ສະເໜີໃຫ້ ອາເມລິກາ ຮັບຮອງຂໍ້ກຳນົດພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ

13:44 | 07/08/2024

ຍສໝ - ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະເໜີໃຫ້ຮູ້ເຖິງປະຕິດິລິຍາຂອງ ​ຫວຽດນາມ​ ຕໍ່ກັບ​ກະຊວງ​ການ​ຄ້າ ​ອາ​ເມ​ລິ​ກາ ​ສືບ​ຕໍ່​ກຳນົດ​ ຫວຽດນາມ​ ເປັນ​ພື້ນຖານ​ເສດຖະກິດ​ບໍ່​ເປັນ​ຕະຫຼາດ.

ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ
ຫວຽດນາມ - ອາເມລິກາ: ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ

ວັນ​ທີ 3 ສິງຫາ ປີ 2024, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່ສະເໜີໃຫ້ຮູ້ເຖິງ​ປະຕິກິລິຍາຂອງ​ ຫວຽດນາມ ​ຕໍ່ກັບ​ກະຊວງ​ການ​ຄ້າ​ ອາ​ເມ​ລິ​ກາ​ ສືບ​ຕໍ່​ກຳນົດ ​ຫວຽດນາມ ​ເປັນພື້ນຖານ​ເສດຖະກິດ​ບໍ່ເປັນ​ຕະຫຼາດ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ທ່ານນາງ ຟ້າມທູຮັ່ງ​ ຊີ້ແຈ້ງວ່າ:

ພວກ​ຂ້າພະເຈົ້າ​ຮູ້ສຶກ​ຜິດ​ຫວັງ​ທີ່​ກະຊວງ​ການ​ຄ້າ​ ອາ​ເມ​ລິ​ກາ ​ສືບ​ຕໍ່​ກຳນົດ ​ຫວຽດນາມ​ ເປັນ​ພື້ນຖານ​ເສດຖະກິດ​ບໍ່​ເປັນ​ຕະຫຼາດ. ​ເຖິງ​ວ່າ​ໄດ້​ຮັບ​ຮູ້​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ຂອງ​ພື້ນຖານ​ເສດຖະກິດ​ ຫວຽດນາມ ​ໃນ​ໄລຍະ​ຜ່ານມາ​, ​ແຕ່​ຄວາມ​ຕັດສິນ​ໃຈ​ນີ້​ບໍ່​ໄດ້​ສ່ອງແສງ​ເຖິງ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ ຫວຽດນາມ ​ໃນ​ການ​ສ້າງ ​ແລະ ພັດທະນາພື້ນຖານ​ເສດຖະກິດ​ການ​ຕະຫຼາດຢ່າງຄົບຖ້ວນ ເຊິ່ງ​ປະຊາ​ຄົມ​ໂລກ​ໄດ້​ຮັບ​ຮູ້​.

ສະເໜີໃຫ້ ອາເມລິກາ ຮັບຮອງຂໍ້ກຳນົດພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານນາງ ຟ້າ​ມທູ​ຮັ່ງ.

​ໃນ​ໄລຍະ​ທີ່ຜ່ານມາ​, ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ເພື່ອ​ສະໜອງທິດສະດີ​ອ້າງອີງເຫດຜົນ​ທີ່​ໜ້າ​ເຊື່ອ​ຖື​ຫຼາຍ​ຢ່າງ ​ເພື່ອ​ຢັ້ງຢືນ​ວ່າ ​ເສດຖະກິດ​ ຫວຽດນາມ ບັນລຸ​ໄດ້ 6 ມາດຖານ​ເສດຖະກິດ​ການຕະຫຼາດ​ຢ່າງ​ຄົບ​ຖ້ວນ ຕາມ​ລະບຽບ​ກົດໝາຍ​ຂອງ​ ອາ​ເມ​ລິ​ກາ.

ສິ່ງເລົ່ານີ້ຍັງໄດ້ຮັບການສະຫນັບສະຫນູນຈາກຫຼາຍສະມາຄົມ, ວິສາຫະກິດ, ຜູ້ຊ່ຽວຊານ ອາ​ເມ​ລິ​ກາ ແລະ ສາກົນ. ​ໃນ​ຕົວ​ຈິງ, ມາ​ຮອດ​ປະຈຸ​ບັນ, ມີ 72 ປະ​ເທດ​ໄດ້​ຮັບ​ຮູ້ ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ. ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ລ້ວນແຕ່ຮັບ​ຮູ້​ຄວາມ​ຄືບ​ໜ້າ​ອັນ​ກະໂດດຂັ້ນ​ຂອງ​ເສດຖະກິດ ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ຫວຽດນາມ ກໍ່​ໄດ້​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ທີ່ມີຄຸນ​ນະພາ​ບສູງ​ຫຼາຍ​ສະບັບ.

ບົນ​ຈິດ​ໃຈ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ຫວຽດນາມ ສະເໜີໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ສົມທົບ​ກັນ​ຢ່າງ​ກ້ວາງ​ຂວາງ, ​ເຂັ້ມ​ແຂງ, ມີລັກສະນະສັງສັນ ​ແລະ ກ້າວໄປເຖິງການຮັບ​ຮູ້​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຂອງ ຫວຽດນາມ ​ໂດຍ​ໄວ. ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ ຫວຽດນາມ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື ​ອາ​ເມ​ລິ​ກາ ​ເພື່ອ​ຮັບປະກັນ​ໃຫ້​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ 2 ຝ່າຍ​ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ກົມກຽວ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນແທດ​ຈິງ​ໃຫ້ແກ່​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ສະເໜີໃຫ້ ອາເມລິກາ ຮັບຮອງກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ

ສະເໜີໃຫ້ ອາເມລິກາ ຮັບຮອງກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວ​ກວາງ ​ໄດ້ຕ້ອນ​ຮັບ​ທ່ານ Nitin Darbari, ຮອງ​ປະທານຂັ້ນສູງ​ກຸ່ມ​ບໍ​ລິ​ສັດ Procter & Gamble (P&G) ພາກພື້ນ ທີ່ພວມມີການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ

ຍສໝ - ສະຫາຍ ຫງວຽນວັນຟອງ ຫວັງວ່າ ເມືອງຮວ່ານກຽມ ແລະ ເມືອງຈັນທະບູລີ ຈະປຶກສາຫາລື ແລະ ກຳນົດເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ຕາມທິດເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ...

ມິງດຶກ

ເຫດການ
302 Found

Found

The document has moved here.