Children of Vietnam ໜູນຊ່ວຍເຂົ້າປຽກເຂົ້າທີ່ມີປະໂຫຍດທາງໂພຊະນາການໃຫ້ນັກຮຽນອະນຸບານແຂວງກວາງນາມ

09:42 | 19/08/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ຫາ​ກໍ່​ໄດ້ອອກ​ມະຕິ​ຕົກລົງ​ສະບັບ​ເລກທີ 1890/QD-UBND ລົງ​ວັນ​ທີ 12 ສິງຫາ 2024 ອະນຸມັດ​ການ​ຊ່ວຍ​ເຫຼືອ​ເຂົ້າປຽກເຂົ້າທີ່ມີປະໂຫຍດທາງໂພຊະນາການ​ 6 ໝໍ້ໃຫ້​ນັກຮຽນ​ອະນຸບານ ​ແລະ ບັນດາເປົ້າໝາຍທີ່ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢູ່ເຂດ 8 ​ເມືອງ, ນະຄອນ ​ ໂດຍອົງການ Children of Vietnam (COV) ອຸປະຖໍາ ມີມູນຄ່າເກືອບ 500,000 USD.

Save the Children ໜູນຊ່ວຍຄອບຄົວທຸກຍາກ, ເຂດທີ່ຜົນສະທ້ອນຈາກໄພທຳມະຊາດຢູ່ ກວາງບິ່ງ Save the Children ໜູນຊ່ວຍຄອບຄົວທຸກຍາກ, ເຂດທີ່ຜົນສະທ້ອນຈາກໄພທຳມະຊາດຢູ່ ກວາງບິ່ງ
ງານປະກວດຮູບຖ່າຍ ແລະ ວີດີໂອ ສະບາຍດີ ຫວຽດນາມ - Happy Vietnam ງານປະກວດຮູບຖ່າຍ ແລະ ວີດີໂອ ສະບາຍດີ ຫວຽດນາມ - Happy Vietnam

​ໂຄງການນີ້​ໄດ້ຜັນຂະຫຍາຍແຕ່ ​ເດືອນສິງຫາ 2024 ຫາ​ເດືອນ​ທັນວາ 2025 ຢູ່​ບັນດາ​ເມືອງ, ນະຄອນ​ຄື: ນາມ​ຢາງ, ດົງຢາງ, ​ເຕີຍ​ຢາງ, ຮ້ຽບດຶກ, ນາມຈ່າມີ, ​ຕາມກີ່, ບັກ​ຈ່າມີ, ເຂວເຊີນຂອງແຂວງກວ໋າງນາມ.

8 huyện, thành phố của tỉnh Quảng Nam được thụ hưởng từ chương trình do Tổ chức Children of Vietnam tài trợ - (Ảnh: Đinh Hương/TTXVN).(Thông tấn xã VN) 8 ເມືອງ, ນະຄອນຂອງແຂວງ ກວ໋າງນາມ ໄດ້ຮັບການຊົມໃຊ້ຈາກໂຄງການໂດຍອົງການຈັດຕັ້ງເດັກນ້ອຍຂອງ ຫວຽດນາມ - (ພາບ: ດິງເຮືອງ/ສໍານັກຂ່າວຫວຽດນາມ).

8 ເມືອງ, ນະຄອນຂອງແຂວງ ກວ໋າງນາມ ໄດ້ຮັບການອຸປະຖຳຈາກໂຄງການ ໂດຍອົງການ Children of Vietnam - (ພາບ: ດິງເຮືອງ/ສໍານັກຂ່າວຫວຽດນາມ).

ໂຄງ​ການແນໃສ່​ເພື່ອ​ປະ​ກອບ​ສ່ວນຍົກສູງພາວະຂອງ​ຮ່າງ​ກາຍ​ ແລະ ​ຍົກສູງ​ຄຸນ​ນະ​ພາບ​ຊີ​ວິດການເປັນຢູ່​ຂອງບັນດາລູກຫຼານນັກຮຽນ​ເທື່ອ​ລະ​ກ້າວ.

Children of Vietnam ແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ອາເມລິກາ ໄດ້ສ້າງຕັ້ງຂຶ້ນປີ 1998, ເຄື່ອນໄຫວໃນຂົງເຂດໜູນຊ່ວຍດ້ານສາທາລະນະສຸກ, ການສຶກສາ ແລະ ພັດທະນາຊຸມຊົນຢູ່ຫຼາຍແຂວງ, ນະຄອນ ແລະ ໄດ້ຮັບການຕີລາຄາສູງກ່ຽວກັບຜົນການຮ່ວມມືໜູນຊ່ວຍຈາກທຸກຂັ້ນ, ຂະແໜງການ ແລະ ທ້ອງຖິ່ນ.

ມາ​ຮອດ​ປະຈຸ​ບັນ, ມີ​ເດັກນ້ອຍຫຼາຍໝື່ນ​ຄົນ​ຢູ່ ຫວຽດນາມ ​ໄດ້​ຮັບ​ການເບິ່ງແຍງ​ຈາກ 4 ​ໂຄງການ​ພື້ນຖານປະກອບມີ: ​ເຮືອນ​ຢູ່, ສາທາລະນະສຸກ ​ແລະ ໂພຊະນາ​ການ ​ແລະ ​ໂຄງການ​ຍ່ອຍ​ 2 ໂຄງການຄື: ເພີ່ມທະວີຖານະບົດບາດ​ໃຫ້​ແກ່​ແມ່ຍິງ - ​ເດັກນ້ອຍ ​ແລະ ລະບົບການເບິ່ງແຍງ​ຄວາມ​ຫວັງ​ສໍາລັບ​ເດັກ​ພິການ.

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.