Number One ແລະ Mega Market ຮ່ວມແຮງຮ່ວມໃຈ ເພື່ອສ້າງຮອຍຍິ້ມທີ່ສົດໃສ ແລະ ສົມບູນໃຫ້ເດັກນ້ອຍ ຫວຽດນາມ

15:39 | 31/07/2024

ຍສໝ - ອະນາຄົດຂອງເດັກນ້ອຍທີ່ໂຊກຮ້າຍປາກແວ່ງ, ເພດານໂວ່ ຈະມີຄວາມສົມບູນຫຼາຍຂຶ້ນ ເມື່ອໄດ້ຮັບການຊ່ວຍເຫຼືອໃນການຜ່າຕັດ. ຫວ່າງ​ມໍ່ໆ​ມາ​ນີ້, ບໍລິສັດ Mega Market ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື, ​ໃນ​ນັ້ນ ​ມີ​ບໍລິສັດການຄ້າ-ການຜະລິດ Number One ຈຳກັດ ​ໄດ້​ໜູນ​ຊ່ວຍ​ຄ່າ​ຜ່າຕັດ​ໃຫ້​ແກ່​ເດັກນ້ອຍ ຫວຽດນາມ ​ໂດຍ​ຜ່ານອົງການຜ່າຕັດໄສຍະກໍາຮອຍຍິ້ມ (Operation Smile Vietnam).

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela
Number 1 Soya ຢືນຢັນຕໍາແຫນ່ງຂອງຕົນ ດ້ວຍເຄື່ອງຫມາຍໃນເຕັກໂນໂລຢີການຜະລິດ

ຕາມ​ສະຖິຕິ​ຂອງ​ອົງການຜ່າຕັດໄສຍະກໍາຮອຍຍິ້ມ (Operation Smile Vietnam), ປະ​ຈຸ​ບັນ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ອັດຕາ​ເດັກ​ມີ​ປາກ​ແວ່ງ ​ແລະ ເພດານໂວ່ສູງສຸດຢູ່​ໃນ​ໂລກ. ໃນແຕ່ລະປີ, ຄາດຄະເນວ່າມີເດັກເກີດໃໝ່ 3.000 ຄົນໃນທົ່ວປະເທດທີ່ມີອາການຜິດປົກກະຕິນີ້ ແລະ ປະຈຸບັນມີເດັກນ້ອຍປະມານ 10.000 ຄົນຍັງບໍ່ທັນໄດ້ຮັບການຜ່າຕັດ. ເຖິງແມ່ນວ່າບໍ່ເປັນອັນຕະລາຍຕໍ່ຊີວິດ, ແຕ່ການຜິດປົກກະຕິນີ້ມີຜົນກະທົບຢ່າງຫຼວງຫຼາຍຕໍ່ການດຳລົງຊີວິດ, ສຸຂະພາບ ແລະ ຊີວິດທາງຈິດໃຈຂອງນ້ອງໆ. ການ​ຜ່າຕັດ​ແກ້​ໄຂ​ປາກແວ່ງ, ເພດານໂວ່ ຈະ​ຊ່ວຍ​ໃຫ້​ເດັກ​ມີ​ຮອຍ​ຍິ້ມ​ທີ່​ສົດ​ໃສ ​ແລະ ມີ​ອະນາຄົດ​ທີ່​ໃສແຈ້ງກວ່າອີກ.

Number One ແລະ Mega Market ຮ່ວມແຮງຮ່ວມໃຈ ເພື່ອສ້າງຮອຍຍິ້ມທີ່ສົດໃສ ແລະ ສົມບູນໃຫ້ເດັກນ້ອຍ ຫວຽດນາມ

ບໍລິສັດ MM Mega Market ຫວຽດນາມ ແລະ ບັນດາຄູ່ຮ່ວມມືໄດ້ມອບເງິນ 140 ລ້ານດົ່ງໃຫ້ແກ່ອົງການຜ່າຕັດໄສຍະກໍາຮອຍຍິ້ມ (Operation Smile Vietnam).

ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1989, ​ອົງການ Operation Smile ​ໄດ້​ສະໜອງ​ການ​ບໍລິການ​ກວດ ​ແລະ ປິ່ນປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ເດັກ​ນ້ອຍ ​ຫວຽດນາມ 66.000 ກວ່າ​ຄົນ​ທີ່ປາກແວ່ງ, ເພດານໂວ່ ​ແລະ ​ໃບ​ໜ້າ​ພິການ​ອື່ນໆ, ​ໄດ້​ຊ່ວຍ​ໃຫ້​ນ້ອງໆມີ​ຊີວິດໃໝ່​ທີ່​ສົມບູນ​ກວ່າ. ອົງການ​ກໍ່​ແມ່ນ​ສະຖານ​ທີ່​ເຊື່ອມ​ຕໍ່ຫົວ​ໃຈ​ທີ່​ມີ​ນ້ຳ​ໃຈ​ເມດ​ຕາ​ຂອງ​ບັນດາ​ອາສາ​ສະໝັກ, ຜູ້​ອຸປະຖຳ​, ວິສາຫະກິດ​ນັບລ້ານຄົນ​ໃນ​ທົ່ວ​ຫວຽດນາມ ​ແລະ ​ໃນ​ໂລກ, ປະກອບສ່ວນ​ນຳ​ເອົາ​ອະນາຄົດ​ທີ່​ດີງາມ​ກວ່າ​ໃຫ້ແກ່ເດັກນ້ອຍ ເວົ້າສະເພາະ ​ແລະ ໃນ​ຊຸມ​ຊົນ ​ເວົ້າ​ລວມ.

​ໂດຍ​ເຫັນ​ໃຈ ​ແລະ ນັບຖືຢ່າງສູງ​ຈຸດປະສົງ​ອັນ​ດີງາມ​ຂອງ​ອົງການ Operation Smile ຫວຽດນາມ, ຫວ່າງ​ມໍ່ໆ​ມາ​ນີ້, ບໍລິສັດ MM Mega Market ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄດ້​ດຳເນີນການອຸປະຖຳໃຫ້ແກ່ອົງການ​ດັ່ງກ່າວດ້ວຍ​ຈຳນວນ​ເງິນ 140 ລ້ານ​ດົ່ງ ​ເພື່ອແນໃສ່​ນຳ​ມາ​ເຊິ່ງຮອຍ​ຍິ້ມ​ທີ່​ສົດ​ໃສ​ກວ່າ​ໃຫ້​ບັນດາ​ເດັກນ້ອຍ​ທີ່​ດ້ອຍ​ໂອກາດ.

ໜຶ່ງໃນບັນດາຄູ່​ຮ່ວມ​ມື​ທີ່​ເຂົ້າ​ຮ່ວມ​ໂຄງ​ການ​ຊຸມ​ຊົນ​ນີ້ພ້ອມ​ກັບ MM Mega Market Vietnam ແມ່ນ​ບໍ​ລິ​ສັດການຄ້າ​ - ການຜະລິດ Number One ຈຳ​ກັດ. ໂດຍເລີ່ມຮ່ວມມືກັບ MM Mega Market Vietnam ແມ່ນບໍລິສັດການຄ້າ​ - ການຜະລິດ Number One ຈໍາກັດ ແຕ່ເດືອນ ມີນາ ປີ 2024, ນອກຈາກເປົ້າໝາຍທີ່ຈະນໍາເອົາຜະລິດຕະພັນເຄື່ອງດື່ມທີ່ມີຜົນປະໂຫຍດຕໍ່ສຸຂະພາບເຂົ້າມາໃກ້ກັບຜູ້ບໍລິໂພກແລ້ວ, ຫນ່ວຍງານນີ້ຍັງປາດຖະໜາຢາກຈະໄປພ້ອມກັບ Mega Market ໃນຫຼາຍໂຄງການເບິ່ງແຍງຊຸມຊົນ ແລະ ປະຕິບັດຄວາມຮັບຜິດຊອບກັບສັງຄົມ. ນີ້​ກໍ່ແມ່ນ​ຄຸນນ​ຄ່າ​ສຳຄັນຕົ້ນຕໍ​ທີ່​ສ້າງ​ຈຸດລວມ​ລະ​ຫວ່າງ​ສອງ​ຫົວ​ໜ່ວຍ​​ຮ່ວມ​ມື.

Number One ແລະ Mega Market ຮ່ວມແຮງຮ່ວມໃຈ ເພື່ອສ້າງຮອຍຍິ້ມທີ່ສົດໃສ ແລະ ສົມບູນໃຫ້ເດັກນ້ອຍ ຫວຽດນາມ

ຜູ້ອຳນວຍການຝ່າຍພັດທະນາຊ່ອງທາງການຄ້າທັນສະໄໝຂອງບໍລິສັດການຄ້າ ​- ການຜະລິດ Number One ຈຳກັດ ພ້ອມດ້ວຍຜູ້ຕາງໜ້າບໍລິສັດ Operation Smile ຫວຽດນາມ.

ໂດຍໄດ້ຮູ້ວ່າ ບໍລິສັດການຄ້າ ​- ການຜະລິດ Number One ຈຳກັດ ແມ່ນວິສາຫະກິດພ້ອມກັບ Mega Market ຫວຽດນາມ ທີ່ນຳເອົາບັນດາຜະລິດຕະພັນເຄື່ອງດື່ມທີ່ຄຸ້ນເຄີຍເຊັ່ນ: ຊາຂຽວສູນອົງສາ, ເຄື່ອງດື່ມເພິ່ມພະລັງງານ Number 1, ຊາແກ້ຮ້ອນ Dr Thanh ມາສູ່ຜູ້ບໍລິໂພກໃນທົ່ວປະເທດ ແລະ ມີການປະກອບສ່ວນທີ່ໂດດເດັ່ນໃນກິດຈະກໍາຊຸມຊົນຫຼາຍຢ່າງ. ໂດຍສະເພາະແມ່ນບັນດາການເຄື່ອນໄຫວເພື່ອແນໃສ່ເບິ່ງແຍງເດັກນ້ອຍຄື: ເບິ່ງແຍງເດັກກ່ຳພ້າຍ້ອນພະຍາດໂຄວິດ-19 ໃນໂຄງການ “ພ້ອມກັບລູກກ້າວໄປຕໍ່ໃນຊີວິດ”, ເບິ່ງແຍງ ແລະ ໃຫ້ກຳລັງໃຈເດັກນ້ອຍຢູ່ສູນເບິ່ງແຍງ ຫຼື ມອບທຶນເພື່ອຜ່ານຜ່າຄວາມຫຍຸ້ງຍາກໃຫ້ແກ່ເດັກນ້ອຍທີ່ດ້ອຍໂອກາດຢູ່ບັນດາແຂວງ.

ທ່ານ ນາງ ເລທິມິນຮຶງ, ຜູ້ອຳນວຍການຝ່າຍພັດທະນາຊ່ອງທາງການຄ້າທັນສະໄໝຂອງບໍລິສັດການຄ້າ ​- ການຜະລິດ Number One ຈຳກັດ ໃຫ້ຮູ້ວ່າ: “Operation Smile ຈະເປັນບາດກ້າວທຳອິດຂອງບໍລິສັດໃນການເດີນທາງຂອງການຮ່ວມມື ແລະ ພັດທະນາຢ່າງແໜ້ນແຟ້ນກັບ MM Mega Market ຫວຽດນາມ ບໍ່ພຽງແຕ່ໃນດ້ານທຸລະກິດເທົ່ານັ້ນ ຫາກຍັງແມ່ນຢູ່ໃນບັນດາກິດຈະກໍາການດູແລຊຸມຊົນ ແລະ ການຮັບໃຊ້ສັງຄົມ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ສືບ​ຕໍ່​ສ້າງ​ສິ່ງ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ເດັກນ້ອຍ ເວົ້າສະເພາະ ​ແລະ ຊຸມຊົນ​ ​ຫວຽດນາມ​ ເວົ້າ​ລວມ”.

Number One ແລະ Mega Market ຮ່ວມແຮງຮ່ວມໃຈ ເພື່ອສ້າງຮອຍຍິ້ມທີ່ສົດໃສ ແລະ ສົມບູນໃຫ້ເດັກນ້ອຍ ຫວຽດນາມ

ອົງການຜ່າຕັດໄສຍະກໍາຮອຍຍິ້ມ (Operation Smile Vietnam) ສະແດງຄວາມຂອບໃຈຕໍ່ MM Mega Market ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື.

ຜູ້ຕາງໜ້າຂອງ MM Mega Market ຫວຽດນາມ, ທ່ານ ນາງ ເຈີ່ນກິມງ່າ - ຜູ້ອຳນວຍການຝ່າຍພັດທະນາວິສາຫະກິດ ກໍ່ໄດ້ມີບັນດາການແບ່ງປັນພິເສດກ່ຽວກັບບໍລິສັດການຄ້າ - ການຜະລິດ Number One ຈຳກັດ: “ພວກຂ້າພະເຈົ້ານັບຖືຢ່າງສູງຕໍ່ຄວາມຮັກແພງຂອງຜູ້ນຳບໍລິສັດໃຫ້ແກ່ຊຸມຊົນ. ໃນອະນາຄົດ, ຕະຫຼາດ Mega ຫວັງວ່າຈະສາມາດຮ່ວມເດີນທາງກັບ Number One ໃນຫຼາຍໂຄງການກວ່າອີກ, ອາດຈະເປັນໂຄງການການສຶກສາຊຸມຊົນ, ສະແດງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ".

ວັນ​ທີ 19 ກໍລະກົດ​, ຜູ້ຕາງໜ້າ​ອົງການອົງການຜ່າຕັດຮອຍຍິ້ມ (Operation Smile Vietnam) ກໍ່​ໄດ້​ຮັບ​ເງິນ​ອຸປະຖຳ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ຂອງ MM Mega Market ຫວຽດນາມ. ຜູ້ຕາງໜ້າອົງການດັ່ງກ່າວກໍ່ໄດ້ສົ່ງຄຳສະແດງຄວາມຮູ້ບຸນຄຸນມາຍັງທຸກໜ່ວຍງານທີ່ໄດ້ປະກອບສ່ວນສ້າງຮອຍຍິ້ມ ແລະ ອະນາຄົດທີ່ສົມບູນໃຫ້ແກ່ເດັກນ້ອຍທີ່ດ້ອຍໂອກາດ. ຍອດ​ຈຳນວນ​ເງິນ​ອຸປະຖຳ​ດັ່ງກ່າວ​ຈະ​ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ຄ່າ​ຜ່າຕັດ​ໃຫ້​ແກ່​ເດັກນ້ອຍ​ ຫວຽດນາມ 14 ຄົນ​ທີ່​​ປາກແວ່ງ, ເພດານໂວ່ ​ແລະ ​ໃບ​ໜ້າ​ພິການ​ອື່ນໆ.

ພາຍຫຼັງເປີດ​ຂາຍເປັນ​ເວ​ລາ 6 ເດືອນ, ຄວາມ​ດູດ​ດື່ມ​ຂອງ​  ນ້ຳນົມຖົ່ວເຫຼືອງ Number 1 Soya Canxi ຮູບ​ແບບ​​ໃໝ່​ໃນ​ປັດ​ຈຸ​ບັນເປັນ​ຄື​ແນວ​ໃດ?

ພາຍຫຼັງເປີດ​ຂາຍເປັນ​ເວ​ລາ 6 ເດືອນ, ຄວາມ​ດູດ​ດື່ມ​ຂອງ​ ນ້ຳນົມຖົ່ວເຫຼືອງ Number 1 Soya Canxi ຮູບ​ແບບ​​ໃໝ່​ໃນ​ປັດ​ຈຸ​ບັນເປັນ​ຄື​ແນວ​ໃດ?

ຍສ​ໝ - ໂດຍ​ໄດ້​ເປີດ​ຕົວ​ຢູ່​ຕະຫຼາດ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2021, ນ້ຳ​ນົມ​ຖົ່ວ​ເຫຼືອງ Number 1 Soya Canxi ນຳ​ກະແສ​ລົມ​ທີ່​ໃໝ່​ມາ​ໃຫ້​ຕະຫຼາດ​ເຄື່ອງ​ດື່ມທີ່​ດີ​ຕໍ່​ສຸ​ຂະ​ພາບ, ສ້າງ​ກຳ​ລັງ​ແຮງ​ດຶງ​ດູດ​ໃຈ ແລະ ແຜ່​ຂ​ະ​ຫຍາຍ​ໃນ​ວົງ​ກ້​ວາງ​ຂອງ​​ຜູ້​ຊົມ​ໃຊ້​ໜຸ່ມ. ພາຍຫຼັງ​ເຄິ່ງ​ປີ, ຜະ​ລິດ​ຕະ​ພັນ​ນີ້​ຍັງ​ຮັກ​ສາ​ໄດ້​ຄວາມ​ນິ​ຍົມ​ຊົມ​ຊອບ, ຍິ່ງ​ໄປ​ກ່​ວາ​ນັ້ນ​ກໍ່ຍັງໄດ້​ສ້າງ​ທ່າ​ອ່ຽງ​ໃໝ່.

Number 1 Soya ຢັ້ງຢືນທີ່ຕັ້ງອັນດັບໜຶ່ງ ດ້ວຍຂີດໝາຍໃນເຕັກໂນໂລຢີ ການຜະລິດ

Number 1 Soya ຢັ້ງຢືນທີ່ຕັ້ງອັນດັບໜຶ່ງ ດ້ວຍຂີດໝາຍໃນເຕັກໂນໂລຢີ ການຜະລິດ

ຍສໝ - ທ່າອ່ຽງນໍາໃຊ້ເຄື່ອງດື່ມສະອາດແມ່ນທ່າອ່ຽງບໍລິໂພກໃນປັດຈຸບັນ, ຍ້ອນວ່າ ໃນປັດຈຸບັນ, ຜູ້ບໍລິໂພກ ພວມນັບມື້ນັບເອົາໃຈໃສ່ເຖິງສຸຂະພາບ. ສະນັ້ນ, ຜະລິດຕະພັນສະອາດ, ມີຜົນປະໂຫຍດຕໍ່ສຸຂະພາບ ແມ່ນທາງເລືອກທີ່ດີໃຫ້ຜູ້ບໍລິໂພກ. Number 1 Soya Canx ເປີດຕົວ ໃນທ້າຍປີ 2021 ໄດ້ກາຍເປັນໜຶ່ງໃນບັນດາການຄັັດເລືອກ ບຸລິມະສຸດຂອງຜູ້ບໍລິໂພກ ຢ່າງວ່ອງໄວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.