ຫວຽດນາມ ສືບ​ຕໍ່​ວິວັດການຮຽກຮ້ອງ​ຄວາມ​ຍຸຕິ​ທຳ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

15:19 | 02/08/2024

ຍສໝ - “ເຖິງວ່າ​ຄຳ​ຮ້ອງ​ຟ້ອງ​ນີ້​ຖືກ​ສານອາເມລິກາ ​ປະ​ຕິ​ເສດ​ເຖິງ 3 ຄັ້ງ, ແຕ່​ສະ​ມາ​ຄົມ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຍັງ​ສືບ​ຕໍ່​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ຄັ້ງ​ທີ 4, ພວກຂ້າພະເຈົ້າ​ພວມ​ຮ້ອງ​ຟ້ອງ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ສານ​ເຄ​ມີ​ຂອງ​ອາເມລິກາ ຕ້ອງຮັບ​ຜິດ​ຊອບຕໍ່ການທີ່ໄດ້​ຊ່ວຍເຫຼືອທະ​ຫານ​ອາ​ເມ​ລິ​ກາ​ໃນ​ການ​ຫວ່ານສານ​ເຄ​ມີ​ສີ​ສົ້ມ/ດີ​ໂອ​ຊິນ, ເຊິ່ງ​ກໍ່​ໃຫ້​ເກີດ​ຜົນ​ສະ​ທ້ອນ​ຮ້າຍ​ແຮງ​ໃນ​ໄລ​ຍະ​ແຕ່​ປີ 1961-1971.

ນີ້​ແມ່ນ​ຂໍ້​ມູນ​ຂອງ​ພົນ​ຈັດຕະວາ ຫງວຽນ​ຮົ່ງ​ເຊີນ, ຮອງ​ປະທານ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ ​ໃຫ້ຮູ້ໃນ​ພິທີແນະນໍາລາຍການ “​ຍ່າງໄປພ້ອມ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ”, ​ໃນ​ວັນ​ທີ 30 ກໍລະກົດ.

5.000 người đi bộ đồng hành vì nạn nhân độc da cam/dioxin Việt Nam nhân tháng hành động vì nạn nhân chất độc da cam/dioxin và kỷ niệm 62 năm ngày thảm họa da cam/dioxin ở Việt Nam 10/8/1961 - 10/8/2023. Ảnh minh họa: Thanh Vũ/TTXVN  5.000 ຄົນ​ພ້ອມ​ກັນ​ຍ່າງ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ເດືອນ​​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ແລະ ຄົບຮອບ 62 ປີ​ແຫ່ງ​ໄພພິບັດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່​ຫວຽດນາມ 10 ສິງຫາ 1961 – 10 ສິງຫາ 2023. . ພາບປະກອບ: Thanh Vu/TTXVN

5.000 ຄົນ​ພ້ອມ​ກັນ​ຍ່າງ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ເດືອນ​​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ແລະ ຄົບຮອບ 62 ປີ​ແຫ່ງ​ໄພພິບັດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່​ຫວຽດນາມ 10 ສິງຫາ 1961 – 10 ສິງຫາ 2023. ພາບປະກອບ: Thanh Vu/TTXVN

ຕາມ​ທ່ານ​ພົນ​ຈັດຕະວາ ຫງວຽນ​ຮົ່ງ​ເຊີນ ແລ້ວ, ​ໃນ 20 ປີຜ່ານມາ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ ​ໄດ້​ຍື່ນ​ສານ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຫວ່ານ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຂອງ​ກອງທັບ​ອາ​ເມ​ລິ​ກາ ຢູ່​ເຂດ​ດິນ​ແດນ​ຫວຽດນາມ ໄດ້ສ້າງຜົນສະທ້ອນອັນໜັກໜ່ວງ.

ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ, ກອງທັບ​ອາ​ເມ​ລິ​ກາ ພຽງ​ແຕ່​ປະຕິບັດການ​ລ້າງ​ພິດ​ສິ່ງ​ແວດ​ລ້ອມ​ຢູ່​ບາງ​ເຂດ​ປະສົບ​ໄພ​ຢ່າງ​ໜັກໜ່ວງ​ຄື: ສະໜາມ​ບິນ ບ່ຽນຮວາ, ສະໜາມ​ບິນ​ ດ່າໜັ້ງ...; ສວ່ນການເບິ່ງແຍງທາງດ້ານສາທາລະນະສຸກສຳລັບຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແມ່ນຍັງບໍ່ທັນໄດ້ຮັບການຍອມຮັບເທື່ອ. ​ເຂົາ​ເຈົ້າ​ຖື​ວ່າ, ຄຳ​ຮຽກຮ້ອງ​ຂອງ​ຫວຽດນາມ ຍັງ​ຂາດ​ຫຼັກ​ຖານ ​ແລະ ບ່ອນອີງ. ສະນັ້ນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ສົ່ງໄປຍັງບໍລິສັດເຄມີຂອງ ອາເມລິກາ 37 ແຫ່ງ, ບັງຄັບໃຫ້ບໍລິສັດເຫຼົ່ານີ້ຮັບຜິດຊອບບັນດາໂທດກຳຂອງພວກເຂົາທີ່ໄດ້ຊ່ວຍກອງທັບອາເມລິກາ ໃນການສີດພິດສານເຄມີໃນສົງຄາມຢູ່ ຫວຽດນາມ ໃນໄລຍະ 1961-1971.

ຂໍ້ມູນຈາກສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ໃນ 10 ປີ, ແຕ່ປີ 1961 – 1971, ກອງທັບອາເມລິກາ ດຳເນີນການຫວ່ານທາດພິດສີສົ້ມ/ດີໂອຊິນ 19.905 ຄັ້ງ, ດ້ວຍສານພິດເຄມີກວ່າ 80 ລ້ານລິດ, 61% ແມ່ນທາດພິດສີສົ້ມ, ບັນຈຸດີໂອຊິນ 366 ກິໂລກຣາມ ຖິ້ມໃສ່ເກືອບ 26.000 ບ້ານ, ໃນເນື້ອທີ່ 3,06 ລ້ານເຮັກຕາ, ເທົ່າກັບເກືອບ 1/4 ເນື້ອທີ່ທັງໝົດຂອງພາກໃຕ້ຫວຽດນາມ.

ໃນນັ້ນ, 86% ຂອງພື້ນທີ່ຖືກສີດຫຼາຍກວ່າສອງຄັ້ງ, ແລະ 11% ຂອງພື້ນທີ່ຖືກສີດຫຼາຍກວ່າ 10 ຄັ້ງ. ທາດ​ພິດ​ສີ​ສົ້ມ​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ ແລະ ຍາວນານ​ຕໍ່​ສິ່ງ​ແວດ​ລ້ອມ, ລະ​ບົບ​ນິ​ເວດ ແລະ ສຸ​ຂະ​ພາບ​ຂອງ​ມະ​ນຸດ. ມີ​ປະ​ຊາ​ຊົນ​ຫວຽດ​ນາມ 4,8 ລ້ານ​ຄົນ​ຖືກຕິດແປດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ.

ຜົນ​ການ​ຄົ້ນ​ຄ້ວາ​ຂອງ​ຫວຽດນາມ ​ແລະ ​ໃນ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ມີ​ຄວາມ​ສາມາດ​ທີ່​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ທີ່​ຫຼາກ​ຫຼາຍ ​ແລະ ​ຊັບຊ້ອນ​ຕໍ່​ທຸກ​ລະບົບ​ທາງ​ຮ່າງກາຍ​ຂອງ​ຄົນ, ​ເຮັດ​ໃຫ້​ເກີດ​ມະ​ເຮັງ​ຜິວ​ໜັງ, ຕັບ, ໄທລອຍ, ພະຍາດ​ເບົາຫວານ, ທຳລາຍ​ລະບົບ​ຫາຍ​ໃຈ,ລະບົບໄຫຼວຽນ, ​ລະບົບລະລາຍອາຫານ, ລະບົບປະສາດ, ມີບົດບາດສໍາຄັນໃນການເຮັດໃຫ້ເກີດການປ່ຽນແປງທາງພັນທຸກໍາ ແລະ ໂຄໂມໂຊມ; ດັ່ງນັ້ນຈຶ່ງເຮັດໃຫ້ເກີດຄວາມບົກຜ່ອງດ້ານການເກີດລູກ ແລະ ອາການແຊກຊ້ອນໃນການຈະເລີນພັນ. ພິ​ເສດ, ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ສາມາດ​ສືບ​ທອດ​ມາສູ່​ຫຼາຍ​ລຸ້ນຄົນ.

ຢູ່​ຫວຽດນາມ, ອາການຕິດແປດທາດ​ພິດ​ສີ​ສົ້ມ​ໄດ້​​ລາມ​ໄປ​ຮອດ​ລຸ້ນທີ 4 . ບັນດາ​ພະຍາດ​ທົ່ວ​ໄປ​ໃນລູກ ແລະ ຫລານ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ແມ່ນ​ເປັນ​ອຳມະພາດ​ທົ່ວ​ຮ່າງກາຍ, ຕາ​ບອດ, ຫູ​ໜວກ, ພິການ​ທາງ​ສະຕິ​ປັນຍາ, ພະຍາດ​ມະ​ເຮັງ , ຜິດປົກກະຕິທາງຮ່າງກາຍ, ຜິດປົກກະຕິແຕ່ກຳເນີດ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລຸ້ນທີ 2 ປະມານ 850.000 ຄົນ, ຜູ້​ປະສົບ​ເຄາະ​ຮ້າຍ​ລຸ້ນທີ 3 ປະມານ 350.000 ຄົນ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ລຸ້ນທີ 4 ປະມານ 500 ຄົນ.

ສະເພາະຢູ່ນະຄອນໂຮ່ຈີມິນ, ທ່ານພົນຈັດຕະວາ ເຈີ່ນຫງອກໂຖ, ປະທານສະມາຄົມນະຄອນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ໃຫ້ຮູ້ວ່າ, ມີປະຊາຊົນກວ່າ 20.000 ຄົນໄດ້ຮັບຜົນກະທົບຈາກທາດພິດສີສົ້ມ/ດີໂອຊິນ; ​ໃນ​ນັ້ນ​ມີ​ຫຼາຍ​ຄອບຄົວ​ທີ່​ມີຄົນ​ພິການ​ຮ້າຍ​ແຮງ 2-3 ຄົນ, ຊີວິດ​ການ​ເປັນ​ຢູ່ທຸກ​ຍາກ​ລຳບາກ.

ໃນ​ຊຸມ​ປີຜ່ານມາ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ ນະຄອນ​ໂຮ່ຈິ​ມິນ ​ໄດ້​ປະຕິບັດ​ຫຼາຍ​ໜ້າທີ່​ຍຸດ​ທະ​ສາດ, ມີລັກສະນະຍືນ​ຍົງ ​ເພື່ອ​​ຊ່ວຍ ​ແລະ ຊຸກຍູ້​ບັນດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຕ້ານ​ພະຍາດ, ​ເຊື່ອມ​​ເຂົ້າ​ກັບສັງຄົມ, ຊີວິດ​ຊຸມ​ຊົນ​ຄື: ທຶນ​ຊ່ວຍ​ເຫຼືອ, ການ​ກໍ່ສ້າງ​ເຮືອນ​ເພື່ອ​ການ​ກຸສົນ, ສ້ອມ​ແປງ​ເຮືອນ​ຮົ່ວ, ປິ່ນປົວ​ພະຍາດ, ກວດ​ພະຍາດ, ປິ່ນປົວ, ຟື້ນ​ຟູ, ສະໜອງ​ລົດເຂັນ, ​ຊ່ວຍ​ທຶນ​ສຶກສາ ຫງວຽນ​ຮຸຍ​ເຕີ...

ໂດຍໄດ້ຮູ້ວ່າ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ນະຄອນ ໂຮ່ຈີມິນ ພວມເລັ່ງລັດປະຕິບັດໂຄງການກໍ່ສ້າງບ້ານສີສົ້ມ ດ້ວຍເນື້ອທີ່ 50.000 m2 ເພື່ອເບິ່ງແຍງ ແລະ ສ້າງວິຊາຊີບໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ເພື່ອເປັນການລະນຶກເຖິງວັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ປີນີ້ (10 ສິງຫາ 2024), ສະມາຄົມນະຄອນເພື່ອຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຈະຈັດຕັ້ງລາຍການຍ່າງໄປພ້ອມກັນ ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ສວນສາທາລະນະ ເດີມແຊ່ນ ໃນວັນທີ 4 ສິງຫາ 2024.

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ
ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

ອ.ສະຫວັດ

ເຫດການ
302 Found

Found

The document has moved here.