ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

14:22 | 15/08/2024

ຍສໝ​ - ນີ້​ແມ່ນ​ເນື້ອ​ໃນ​ປຶກສາ​ຫາລື​ທີ່ບັນດາ​ການ​ພົບ​ປະ​ລະຫວ່າງ​ ທ່ານ​ລັດຖະມົນຕີ​ກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກັບທ່ານ​ຮອງ​ປະທານ​ສະພາ​ສູງ Nagahama Hiroyuki; ທ່ານ​ນາງ Miyazaki Katsura ຮອງ​ປະທານ​ອົງການ​ຮ່ວມ​ມື​ສາກົນ ​ຍີ່ປຸ່ນ (JICA) ແລະ ທ່ານ Suzuki Naomichi ຜູ້ວ່າການ​ແຂວງ Hokkaido ​ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 9 ສິງຫາ ຢູ່ ຍີ່ປຸ່ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.
ຫວຽດ​ນາມ - ຍີ່​ປຸ່ນ ຍົກ​ລະ​ດັບ​ການ​ພົວ​ພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຢືນຢັນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຍີ່ປຸ່ນ ສືບ​ຕໍ່​ພັດທະນາ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ. ຍີ່ປຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຂອງ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ ODA, ການ​ລົງທຶນ, ການ​ຄ້າ, ​ແຮງ​ງານ. ແຫຼ່ງທຶນ ODA ຂອງຍີ່ປຸ່ນ ໄດ້ປະກອບສ່ວນຢ່າງສຳຄັນ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ດ້ວຍຫຼາຍໂຄງການທີ່ເປັນສັນຍາລັກສະເພາະຂອງການພົວພັນສອງປະເທດ. ສອງ​ປະ​ເທດກໍ່ພວມ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື​ ການ​ຫັນປ່ຽນ​ພະລັງງານ, ການ​ຫັນ​ເປັນ​ສີຂຽວ, ການ​ຫັນ​ເປັນ​ດີ​ຈີ​ຕອນ...

ສະ​ເໜີການຍົກ​ເວັ້ນ​ວີ​ຊາ​ເຂົ້າ​ເມືອງ, ໃຫ້​ວີ​ຊາ​​ໄລ​ຍະ​ຍາວ​ແກ່​ພົນ​ລະ​ເມືອງ​ ຫວຽດ​ນາມ

ທີ່ການພົບປະກັບທ່ານຮອງປະທານສະພາສູງ Nagahama Hiroyuki, ທ່ານ ບຸ່ຍແທງເຊີນ ສະເໜີໃຫ້ ຍີ່ປຸ່ນ ເອົາໃຈໃສ່, ສະໜັບສະໜູນ ແລະ ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພົບປະແລກປ່ຽນສະພາແຫ່ງຊາດ, ພົບປະແລກປ່ຽນລະຫວ່າງບັນດາສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາເພດຍິງ; ສະໜັບສະໜູນ​ສອງ​ປະ​ເທດ ເຮັດໃຫ້ການຮ່ວມສຳພັນເສດຖະກິດ​ຜ່ານ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ ODA, ການ​ລົງທຶນ, ການ​ຄ້າ... ເລິກເຊິ່ງກ່ວາອີກ.

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ພົບ​ປະ​ກັບ​ ທ່ານ​ຮອງ​ປະທານ​ສະພາ​ສູງ ຍີ່ປຸ່ນ Nagahama Hiroyuki. (ພາບ: ໜັງສືພິມໂລກ ແລະ ຫວຽດນາມ)

ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ການ​ບຳລຸງສ້າງແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ຂົງ​ເຂດເຄິ່ງຊັກນຳໄຟຟ້າ, ປັນຍາ​ປະດິດ, ການ​ຫັນ​ເປັນ​ດິຈິ​ຕອນ, ການ​ຫັນ​ເປັນ​ສີຂຽວ, ທາງ​ລົດ​ໄຟ ​ແລະ ທາງລົດ​ໄຟຄວາມ​ໄວ​ສູງ; ຊຸກຍູ້​ການພົບ​ປະແລກປ່ຽນ, ການ​ເຊື່ອມ​ຕໍ່ທ້ອງຖິ່ນ; ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

ທ່ານ​ ບຸ່ຍແທງເຊີນ ສະໜັບສະໜູນ​ລັດຖະບານ ຍີ່ປຸ່ນ ສືບ​ຕໍ່ຫັນ​ຂັ້ນຕອນເປັນງ່າຍດາຍ ແລະ ມຸ່ງ​ໄປ​ເຖິງ​ການ​ຍົກ​ເວັ້ນວີ​ຊາເຂົ້າເມືອງ, ພິ​ຈາ​ລະ​ນາ​ໃຫ້​ວີ​ຊາ​ໄລຍະ​ຍາວ​ແກ່​ພົນລະ​ເມືອງ ຫວຽດນາມ.

ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງ ຫວຽດນາມ, ທ່ານ Hiroyuki ໄດ້ຢືນຢັນວ່າ ຈະສະໜັບສະໜູນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ; ​ເພີ່ມ​ທະວີ​ການພົບປະ​ແລກປ່ຽນ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງອົງການ​ນິຕິບັນຍັດຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ກໍ່​ໃຫ້​ຮູ້​ວ່າ: ຍີ່ປຸ່ນ​ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄົນ​ງານ, ນັກ​ຝຶກ​ງານ​ຫວຽດນາມ ມີ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເຮັດ​ວຽກ​ໃນ​ຂອບ​ເຂດລະບົບໃໝ່ “ບຳລຸງສ້າງ-​ເຮັດ​ວຽກ” ເຊິ່ງ ຍີ່ປຸ່ນ ໄດ້ປະກາດໃຊ້ເພື່ອ​ປ່ຽນ​ແທນ​ລະບອບ “ນັກ​ຝຶກ​ງານທັກສະ”.

ຍູ້​ແຮງລະດັບຄວາມຄືບໜ້າບັນດາ​ໂຄງການ ODA ຢູ່ ຫວຽດນາມ

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ພົບ​ປະ, ແລກປ່ຽນກັບທ່ານ​ຮອງ​ປະທານ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ (JICA). (ພາບ: ໜັງສືພິມໂລກ ແລະ ຫວຽດນາມ)

​ເມື່ອ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ປະທານ JICA ນາງ Miyazaki Katsura, ທ່ານ ບຸ່ຍແທງເຊີນ ໄດ້ຢືນຢັນ​ວ່າ ລັດຖະບານ ຫວຽດນາມ ສືບ​ຕໍ່​ຖື ODA ​ແມ່ນ​ແຫຼ່ງທຶນ​ສຳຄັນ, ບຸລິມະສິດ​ໃນ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫຍ່, ຈຸດສຸມ​ໃນ​ໄລຍະ​ຈະ​ມາ​ເຖິງ. ບົນ​ຈິດ​ໃຈ​ນັ້ນ, ຝ່າຍ​ ຫວຽດນາມ ​ໄດ້ສະເໜີ​ໃຫ້ ຍີ່​ປຸ່ນ ຊຸກຍູ້ໂຄງການຮ່ວມມື ODA ທີ່​ສຳຄັນ​ລະຫວ່າງ 2 ປະ​ເທດຈຳນວນໜຶ່ງ.

ທ່ານ​ຮອງ​ປະທານ JICA ​ໄດ້​ເຫັນ​ດີເປັນເອກະພາບພິ​ຈາ​ລະ​ນາ​ຂໍ້​ສະ​ເໜີ​ຂອງ​ຝ່າຍ ​ຫວຽດນາມ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ກູ້​ຢືມ ODA, ໜູນ​ຊ່ວຍ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ບັນດາ​ຂົງ​ເຂດ​ໃໝ່​ຄື ການ​ຫັນ​ເປັນ​ດີ​ຈີ​ຕອນ, ນະວັດຕະກຳ.

Hokkaido ຢາກຮັບຄົນງານ ຫວຽດນາມ ຕື່ມອີກ

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ (ຊ້າຍ) ​ແລະ ທ່ານ Suzuki Naomichi ຜູ້ວ່າການ​ແຂວງ Hokkaido. (ພາບ: ໜັງສືພິມປະຊາຊົນ​)

ໃນ​ການ​ພົບປະແລກປ່ຽນກັບທ່ານ Suzuki Naomichi ຜູ້ວ່າການ​ແຂວງ Hokkaido, ທ່ານ ບຸ່ຍແທງເຊີນ ສະ​ເໜີ​ໃຫ້​ແຂວງ Hokkaido ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດທີ່ລະອຽດ, ເເທດຈິງຄື ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ການສອນພາສາຍີ່ປຸ່ນ. ທ່ານ ກໍ່ໄດ້ສົ່ງເສີມໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ແຂວງ​ລົງທຶນ​ເຂົ້າ​ ຫວຽດນາມ ຫຼາຍກ່ວາອີກໃນ​ບັນດາ​ຂົງ​ເຂດ​ທີ່​ແຂວງ Hokkaido ມີທ່າແຮງ​ຄື ກະສິກຳ​ເຕັກ​ໂນ​ໂລຢີ​ສູງ, ປ່າ​ໄມ້, ການປຸງ​ແຕ່ງ ແລະ ສົ່ງ​ອອກສິນ​ທະ​ເລ...

ພ້ອມ​ກັນ​ນັ້ນ, ກໍ່ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ຂະ​ແໜງ​ເຄິ່ງຊັກນຳໄຟຟ້າ, ເປີດ​ກວ້າງ​ການ​ຮັບ​ເອົາ​ນັກ​ຝຶກ​ງານ​ຫວຽດນາມ, ​ເອົາໃຈໃສ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ເພື່ອດຳລົງຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ແຂວງ Hokkaido.

ໂດຍຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ປະມານ 12.000 ຄົນຢູ່ Hokkaido, ທ່ານ Suzuki Naomichi ໃຫ້ຮູ້ວ່າ ແຂວງປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ຮັບເອົາຄົນງານທີ່ມີຄຸນະພາບສູງ, ນັກຝຶກງານ ຫວຽດນາມ ເຂົ້າມາເຮັດວຽກຢູ່ແຂວງຫຼາຍກວ່າອີກ ແລະ ເຫັນດີເປັນເອກະພາບຊຸກຍູ້ການ​ຮ່ວມ​ມື​ດ້ານບຳລຸງສ້າງແຫຼ່ງຊັບ​ພະ​ຍາ​ກອນ​ມະ​ນຸດ​.

ແທັງ​ຮ​ວາ: ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ

ແທັງ​ຮ​ວາ: ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ

ພາຍ​ຫຼັງ​ໄດ້​ຮັບ​ການ​ຈັດ​ຕັ້ງ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ​ ໄດ້ມີ​ການ​ເຄື່ອນ​ໄຫວ​ດ້ວຍ​ເປົ້າ​ໝາຍ ແລ​ະ ໜ້າ​ທີ່​ແມ່ນ​ໂຄ​ສະ​ນາ, ຂົນ​ຂວາຍ, ເຊື່ອມ​ຕໍ່​ການ​ພົວ​ພັນ​ຊ່ວຍ​ປະ​ຊາ​ຊົນ​ແຂວງ ແທງ​ຮ​ວາ ແລະ ປະ​ຊາ​ຊົນ​ຍີ່​ປຸ່ນ ຊອກ​ຮູ້​ກ່ຽວ​ກັບ​ມູນ​ເຊື້ອ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ, ວິ​ທະ​ຍາ​ສາດ - ເຕັກ​ນິກ ຂອງ​ແຕ່​ລະ​ປະ​ເທດ. ຜ່ານ​ນັ້ນກໍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຜ່ານ​ຊ່ອງ​ທາງ​ລັດ​ຖະ​ສະ​ພາ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຜ່ານ​ຊ່ອງ​ທາງ​ລັດ​ຖະ​ສະ​ພາ

ວັນທີ 11 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາ ຫວຽດນາມ - ຍີ່ປຸ່ນ ໄດ້ຈັດການພົບປະເພື່ອແຈ້ງໃຫ້ຊາບກ່ຽວກັບຜົນງານການເຄື່ອນໄຫວໃນໄລຍະຈະຜ່ານມາ, ແລກປ່ຽນກ່ຽວກັບການກຳນົດທິດ, ແຜນການເຄື່ອນໄຫວຂອງກຸ່ມໃນອະຍຸການສະພາແຫ່ງຊາດຊຸດທີ XV.

ມີງດຶກ

ເຫດການ
302 Found

Found

The document has moved here.