ພື້ນທີ່​ ໄຊເບີ ແມ່ນພື້ນທີ່​ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ

08:30 | 19/04/2024

ຍສໝ - "ຖືພື້ນທີ່ ໄຊເບີ ເປັນພື້ນທີ່​ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ, ໃນນັ້ນ ນໍາໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນເປັນດິຈິຕອນ ເພື່ອປ່ຽນແປງໃໝ່ວິທີເຮັດຂໍ້ມູນຂ່າວສານການຕ່າງປະເທດ, ສ້າງ​ປະ​ສິດ​ທິ​ຜົນທີ່ບຸກທະລຸ”.

ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ທີ່​ໄດ້​ຍົກໃນ​ມະຕິ​ເລກທີ 47/NQ-CP ລົງ​ວັນ​ທີ 15 ເມສາ 2024 ກ່ຽວ​ກັບໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ຮອດ​ປີ 2030 ​ເພື່ອປະຕິບັດບົດສະຫຼຸບເລກທີ 57-KL/TW ລົງ​ວັນ​ທີ 15 ມິຖຸນາ 2023 ຂອງກົມການ​ເມືອງກ່ຽວກັບການ​ສືບ​ຕໍ່​ຍົກສູງຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ຂອງ​ວຽກງານ​ຂໍ້​ມູນຂ່າວສານການຕ່າງ​ປະ​ເທດ​ໃນ​ສະ​ພາບ​ການ​ໃຫມ່​.

ພື້ນທີ່​ ໄຊເບີ ແມ່ນພື້ນທີ່​ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ

ຮູບປະກອບ.

ມະຕິ​ກ່າວ​ຢ່າງ​ຈະ​ແຈ້ງ​ວ່າ:

ມຸ່ງໄປສູ່ວິທີການເຮັດໃຫມ່, ສ້າງສັນ

ລາຍການ ໄດ້ຮຽກຮ້ອງໜ້າທີ່ ແລະ ວິທີແກ້ໄຂກ່ຽວກັບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນໄລຍະໃໝ່ ເພື່ອຕ້ອງມຸ່ງໄປເຖິງວິທີການເຮັດໃໝ່, ສ້າງສັນ. ຖືພື້ນທີ່ ໄຊເບີ (Cyberspace) ເປັນພື້ນທີ່​ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ, ໃນນັ້ນ ນໍາໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນເປັນດິຈິຕອນ ເພື່ອປ່ຽນແປງໃໝ່ວິທີເຮັດຂໍ້ມູນຂ່າວສານການຕ່າງປະເທດ, ສ້າງ​ປະ​ສິດ​ທິ​ຜົນທີ່ບຸກທະລຸ.

ການປະຕິບັດວຽກງານຂໍ້ມູນຂ່າວສານການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ຕ້ອງ​ວັດ​ແທກ​ບັນ​ດາ​ໝາກຜົນ​​ຢ່າງ​ຈະ​ແຈ້ງກວ່າ, ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ຈັດ​ອັນ​ດັບ​ປະ​ເທດຢູ່ໃນບັນດາຕາຕະລາງ​ຈັດ​ອັນ​ດັບທີ່ມີອິດທິພົນຊື່ສຽງໃນ​ໂລກ, ເໝາະສົມກັບ​ຜົນ​ປະ​ໂຫຍດ​ຂອງ​ ຫວຽດ​ນາມ ເພື່ອ​ປັບປຸງ, ຍົກສູງອິດທິພົນ, ທີ່​ຕັ້ງ, ພາບພົດຂອງ​ ຫວຽດ​ນາມ ໃນ​ໂລກ.

ເພີ່ມທະວີຄວາມເປັນເຈົ້າການ, ສົມທົບກັນໃນວຽກງານຂໍ້ມູນຂ່າວສານການຕ່າງປະເທດລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ເສີມຂະຫຍາຍບົດບາດເປັນປະທານໃນການຄຸ້ມຄອງລັດ ກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ ເພື່ອເພີ່ມທະວີຜົນສັກສິດ, ປະສິດທິຜົນຂອງວຽກງານຂໍ້ມູນຂ່າວສານການຕ່າງປະເທດ; ຮັບປະກັນຄວາມຕິດພັນຢ່າງແໜ້ນແຟ້ນລະຫວ່າງຂໍ້ມູນພາຍໃນ ແລະ ຂໍ້ມູນຕ່າງປະເທດ; ລະຫວ່າງ​ການພົວພັນຕ່າງປະເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ​ໃນ​ການ​ເຄື່ອນ​ໄຫວ​ຂໍ້​ມູນຂ່າວສານ​ການຕ່າງປະ​ເທດ...

ເພື່ອ​ບັນລຸ​ໄດ້ບັນດາເປົ້າໝາຍດັ່ງກ່າວ, ລັດຖະບານ​ຮຽກຮ້ອງ​ໃຫ້​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ອົງການ​ຂັ້ນກະຊວງ, ອົງການ​ທີ່​ຂຶ້ນ​ກັບ​ລັດຖະບານ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນທີ່ຂຶ້ນ​ກັບສູນ​ກາງ ຕ້ອງ​ຫັນເປັນລະອຽດ​ແລະ ຈັດ​ຕັ້ງ​ປະຕິບັດ 5 ໜ້າ​ທີ່​ຄື:

1- ​ການປະຕິບັດວຽກງານເຊື່ອມຊຶມ, ໂຄສະນາ​, ​ເຜີຍ​ແຜ່​ຂໍ້​ມູນຂ່າວສານ​ ແລະ ຜັນຂະຫຍາຍການ​ປະຕິບັດ​ມະຕິ​; 2- ​ເພີ່ມ​ທະວີ​ວຽກງານສົມທົບ​ກັນ​ລະຫວ່າງ​ບັນດາ​ອົງການ, ອົງການຈັດຕັ້ງ​ໃນ​ລະບົບ​ການ​ເມືອງ; ຍົກສູງຄວາມຮັບຜິດຊອບການຄຸ້ມຄອງລັດ; ສຳເລັດກົນໄກ, ນະໂຍບາຍກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ; 3- ປ່ຽວແປງໃໝ່ຈິນຕະນາການ, ​ເນື້ອ​ໃນ, ແບບວິທີ, ວິທີ​ເຮັດກ່ຽວກັບ​ຂໍ້​ມູນຂ່າວສານການ​ຕ່າງປະ​ເທດ; 4- ຍູ້​ແຮງ​ການ​ຕໍ່ສູ້​ປະຕິເສດຂໍ້​ມູນ​ທີ່ບໍ່ຖືກຕ້ອງ, ຫຍໍ້ທໍ້ທີ່​ມີ​ຜົນ​ສະທ້ອນ​ຕໍ່​ພາບພົດ​ຂອງ​ຊາດ; 5- ເພີ່ມທະວີແຫຼ່ງກຳລັງ, ສົ່ງເສີມ, ລະດົມ​ແຫຼ່ງກຳລັງ​ສັງຄົມ​ໃຫ້​ແກ່​ວຽກ​ງານຂໍ້​ມູນຂ່າວສານການ​ຕ່າງປະ​ເທດ.

ສ້າງ​ການຫັນ​ປ່ຽນຈິຕະນາການກ່ຽວ​ກັບ​ວຽກ​ງານ​ຂໍ້​ມູນຂ່າວສານການ​​ຕ່າງ​ປະ​ເທດໂດຍ​ພື້ນ​ຖານ​

ໃນນັ້ນ, ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ​ຂັ້ນ​ກະຊວງ, ອົງການ​ທີ່​ຂຶ້ນ​ກັບ​ລັດຖະບານ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນຂຶ້ນ​ກັບສູນ​ກາງ ສ້າງ ​ແລະ ສຳເລັດບັນດາເອກະສານ​ນິຕິກຳ, ສ້າງກອບນິຕິກຳ; ກວດກາຄືນ, ປັບປຸງ, ເພີ່ມເຕີມບັນດາລະບຽບການກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ, ລະບຽບຂໍ້ກຳນົດການປະສານງານ ເພື່ອຍົກສູງຜົນສັກສິດ, ປະສິດທິຜົນຂອງການຄຸ້ມຄອງລັດກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ, ຕອບສະໜອງໜ້າທີ່ຂໍ້ມູນຂ່າວສານການຕ່າງປະເທດໃນໄລຍະໃໝ່; ກໍ່ສ້າງ, ສຳ​ເລັດ​ແຜນການ​ກ່ຽວ​ກັບ​ຂໍ້​ມູນຂ່າວສານການຕ່າງປະ​ເທດ; ຖືການພັດທະນາ​ລະບົບ​ສື່​ມວນ​ຊົນ, ພິມຈຳໜ່າຍການ​ຕ່າງປະ​ເທດ​ທີ່​ມີ​ອິດ​ທິພົນຜົນສະທ້ອນໃນໂລກເປັນສຳຄັນ.

ສ້າງ​ການຫັນ​ປ່ຽນ​ຈິນຕະນາການ​ກ່ຽວ​ກັບ​ວຽກ​ງານ​ຂໍ້ມູນຂ່າວສານການຕ່າງປະ​ເທດ​ໃນ​ໄລຍະ​ໃໝ່ໂດຍພື້ນຖານ; ຄວາມຮັບຮູ້ຢ່າງເລິກ​ເຊິ່ງກ່ຽວ​ກັບສາຍພົວພັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ຂໍ້​ມູນ​ພາຍ​ໃນ​ ແລະ ຂໍ້​ມູນຕ່າງປະ​ເທດ​; ການ​ພົວພັນຕ່າງປະເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ; ຕິດພັນຂໍ້ມູນ​ຂ່າວສານການຕ່າງປະ​ເທດ​ກັບ​ບັນດາໜ້າທີ່ການ​ເມືອງ, ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງ​ຖິ່ນ; ຖືພື້ນທີ່​ ໄຊເບີ ເປັນພື້ນທີ່​ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ.

ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານທີ່ເຮັດວຽກງານ​ຂໍ້​ມູນ​ຂ່າວສານການຕ່າງປະ​ເທດ​ໃນ​ການຮັບຮູ້, ຕໍ່ສູ້, ປະຕິເສດຕໍ່ບັນດາກົນອຸບາຍຂອງບັນດາກຳລັງສັດຕູ, ເປົ້າໝາຍປະຕິການ, ໂອກາດ​ທາງ​ການ​ເມືອງ; ສະກັດ​ກັ້ນ​ບໍ່​ໃຫ້​ມີ​ຂໍ້​ມູນທີ່ບໍ່ດີ, ບິດເບືອນ, ກະຕຸ້ນປຸກລຸກທີ່ບໍ່ຖືກກັບ​ທັດສະນະ, ແນວທາງແຜນນະໂຍບາຍຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ...

ມິງດຶກ

ເຫດການ
302 Found

Found

The document has moved here.