ເພີ່ມການເຊື່ອມຕໍ່, ຫັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ເປັນສຸດຂີດ

10:49 | 16/08/2024

ຍສໝ - ສາມາດເຫັນໄດ້ວ່າ, ພາຍຫຼັງ 4 ປີແຫ່ງການປະຕິບັດ, ຜົນປະໂຫຍດທີ່ຈະແຈ້ງທີ່ສຸດເຊິ່ງສັນຍາ EVFTA ນຳມາໃຫ້ນັ້ນແມ່ນໄດ້ຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງເອີລົບ, ເພີ່ມຂຶ້ນຈາກ 35 ຕື້ເອີໂຣໃນປີ 2019 ມາເປັນ 48 ກວ່າຕື້ເອີໂຣ ໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຊັດເຈນ.

ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ
ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ) ເພີ່ມທະວີນໍ້າໃຈສາມັກຄີ, ການຮ່ວມມື ແລະມິດຕະພາບລະຫວ່າງສະຫະພັນແມ່ຍິງກອນຕູມ ແລະສະຫະພັນແມ່ຍິງອັດຕະປື, ເຊກອງ (ລາວ)

ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ພາຍຫຼັງ 4 ປີແຫ່ງການຜັນຂະຫຍາຍໄດ້ກາຍເປັນກຳລັງກະຕຸກຊຸກຍູ້ທີ່ສຳຄັນໃຫ້ແກ່ການຄ້າ ແລະການລົງທຶນລະຫວ່າງ ຫວຽດນາມ ແລະສະຫະພາບເອີລົບ (ອີຢູ). ສັນຍາໄດ້ນຳເອົາໝາກຜົນຫຼາຍຢ່າງມາໃຫ້, ແຕ່ສິ່ງທີ່ສຳຄັນກວ່າໝົດ ນັ້ນແມ່ນຍັງມີກາລະໂອກາດຫຼາຍຢ່າງຈາກສັນຍາສະບັບນີ້ ທີ່ພວມລໍຖ້າໃຫ້ເປີດຂຶ້ນ.

ກໍາລັງໜູນໃຫ້ແກ່ການຄ້າ ແລະການລົງທຶນ

ສັນຍາ EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ 2020, ແມ່ນສັນຍາການຄ້າເສລີທີ່ມີມາດຕະຖານສູງ, ຮອບດ້ານ, ມີລະດັບຄໍາໝັ້ນສັນຍາທີ່ເລິກເຊິ່ງ ແລະກວ້າງຂວາງ, ແຕ່ໃນຂະນະດຽວກັນນັ້ນກໍ່ຍັງຮັບປະກັນຄວາມດຸ່ນດ່ຽງດ້ານຜົນປະໂຫຍດຂອງທັງສອງຝ່າຍ. ນີ້ກໍ່ແມ່ນສັນຍາ FTA ຮຸ່ນໃໝ່ເຊິ່ງ ອີຢູ ກັບ 27 ພື້ນຖານເສດຖະກິດພັດທະນາໄດ້ລົງນາມກັບປະເທດພວມພັດທະນາແມ່ນຫວຽດນາມ. ສັນຍາ EVFTA ໄດ້ຮັບການສ້າງຕັ້ງຂຶ້ນເພື່ອປ່ຽນແປງສາມແງ່ມູນຕົ້ນຕໍ, ລວມທັງການຫຼຸດອັດຕາພາສີ, ອາກອນ ແລະຄວາມສາມາດເຂົ້າເຖິງຕະຫຼາດສໍາລັບຜູ້ສະໜອງບໍລິການອີຢູ. ລະອຽດ, ສັນຍາໄດ້ລົບລ້າງອັດຕາພາສີເຖິງ 65% ມູນຄ່າສົ່ງອອກຂອງ ອີຢູ ນັບແຕ່ເວລາທີ່ສັນຍາດັ່ງກ່າວມີຜົນສັກສິດ, ແລະບັນດາປະເພດພາສີທີ່ຍັງເຫຼືອຈະຖືກຍົກເລີກເທື່ອລະກ້າວໃນທົດສະວັດຕໍ່ໄປ. ໃນຂະນະນັ້ນ, 71% ສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ຈະໄດ້ຍົກເວັ້ນພາສີ ພາຍຫຼັງສັນຍາ EVFTA ມີຜົນສັກສິດ.

ເພີ່ມການເຊື່ອມຕໍ່, ຫັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ເປັນສຸດຂີດ
ພາບປະກອບ

ອັດຕານີ້ຄາດວ່າ ຈະເພີ່ມຂຶ້ນຫຼາຍກວ່າ 99% ໃນ 7 ປີຂ້າງໜ້າ. ພິເສດ, ພາສີຈະຖືກລົບລ້າງເກືອບທັງໝົດໃນໄລຍະການຫັນປ່ຽນ 7 ປີໃນຕໍ່ໜ້າສຳລັບສິນຄ້າຫວຽດນາມ ແລະ 10 ປີສຳລັບສິນຄ້າ ອີຢູ. ສິ່ງນີ້ແມ່ນໄດ້ຮັບການສ້າງຕັ້ງຂຶ້ນແມ່ນ ເພື່ອນໍາເອົາຜົນປະໂຫຍດມາໃຫ້ທັງວິສາຫະກິດ ແລະຜູ້ບໍລິໂພກໃນຂະນະທີ່ມີລາຄາຕ່ໍາກວ່າ ແລະຄວາມສາມາດແກ່ງແຍ້ງກວ່າ ...

ສາມາດເຫັນໄດ້ວ່າ, ພາຍຫຼັງ 4 ປີແຫ່ງການປະຕິບັດ, ຜົນປະໂຫຍດທີ່ຈະແຈ້ງທີ່ສຸດເຊິ່ງສັນຍາ EVFTA ນຳມາໃຫ້ນັ້ນແມ່ນໄດ້ຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງເອີລົບ, ເພີ່ມຂຶ້ນຈາກ 35 ຕື້ເອີໂຣໃນປີ 2019 ມາເປັນ 48 ກວ່າຕື້ເອີໂຣ ໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຊັດເຈນ. ໃນຂົງເຂດຕ່າງໆເຊັ່ນ: ເອເລັກໂຕນິກ, ຕໍ່າແຜ່ນຕັດຫຍິບ, ເກີບ, ກະສິກໍາ, ແລະສິນທະເລ. ຄຽງຂ້າງນັ້ນ, ສັນຍາ EVFTA ໄດ້ປັບປຸງກຳລັງດຶງດູດຂອງຫວຽດນາມ ຕໍ່ກັບນັກລົງທຶນເອີລົບ. ໃນໄລຍະ 4 ປີແຫ່ງການປະຕິບັດສັນຍາ EVFTA, ບັນດານັກລົງທຶນຈາກ ອີຢູ ໄດ້ມາລົງທຶນຢູ່ຫວຽດນາມ 2.450 ໂຄງການ ດ້ວຍມູນຄ່າ 28 ຕື້ເອີໂຣ. ບັນດານັກລົງທຶນ ອີຢູ ກໍ່ໄດ້ເພີ່ມເງິນລົງທຶນໂດຍກົງຈາກຕ່າງປະເທດ 800 ລ້ານເອີໂຣ ແຕ່ເດືອນມັງກອນຫາເດືອນກັນຍາ 2023, ກົງກັນຂ້າມກັບທ່າອ່ຽງຂອງ FDI ທີ່ພວມຫຼຸດລົງໃນທົ່ວໂລກ.

ເພີ່ມການເຊື່ອມຕໍ່, ຫັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ເປັນສຸດຂີດ
ທ່ານ ເລືອງຮ່ວາງໄທ, ຫົວໜ້າພະແນກນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ເລືອງຮວ່າງຖ໊າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ), ໃຫ້ຂໍ້ສັງເກດວ່າ: ໃນຈໍານວນບັນດາສັນຍາການຄ້າເສລີລຸ້ນໃໝ່ເຊິ່ງ ຫວຽດນາມ ເຂົ້າຮ່ວມນັ້ນ, EVFTA ແມ່ນສັນຍາທີ່ນຳມາເຊິ່ງໝາກຜົນອັນຕັ້ງໜ້າທີ່ສຸດ. ນອກຈາກບັນດາປັດໃຈຕັ້ງໜ້າທີ່ກ່າວມາເທິງນັ້ນ, ໜຶ່ງໃນບັນດາຈຸດພົ້ນເດັ່ນໄດ້ຮັບການຕີລາຄາສູງແມ່ນຂະບວນການຂອງຫວຽດນາມ ທີ່ເປັນເຈົ້າການປະຕິຮູບລະບອບລະບຽບການ ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໂປ່ງໃສ ແລະສະດວກກວ່າ; ຈາກນັ້ນດຶງດູດການລົງທຶນຈາກຕ່າງປະເທດ, ໃນນັ້ນມີການລົງທຶນຈາກບັນດາປະເທດ ອີຢູ. ຜ່ານການສ້າງສັນຍາການຄ້າເສລີທີ່ມີມາດຕະຖານສູງ, ກໍ່ຊ່ວຍເຊື່ອມຕໍ່ລະບົບການສະໜອງລະຫວ່າງ ອີຢູ ກັບ ຫວຽດນາມ ໃຫ້ມີຄວາມສະດວກກວ່າ.

ໃນການສໍາຫຼວດ 200 ກວ່າວິສາຫະກິດຂອງສະມາຄົມວິສາຫະກິດເອີລົບປະຈໍາຫວຽດນາມ (EuroCham) ເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນວ່າເກືອບ 2/3 ຂອງຜູ້ເຂົ້າຮ່ວມການສໍາຫຼວດຖືວ່າເຂົາເຈົ້າໄດ້ຮັບຜົນປະໂຫຍດໃນລະດັບທີ່ແຕກຕ່າງກັນ. 27% ບໍລິສັດ ປະຈຸບັນພວມໄດ້ຮັບຜົນປະໂຫຍດຈາກລະດັບປານກາງເຖິງຫຼາຍທີ່ສຸດ. ທ່ານ Dominik ປະທານ EuroCham ຫວຽດນາມ ໃຫ້ຮູ້ວ່າ: ສັນຍາ “EVFTA ໄດ້ສ້າງກາລະໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດເອີລົບ ຢູ່ ຫວຽດນາມ ຢ່າງແນ່ນອນ.”

ໂອກາດຫຼາຍຢ່າງພວມລໍຖ້າໃຫ້ເປີດອອກ

ສັນຍາ EVFTA ໄດ້ນຳເອົາຜົນປະໂຫຍດຫຼາຍຢ່າງມາໃຫ້ທັງສອງຝ່າຍ, ເຖິງຢ່າງໃດກໍ່ຕາມ, ຕາມການ ຕີລາຄາຂອງປະຊາຄົມວິສາຫະກິດແລ້ວ, ຍັງມີຜົນປະໂຫຍດຫຼາຍຢ່າງຈາກສັນຍານີ້ພວມລໍຖ້າໃຫ້ເປີດຂຶ້ນ. ອັດຕາການສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດແຫ່ງນີ້ຍັງຕ່ຳຢູ່. ນອກຈາກນັ້ນ, ອັດຕາການນຳໃຊ້ບຸລິມະສິດຂອງວິສາຫະກິດຫວຽດນາມ ມາຮອດປະຈຸບັນຫາກໍ່ບັນລຸປະມານ 20%. ສຳລັບ ອີຢູ ແລ້ວ, ພາຍຫຼັງ 4 ປີ, ລະດັບເພີ່ມການສົ່ງອອກຂອງ ອີຢູ ໄປຍັງຫວຽດນາມ ແມ່ນຍັງໜ້ອຍ (ພຽງແຕ່ເພີ່ມຂຶ້ນຈາກ 11 ຕື້ເອີໂຣ ມາເປັນ 11,4 ຕື້ເອີໂຣ ໃນໄລຍະດຽວກັນ).

ເພີ່ມການເຊື່ອມຕໍ່, ຫັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ເປັນສຸດຂີດ
ທ່ານ Jean Jacquet Bouflet, ຮອງປະທານສະຫະສະມາຄົມນັກທຸລະກິດເອີຣົບ EuroCham ປະຈໍາ ຫວຽດນາມ.

ໂດຍແຈ້ງໃຫ້ຊາບກ່ຽວກັບເລື່ອງມີສິ່ງກີດຂວາງບາງຢ່າງເຊິ່ງວິສາຫະກິດເອີລົບ ຕ້ອງປະເຊີນໜ້າເມື່ອໝູນໃຊ້ສັນຍາ EVFTA ຢ່າງສຸດຂີດນັ້ນ, ທ່ານ Jean-Jacques Bouflet, ຮອງປະທານ EuroCham ໃສ່ໃຈວ່າ: ການດັດປັບນະໂຍບາຍໃນຫວ່າງມໍ່ໆມານີ້ຂອງຫວຽດນາມ ໄດ້ສ້າງສິ່ງທ້າທາຍໃຫ້ບັນດາວິສາຫະກິດ ເອີລົບ ທີ່ພວມເຄື່ອນໄຫວຕາມສັນຍາ EVFTA. ເພື່ອຫັນຜົນປະໂຫຍດຂອງສັນຍາ EVFTA ໃຫ້ໄດ້ຢ່າງສຸດຂີດນັ້ນ, EuroCham ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ມີມາດຕະການແກ້ໄຂສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ໂດຍສະເພາະແມ່ນການຢັ້ງຢືນ ແລະທົດລອງ, ຂົນຂວາຍໃຫ້ຫຼຸດພາສີ, ຫັນລະບຽບການດ້ານພາສີເປັນງ່າຍດາຍ. ທ່ານ Thue Quist Thomasen, ຜູ້ອໍານວຍການຂອງ Decision Lab ເນັ້ນໜັກວ່າ, ເຖິງວ່າສັນຍາ EVFTA ແມ່ນເຄື່ອງມືໃນການເຕີບໂຕຂອງເສດຖະກິດກໍ່ຕາມ, ແຕ່ຜົນສຳເລັດຂອງມັນແມ່ນຂຶ້ນກັບການແກ້ໄຂຄວາມຫຍຸ້ງຍາກດ້ານລະບຽບການ, ແກ້ໄຂສິ່ງກີດຂວາງດ້ານເຕັກນິກ ແລະຊ່ອງຫວ່າງຄວາມຮັບຮູ້.

ປະຈຸບັນ ອີຢູ ມີຂໍ້ກຳນົດທີ່ເຄັ່ງຄັດຫຼາຍສະບັບກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນສີຂຽວ, ສະກັດກັ້ນການຕັດໄມ້ທຳລາຍປ່າ, ນີ້ແມ່ນບັນດາສິ່ງກີດຂວາງແຕ່ເມື່ອສາມາດຕອບສະໜອງມາດຖານດັ່ງກ່າວ, ວິສາຫະກິດຫວຽດນາມ ຈະມີທ່າໄດ້ປຽບໃນການແຂ່ງຂັນເມື່ອທຽບໃສ່ບັນດາຄູ່ແຂ່ງທີ່ບໍ່ທັນມີຄວາມສາມາດຕອບສະໜອງຂໍ້ກໍານົດນີ້ໄດ້. ທ່ານນາງ ຫງວຽນເກິມຈາງ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ສະເໜີວ່າ ບັນດາວິສາຫະກິດຫວຽດນາມ ຕ້ອງເປັນເຈົ້າການກໍາແໜ້ນຂໍ້ມູນກ່ຽວກັບຕະຫຼາດໂລກ ແລະບັນດາຜົນກະທົບຂອງພື້ນຖານເສດຖະກິດໂລກ ເພື່ອເປັນເຈົ້າການໃນແຜນການຜະລິດ, ດຳເນີນທຸລະກິດ, ມອບສົ່ງສິນຄ້າ. ເປັນເຈົ້າການປ່ຽນແປງໃໝ່ວິທີການຜະລິດ ແລະດຳເນີນທຸລະກິດ, ປ່ຽນແປງໃໝ່ເຕັກໂນໂລຢີ, ສ້າງບັນດາຜະລິດຕະພັນ ແລະສິນຄ້າທີ່ມີຄຸນນະພາບ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ອີຢູ ໃຫ້ໄດ້ດີກວ່າເກົ່າ.

ສົມເພັດ

ເຫດການ