ໝາກສົ້ມໂອ ຫວຽດນາມ ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປ ສ.ເກົາຫຼີ

14:37 | 05/08/2024

ຍສໝ - ກົມປ້ອງກັນພືດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໃຫ້​ຮູ້​ວ່າ: ກົມ​ກັກ​ກັນ​ພະຍາດສັດ ​ແລະ ພືດ ສ.​ເກົາຫຼີ (APQA) ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ຢູ່​ເວັບ​ໄຊ​ຂອງ APQA ກ່ຽວ​ກັບ​ລະບຽບ​ການ​ນຳ​ເຂົ້າ​ໝາກ​ສົ້ມໂອ​ສົດ​ຈາກ ຫວຽດນາມ ​ໄປ ສ.​ເກົາຫຼີ.

ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ
ອົງການ COPION (ສ.ເກົາຫຼີ) ມອບເຮືອນໃຫ້ບັນດາຄອບຄົວທຸກຍາກຢູ່ ຮາຍເຢືອງ
ໝາກສົ້ມໂອ ຫວຽດນາມ ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປ ສ.ເກົາຫຼີ

ໝາກ​ສົ້ມໂອ​ແມ່ນ​ໝາກ​ໄມ້​ສົດ​ ປະເພດ​ທີ 3 ຂອງ ​ຫວຽດນາມ ​ທີ່ໄດ້​ນຳ​ເຂົ້າ​ປະ​ເທດ ສ.​ເກົາຫຼີ, ຖັດຈາກ​ໝາກມັງກອນ ​ແລະ ໝາກມ່ວງ

ສະ​ນັ້ນ, ໝາກ​ສົ້ມໂອ​ແມ່ນ​ໝາກ​ໄມ້​ສົດ​ ​ທີ 3 ຂອງ ​ຫວຽດ​ນາມ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ ສ.ເກົາຫຼີ, ພ້ອມ​ກັບ​ໝາກ​ມັງ​ກອນ ແລະ ໝາກ​ມ່ວງ.

ກົມປົກປ້ອງ​ພືດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຢືນຢັນວ່າ “ການ​ນຳ​ເຂົ້າ​ໝາກ​​ສົ້ມໂອ​ຂອງ ​ຫວຽດນາມ ​ເຂົ້າ ສ.​ເກົາຫຼີ ​ແມ່ນ​ບາດກ້າວ​ສຳຄັນ, ​ເປີດ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ​ໃຫ້​ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ຫວຽດນາມ ​ເຂົ້າ​ສູ່​ທ້ອງຕະຫຼາດ​ສາກົນ, ພ້ອມ​ທັງ​ຢືນຢັນ​ຄຸນ​ນະພາ​ບ ​ແລະ ອິດທິພົນຊື່ສຽງຂອງ​ບັນດາ​ຜະລິດ​ຕະພັນ​ກະ​ເສດ ​​ຫວຽດນາມ ​ຢູ່ທ້ອງ​ຕະຫຼາດ​ໂລກ”.

ຕາມ​ຂໍ້​ກຳນົດ​ການ​ກັກ​ກັນ, ບັນດາ​ເຂດ​ປູກ​ໝາກ​ສົ້ມໂອ​ສົດ​ທີ່​ສົ່ງ​ອອກ​ໄປ ​ສ.​ເກົາຫຼີ (ຫຼືເອີ້ນວ່າ ເຂດ​ປູກ​ສົ່ງ​ອອກ) ຕ້ອງ​ຂຶ້ນ​ທະບຽນ​ກັບ​ກົມ​ປົກປ້ອງ​ພືດໃນ​ແຕ່ລະ​ປີ. ກົມ​ຈະ​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາບັນດາ​ເຂດ​ປູກ​ສົ່ງ​ອອກ ​ເພື່ອ​ຮັບປະກັນ​ຊະນິດ​ສັດຕູ​ພືດ​ທີ່​ຝ່າຍ​ ສ.​ເກົາຫຼີ ​ມີຄວາມສົນໃຈຢູ່​ໃນ​ລະດັບ​ຄວາມ​ໜາ​ແໜ້ນ​ຕ່ຳ ​ໂດຍ​ຜ່ານ​ກິດຈະກຳ​ການຕິດຕາມ ​ແລະ ຄວບ​ຄຸມ​ສັດຕູ​ພືດ.

ການ​ກວດກາ​ການ​ສົ່ງ​ອອກ​ຈະ​ດຳ​ເນີນ​ໄປ​ໂດຍ​ເຈົ້າ​ໜ້າ​ທີ່​ກັກ​ກັນພະຍາດ​ພືດ​ຂອງ​ ສ.​ເກົາຫຼີ ​ແລະ ຫວຽດນາມ ​ໃນ​ອັດຕາ 2% ຂອງ​ໝາກ​ໄມ້​ທັງ​ໝົດ ຫຼື ໝາກ​ໄມ້​ 600 ໜ່ວຍຕໍ່​ການ​ຂົນ​ສົ່ງແຕ່ລະງວດ.

ບັນດາໜ່ວຍງານຄຸ້ມຄອງທີ່ກ່ຽວຂ້ອງ, ບັນດາອົງການຈັດຕັ້ງ, ບຸກຄົນ ແລະ ວິສາຫະກິດສົ່ງອອກ ສາມາດອ້າງອີງຂໍ້ມູນລະອຽດກ່ຽວກັບຂໍ້ກໍານົດການກັກກັນພືດສໍາລັບໝາກສົ້ມໂອສົດທີ່ນໍາເຂົ້າຈາກຫວຽດນາມ ເຂົ້າ ສ.ເກົາຫຼີ ໄດ້ທີ່ເວັບໄຊຂອງກົມກັກກັນພະຍາດສັດ ແລະ ພືດຂອງ ສ.ເກົາຫຼີ (ສະບັບພາສາ ເກົາຫຼີ), ທີ່ເວັບໄຊ https://www. qia.go.kr ຫຼື ການແປພາສາ ຫວຽດນາມ (ບໍ່ເປັນທາງການ) ທີ່ເວັບໄຊຂອງກົມປົກປ້ອງພືດ, ທີ່ເວັບໄຊ https://www.ppd.gov.vn.

ທ່ານ ຫງວຽນ​ແທ່ງ​ລຽມ ໄດ້ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວຫວຽດ​ນາມ ຢູ່ Chungcheongnam (ສ.​ເກົາຫຼີ)

ທ່ານ ຫງວຽນ​ແທ່ງ​ລຽມ ໄດ້ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວຫວຽດ​ນາມ ຢູ່ Chungcheongnam (ສ.​ເກົາຫຼີ)

ຍສໝ - ສະຫະສະມາຄົມຊາວ ຫວຽດນາມ ປະຈຳ ສ.​ເກົາຫຼີ ຫາ​ກໍ່ມອບໃຫ້ມະຕິຕົກລົງຮັບຮອງການ​ສ້າງ​ຕັ້ງ​ສະມາຄົມຊາວ ຫວຽດນາມ ຢູ່​ແຂວງ Chungcheongnam ອາຍຸການ 2024 – 2026.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ມິງດຶກ

ເຫດການ
302 Found

Found

The document has moved here.