ຍສໝ - ຕອນບ່າຍວັນທີ 7 ພຶດສະພາ, ທີ່ສໍານັກງານໃຫຍ່ສະຫະປະຊາຊາດຢູ່ນະຄອນເຈນີວາ, ປະເທດສະວິດ, ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຮູ່ງຫວຽດ ນໍາໜ້າໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກທົບທວນປະຈຳໄລຍະ (UPR) ຮອບທີ IV ຂອງ ສະພາສິດທິມະນຸດ ສະຫະປະຊາຊາດ.
ຍສໝ - ບັນດາໜັງສືພິມໃຫຍ່ຂອງ ອາກຊັງຕິນ ໄດ້ລົງພິມບົດຄວາມກ່ຽວກັບການໄຊຊະນະດ້ຽນບຽນຝູ, ຢືນຢັນວ່າການໄຊຊະນະນີ້ບໍ່ພຽງແຕ່ໄດ້ສົ່ງຜົນສະທ້ອນເຖິງປະຫວັດສາດຂອງຫວຽດນາມເທົ່ານັ້ນ, ຫາກຍັງປ່ຽນແປງສະພາບການໂລກອີກດ້ວຍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024), ຕອນເຊົ້າວັນທີ 3 ພຶດສະພາ, ຄະນະຈັດຕັ້ງງານລ້ຽງສະເຫຼີມສະຫຼອງວັນບຸນສຳຄັນຂອງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ວ່າ: “ໄຊຊະນະດ້ຽນບຽນຝູ - ກຳລັງແຮງຂອງຫວຽດນາມ, ຮູບຮ່າງຂອງຍຸກສະໄໝ” ຢູ່ຖະໜົນຄົນຍ່າງ ຫງວຽນເຫ້ວ ແລະ ຖະໜົນດົງກອຍ, ເມືອງ 1.
ຍສໝ - ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງ ປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບ ມ້າງອຳນາດການປົກຄອງທີ່ເປື່ອຍ ເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີ ຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ ກໍຄົບຮອບ 49 ປີພໍດີ.
ຍສໝ - ທີ່ກອງປະຊຸມເຈນີວາ, ທ່ານ ຟ້າມວັນດົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ມີຫຼັກໝັ້ນແນ່ວແນ່ວ່າ: “ໄປສູ້ການແກ້ໄຂບັນຫາທີ່ສົມບູນແມ່ນຢຸດຕິສະພາບການສູ້ຮົບໃນທົ່ວແຫຼມອິນດູຈີນ ຄວບຄູ່ໄປກັບການແກ້ໄຂບັນຫາທາງດ້ານການເມືອງຂອງຫວຽດນາມ, ລາວ ແລະ ກຳປູເຈຍ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ເອກະພາບຄວາມສາມັກຄີ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດອິນດູຈີນ”.
Tại Hội nghị Geneve, Phó Thủ tướng kiêm Bộ trưởng Bộ Ngoại giao Phạm Văn Đồng thay mặt Chính ...
ກ່ອນນີ້ພໍດີ 49 ປີ, ວັນທີ 30 ເມສາ 1975, ທຸງໄຊຊະນະຂອງແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ໄດ້ປິວສະບັດຢູ່ເທິງຫຼັງຄາທຳນຽບເອກະລາດ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ສ້າງຂີດໝາຍບັ້ນຮົບ ໂຮ່ຈີມິນ ໄດ້ຮັບໄຊຊະນະຢ່າງສົມບູນ, ປະເທດ ຫວຽດນາມ ໄດ້ທ້ອນໂຮມເປັນເອກະພາບ. ນັບແຕ່ບັນດາຜົນງານອັນຍິ່ງໃຫຍ່ຂອງໄຊຊະນະ ວັນທີ 30 ເມສາ ນັ້ນ, ຫວຽດນາມ ໄດ້ມີການພັດທະນາເທື່ອລະກ້າວ. ເສດຖະກິດບັນລຸໄດ້ຜົນງານໃຫຍ່ຫຼວງ, ການເມືອງສັງຄົມເປັນປົກກະຕິ, ດັດຊະນີຄວາມຜາສຸກຂອງປະຊາຊົນກໍໄດ້ເລື່ອນຂຶ້ນຢູ່ຂັ້ນທີ່ດີໃນຕາຕະລາງຈັດອັນດັບທົ່ວໂລກ.
ຕອນຄ່ຳວັນທີ 25 ເມສາ, ຢູ່ສະໜາມຫຼວງ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ຄະນະຊາວໜຸ່ມສູນ ກາງ ແລະ ຄະນະຈັດຕັ້ງສູນກາງ ໄດ້ຈັດຕັ້ງພິທີຍ້ອງຍໍ “ທະຫານນ້ອຍ ດ້ຽນບຽນ” 200 ຄົນໃນທົ່ວປະເທດ ຄັ້ງທີ 5 – 2024. ຄັ້ງນີ້ແມ່ນການເຄື່ອນໄຫວໃນຂອບເຂດງານບຸນ “ທະຫານນ້ອຍ ດ້ຽນບຽນ” ແຫ່ງຊາດຄັ້ງທີ 5 ປີ 2024 ແລະ ການເຄື່ອນໄຫວ “ດ້ຽນບຽນຝູ - ຄວາມປາດຖະໜາແມ່ນ້ຳຂອງ”.
ຍສໝ - ນີ້ແມ່ນເນື້ອໃນເນັ້ນໜັກໂດຍທ່ານ ຈ້ຽວມິງລອງ - ຫົວໜ້າກົມຮ່ວມມືສາກົນ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ທີ່ກອງປະຊຸມຝຶກອົບຮົມວຽກງານເຜີຍແຜ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ອາຊຽນ ແລະ UNESCO ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດຂຶ້ນໃນວັນທີ 25 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 30 ເມສາ 1975, ວັນທີ່ຫວຽດນາມເປັນເອກະພາບຢ່າງຄົບຖ້ວນ, ແມ່ນເຫດການສຳຄັນທີ່ສຸດໃນປະຫວັດສາດຂອງປະເທດຊາດຫວຽດນາມ ແລະ ປະຫວັດສາດໂລກ, ຜູ້ປະສານງານສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂອງສະຖາບັນການພົວພັນສາກົນມະຫາວິທະຍາໄລແຫ່ງຊາດ La Plata , ອາເຈນຕິນາ, ທ່ານ Ezequiel Ramoneda ຢືນຢັນ.
ຍສໝ - ວັນທີ 17 ເມສາ, ທ່ານ ຫງວຽນຫງອກແຮ່ - ຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ - ພ້ອມກັບການນໍາບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ມີການພົບປະກັບຄະນະປະຕິບັດງານຂອງກຸ່ມ G4 ລວມມີສະຖານທູດບັນດາປະເທດຄື: ການາດາ, ນິວຊີແລນ, ນອກແວ ແລະ ສະວິດ ທີ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ເກີ່ນເທີ.
ຍສໝ - ທີ່ການໃຫ້ສຳພາດຕໍ່ນັກຂ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍານະຄອນ Geneva, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ຢືນຢັນວ່າ: ສັນຍາ Geneva ແມ່ນປຶ້ມຄູ່ມືອັນລ້ຳຄ່າຂອງໂຮງຮຽນການຕ່າງປະເທດ ແລະ ການທູດຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 17 ເມສາ, ຢູ່ນະຄອນ ດ້ຽນບຽນ, ແຂວງ ດ້ຽນບຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນທີ່ເຕັມໄປດ້ວຍຄວາມໝາຍ ແລະ ຄວາມຮູ້ສຶກຕື້ນຕັນໃຈທີ່ສຸດຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ແຮງງານເກນແນວຮົບທີ່ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຟູ ໂດຍກົງ.
ຍສໝ - "ຖືພື້ນທີ່ ໄຊເບີ ເປັນພື້ນທີ່ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ, ໃນນັ້ນ ນໍາໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນເປັນດິຈິຕອນ ເພື່ອປ່ຽນແປງໃໝ່ວິທີເຮັດຂໍ້ມູນຂ່າວສານການຕ່າງປະເທດ, ສ້າງປະສິດທິຜົນທີ່ບຸກທະລຸ”.
ຍສໝ - Time Out - ວາລະສານການທ່ອງທ່ຽວແຖວໜ້າຂອງ ອັງກິດ - ຫາກໍ່ນຳແນະນຳ top 9 ຈຸດປາຍທາງທີ່ປອດໄພທີ່ສຸດໃນໂລກສຳລັບນັກທ່ອງທ່ຽວຍິງທີ່ໄປຄົນດ່ຽວ, ໃນນັ້ນມີຫວຽດນາມ.
Ngày 8/4, tại Hà Nội, Bộ Quốc phòng tổ chức buổi Lễ trao Quyết định của Chủ tịch nước và Quyết định của Bộ trưởng Bộ Quốc phòng cho 3 sĩ quan làm nhiệm vụ gìn giữ hòa bình Liên ...
ຍສໝ - ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານຈັກກະພັດ ແລະ ຕ້ານອານານິຄົມ ແລະ ແມ່ນໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍຸດຕິທຳຂອງປະຊາຊົນທີ່ຖືກຮຸກຮານໃນອາຊີ, ແມ່ນແບບຢ່າງທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງປະຊາຊົນຫວຽດນາມ ທີ່ບໍ່ຢ້ານອຳນາດ, ໃຊ້ຄວາມອ່ອນແອເພື່ອເອົາຊະນະຄວາມແຂງແຮງ.
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດາໜັງ ຫາກໍ່ໄດ້ອອກມະຕິເລກທີ 615/QD-UBND ລົງວັນທີ 28 ມີນາ 2024 ເພື່ອຮັບກ່ວາ 2,7 ຕື້ດົ່ງຈາກລາຍການໜູນຊ່ວຍກໍ່ສ້າງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໄລຍະ 2024-2026 ໂດຍອົງການຈັດຕັ້ງ Catalyste+ ອຸປະຖຳ.
ຍສໝ - ລາຍການປະສານສຽງດົນຕີສາກົນ - ທຳນອງສັນຕິພາບ ແມ່ນລາຍການສິລະປະທີ່ເປັນເອກະລັກສະເພາະທີ່ເຕົ້າໂຮມກັນຫຼາຍປະເທດ, ເຊີດຊູຄຸນຄ່າຂອງສັນຕິພາບໂລກ ໂດຍຜ່ານດົນຕີ.
ຍສໝ - ຫວຽດນາມ ແມ່ນປະເທດທຳອິດຢູ່ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ ທີ່ໄດ້ຮັບບ້ວງຊຳລະ ຈາກກອງທຶນຄູ່ຮ່ວມມືກາກບອນປ່າໄມ້ (FCPF) ຂອງທະນາຄານໂລກ WB ອີງຕາມໝາກຜົນການຫຼຸດຜ່ອນປ່ອຍອາຍພິດ.
ຍສໝ - ໜ້າ Booking.com, ເວັບໄຊທ່ອງທ່ຽວອອນໄລແຖວໜ້າຂອງໂລກ ຫາກໍປະກາດບັນຊີລາຍຊື່ຈຸດຫມາຍປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ, ນຳການລົງຕົວຈິງແບບຫຼູຫຼາລະດັບໂລກມາຍັງພາກພື້ນ ອາຊີ - ປາຊີຟິກ. ຫວຽດນາມ ທີ່ມີຈຸດໝາຍປາຍທາງທີ່ໄດ້ຮັບການກ່າວ ນັ້ນແມ່ນ ໝຸຍແໜ໋ (ຟ່ານທ໋ຽດ, ບິ່ງທ້ວນ)
ຍສໝ - ໜ້າເວບໄຊ Meil Kyungjae (ສ.ເກົາຫຼີ) ໃຫ້ຄຳເຫັນວ່າ ເມື່ອ ຫວຽດນາມ ກາຍເປັນ “ພະວິຫານ” ຂອງຂະບວນການຫຼັງການຜະລິດທາດເຄິ່ງຊັກນຳໄຟຟ້າທົ່ວໂລກ, ທ້ອງຕະຫຼາດຫຼັກຊັບກໍ່ຮ້ອນຂຶ້ນພ້ອມ.
ດຶງດູດ FDI: ຍາດແຍ່ງກາລະໂອກາດເພື່ອໃຫ້ຫວຽດນາມ ພັດທະນາ
ຍສໝ - ຫວ່າງມໍ່ໆມານີ້, ວາລະສານ Time Out ຂອງ ອັງກິດ ໄດ້ຄັດເລືອກເອົາ ກວາງອານ, ຮ່າໂນ້ຍ, ຫວຽດນາມ ນອນໃນ top 30 ຖະໜົນທີ່ສວຍງາມ, ໜ້າຈັບໃຈທີ່ສຸດໃນໂລກ 2024.
ຍສໝ - ວັນທີ 26 ມີນາ 2024, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກຳມາທິການເສດຖະກິດ ສະພາແຫ່ງຊາດ, ກະຊວງກໍ່ສ້າງ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງປະຊຸມໂຄສະນາ, ເຜີຍແຜ່ເນື້ອໃນທີ່ກ່ຽວຂ້ອງເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່ ແລະ ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ກອງປະຊຸມ).
ຍສໝ - ການລົງນາມລາຍການສົມທົບລະຫວ່າງສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ແລະ ຄະນະພັກແຂວງ ໄຕໂຮ່ ແມ່ນພື້ນຖານ ເພື່ອວຽກງານການທູດປະຊາຊົນຂອງນະຄອນຫຼວງພັດທະນາຢ່າງເລິກເຊິ່ງໃນຂົງເຂດສັນຕິພາບ, ຄວາມສາມັກຄີ, ມິດຕະພາບ; ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ສິລະປະ; ການສຶກສາ; ການອຸປະຖຳບໍ່ຂຶ້ນກັບລັດຖະບານ; ພັດທະນາຂໍ້ມູນການພົວພັນຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່.
ຍສໝ - “ຂ້າພະເຈົ້າເຊື່ອໝັ້ນ ແລະ ຊົມເຊີຍປະທານໂຮ່ຈິມິນ, ຍ້ອນວ່າລາວມີນ້ຳໃຈຮັກຊາດ, ເສຍສະຫຼະ ແລະ ເຊີດຊູເອກະລາດຂອງຫວຽດນາມ”.
ຍສໝ - ວັນທີ 24 ມີນານີ້, ຢູ່ແຂວງຫຼວງພະບາງ, ພາກເໜືອຂອງລາວ, ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ.ລາວ. ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີ 2024 ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນຮັບຜິດຊອບປະຊາຄົມວັດທະນະທຳ-ສັງຄົມຂອງ 10 ປະເທດສະມາຊິກ ອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນຂອງ Timor Leste ໄດ້ເຂົ້າຮ່ວມກອງປະຊຸມເປັນຜູ້ສັງເກດການ.
ຍສໝ - ວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ໄດ້ຈັດຕັ້ງກອງປະຊຸມຝຶກອົບຮົມຄວາມຮູ້ກ່ຽວກັບພິທີການທາງການທູດ. ໂດຍເຂົ້າຮ່ວມການຝຶກອົບຮົມມີນັກຝຶກອົບຮົມ 100 ຄົນເຊິ່ງແມ່ນພະນັກງານອົງການປະຈຳ; ພະນັກງານຂອງພະແນກ, ຄະນະ, ຂະແໜງການ, ບັນດາເມືອງໃນບໍລິເວນນະຄອນຮ່າໂນ້ຍ; ຜູ້ຕາງຫນ້າຂອງສະມາຄົມມິດຕະພາບ, ອົງການຈັດຕັ້ງສະມາຊິກ HAUFO ແລະ ພະນັກງານນຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບທ້ອງຖິ່ນ ຈຳນວນໜຶ່ງ.
ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur
ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫງວຽນຈູງກຽນ ໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈເມື່ອ ຫວຽດນາມ ໄດ້ຮັບການເລືອກເພື່ອແນະນຳໃນວາລະສານ Cercle Diplomatique ສະບັບເລກທີທຳອິດ.