ສັນຍາເຈນີວາ ແມ່ນປຶ້ມຄູ່ມືອັນລ້ຳຄ່າກ່ຽວກັບໂຮງຮຽນການຕ່າງປະເທດ ແລະ ການທູດຫວຽດນາມ | |
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ມີການພົບປະກັບບັນດາການນຳຂອງ ສປຊ ຢູ່ Geneva |
ປັດໄຈສໍາຄັນທີ່ຕັດສິນໃຫ້ຄະນະຜູ້ແທນຫວຽດນາມເຂົ້າຮ່ວມໂຕະກອງປະຊຸມເຈນີວາ ທ່ານ ພັນໂທ ຮວ່າງຊວນຈ້ຽນ ຮອງສາດສະດາຈານ, ປະລິນຍາເອກ, ກຳມະການສູນກາງພັກ, ເລຂາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວ່າ: ນັບແຕ່ກາງປີ 1953 ເປັນຕົ້ນມາ, ເມື່ອມີການເຊັນສັນຍາຢຸດລົງນາມຢຸດຕິສົງຄາມຢູ່ແຫຼມເກົາຫຼີເໜືອ, ໃນຄະນະນີ້ ທ່າອ່ຽງຂອງປະຊາຄົມໂລກພວມພັດທະນາຢ່າງແຂງແຮງ, ປະເທດໃຫຍ່ຕ້ອງການແກ້ໄຂຄວາມຂັດແຍ່ງກັນ ແລະ ສົງຄາມໂດຍຜ່ານການເຈລະຈາ. ວັນທີ 18 ກຸມພາ 1954, ຢູ່ນະຄອນຫຼວງເບີລິນ, ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງ 4 ປະເທດສະຫະພາບໂຊວຽດ, ອາເມລິກາ, ອັງກິດ, ຝຣັ່ງ ໄດ້ຕົກລົງທີ່ຈະຈັດກອງປະຊຸມສາກົນຢູ່ນະຄອນເຈນີວາ (ສະວິດ) ເພື່ອແກ້ໄຂບັນຫາເກົາຫຼີເຫຼືອ ແລະ ຟື້ນຟູສັນຕິພາບອິນດູຈີນຄືນ.
ໃນວັນທີ 26 ເມສາ 1954, ກອງປະຊຸມເຈນີວາໄດ້ເລີ່ມຕົ້ນປະຊຸມ. ໃນຂະນະດຽວກັນນີ້, ຢູ່ຮ່ອມພູດ້ຽນບຽນຝູ (ດ້ຽນບຽນ, ຫວຽດນາມ), ກອງທັບທະຫານຝຣັ່ງ ພວມຕົກຢູ່ໃນສະພາບທີ່ຫຍຸ້ງຍາກທີ່ສຸດ ກ່ອນການບຸກໂຈມຕີຢ່າງແຂງແຮງຂອງບັນດາຫົວໜ່ວຍກອງທັບປະຊາຊົນຫວຽດນາມ. ຫຼັງຈາກບັນດາຖານທີ່ໝັ້ນ ຮິມລາມ, ເອກະລາດຖືກທຳລາຍ, ກອງທັບທະຫານຝຣັ່ງ ຢູ່ບ້ານແກ້ວກໍ່ຖືກບັງຄັບໃຫ້ຍອມຈຳນົນ. ໃນເວລາດຽວກັນ, ເຂດໝັ້ນທີ່ໝັ້ນຫຼາຍແຫ່ງຢູ່ພື້ນທີ່ຕາເວັນອອກຂອງເມືອງແທງກໍ່ຖືກທຳລາຍ, ກອງທັບທະຫານຝຣັ່ງ ຕົກເຂົ້າສູ້ທ່າຮັບ, ກະວົນກະວານສັບສົນ.
ເຖິງຢ່າງໃດກໍ່ຕາມ, ຍ້ອນສົງຄາມຢູ່ ດ້ຽນບຽນຝູ ຍັງບໍ່ທັນສິ້ນສຸດລົງ, ຍ້ອນແນວນັ້ນກອງທັບຝຣັ່ງ ຈິ່ງຍັງຄົງມີຄວາມຫວັງຈະໄດ້ຮັບໄຊຊະນະທາງການທະຫານ, ສ້າງທ່າອ່ຽງໄດປຽບຢູ່ໂຕະເຈລະຈາເພື່ອຢຸດຕິສົງຄາມຢູ່ ຫວຽດນາມ ຢ່າງສົມກຽດ.
ກອງປະຊຸມເຈນີວາປຶກສາຫາລືການຟື້ນຟູສັນຕິພາບຢູ່ອິນດູຈີນ - ຮູບພາບຂອງກະຊວງການຕ່າງປະເທດ |
ແລະພຽງແຕ່ຕົ້ນເດືອນພຶດສະພາ 1954, ເມື່ອກຸ່ມຖານທັບດ້ຽນບຽນຝູຂອງກອງທັບທະຫານຝຣັ່ງ ຖືກທະຫານປະຊາຊົນຫວຽດນາມ ປິດລ້ອມຮອບເທື່ອລະກ້າວ, ບີບຮັດ ບໍ່ສາມາດກອບກູ້ເອົາສິ່ງທີ່ລົ້ມຈົມໄວ້ໄດ້ສະນັ້ນພວກລ່າເມືອງຂຶ້ນຝຣັ່ງ ແລະ ບັນດາປະເທດພັນທະມິດຈິ່ງຖືກບັງຄັບໃຫ້ນັ່ງຢູ່ໂຕະເຈລະຈາກັບລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.
ຕອນບ່າຍວັນທີ 7 ພຶດສະພາ 1954, ກອງບັນຊາການທະຫານຝຣັ່ງ ຢູ່ຖານທັບ ດ້ຽນບຽນຝູ ໄດ້ຍອມຈຳນົນຢ່າງເປັນທາງການ. ບັ້ນຮົບດ້ຽນບຽນຝູ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະຢ່າງສິ້ນເຊີງ, ສ້າງໄຊຊະນະ “ດັງກ້ອງກັງວານ 5 ທະວີບ, ສັ່ນສະເທືອນທົ່ວໂລກ”. ການຕໍ່ຕ້ານຍືດເຍື້ອຍາວນານແກ່ຍາວເປັນເວລາ 9 ປີຂອງພວກເຮົາ, ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກ, ເຊິ່ງນໍາໂດຍ ປະທານ ໂຮ່ຈິມິນ ໄດ້ສິ້ນສຸດລົງດ້ວຍໄຊຊະນະຢ່າງຈົບງາມ.
ສາມາດຢັ້ງຢືນໄດ້ວ່າ: ໄຊຊະນະບັ້ນຮົບຍຸດທະສາດລະດູໜາວປີ 1953-1954 ໄດ້ສິ້ນສຸດລົງໃນໄຊຊະນະດ້ຽນບຽນຝູ ດ້ວຍກຳລັງຫຼັກແຫຼ່ງຂອງກອງທັບປະຊາຊົນຫວຽດນາມ ເຊິ່ງແມ່ນປັດໄຈຕັດສິນຊີ້ຂາດໃນການນຳພາຄະນະຜູ້ແທນຂອງລັດຖະບານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໄດ້ບັງຄັບໃຫ້ຝ່າຍຝຣັ່ງຕ້ອງເຈລະຈາໂດຍກົງກັບຜູ້ຕາງໜ້າຢ່າງແທ້ຈິງ ຂອງປະຊາຊົນຫວຽດນາມ, ທຳລາຍກົນອຸບາຍໃຫ້ຖືກຕ້ອງຕາມກົດໝາຍລັດຖະບານຫຸ່ນເຊີດຂອງບ່າວດ້າຍໄດ້ຖືກຈັດຕັ້ງໂດຍຊາວຝຣັ່ງ, ພ້ອມກັນນັ້ນກໍ່ສ້າງທ່າອ່ຽງໃຫ້ແກ່ຄະນະຜູ້ແທນຂອງພວກເຮົາຢູ່ທີ່ໂຕະເຈລະຈາ.
ດັ່ງທີ່ ປະທານ ໂຮ່ຈີມິນຢືນຢັນວ່າ: “ອຳນາດອັນແທ້ຈິງແມ່ນສຽງຄ້ອງ, ແຕ່ການທູດຄືສຽງ, ຖ້າສຽງຄ້ອງດັງ, ສຽງກໍ່ຈະຈະດັງ”. ໄຊຊະນະ ດ້ຽນບຽນຝູຄວາມຈິງແມ່ນສຽງທີ່ດັງຫຼາຍທີ່ສຸດ ເຊິ່່ງດັງກ້ອງກັງວານໄປທົ່ວທຸກມຸມໂລກ, ດັງກ້ອງກັງວານຢ່າງໜັກແໜ້ນໃນກອງປະຊຸມເຈນີວາ, ມ້າງເພທຳລາຍເຈດຈຳນົງຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງຢ່າງສິ້ນເຊີງ ແລະ ການແຊກແຊງຢ່າງໂຫດຮ້າຍຂອງຈັກກະພັດອາເມລິກາ ທີ່ໂຕະເຈລະຈາກັບລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.
ເວົ້າອີກຢ່າງໜຶ່ງ, ໄຊຊະນະປະຫວັດສາດ ດ້ຽນບຽນຝູ ໄດ້ປ່ຽນໂສມໜ້າຂອງສົງຄາມ, ເປັນປັດໄຈຕັດສິນໄຊຊະນະຂອງກອງປະຊຸມ ເຈນີວາ, ຂະນະດຽວກັນສ້າງກາລະໂອກາດໃຫ້ພວກເຮົາຕໍ່ສູ້ເພື່ອແກ້ໄຂທາງດ້ານການເມືອງ ແລະ ການທະຫານຢ່າງຮອບດ້ານຕໍ່ບັນຫາຫວຽດນາມ ຢູ່ທີ່ໂຕະເຈລະຈາ.
ມີຄວາມອອ່ນໂຍນ, ສະຫຼາດສ່ອງໃສ ແລະ ໝັ້ນຄົງໃນການເຈລະຈາ
ທັນທີທີ່ຫຼັງຈາກໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954, ມື້ຕໍ່ມາ (8/5/1954), ກອງປະຊຸມເຈນີວາກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ອິນດູຈີນໄດ້ໄຂຂຶ້ນ.
ເຂົ້າຮ່ວມກອງປະຊຸມມີຄະນະຜູ້ແທນທີ່ມາຈາກ 9 ຝ່າຍຄື: ສະຫະພາບໂຊວຽດ, ຈີນ, ອາເມລິກາ, ອັງກິດ, ຝຣັ່ງ, ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະເທດຫວຽດນາມ (ລັດຖະບານບ່າວດ້າຍ), ລາຊະອານາຈັກລາວ ແລະ ລາຊະອານາຈັກກຳປູເຈຍ.
ໃນນັ້ນ, ມີຈໍານວນຄະນະຜູ້ແທນປະເທດໃຫຍ່ 5 ຄະນະຄື: ອັງກິດ (ໂດຍທ່ານນາຍົກລັດຖະມົນຕີ Anthony Eden ນຳໜ້າ), ອາເມລິກາ ( ຫົວໜ້າຄະນະ: ພົນເອກ Walter Bedell Smith, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ.); ສາທາລະນະລັດ ປະຊາຊົນຈີນ (ຫົວຫນ້າຄະນະ: ນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ Chu Ân Lai); ສະຫະພາບໂຊວຽດ (ຫົວໜ້າຄະນະ: ປະທານສະພາລັດຖະມົນຕີ Vyacheslav Molotov); ຝຣັ່ງ (ຫົວໜ້າຄະນະຜູ້ແທນແມ່ນທ່ານນາຍົກລັດຖະມົນຕີ Georges Bidault, Pierre Mendes-France).
ຄະນະຜູ້ແທນທີ່ຍັງເຫຼືອອີກ 4 ຄະນະລວມມີ: ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ນຳໂດຍ ທ່ານ ຟ້າມວັນດົງຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ; ລັດຖະບານ ບ່າວດ້າຍ ນຳໂດຍ ຫງຽນກັວກດິ້ງ; ຣາຊະອານາຈັກລາວນໍາໂດຍ ທ່ານ ພຸຍສະນານິກອນ ແລະ ຊະອານາຈັກກໍາປູເຈຍນໍາໂດຍ ທ່ານ Tep Phan.
ເມື່ອເຂົ້າຮ່ວມກອງປະຊຸມ, ທ່ານ ຟ້າມວັນດົ່ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ມີຈຸດຍືນທີ່ແນວແນ້ວ່າ: “ການບັນລຸແນວທາງແກ້ໄຂທີ່ສົມບູນຄືການຢຸດເປັນສັດຕູກັນທົ່່ວແຫຼມອິນດູຈີນ. ໄປຄຽງຄູ່ກັບການແກ້ໄຂທາງການເມືອງຂອງຫວຽດນາມ, ລາວ ແລະ ກຳປູເຈຍ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດອິນດູຈີນ.”
ຕາມທີ່ ທ່ານ ຫງວຽນແມ້ງເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງກ່າວວ່າ, ນັບແຕ່ມື້ທີ່ກອງປະຊຸມເລີ່ມດຳເນີນໄປ, ຄະນະຜູ້ແທນຫວຽດນາມ ໄດ້ມີຄວາມອອ່ນໂຍນ, ເປັນເຈົ້າການຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວດ້ານການທູດ ແລະ ສາກົນຫຼາຍຢ່າງ. ໂດຍສະເພາະຢ່າງຍິ່ງພວກເຮົາມີຄວາມຕັ້ງໃຈຢ່າງແນ່ວແນ່ໃນການປະເຊີນຫນ້າກັບສິ່ງທ້າທາຍ ແລະ ນະໂຍບາຍທັງຫມົດແຕ່ມີໄຫວພິບ, ສະຫລາດຄ່ອງແຄ້ວໃນຍຸດໂທບາຍຂອງພວກເຮົາ.
ຄຽງຄູ່ໄປກັບການຕໍ່ສູ້ຢູ່ທີ່ໂຕະເຈລະຈາ, ຄະນະຜູ້ແທນຂອງພວກເຮົາໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ແກ້ໄຂຢ່າງອອ່ອນໂຍນກັບບັນດາຄະນະຜູ້ແທນໂຊວຽດ, ຈີນ ແລະ ຝຣັ່ງ, ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ພົບປະກັບຫຼາຍຮ້ອຍບັນດາອົງການຈັດຕັ້ງປະຊາຊົນ ແລະ ອົງການໆເມືອງຂອງຝຣັ່ງ ເພື່ອສະແດງເຈດຕະນາ ແລະ ການຕັດສິນໃຈຂອງພວກເຮົາ, ກ່າວປະນາມການກະທໍາທີ່ຮຸກຮານ ແລະ ການກໍ່ການຮ້າຍຂອງບັນດາກຳລັງສັດຕູ. ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນໃຫ້ປະຊາຄົມຝຣັ່ງ ແລະ ສາກົນສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ, ບັງຄັບໃຫ້ລັດຖະບານ ຝຣັ່ງ ຍອມຮັບແຜນການແກ້ໄຂຢ່າງຄົບຖ້ວນຂອງຫວຽດນາມ ແລະ ອິນດູຈີນ.
ກອງປະຊຸມເຈນີວາກ່ຽວກັບອິນດູຈີນໄດ້ແບ່ງອອກເປັນສອງໄລຍະຕົ້ນຕໍ.
ໄລຍະທີ 1 (ແຕ່ວັນທີ 8 ພຶດສະພາ 1954 – 23 ມິຖຸນາ 1954): ນີ້ແມ່ນໄລຍະທີ່ບັນດາຝ່າຍສະເໜີຈຸດຢືນກ່ຽວກັບວິທີແກ້ໄຂບັນຫາຫວຽດນາມ ແລະ ອິນໂດເນເຊຍ.
ໃນຄວາມເປັນຈິງແລ້ວ, ຫຼັກໝັ້ນລະຫວ່າງບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ມີໄລຍະຫ່າງຂ້ອນຂ້າງຫຼາຍ ການເຈລະຈາດຳເນີນໄປຢ່າງຊ້າໆ. ຄະນະຜູ້ແທນ 9 ສະຫາຍ ໄດ້ຍື່ນຂໍ້ສະເໜີ ແລະ ຫຼັງຈາກນັ້ນກໍ່ດຳເນີນການສົນທະນາທົ່ວໄປ. ຢ່າງໃດກໍ່ຕາມ, ການຜ່ອນຜັນເຊິ່ງກັນ ແລະ ກັນປາກົດຢູ່ໃນການສົນທະນາສ່ວນຕົວເທົ່ານັ້ນ. ສາເຫດຕົ້ນຕໍສໍາຄັນກ່ຽວເນື່ອງໄປເຖິ່ງຄວາມ "ຫ່າງເຫີນ" ນີ້ແມ່ນຄວາມແຕກຕ່າງທາງດ້ານອຸດົມການ, ໂດຍສະເພາະລະຫວ່າງຜູ້ແທນອາເມລິກາ ແລະ ຈີນ. ຫົວໜ້າຄະນະຜູ້ແທນສະຫະພາບໂຊວຽດ Molotov ແລະ ຫົວໜ້າຄະນະຜູ້ແທນອັງກິດ Anthony Eden ຕ້ອງເຮັດໜ້າທີ່ “ຕົວກາງ” ແລະ ເປັນສື່ມວນຊົນໃຫ້ທັງສອງຝ່າຍ.
ກ່ຽວກັບການກໍານົດເວລາເຈລະຈາ, ທ່ານ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງໄດ້ຄັດສະເໜີບົດລາຍງານສະບັບວັນທີ 1 ພຶດສະພາ 1954 ຂອງຄະນະເລຂາທິການສູນກາງພັກແຮງງານ ຫວຽດນາມ ຢ່າງລະອຽດວ່າ: “ພວກເຮົາຕ້ອງຍາດແຍ່ງເຮັດໃຫ້ກອງປະຊຸມ Geneva ເລີ່ມຕົ້ນເພື່ອສືບຕໍ່ໄປກອງກັບບັນດາກອງປະຊຸມອື່ນໆ".
ສົມຄວນເອົາໃຈໃສ່ໃນໄລຍະນີ້ແມ່ນຄະນະຜູ້ແທນຝຣັ່ງ ແລະ ຈີນໄດ້ເຈລະຈາໂດຍກົງຮ່ວມກັນຫຼາຍຄັ້ງ. ການເຈລະຈາມີລັກສະນະຊີ້ຂາດ ໄດ້ຈັດຂຶ້ນໃນວັນທີ 17 - 23 ມິຖຸນາ ປີ 1954, ໃນນັ້ນ ສອງຝ່າຍໄດ້ປຶກສາຫາລືຂອບການແກ້ໄຂບັນຫາອິນດູຈີນ ແມ່ນການແກ້ໄຂບັນຫາການທະຫານກ່ອນ, ແຍກການແກ້ໄຂບັນຫາທາງດ້ານການເມືອງໃນ 3 ຊາດອິນດູຈີນ.
ໃນເບື້ອງຂອງພວກເຮົາ, ອີກດ້ານໜຶ່ງ, ທ່ານ ຮອງນາຍົກລັດຖະມົນຕີ ຟ້າມວັນດົ່ງ ຕາງໜ້າໃຫ້ຄະນະຜູ້ແທນສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເດັດດ່ຽວຕໍ່ສູ້ເພື່ອຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ອິນດູຈີນຄືນ ບົນພື້ນຖານການຮັບຮູ້ເອກະລາດ, ເອກະພາບ ແລະ ບົນຜືນແຜ່ນດິນອັນຄົບຖ້ວນ ຂອງຫວຽດນາມ, ລາວ ແລະ ກຳປູເຈຍ; ເຮັດໃຫ້ປະຊາຊົນຝຣັ່ງເຫັນວ່າ, ລັດຖະບານຝຣັ່ງຂອງນາຍົກລັດຖະມົນຕີ Laniel ໃນເວລານີ້ໄດ້ເຂົ້າໃຈວ່າຕ້ອງມີການປ່ຽນແປງຈິ່ງເຮັດໃຫ້ກອງປະຊຸມເຈນີວາບັນລຸໝາກຜົນ.
ອີກດ້ານໜຶ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ຟ້າມວັນດົ່ງ ກໍ່ຍັງຍາດແຍ່ງເອົາການສະໜັບສະໜູນຢ່າງກວ້າງຂວາງທັງຢູ່ພາຍໃນ ແລະ ນອກກອງປະຊຸມ, ໂດຍສະເພາະແມ່ນການສວຍໃຊ້ການແລກປ່ຽນຂອງປະມຸກລັດສະຫະພາບໂຊວຽດ ແລະ ຫົວໜ້າຄະນະຜູ້ແທນຈີນແມ່ນກ່າວປະນາມຢ່າງຮຸນແຮງຕໍ່ກັບທ່າທີຮຸກຮານຂອງຄະນະຜູ້ແທນຝຣັ່ງ ແລະ ອາເມລິກາ.
ຄຽງຂ້າງກັນນັ້ນ, ໃນກອງປະຊຸມ, ບັນຫາຫຍຸ້ງຍາກທີ່ສຸດແມ່ນເສັ້ນຂັ້ນເຂດແດນແບ່ງເຂດ ແລະ ກຳນົດເວລາເລືອກຕັ້ງຢູ່ ຫວຽດນາມ. ຕໍ່ກັບບັນຫານີ້, ໂດຍປະຕິບັດຕາມຄຳແນະນຳຂອງພັກ ແລະ ປະທານ ໂຮ່ຈິມິນ, ສະຫາຍ ຟ້າມວັນດົ່ງ ໄດ້ສະເໜີໃຫ້ໃຊ້ເສັ້ນຂະໜານທີ 16 ເປັນເສັ້ນຂັ້ນເຂດແດນຊົ່ວຄາວ ແລະ ດຳເນີນການເລືອກຕັ້ງທົ່ວໄປກ່ອນກຳນົດ. ເຖິງແມ່ນວ່າຝ່າຍຝຣັ່ງບໍ່ເຫັນດີ ແລະ ຍັງຄົງສະເໜີໃຫ້ນຳໃຊ້ເສັ້ນຂະໜານທີ 18 ເປັນເສັ້ນຂັ້ນເຂດແດນ. ໃນທີ່ສຸດ, ດ້ວຍຄວາມສະຫຼາດ ແລະ ເດັດດ່ຽວ, ໃນຕອນຄ່ຳວັນທີ 20 ກໍລະກົດ 1954, ສະຫາຍ ຟ້າມວັນດົ່ງ ແລະ ຜູ້ນຳທັງ 4 ຂອງຄະນະຜູ້ແທນອັງກິດ, ຝຣັ່ງ, ໂຊວຽດ, ຈີນ ໃນນາທີສຸດທ້າຍຈີນໄດ້ບັນລຸຂໍ້ຕົກລົງທີ່ຈະນໍາໃຊ້ເສັ້ນຂະໜານທີ່ 17 ເປັນເສັ້ນແບ່ງແຍກລະຫວ່າງຫວຽດນາມເໜືອ ແລະ ໃຕ້, ພ້ອມທັງກຳນົດເວລາຂອງການເລືອກຕັ້ງທົ່ວໄປແມ່ນ 2 ປີ.
ພິເສດ, ໂດຍຕາງໜ້າໃຫ້ຄະນະຜູ້ແທນ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ທ່ານ ຟ້າມວັນດົ່ງ ຮອງນາຍົກລັດຖະມົນຕີ ໄດ້ມີຄວາມສະຫຼາດສ່ອງໃສນໍາສະເໜີຫຼັກໝັ້ນ 8 ຂໍ້ ຂອງຫວຽດນາມທີ່ກອງປະຊຸມ. ນີ້ແມ່ນທັດສະນະທີ່ມີອິດທິພົນຢ່າງໃຫຍ່ຫຼວງຕໍ່ປະຊາຊົນບັນດາປະເທດຫົວເມືອງຂຶ້ນ ແລະ ບັນດາປະເທດລ່າເມືອງຂຶ້ນ, ໂດຍສະເພາະແມ່ນປະຊາຊົນ ແລະ ລັດຖະບານຝຣັ່ງ.
1. ຝຣັ່ງ ຮັບຮູ້ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ລາວ ແລະ ກຳປູເຈຍ; 2. ລົງນາມໃນຂໍ້ຕົກລົງກ່ຽວກັບການຖອນທະຫານຕ່າງຊາດອອກຈາກ 3 ປະເທດພາຍໃນເວລາກຳນົດໂດຍຝ່າຍເຂົ້າຮ່ວມສົງຄາມກໍານົດໄວ້. ກ່ອນຈະຖອນທະຫານອອກໄປ, ບັນລຸການຕົກລົງເຫັນດີເປັນເອກະພາບກ່ຽວກັບບ່ອນປິດກຳລັງຝຣັ່ງ ຫຼື ຫວຽດນາມ ໃນບາງພື້ນທີ່ຈຳກັດ; 3. ຈັດຕັ້ງການເລືອກຕັ້ງທົ່ວໄປໂດຍເສລີໃນ 3 ປະເທດເພື່ອແນໃສ່ສ້າງຕັ້ງລັດຖະບານດຽວຂອງແຕ່ລະປະເທດ; 4. ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປະກາດເຈດຈຳນົງພິຈາລະນາການສະໝັກໃຈເຂົ້າເປັນສະມາຊິກສະຫະພັນຝຣັ່ງ ແລະ ບັນດາເງື່ອນໄຂຂອງການເຂົ້າເປັນສະມາຊິກນັ້ນ; 5. ທັງສາມປະເທດຍອມຮັບຜົນປະໂຫຍດທາງດ້ານເສດຖະກິດ ແລະ ວັດທະນະທຳຂອງຝຣັ່ງໃນແຕ່ລະປະເທດ. ພາຍຫຼັງການສ້າງຕັ້ງລັດຖະບານແລ້ວ, ການພົວພັນດ້ານເສດຖະກິດ ແລະ ວັດທະນະທຳໄດ້ຮັບການແກ້ໄຂຕາມຫຼັກການສະເໝີພາບ ແລະ ປັບປຸງ; 6. ສອງຝ່າຍໃຫ້ຄຳໝັ້ນສັນຍາທີ່ຈະບໍ່ດຳເນີນຄະດີຜູ້ຮ່ວມມືກັບຝ່າຍຄ້ານໃນໄລຍະສົງຄາມ; 7. ແລກປ່ຽນສະເລີຍສຶກສົງຄາມ; 8. ມາດຕະການຂ້າງເທິງນີ້ຈະໄດ້ຮັບການປະຕິບັດພາຍຫຼັງຈາກການຢຸດຕິສະພາບການສົງຄາມ.
ບັນດາຂໍ້ສະເໜີທີ່ສົມເຫດສົມຜົນ, ໂດຍ ທ່ານ ຟ້າມວັນດົ່ງ ຮອງນາຍົກລັດຖະມົນຕີ ວາງອອກ ຮັບຫາງສຽງຢ່າງກ້າວໃນປະເທດຝຣັ່ງ ແລະ ເປັນໃຈສະໜັບສະໜູນໃນທົ່ວໂລກ.
ໄລຍະທີ 2 (ແຕ່ວັນທີ 24 ມິຖຸນາ 1954 – 20 ກໍລະກົດ 1954): ຫົວໜ້າຄະນະຜູ້ແທນຝຣັ່ງ ແລະ ຫົວໜ້າຄະນະຜູ້ແທນ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ເຈລະຈາໂດຍກົງເພື່ອແກ້ໄຂບັນຫາສະເພາະໜ້າ. ຄະນະຜູ້ແທນສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຕໍ່ສູ້ຢ່າງບໍ່ຢຸດຢັ້ງໃນຫຼາຍບັນຫາພື້ນຖານລວມມີ: ສິດໃນການເຂົ້າຮ່ວມກອງປະຊຸມຂອງບັນດາຜູ້ແທນລັດຖະບານຕ້ານລາວ ແລະ ລັດຖະບານຕ້ານກຳປູເຈຍ; ເລືອກເສັ້ນຂະ ໜານເພື່ອຢືນຢັນເຂດຊາຍແດນທາງການທະຫານຊົ່ວຄາວຢູ່ຫວຽດນາມ ແລະ ກໍານົດເເວລາການເລືອກຕັ້ງໂດຍເສລີເປັນເອກະພາບປະເທດຂອງພວກເຮົາ. ສອງບັນຫາສຳຄັນຫຼັັກທີ່ຢູ່ເບື້ອງຫຼັງເກືອບຈະໝົດວາລະຂອງກອງປະຊຸມຈິ່ງໄດ້ຮັບການແກ້ໄຂ.
ຍ້ອນດັ່ງນັ້ນ, ພາຍຫຼັງ 75 ວັນຂອງການເຈລະຈາ, ເຈລະຈາຄ່ອງແຄ່ວ,ເດັດດ່ຽວແຕ່ແນ່ນອນທີ່ສຸດ, ດ້ວຍຄວາມສະຫຼາດສ່ອງໃສ, ໂດຍຜ່ານກອງປະຊຸມ 31 ສະໄໝ (ກອງປະຊຸມກ້ວາງຂວາງ 8 ສະໄໝ ແລະ ກອງປະຊຸມແຄບ 23 ສະໄໝ) ຮ່ວມັບການເຄື່ອນໄຫວພົວພັນທາງການທູດຢ່າງເຂັ້ມງວດ, ເບື້ອງຫຼັງບັນດາການເຄື່ອນໄຫວເປີດເຜີຍ, ວັນທີ 20 ກໍລະກົດ 1954, ສັນຍາເຈນີວາກ່ຽວກັບການຢຸດຕິການສູ້ຮົບກັນຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຮັບການລົງນາມສັນຍາ.
ຕາມທີ່ ທ່ານ ຫງຽນມິງເຕິມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງໄດ້ກ່າວວ່າ: ທຸກໆຄັ້ງທີ່ຜ່ອນຜັນ, ປະນີປະນອມ, ຄະນະຂອງພວກເຮົາລ້ວນໄດ້ພິຈາຢ່າງຮອບຄອບ ແລະ ປະຕິບັດຄຳຂວັນທີ່ວ່າ “ສະໝໍ່າສະເໝີ, ຕອບສະໜອງທຸກການປ່ຽນແປງ”, “ໝັ້ນຄົງຕໍ່ຫຼັກການ, ອ່ອນໂຍນຕໍ່ຍຸດໂທບາຍ ”. ລ້ວນແຕ່ຢູ່ໃນເປົ້າໝາຍສະເໝີ."
ວັນທີ 21 ກໍລະກົດນີ້, ກອງປະຊຸມເຈນີວາໄດ້ສິ້ນສຸດລົງ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ ເຊິ່ງລວມມີບັນດາເນື້ອໃນສຳຄັນຄື: ການຢຸດຕິສະພາບການສົງຄາມ, ການຟື້ນຟູ, ຮັກສາ ແລະ ເສີມສ້າງສັນຕິພາບ; ສັງລວມການເລືອກເປັນເອກະພາບໃນປະເທດ ແລະ ບັນຫາການປະຕິບັດສັັນຍາໃຫ້ກັບອິນດູຈີນທັງໝົດ. ພາລະກິດປະຕິວັດຂອງປະເທດເຮົາໄດ້ກ້າວເຂົ້າສູ່ໄລຍະໃໝ່ແລ້ວ.
ໃນ “ຄຳຮຽກຮ້ອງພາຍຫຼັງກອງປະຊຸມເຈນີວາສຳເລັດລົງ” ວັນທີ 22 ກໍລະກົດ 1954, ປະທານ ໂຮ່ ໄດ້ຂຽນວ່າ: “ກອງປະຊຸມເຈນີວາໄດ້ສິ້ນສຸດລົງ. ການທູດຂອງພວກເຮົາໄດ້ຮັບໄຊຊະນະຢ່າງໃຫຍ່ຫຼວງ.” ເປັນຄັ້ງທຳອິດໃນປະຫວັດສາດຂອງປະເທດ, ບັນດາປະເທດທີ່ໃຫຍ່ຕ້ອງຮັບຮອງບັນດາສິດພື້ນຖານຂອງຊາດຫວຽດນາມ ໄດ້ແກ່ເອກະລາດ, ອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ. ລັດຖະບານຝຣັ່ງຕ້ອງຖອນທະຫານອອກຈາກຫວຽດນາມ. ບັນດາເອກະສານຂອງກອງປະຊຸມກໍ່ຍັງໄດ້ລະບຸຢ່າງຈະແຈ້ງວ່າ: ເສັ້ນຂັ້ນເຂດແດນ ແຍກອອກເປັນ 2 ເຂດຂອງຫວຽດນາມແມ່ນເສັ້ນທາງຊົ່ວຄາວ ແລະ ຫຼັງຈາກ 2 ປີ, ທັງ 2 ເຂດຈັດຕັ້ງການເລືອກຕັ້ງເພື່ອເປັນເອກະພາບໃນປະເທດ.
ແບ່ງປັນຄືນໃນພິທີສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງວັນລົງນາມໃນສັນຍາເຈນີວາກ່ຽວກັບການຢຸດຕິສະພາບການສູ້ຮົບຢູ່ ຫວຽດນາມ (21 ກໍລະກົດ 1954 - 21 ກໍລະກົດ 2024) ໄດ້ດຳເນີນໄປໃນຕອນເຊົ້າວັນທີ 25 ເມສານີ້, ທ່ານ ພົນເອກ ຟ້າມເຊີນເຊືອງ (ລູກຊາຍຂອງ ທ່ານ ຟ້າມວັນດົ່ງ ອະດີດນາຍົກລັດຖະມົນຕີ) ໄດ້ກ່າວວ່າ: ເພີ່ນໂຊກດີທີ່ໄດ້ອາໃສຢູ່ກັບບິດາຂອງເພີ່ນ, ແມ່ນທ່ານ ຟ້າມວັນດົ່ງ ອະດີດນາຍົກລັດຖະມົນຕີ ແລະ ລຸງໂຮ່ ຢູ່ທຳນຽບປະທານາທິບໍດີ, ສະນັ້ນ ເພີ່ນຈຶ່ງໄດ້ເລົ່າເລື່ອງໃຫ້ຟັງ, ເລື່ອງລາວກ່ຽວກັບລຸງໂຮ່ ທີ່ຮັກແພງ, ໃນນັ້ນມີເລື່ອງລາວບົດຮຽນການທູດຢູ່ທີ່ກອງປະຊຸມເຈນີວາ.
“ພໍ່ເວົ້າກັບຂ້ອຍວ່າ: ລຸງໂຮ່ ແມ່ນຄົນສຸຂຸມຮອບຄອບ, ມີປະສົບການຫຼາຍ, ລຸງໄດ້ຄາດຄະເນວ່າ, ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈນີວາຈະພົບກັບແຮງດົນດັນຢ່າງໃຫ່ຍຫຼວງ, ເຖິງວ່າໄດ້ຮັບໄຊຊະນະຢູ່ ດ້ຽນບຽນຝູ ແລະ ການຫັນປ່ຽນໃນລັດຖະບານ, ສະພາແຫ່ງຊາດຝຣັ່ງ ແມ່ນກາລະໂອກາດທີ່ສະດວກໃຫ້ແກ່ພວກເຮົາ, ແຕ່ຫຍຸ້ງຍາກທີ່ສຸດແມ່ນການແຊກແຊງຂອງບັນດາປະເທດໃຫຍ່ໃນກອງປະຊຸມ,” ພົນເອກເຊືອງກ່າວໄວ້.
ຫວນຄືນແນວທາງນະໂຍບາຍຂອງພັກ ແລະ ປະທານ ໂຮ່ຈີມິນ ທັງຕໍ່ສູ້ທັງເຈລະຈາເພື່ອຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ ຫວຽດນາມຄືນ, ທ່ານ ພົນໂທ ເຊືອງ ສະຫຼຸບວ່າສັນຍາເຈນີວາ ແມ່ນການແກ້ໄຂບັນຫາຄົບຊຸດ ກ່ຽວກັບການເມືອງ ແລະ ການທະຫານເພື່ອບັນລຸເປົ້າໝາຍນັ້ນ.
“ລຸງແນະນຳພໍ່ວ່າ: ໃນການເຈລະຈາຕ້ອງເດັດດ່ຽວປົກປັກຮັກສາຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ, ໝັ້ນຄົງຕໍ່ຫຼັກການ, ມີໄຫວພິບຕໍ່ຍຸດທະສາດ ແລະ ບາດກ້າວບຸກທະລຸ ເພື່ອບັນລຸເປົ້າໝາຍແມ່ນບັງຄັບໃຫ້ຝຣັ່ງ ຕ້ອງຮັບຮອງເອົາເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ ລາວ, ຫວຽດນາມ ແລະ ກໍາປູເຈຍ, ລູກຊາຍຂອງທ່ານ ຟ້າມວັນດົ່ງ ອະດີດນາຍົກລັດຖະມົນຕີ ເລົ່າຄືນ.
ນັບແຕ່ໄດ້ຮັບໄຊຊະນະໃນກອງປະຊຸມເຈນີວາ, ປະຊາຊົນຂອງພວກເຮົາໄດ້ຜ່ານຫຼາຍໄລຍະປະຫວັດສາດຄື: 21 ປີແຫ່ງການຕໍ້ສູ້ຍືດເຍື້ອຍາວນານເພື່ອກວດລ້າງປະເທດຜູ້ຮຸກຮານ ແລະ ນໍາປະເທດຄືນສູ່ສະພາບເດິມ, 10 ປີແຫ່ງການຕໍ່ສູ້ເພື່ອຜ່າວົງປິດລ້ອມຂ້ວາບາດ ແລະ ເກືອບ 40 ປີແຫ່ງການປ່ຽນແປງໃໝ່, ນໍາພາປະເທດໄປສູ້ເສັ້ນທາງພັດທະນາ, ຫັນເປັນອຸດສາຫະກຳ, ທີ່ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ThongMy