ຫວຽດນາມ ຢືນຢັນຄຳໝັ້ນໝາຍຈະຮ່ວມເດີນທາງກັບຂະບວນການສັນຕິພາບຂອງໂລກ

22:32 | 20/08/2024

ຍສໝ - “ດ້ວຍ​ແນວທາງ​ການ​ພົວພັນຕ່າງ​ປະ​ເທດ​ທີ່ເອ​ກະ​ລາດ, ເປັນເຈົ້າຕົນເອງ, ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ, ຫັນການ​ພົວ​ພັນ​ຕ່າງ​ປະເທດເປັນ​ຫຼາກ​ຫຼາຍ, ນະ​ໂຍ​ບາຍ​ສະ​ເໝີ​ສະເໝີປາຍໃນ​ການ​ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ແຜ່​ລາມ​ອອກ ໄປ​ສູ່​ຂະ​ບວນ​ການ​ປົດ​ອາ​ວຸດ​ນິວ​ເຄຼຍຮອບດ້ານ, ລັດ ແລະ ປະ​ຊາ​ຊົນ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ໝາຍຈະ​ສືບ​ຕໍ່​ຮ່ວມເດີນທາງ​ພ້ອມກັບ​ຂະບວນ​ການ​​ສັນຕິພາບ ​ແລະ ປະຊາຊົນ​ຍີ່ປຸ່ນ ​ແລະ ຊາວ​ໂລກ​ທີ່​ຮັກ​ຫອມ​ສັນຕິພາບ, ສະໜັບສະໜູນ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມ​ລົບ​ລ້າງ​ກຳລັງ​ອາວຸດ​ນິວ​ເຄຼຍ”.

ເສີມຂະຫຍາຍຖານະທີ່ຕັ້ງ25 ປີຂອງຮ່າໂນ້ຍ - “ນະຄອນເພື່ອສັນຕິພາບ” ໃນເວທີປາໄສສະຫະປະຊາຊາດ
ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ

ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ​ໄດ້​ຍົກອອກ​ໃນ​ສານ​ຄວາມ​ສາ​ມັກ​ຄີ​ທີ່​ສົ່ງ​ເຖິງ​ກອງ​ປະ​ຊຸມ​ປີ 2024 ກ່ຽວ​ກັບ​ການ​ຕ້ານ​ລະ​ເບີດ​ປະ​ລະ​ມາ​ນູ ແລະ ອາຍໄຮໂດຣເຈນ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ Hiroshima ແລະ Nagasaki ຂອງ​ ຍີ່​ປຸ່ນ ແຕ່​ວັນ​ທີ 3-9 ສິງຫາ ປີ 2024 ດ້ວຍ​ຫົວ​ຂໍ້​ “ພ້ອມ​ກັນ​ກັບ​ຜູ້​ເຄາະ​ຮ້າຍ Hibakusha, ຈົ່ງພ້ອມກັນບັນລຸໄດ້ໂລກທີ່ຍຸດຕິທຳ, ສັນຕິພາບ ແລະ ປອດອາວຸດນິວເຄຼຍ - ເພື່ອອະນາຄົດຂອງມວນມະນຸດ ແລະ ໂລກຂອງພວກເຮົາ".

ຫວຽດນາມ ຢືນຢັນຄຳໝັ້ນໝາຍຈະຮ່ວມເດີນທາງກັບຂະບວນການສັນຕິພາບຂອງໂລກ

ກອງ​ປະ​ຊຸມ​ຕ້ານ​ລະ​ເບີດ​ປະ​ລະ​ມາ​ນູ​ ແລະ ​ອາຍ​ໄຮໂດ​ເຈນ ​ປີ 2024 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ Hiroshima ແລະ Nagasaki ຂອງ​ ຍີ່​ປຸ່ນ​.

ທ່ານປະທານປະເທດ ໂຕເລີມ ກໍ່ໃຫ້ຮູ້ວ່າ: “ຂ້າພະເຈົ້າຫວັງວ່າ ກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ອາຍໄຮໂດຣເຈນ ປີນີ້ ຈະສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ບັນດາປະເທດ, ພິເສດແມ່ນບັນດາປະເທດທີ່ເປັນກຳມະສິດອາວຸດນິວເຄຼຍໃຫ້ສັດຕະຍາບັນ ສົນທິສັນຍາຫ້າມອາວຸດນິວເຄຼຍ (TPNW); ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ທີ່​ມີ​ອາວຸດ​ນິວ​ເຄຼຍ ​​ສະ​ແດງ​​ຄວາມ​ຮັບຜິດຊອບ​ຢ່າງເຂັ້ມແຂງຕໍ່​ສາກົນ​ໃນ​ການ​ປົກ​ປັກ​ຮັກສາພື້ນຖານ​ສັນຕິພາບໂລກ ​ແລະ ຄວາມ​ໝັ້ນຄົງ​, ປອດໄພດ້ານ​ສິ່ງ​ແວດ​ລ້ອມໃຫ້ແກ່ອະນາຄົດຂອງມວນມະນຸດ; ຢືນຢັນ​ຄວາມ​ສາມັກຄີ​ຮ່ວມກັນ​ມານະ​ພະຍາຍາມ​ກໍ່ສ້າງ​ໂລກແຫ່ງ​ສັນຕິພາບ ​ແລະ ບໍ່​ມີ​ອາວຸດ​ນິວ​ເຄຼຍ ​ແລະ ອາວຸດ​ທຳລາຍ​ລ້າງ​ທາດ​ບົນພື້ນຖານ​ຄວາມ​ເຂົ້າ​ໃຈ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ປະຕິບັດ​ຕາມ​ຫຼັກການ​ຂອງ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ”.

ກອງ​ປະ​ຊຸມ​ໂລກ​ປີ 2024 ກ່ຽວກັບການຕ້ານ​ລະ​ເບີດ​ປະ​ລະ​ມາ​ນູ​ ແລະ ​ອາຍ​ໄຮໂດ​ເຈນ ​ໄດ້​ຖືກ​ຈັດ​ຂຶ້ນ ​ເພື່ອ​ເຕົ້າ​ໂຮມ​ບັນດາຂະ​ບວນ​ການ​ສັນ​ຕິ​ພາບ​ຂອງ ​ຍີ່​ປຸ່ນ ​ແລະ​ ໂລກ​ໃນ​ການ​ຕໍ່​ສູ້​ເພື່ອ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ. ຜູ້ຕາງໜ້າ​ຄະນະ​ກຳມະການ​ສັນຕິພາບ​ ຫວຽດນາມ ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ວາລະ​ເປີດ​ກອງ​ປະຊຸມ, ສະ​ແດງ​ຄວາມ​ສາມັກຄີ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ປະລະມານູ ​ແລະ ສະໜັບສະໜູນ​ການ​ຕໍ່ສູ້​ເພື່ອ​ຄວາມ​ຍຸດຕິ​ທຳ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ນິວ​ເຄຼຍ ​ແລະ ທາດພິດ​ສີ​ສົ້ມ, ພ້ອມ​ກັນ​ນັ້ນ ​ກໍ​ແບ່ງປັນຂໍ້ມູນກ່ຽວກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​, ໝາກຜົນ ແລະ ​ຄຳ​ໝັ້ນ​ໝາຍ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ ຫວຽດນາມ ​​ກ່ຽວ​ກັບ​ການ​ຄັດຄ້ານ​ການ​ນຳ​ໃຊ້​ກຳລັງຮຸນແຮງ​ໃນ​ທຸກ​ຮູບ​ການ, ພິ​ເສດ​ແມ່ນ​ການ​ນຳ​ໃຊ້​ອາວຸດ​ນິວ​ເຄຼຍ, ຊຸກຍູ້​ການ​ແກ້​ໄຂບັນດາ​ການ​ປະ​ທະ​ກັນ​ໂດຍ​ສັນຕິ​ວິທີ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ຫວຽດນາມ ຢືນຢັນຄຳໝັ້ນໝາຍຈະຮ່ວມເດີນທາງກັບຂະບວນການສັນຕິພາບຂອງໂລກ

ບັນດາ​ອົງການ​ຈັດຕັ້ງຂະບວນການ​ສັນຕິພາບ ​ຍີ່ປຸ່ນ​ ໄດ້ເລີ່ມ​ດຳ​ເນີນບັ້ນການຂົນຂວາຍ ​ເພື່ອ​ລົບລ້າງ​ອາວຸດ​ນິວ​ເຄຼຍ ດ້ວຍ​ກິດຈະກຳ​ທີ່​ຫຼາກ​ຫຼາຍ.

ທີ່​ເວທີ​ປາ​ໄສ​ສົນທະນາ​ດ້ວຍ​ຫົວ​ຂໍ້ “​ເພື່ອ​ສັນຕິພາບ ​ແລະ ປອດອາວຸດ​ນິວ​ເຄຼຍ ອາຊີ - ການ​ໂອ້​ລົມ​ສົນທະນາ​ກັບບັນດາ​ລັດຖະບານ ​ແລະ ບັນດາ​ອົງການ​ຈັດຕັ້ງຂະບວນການ​ຂອງ ຍີ່ປຸ່ນ ​ແລະ ອາຊີ​ຕາ​ເວັນ​ອອກ” ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 4 ສິງຫາ, ​ຜູ້​ແທນ​ຄະນະ​ກຳມະການ​ສັນຕິພາບ ​ຫວຽດນາມ ກໍ່​ໄດ້​ປະກອບຄຳເຫັນ, ​ແບ່ງປັນ​ຂໍ້​ມູນ​ເພີ່ມ​ເຕີມກ່ຽວ​ກັບ​ນະ​ໂຍບາຍ​ການພົວພັນ​ຕ່າງປະ​ເທດ​ຂອງ ​ຫວຽດນາມ ​ແລະ ​ແລກປ່ຽນ​ບັນດາ​ມາດ​ຕະການເພື່ອ​ເສີມຂະຫຍາຍ​ບົດບາດ​ຂອງບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ, ບັນດາຂະບວນການ​ສັນຕິພາບ​ໃນການ​ປະກອບສ່ວນ​ເຂົ້າ​ໃນ​​ຄວາມ​ມານະ​ພະຍາຍາມ​ຮ່ວມ ​ເພື່ອ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ.

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ, ສະ​ແດງ​ຄວາມ​ເປັນກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ​ໃນ​ຫຼາຍ​ຈຸດ​ຮ້ອນ, ອາດ​ຈະ​ພາ​ໃຫ້​ເກີດ​ວິ​ກິດ​ການ​ນິວ​ເຄຼຍຄັ້ງ​ໃໝ່, ພ້ອມກັນນັ້ນ ກໍຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ແກ້​ໄຂ​ການ​ປະ​ທະ​ກັນ​ດ້ວຍ​ສັນຕິ​ວິທີ, ຜ່ານ​ການ​ໂອ້ລົມສົນທະນາ.

ບັນດາອົງການຂອງ ຍີ່ປຸ່ນ ໄດ້ເລີ່ມດຳເນີນບັ້ນການຂົນຂວາຍ ເພື່ອລົບລ້າງອາວຸດນິວ​ເຄຼຍ ດ້ວຍຫຼາຍກິດຈະກໍາໄທີ່ດ້ຈັດຂຶ້ນໃນທົ່ວປະເທດ ຍີ່ປຸ່ນ, ລວມທັງບັ້ນການເກັບກໍາລາຍເຊັນ ແລະ ງານວາງສະແດງຮູບພາບເພື່ອຊຸກຍູ້ລັດຖະບານ ຍີ່ປຸ່ນ ເຂົ້າຮ່ວມສົນທິສັນຍາຫ້າມອາວຸດນິວ​ເຄຼຍ (TPNW), ກິດຈະກໍາສື່ສານມວນຊົນເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບຄວາມ​ເສຍ​ຫາຍ​ຂອງ​ລະ​ເບີດ​ປະ​ລະ​ມາ​ນູ ແລະ​ ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ບັນ​ລຸໄດ້​ ໂລກທີ່​ປອດ​ອາວຸດນິວ​ເຄຼຍ.

ກອງ​ປະ​ຊຸມ​ຕ້ານ​ລະ​ເບີດ​ປະ​ລະ​ມາ​ນູ ​ແລະ ​ອາຍໄຮໂດ​ເຈນ​ ປີ 2024 ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 79 ຜູ້​ແທນ​ສາ​ກົນ​ທີ່​ມາ​ຈາກ 18 ປະ​ເທດ ແລະ ເຂດ​ແຄ້ວນ ແລະ ຜູ້​ແທນ​ເກືອບ 3.000 ຄົນ​ຈາກບັນດາ​ຂະ​ບວນ​ການ​ສັນ​ຕິ​ພາບ ແລະ ປະ​ຊາ​ຊົນ​ ຍີ່​ປຸ່ນ ທີ່​ຮັກ​ຫອມ​ສັນ​ຕິ​ພາບ.

ສະຫະ​ປະຊາ​ຊາດ ໄດ້​ມອບຫຼຽນກາ​ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ ຫວຽດນາມ ​ຢູ່ຄະນະປະຕິບັດງານ UNISFA

ສະຫະ​ປະຊາ​ຊາດ ໄດ້​ມອບຫຼຽນກາ​ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ ຫວຽດນາມ ​ຢູ່ຄະນະປະຕິບັດງານ UNISFA

ຍສໝ - ກອງທະຫານຊ່າງເລກ 2 ແລະ ໜ່ວຍປະຕິບັດງານຢູ່ຄະນະປະຕິບັດງານ UNISFA ໄດ້ຮັບຫຼຽນກາຮັກສາສັນຕິພາບສະຫະປະຊາຊາດ ສໍາລັບການປະກອບສ່ວນທີ່ພົ້ນເດັ່ນ.

ກວາງ​ຈິ-​ສາລະ​ວັນ: ຮັກສາ​ເຂດ​ຊາຍ​ແດນ​ສັນຕິພາບຕາມຮູບ​ແບບແຮກສ່ຽວ

ກວາງ​ຈິ-​ສາລະ​ວັນ: ຮັກສາ​ເຂດ​ຊາຍ​ແດນ​ສັນຕິພາບຕາມຮູບ​ແບບແຮກສ່ຽວ

ຍສໝ - ​ວັນ​ທີ 28 ພຶດສະພາ, ຢູ່​ຕາ​ແສງ ບາເຕີ່ງ (ເມືອງ ເຮື່ອງຮວ໋າ, ແຂວງ ກວາງ​ຈິ) ໄດ້​ດຳ​ເນີນກອງ​ປະ​ຊຸມ​ສະຫຼຸບເບື້ອງຕົ້ນ15 ປີ​ແຫ່ງ​ການແຮກສ່ຽວ ກຸ່ມ​ປະ​ຊາ​ຊົນສອງ​​ເບື້ອງຊາຍ​ແດນ​ລະ​ຫວ່າງບ້ານ​ລົວ, ຈຸ່ມ (ຕາ​ແສງ ບາເຕີ່ງ, (ເມືອງ ເຮື່ອງຮວ໋າ, ແຂວງ ກວາງ​ຈິ) ກັບບັນດາບ້ານ ອັນລະ, ອາຢົງ, ເຊ ...

ມິງດຶກ

ເຫດການ
302 Found

Found

The document has moved here.