທານ​ປະ​ເທດແຫ່ງສາທາລະນະລັດ ປະຊາຊົນ​ ຈີນ ສີ​ຈິ້ນ​ຜິ​ງ ​ແລະ ​ພັນ​ລະ​ຍາ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ ​ຫວຽດນາມ, ​ປະທານ​ປະ​ເທດແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ໂຕເລີມ ​ແລະ ພັນ​ລະ​ຍາ ຈະ​ໄປ​ຢ້ຽມຢາມທາງລັດຖະກິດເຖິງ ສາທາລະນະ​ລັດ ປະຊາຊົນ ​ຈີນ ​ແຕ່​ວັນ​ທີ 18 – 20 ສິງຫາ ປີ 2024.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ. ພາບ: TTXVN

ກ່ອນ​ໜ້າ​ນັ້ນ, ວັນ​ທີ 3 ສິງຫາ ປີ 2024, ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ປະທານ​ປະ​ເທດ ໂຕເລີມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ ​ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ໄດ້​ສົ່ງ​ໂທລະເລກ​ອວຍພອນ.

ຢູ່​ໃນໂທລະເລກ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຢືນຢັນ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພັກ​ກອມ​ມູນິດ ​ຫວຽດນາມ ​ໄດ້​ເຊື່ອມຊຶມປະຕິບັດ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ ​ຄັ້ງ​ທີ 13, ເຂົ້າສູ່ລວງ​ເລິກ​ຊຸກຍູ້​ການ​ກໍ່ສ້າງ​ພັກ​, ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃນ​ການ​ຊຸກຍູ້​ການ​ກໍ່ສ້າງ ສັງຄົມນິຍົມ ແລະ ພາລະກິດຂອງການປ່ຽນແປງໃໝ່ເປີດປະຕູ.

“ຂ້າ​ພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ໃນ​ການ​​ນຳພາກໍ່​ສ້າງ​ປະ​ຊາ​ຄົມແບ່ງປັນ​​ອະ​ນາ​ຄົດ ​ຈີນ - ຫວຽດ​ນາມ ໃຫ້ນັບ​ມື້​ນັບ​ແທດ​ຈິງ ແລະ ເຂົ້າສູ່ລວງເລິກ​, ຮ່ວມກັນເສີມຂະຫຍາຍສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່ເປັນມູນເຊື້ອ, ປັບປຸງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ລົງ​ເລິກ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງແທດຈິງ, ​ນຳມາເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດໃຫ້ຫຼາຍກວ່າອີກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ​ ແລະ ​ຄວາມ​ກ້າວໜ້າ​ຂອງ​ມວນ​ມະນຸດ", ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິ​ງ ​ໄດ້​ຂຽນ​ ແລະ ​ອວຍພອນ​ໃຫ້​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ “ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃນ​ຖານະ​ທີ່​ສູງ​ສົ່ງຂອງຕົນ”.

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ຍສໝ - ເນື່ອງ​ໃນ​ໂອກາດ​ທີ່ ສະຫາຍ​ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ, ບັນດາ​ອົງການ, ບຸກຄົນໃນ​ທົ່ວ​ໂລກທີ່ເປັນເພື່ອນ​ມິດ, ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ແລະ ບັນດາ​ອົງການ​ສະມາຊິກ ​ໄດ້​ສົ່ງ​ຈົດໝາຍ, ​ໂທລະ​ເລກ ​ເພື່ອຊົມເຊີຍທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ.

ການນຳບັນດາປະເທດຊົມເຊີຍ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ

ການນຳບັນດາປະເທດຊົມເຊີຍ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ

ຍສໝ - ບັນດາ​ການ​ນຳ​ຂອງ​ບັນດາພັກ ​ແລະ ບັນດາ​ປະ​ເທດ​ໄດ້​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກຊົມເຊີຍສະຫາຍ ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ທີ່​ໄດ້​ຮັບ​ການເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ.

ມິງດຶກ

ເຫດການ
302 Found

Found

The document has moved here.