ດາໜັງ ​​ໄດ້​ຮັບ​ເງິນ​ກ່ວາ 2,7 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດກາງ ແລະ ນ້ອຍ ​ໂດຍ​ອົງການ Catalyste+ ອຸປະຖຳ

14:55 | 05/04/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ດາ​ໜັງ ຫາ​ກໍ່​ໄດ້​ອອກ​ມະຕິເລກທີ 615/QD-UBND ລົງ​ວັນ​ທີ 28 ມີນາ 2024 ​ເພື່ອ​ຮັບ​ກ່ວາ 2,7 ຕື້​ດົ່ງ​ຈາກລາຍການ​ໜູນ​ຊ່ວຍກໍ່ສ້າງກຳລັງຄວາມ​ສາມາດໃຫ້ແກ່ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ​​ນ້ອຍ ​ໄລຍະ 2024-2026 ໂດຍອົງການຈັດຕັ້ງ Catalyste+ ອຸປະຖຳ.

ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ. ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ.
WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​ WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​

ລາຍການຕິດ​ພັນ​ກັບ​ເປົ້າ​ໝາຍ​ ເພື່ອໜູນ​ຊ່ວຍ​ສ້າງ​ກຳລັງຄວາມ​ສາ​ມາດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຢູ່ບໍລິເວນ​ນະ​ຄອນ​ ດາ​ໜັງ ໂດຍຜ່ານການ​ຈັດ​ຕັ້ງ​ບັນດາ​ຊຸດເຝິກອົບຮົມ, ບຳລຸງສ້າງ, ແບ່ງປັນວິຊາສະເພາະ, ປະ​ສົບ​ການ; ຫຼື ການໜູນ​ຊ່ວຍ​, ໃຫ້ຄໍາປຶກສາ, ເປັນທີ່ປຶກສາໂດຍກົງຢູ່ແຕ່ລະວິສາຫະກິດໂດຍບັນດາຜູ້ຊ່ຽວຊານຕ່າງປະເທດປະຕິບັດ ເພື່ອຍົກອອກບັນດາມາດຕະການແກ້ໄຂການພັດທະນາແບບຍືນຍົງ, ມີລັກສະນະກຳນົດທິດຢູ່ທ້ອງຖິ່ນ.

ດາໜັງ ​​ໄດ້​ຮັບ​ເງິນ​ກ່ວາ 2,7 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດກາງ ແລະ ນ້ອຍ ​ໂດຍ​ອົງການ Catalyste+ ອຸປະຖຳ

ສອງ​ອົງການສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ ດາ​ໜັງ ແລະ ອົງການ CATALYSTE+, ກາ​ນາ​ດາ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ກ່ຽວກັບການປະຕິບັດ​ລາຍການໜູນ​ຊ່ວຍຍົກສູງກຳລັງຄວາມ​ສາມາດໃຫ້ແກ່ບັນດາວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຢູ່ບໍລິເວນນະຄອນ ​ດາ​ໜັງ ​ໄລຍະ 2024 - 2026 - (ພາບ: Fanpage Catalyste+ Vietnam).

ໂດຍຜ່ານລາຍການນີ້ ກໍ່ໄດ້ປະກອບສ່ວນ​ປະຕິບັດ​ນະ​ໂຍບາຍ​ຂອງນະຄອນ ດາໜັງ ກ່ຽວກັບການໜູນ​ຊ່ວຍ ​ແລະ ພັດທະນາ​ວິ​ສາ​ຫະກິດ, ພິເສດແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ​ວິ​ສາ​ຫະກິດ​ໂດຍແມ່ຍິງເປັນເຈົ້າຂອງ, ປະກອບສ່ວນ​ສົມທົບ​ກັບ​ນະຄອນ ​ເພື່ອປະຕິບັດເປົ້າໝາຍປີ 2024 ຢ່າງມີໄຊ: “ຍູ້​ແຮງ​ການປະຕິຮູບດ້ານ​ບໍລິຫານ, ​ເພີ່ມ​ທະວີ​ລະບຽບວິ​ໄນ, ກົດຂໍ້ບັງຄັບ, ສືບ​ຕໍ່​ເປີດ​ກວ້າງ​ແຫຼ່ງ​ເງິນ​ລົງທຶນ, ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ແລະ ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ” ​ແລະ ບັນດາ​ເປົ້າ​ໝາຍ​ເສດຖະກິດ - ສັງຄົມ​ຂອງ​ຊຸມ​ປີ​ຕໍ່​ໄປ.

ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາ​ນໜັງ ກໍ່​ໄດ້​ມອບ​ໝາຍ​ໃຫ້​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ດາ​ໜັງ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ປະຕິບັດ​ບັນດາ​ຂັ້ນ​ຕອນ​ການ​ຮັບ ​ແລະ ຜັນ​ຂະຫຍາຍ​ລາຍການຢ່າງຖືກຕ້ອງຕາມເປົ້າໝາຍ; ປະຕິບັດ​ເນື້ອ​ໃນ​ທີ່​ໄດ້​ຮັບ​ອະນຸມັດ​ໃຫ້​ຖືກຕ້ອງ, ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ອື່ນ​ນອກ​ຂອບ​ເຂດ​ຂອງລາຍການ ແລະ ຕ້ອງປະຕິບັດຖືກ​ຕາມ​ລະບຽບ​ການ.

ໂດຍໄດ້ຮູ້ວ່າ ອົງການ CATALYSTE+ ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ຂອງ​ ກາ​ນາ​ດາ ເຄື່ອນໄຫວໃນຂົງເຂດໜູນ​ຊ່ວຍ​ສ້າງ​ກຳລັງຄວາມ​ສາມາດ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ​ໂດຍ​ມີບໍລິເວນເຄື່ອນ​ໄຫວ​ຢູ່​ບັນດາ​ແຂວງ, ນະຄອນ​ຄື: ດາໜັງ, ບາ​ເຣຍ - ຫວູງເຕົ່າ, ຮ່າ​ໂນ້ຍ, ບິ່ງທ້ວນ ແລະ ນະຄອນ ໂຮ່ຈີມິນ.

ນອກຈາກນັ້ນ, ອົງການ CATALYSTE+ ຍັງ​ແນະນຳ, ໜູນຊ່ວຍກໍ່ສ້າງບັນດາລາຍການ, ​ໂຄງການ​ມະນຸດສະທຳ, ​ການກຸສົນ​ໃຫ້​ຜູ້​ທຸກ​ຍາກ, ເດັກນ້ອຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ລະດົມ​ແຫຼ່ງທຶນ​ໃຫ້​ບັນດາລາຍການ, ​ໂຄງການ. ໃນນັ້ນ CATALYSTE+ ໃຫ້ບຸລິມະສິດການໜູນຊ່ວຍເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້ການມອບສິດທາງດ້ານເສດຖະກິດໃຫ້ແມ່ຍິງ, ເປົ້າໝາຍຜູ້ບຸລິມະສິດແມ່ນບັນດາເຈົ້າຂອງທຸລະກິດຍິງ, ຜູ້ເລີ່ມທຸລະກິດຍິງ ແລະ ພະນັກງານຍິງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.