ສະຫາຍ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

06:48 | 05/08/2024

ຍສໝ - ຕອນເຊົ້າວັນທີ 3 ສິງຫາ, ກອງປະຊຸມຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ
ປະທານປະເທດ ໂຕເລິມ: ເປີດອອກໍາລັງໜູນຮ່ວມມືໃໝ່ໃນການພົວພັນຫວຽດນາມ-ອັງກິດ ປະທານປະເທດ ໂຕເລິມ: ເປີດອອກໍາລັງໜູນຮ່ວມມືໃໝ່ໃນການພົວພັນຫວຽດນາມ-ອັງກິດ

ຕອນເຊົ້າວັນທີ 3 ສິງຫາ, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຈັດກອງປະຊຸມເພື່ອສະເໜີບຸກຄະລາກອນ ແລະເລືອກຕັ້ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຊຸດທີ XIII. ສະຫາຍ ຟ້າມມິງຈິ໊ງ ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ໄດ້ຕາງໜ້າກົມການເມືອງເປັນປະທານກອງປະຊຸມ.

ສະຫາຍ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ບັນດາສະຫາຍການນຳຊົມເຊີຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ພາບ: VGP

ທີ່ກອງປະຊຸມ, ໂດຍອີງໃສ່ບັນດາຂໍ້ກຳນົດຂອງພັກ, ບົນພື້ນຖານການສະເໜີບຸກຄະລາກອນຂອງກົມການເມືອງ, ສູນກາງໄດ້ຍົກສູງຈິດໃຈຮັບຜິດຊອບ, ສຸມປັນຍາ, ສົນທະນາປະຊາທິປະໄຕ, ເຫັນດີເປັນກະພາບສູງດ້ວຍບັດເຫັນດີ 100% ເລືອກຕັ້ງສະຫາຍ ໂຕເລິມ, ກໍາມະການກົມການເມືອງ, ປະທານປະເທດແຫ່ງ ສສ ຫວຽດນາມ ຮັບດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII.

ສະຫາຍ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ບັນດາສະຫາຍການນຳຊົມເຊີຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ພາບ: VGP

ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ມີບົດກ່າວປາໄສຢັ້ງຢືນ ສືບທອດ ແລະເສີມຂະຫຍາຍບັນດາຜົນງານການປະຕິວັດເຊິ່ງສະຫາຍອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະການນໍາລຸ້ນຕ່າງໆໄດ້ກໍ່ສ້າງ; ຮັກສາຄວາມສາມັກຄີ, ເປັນເອກະພາບ ແລະພ້ອມກັບໝູ່ຄະນະຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ຕັດສິນໃຈຊີ້ນໍາ, ນໍາພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາປະຕິບັດຕາມເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ທົ່ວພັກ ຊຸດທີ XIII ໄດ້ວາງອອກຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ ຊຸດທີ XIV ສໍາເລັດຜົນ, ເພື່ອໃຫ້ປະເທດພັດທະນາຢ່າງໝັ້ນຄົງໃນໄລຍະໃໝ່.

ສົມເພັດ

ເຫດການ
302 Found

Found

The document has moved here.