ການນຳບັນດາປະເທດຊົມເຊີຍ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ

13:47 | 07/08/2024

ຍສໝ - ບັນດາ​ການ​ນຳ​ຂອງ​ບັນດາພັກ ​ແລະ ບັນດາ​ປະ​ເທດ​ໄດ້​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກຊົມເຊີຍສະຫາຍ ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ທີ່​ໄດ້​ຮັບ​ການເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ.

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ
ທ່ານລັດຖະມົນຕີ ໂຕເລີມ ຮັບຕ້ອນທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ

​ໂທລະ​ເລກຊົມເຊີຍຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຂຽນວ່າ: “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຮັບຂ່າວວ່າ ສະຫາຍໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ. ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມ​ມູ​ນິດ ​ຈີນ ແລະ ​ໃນ​ນາມ​ຂ້າ​ພະ​ເຈົ້າ​ເອງ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຍິນດີຢ່າງສຸດໃຈມາຍັງສະຫາຍ”.

ການນຳບັນດາປະເທດຊົມເຊີຍ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ

ບັນດາການ​ນຳ​ພັກ ​ແລະ ລັດ ​ຊົມ​ເຊີຍ ສະຫາຍ​ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ໂຕເລີມ ​ທີ່ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 13.

ສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິ​ງ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ອັນກ້າແກ່ນຂອງ​​ສູນ​ກາງ​ ພັກ​ກອມ​ມູນິດ​ ຫວຽດນາມ, ທົ່ວ​ພັກ ​ແລະ ທົ່ວ​ປວງ​ຊົນ​ ຫວຽດນາມ ຈະ​ບັນລຸ​ໄດ້​ບັນດາ​ຈຸດໝາຍ ​ແລະ ໜ້າ​ທີ່​ ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງພັກ​ກອມ​ມູນິດ​ ຫວຽດນາມ ໄດ້ວາງ​ອອກ, ​ຊຸກຍູ້​ຢ່າງໝັ້ນຄົງວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14, ​ມຸ່ງ​ໄປ​ເຖິງ “ສອງ​ເປົ້າ​ໝາຍ 100 ປີ” ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ ​ແລະ ສ້າງຕັ້ງປະ​ເທດ​ຊາດຢ່າງ​ບໍ່​ຢຸດ​ຢັ້ງ.

ຈົດໝາຍຊົມເຊີຍຂອງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຂຽນວ່າ: “ສະຫາຍ ໂຕເລີມ ທີ່ເຄົາລົບຮັກ! ຂໍ​ຊົມເຊີຍດ້ວຍຄວາມຍິນດີຢ່າງສຸດໃຈເນື່ອງ​ໃນ​ໂອກາດ​ທີ່ສະຫາຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ ​ຫວຽດນາມ”.

ທ່ານ​ປະທານາທິບໍດີ ລັດ​ເຊຍ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່ “ດຳ​ເນີນ​ການ​ເຈລະຈາ​ທີ່​ມີ​ລັກສະນະ​ສ້າງສັນ ​ແລະ ພ້ອມກັນຮ່ວມ​ມື​ໃນ​ບັນດາເນື້ອໃນ​ຂອງການດຳເນີນງານ 2 ຝ່າຍ ​ແລະ ສາກົນ”. ທ່ານອວຍພອນ​ໃຫ້ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ປະສົບ​ຜົນສຳ​ເລັດ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ພັກ ​ແລະ ລັດ.

​ໃນ​ຈົດໝາຍ, ໂທລະເລກຊົມເຊີຍ​, ສະຫາຍ​ປະທານ​ພັກ​ກອມ​ມູນິດ​ສະຫະພັນ​ ລັດ​ເຊຍ Gennady Zyuganov ​ເນັ້ນ​ໜັກ​ວ່າ: ສະຫາຍ ໂຕເລີມ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງສູງ​ສຸດ​ຂອງ​ພັກ ​ແມ່ນ​ໝາກຜົນ​ແຫ່ງ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ອຸທິດ​ຕົນ​ໃນ​ຫຼາຍ​ປີ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ ແລະ ​ປະ​ຊາ​ຊົນ​. ສະຫາຍ Zyuganov ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫາຍ ໂຕເລີມ, ພັກ​ກອມ​ມູນິດ ​ຫວຽດນາມ, ມໍລະດົກ​ອັນຍືນຍົງ​ຂອງ​ປະທານ ​ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ການ​ປະຕິ​ຮູບ​ເຊິ່ງ ​ສະຫາຍອະດີດ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ປະຊາຊົນ​ ຫວຽດນາມ ທັງ​ໝົດ​ໄດ້​ດຳເນີນ ເພື່ອປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ ຢ່າງ​ສຳ​ເລັດ​ຜົນ.

ສະຫາຍເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ ​ພັກ​ປະຊາຊົນ​ປະຕິວັດ​ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສົ່ງ​ຈົດໝາຍຊົມເຊີຍເຖິງ​ ສະຫາຍເລຂາທິການ​ໃຫຍ່ ໂຕເລີມ. ເນື້ອໃນຂອງຈົດໝາຍມີຕອນຂຽນວ່າ:

“​ໂດຍຕາງໜ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ ​ພັກ​ປະຊາຊົນ​ປະຕິວັດ​ ລາວ, ໃນນາມຂ້າພະ​ເຈົ້າ​ເອງ, ຂ້າພະ​ເຈົ້າ​ຂໍ​ເປັນ​ກຽດ ​ແລະ ຊົມເຊີຍສະຫາຍຢ່າງສຸດອົກສຸດໃຈ​ທີ່ສະຫາຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ ​ຫວຽດນາມ ທີ່​ກອງ​ປະຊຸມ​​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ ຫວຽດນາມ ຊຸດ​ທີ XIII ວັນ​ທີ 3 ສິງຫາ​.

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ທີ່​ຖືກ​ຕ້ອງ, ປີຊາສາມາດ ແລະ ສະຫຼາດສ່ອງໃສ​ຂອງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ ນຳພາ​ໂດຍ​ສະຫາຍ, ປະຊາຊົນ ຫວຽດນາມ ອ້າຍນ້ອງຈະສືບ​ຕໍ່​ຍາດໄດ້​ບັນດາ​ຜົນງານ​ໃຫຍ່​ຫຼວງ​ກວ່າ​ອີກ​ໃນພາລະກິດແຫ່ງການປ່ຽນແປງໃໝ່, ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ ຢ່າງ​ສຳ​ເລັດ​ຜົນ.

ຂ້າພະ​ເຈົ້າ​ຢືນຢັນວ່າ ​ຈະ​​ຄຽງ​ບ່າຄຽງໄຫຼ່ກັບສະຫາຍ ແລະ ​ບັນດາ​ການ​ນຳ​ຂອງ​ພັກ ​ແລະ ລັດ ຫວຽດນາມ ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ນັບ​ມື້​ນັບ​ພັດທະນາ​ເຂົ້າສູ່ລວງເລິກ, ມີປະສິດທິຜົນ​ໃນ​ທຸກ​ຂົງ​ເຂດ ​ເພື່ອແນໃສ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ, ພ້ອມ​ທັງ​ປະກອບສ່ວນ​ພັດທະນາເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ພະ​ມະຫາ​ກະສັດ​ ກຳປູ​ເຈຍ Norodom Sihamoni ​ແລະ ສະຫາຍປະທານ​ພັກ​ປະຊາຊົນ​ ກຳປູ​ເຈຍ Hun Sen ​ໄດ້​ສົ່ງ​ຈົດໝາຍ ​ແລະ​ ໂທລະ​ເລກ​ຊົມເຊີຍ ສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ. ພະ​ມະຫາ​ກະສັດ​ ກຳປູ​ເຈຍ Norodom Sihamoni ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ທີ່ປີຊາສາມາດ​ຂອງ ສະຫາຍ​ເລຂາທິການ​ໃຫຍ່ ໂຕເລີມ, ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຈະ​ຍາດ​ໄດ້​ໄຊຊະນະ​ອັນ​ໃຫຍ່​ຫຼວງຫຼາຍຢ່າງ ​ແລະ ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ທຸກ​ຂົງ​ເຂດ, ຮັກສາ​ທີ່​ຕັ້ງ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຈົດໝາຍຊົມເຊີຍຂອງຜູ້ນຳປະຕິວັດ ກູບາ, ສະຫາຍພົນເອກ Raúl Castro Ruz ແລະ ສະຫາຍເລຂາຜູ້ທີໜຶ່ງພັກກອມມູນິດກູບາ, ປະທານປະເທດ ສາທາລະນະລັດ ກູບາ Miguel Díaz-Canel Bermúdez ຂຽນວ່າ: “ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ພວກ​ຂ້າ​ພະ​ເຈົ້າ​ຂໍສົ່ງຄຳອວຍພອນຢ່າງສຸດອົກສຸດໃຈ​ເນື່ອງ​ໃນ​ໂອ​ກາດສະຫາຍ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ຄະນະບໍລິຫານງານ​ສູນ​ກາງ ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ.

ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ທີ່​ສ່ອງໃສ​ຂອງ​ສະຫາຍ, ພັກ​ກອມ​ມູນິດ ​ຫວຽດນາມ ຈະ​ສືບ​ຕໍ່​ນຳພາ​ປະຊາຊົນ​ ຫວຽດນາມ ເສີມຂະຫຍາຍບັນດາ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ໃນ​ການ​ຕໍ່ສູ້​ຍາດເອົາ​ເອກະລາດ ​ແລະ ພັດທະນາ​ປະ​ເທດ​ຊາດ.

​ໂທລະເລກຊົມເຊີຍ​ຂອງ ສະຫາຍເລຂາທິການ​ໃຫຍ່​ພັກ​ແຮງ​ງານ ສປປ ​ເກົາຫຼີ Kim Jong Un ຂຽນ​ວ່າ: “ໂດຍ​ໄດ້​ຮັບຂ່າວວ່າ ສະຫາຍໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ ​ຫວຽດນາມ, ຂ້າພະ​ເຈົ້າກໍ່ຂໍ​ສົ່ງ​ຄຳ​ຊົມ​ເຊີຍດ້ວຍຄວາມຍິນດີຢ່າງສຸດໃຈ​ມາ​ຍັງສະຫາຍ. ຂໍອວຍພອນໃຫ້ພັກ​ກອມ​ມູນິດ ​ຫວຽດນາມ ​ແລະ ປະຊາຊົນ​ ຫວຽດນາມ ​ທັງປວງ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ສະຫາຍ​ ຈະ​ບັນລຸໄດ້​ໝາກຜົນອັນຍິ່ງໃຫຍ່ກວ່າອີກ​ໃນ​ພາລະກິດແຫ່ງ​ສ້າງສາ​ສັງຄົມ​ນິຍົມ”.

​ໂທລະ​ເລກ​ຊົມເຊີຍຂອງ​ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຂຽນ​ວ່າ: “ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ດ້ວຍຄວາມຍິນດີຢ່າງສຸດໃຈ​ມາ​ຍັງ​ທ່ານ ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ​ ຫວຽດນາມ... ຂ້າພະເຈົ້າເຊື່ອໝັ້ນວ່າ ປະຊາຊົນ ຫວຽດນາມ ຈະນັບມື້ນັບເຂັ້ມແຂງພາຍໃຕ້ການນໍາພາທີ່ດີເລີດຂອງທ່ານ. ຍີ່ປຸ່ນ ​ແລະ ຫວຽດນາມ ​ໄດ້​ ແລະ ພວມເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ທຸກ​ຂົງ​ເຂດ.

​ໃນ​ຈົດໝາຍຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ, ທ່ານ​ປະທານາທິບໍດີ ສາທາລະນະລັດ ​ເບ​ລາຣຸດ Alexander Lukashenko ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ປະສົບ​ການ, ອິດທິພົນຊື່​ສຽງ​ສູງ ​ແລະ ຄຸນ​ນະທາດສ່ວນ​ຕົວ, ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ຈະ​ປະສົບຜົນ​ສຳ​ເລັດ​ທຸກ​ໜ້າທີ່​ຢ່າງ​ດີເລີດ.

ທ່ານ​ Lukashenko ຢືນຢັນ​ວ່າ: ​ເບ​ລາຣຸດ ປາດ​ຖະໜາ​ຢາກ​ພັດທະນາການ​ພົວພັນ​ກັບ ຫວຽດນາມ ​ກວ່າອີກບົນ​ພື້ນຖານສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ; ປາດຖະໜາວ່າ 2 ປະເທດຈະສືບຕໍ່ສົມທົບກັນ, ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ກຳນົດທິດການຮ່ວມມືສອງຝ່າຍໃນຫຼາຍຂົງເຂດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

ການນຳບັນດາປະເທດຊົມເຊີຍ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ.

ສະຫາຍ​ເລຂາທິການ​ທົ່ວປະເທດ ​ພັກ​ກອມ​ມູນິດ ​ຝລັ່ງ Fabien Roussel ຕີ​ລາຄາ​ວ່າ: ​ເຫດການ​ຈະ​ແມ່ນ​ໜ້າ​​ໃໝ່​ໃນ​ການ​ພົວພັນ​​ໃນ​ຫຼາຍ​ສະຕະວັດລະຫວ່າງ 2 ພັກ, ພ້ອມ​ທັງສະແດງຄວາມເຊື່ອ​ໝັ້ນ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ໃນຂະນະນັ້ນ ກໍ່ຊຸກຍູ້ບັນດາອຸດົມຄະຕິຂອງ​ຂະບວນການ​​ຄອມ​ມູ​ນິ​ດ ​ແລະ​ ກຳມະກອນ​; ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ, ຫວຽດນາມ ຈະ​ສືບ​ຕໍ່​ພັດທະນາ​ເສດຖະກິດ, ສັງຄົມ ​ກໍ່ຄືສືບ​ຕໍ່​ປະຕິບັດ​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ເມັກ​ຊິ​ໂກ ເຊື່ອໝັ້ນວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ, ພັກ​ກອມ​ມູນິດ​ ຫວຽດນາມ ​ແລະ ປະຊາ​ຊົນ ​ຫວຽດນາມ ຈະ​ສືບ​ຕໍ່​ກ້າວ​ໄປ​ໜ້າ ​ແລະ ບັນລຸ​ໄດ້​ໄຊຊະນະໃນ​ບັນດາໜ້າທີ່ທີ່​ໄດ້​ວາງ​ອອກ, ປາດ​ຖະໜາ​ຢາກ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ລະຫວ່າງ ພັກ​ກອມ​ມູນິດ​ ເມັກ​ຊິ​ໂກ ​ແລະ ພັກ​ກອມ​ມູນິດ​ ຫວຽດນາມ.

ທ່ານພົນເອກ ໂຕເລີມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ

ທ່ານພົນເອກ ໂຕເລີມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ

ຍສໝ-ຕອນບ່າຍວັນທີ 30 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ຕ້ອນຮັບທ່ານ Furukawa Yoshihisa, ລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ ທີ່ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ

ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ

ຍສໝ-ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ອິດສະລາແອນ ປະຈຳ ຫວຽດນາມ Nadav Eshcar, ມາຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດ​ວຽກຢູ່ຫວຽດນາມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.