ຫວຽດນາມ ຍັງຄົງແມ່ນປະເທດທີ່ມີຄວາມນິຍົມຊົມຊອບສໍາລັບກະແສທຶນລົງທຶນໂດຍກົງຈາກຕ່າງປະເທດ

23:04 | 20/08/2024

ຍສໝ - ພາກສ່ວນຄົ້ນຄວ້າທົ່ວໂລກ HSBC ຫາກໍ່​ໄດ້​​ເຜີຍ​ແຜ່ບົດ​ລາຍ​ງານ, ໃນນັ້ນໄດ້ຢືນຢັນ​ວ່າ ຫວຽດນາມ ຍັງ​ຄົງ​ແມ່ນ​ຈຸດໝາຍ​ທີ່​ນິຍົມຊົມຊອບສໍາລັບກະແສການລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI).

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ
[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ [ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ນັກ​ຊ່ຽວຊານ HSBC ແລ້ວ, ຫວຽດນາມ ມີ​​ພື້ນຖານ​ຕ່າງໆທີ່ສໍາຄັນ​ສະດວກເບື້ອງຕົ້ນ​ເພື່ອ​ຮັກສາຖານະບົດບາດຂອງຈຸດໝາຍ​ປາຍທາງ FDI ທີ່​ດີທີ່ສຸດ, ລື່ນກາຍບັນດາປະເທດ​ອາ​ຊຽນອື່ນໆຢ່າງເຫັນໄດ້ຊັດເຈນ.

ກ່ອນ​ໜ້າ​ນັ້ນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ໄດ້​ປະກາດວ່າ ວົງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ທີ່​ຈົດ​ທະບຽນ​ຢູ່ ຫວຽດນາມໃນ 7 ​ເດືອນ​ຕົ້ນ​ປີ 2024 ບັນລຸ​ກວ່າ 18 ຕື້ USD, ​ເພີ່ມ​ຂຶ້ນ 10,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ໃນນັ້ນ, ທຶນຈົດທະບຽນໃໝ່ແມ່ນ 10,764 ຕື້ USD, ທຶນຈົດທະບຽນເພີ່ມຂຶ້ນ 4,968 ຕື້ USD ແລະ ມູນຄ່າການປະກອບທຶນ, ຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດແມ່ນ 2,269 ຕື້ USD.

Ảnh minh họa. ຮູບປະກອບ.

ພາບປະກອບ.

ໃນ 62 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນທີ່ໄດ້ຮັບໃບອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 7 ເດືອນຕົ້ນປີ 2024, ສິງກະໂປ ແມ່ນນັກລົງທຶນໃຫຍ່ທີ່ສຸດດ້ວຍມູນຄ່າ 4,55 ຕື້ USD, ກວມເອົາ 42,3% ຂອງຈຳນວນທຶນທີ່ຈົດທະບຽນໃໝ່ທັງໝົດ; ຮອງ​ລົງ​ມາ​ແມ່ນ​ເຂດປົກຄອງ​ພິ​ເສດ ​ຮົ່ງ​ກົງ (ຈີນ) 1,31 ຕື້ USD, ກວມເອົາ 12,1%; ຈີນ 1,22 ຕື້ USD, ກວມເອົາ 11,3%...

ເງິນທຶນ FDI ທີ່ປະຕິບັດໄດ້ໃນ 7 ເດືອນຕົ້ນປີ ກໍ່ໄດ້ຮັບການຮັບຮູ້ບັນລຸ 12,55 ຕື້ USD, ເພີ່ມຂຶ້ນ 8,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້​ແມ່ນ​ຈຳນວນ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ທີ່ປະຕິບັດໄດ້​ສູງ​ສຸດຂອງ 7 ​ເດືອນ​ໃນ​ຮອບ 5 ປີຜ່ານມາ.

​ເຖິງແມ່ນ​ວ່າຈະ​ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ໃນ​ການ​ດຶງ​ດູດ FDI, ​ແຕ່ກໍ່​ຍັງ​ມີ​ຄວາມ​ເຫັນ​ວ່າ: ການຂາດ​ແຮງ​ງານ​ທີ່​ມີວິຊາສະເພາະ, ບວກກັບຄ່າໃຊ້ຈ່າຍ logistics ແລະ ການຂົນ​ສົ່ງກໍ່ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ດຶງ​ດູດ FDI ຂອງ​ຫວຽດນາມ.

ຕາມທີ່ HSBC ກ່າວວ່າ: ຄວາມ​ສົນໃຈ​ຂອງ​ບັນດາກຸ່ມ​ຫຼາຍ​ປະ​ເທດ​ຢູ່ ຫວຽດນາມ ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຍ້ອນ​ຫຼາຍ​ປັດ​ໄຈ, ​ໃນ​ນັ້ນຕ້ອງໄດ້ກ່າວເຖິງຄ່າໃຊ້ຈ່າຍແກ່ງແຍ້ງ​ ​ແລະ ບັນດານະ​ໂຍບາຍ​ໜູນ​ຊ່ວຍ FDI. ເມື່ອ​ສົມ​ທຽບ​ຄ່າ​ແຮງ​ງານ​ຢູ່​ພາກ​ພື້ນ​ອາ​ຊີ, ຄ່າ​ແຮງ​ງານ​ການ​ຜະ​ລິດ​ຢູ່​ຫວຽດ​ນາມຍັງ​ຕ່ຳ​ກວ່າ ​ເຖິງ​ແມ່ນ​ວ່າ ​ປະ​ຊາ​ຊົນຈະ​ມີ​ລະ​ດັບ​ການ​ສຶກ​ສາ​ສາມັນທີ່ໝັ້ນຄົງກໍ່ຕາມ.

ບັນດາຄ່າໃຊ້ຈ່າຍອື່ນໆເຊັ່ນ: ພະລັງງານທີ່ຈໍາເປັນເພື່ອດໍາເນີນໂຮງງານ, ນໍ້າມັນກາຊວນ ເຊິ່ງມີານນໍາໃຊ້ຢ່າງກວ້າງຂວາງ ໃນອຸດສາຫະກໍາລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມໄດ້ປຽບໃນການແກ່ງແຍ້ງດ້ານລາຄາ.

ນອກຈາກ​ນັ້ນ, ຫວຽດນາມ ​ຍັງບັນລຸ​ລະດັບຄວາມຄືບໜ້າ​ເປັນທີ່ຍອມຮັບ ​ໃນ​ການ​ສ້າງ​ຕັ້ງ​​ບັນດາຂໍ້​ຕົກລົງ​ທາງດ້ານ​ເສດຖະກິດ ທີ່ຕ່າງກັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ​ຄື: ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EU (EVFTA) ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ຄວາມກ້າວໜ້າຂ້າມປາຊີ​ຟິກ (CPTPP). ຄວາມ​ກ້າວໜ້າຕ່າງໆນີ້​ໄດ້ໜູນຊ່ວຍ ​ແລະ ສ້າງເງື່ອນໄຂ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

ຄຽງ​ຂ້າງກັນ​ນັ້ນ, ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຈາກ​ຝ່າຍລັດຖະບານ ​ຜ່ານ​ລະບົບ​ພາສີ​ກໍ່​ກໍາລັງກະຕຸກຊຸກຍູ້ກະແສໝູນວຽນຂອງທຶນ FDI. ປະຈຸ​ບັນ ຫວຽດນາມ ມີທີ່ຕັ້ງໃນການແກ່ງແຍ້ງເມື່ອທຽບໃສ່ກັບບັນດາ​ປະ​ເທດ​ອື່ນໆຍ້ອນ​ອັດຕາ​ພາສີ​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ​ຕາມ​ກົດໝາຍ​ແມ່ນ 20%. ທຸລະກິດບາງແຫ່ງສາມາດໝູນໃຊ້ບັນດາການຍົກເວັ້ນ ແລະ ການຫຼຸດຜ່ອນພາສີແກ່ຍາວເພື່ອຫຼຸດຜ່ອນອັດຕາພາສີຕົວຈິງທີ່ຕ້ອງຈ່າຍຕື່ມອີກ.

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.