ນະຄອນໂຮຈິມິນ ຊຸກຍູ້ຄວາມພົວພັນຮ່ວມມືກັບ 9 ແຂວງພາກເໜືອ ແລະ ພາກກາງຕອນເໜືອ

10:56 | 05/10/2024

ຍສໝ - ວັນທີ 2 ຕຸລາ, ຢູ່ນະຄອນໂຮຈິມິນ ໄດ້ຈັດກອງປະຊຸມສະຫຼຸບຜົນການປະຕິບັດຂໍ້ຕົກລົງຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ ລະຫວ່າງນະຄອນໂຮຈິມິນ ກັບບາງແຂວງພາກເໜືອ ແລະ ພາກກາງຕອນເໜືອ ໃນໄລຍະປີ 2023-2024 ແລະ ແຜນການປະຕິບັດໃນໄລຍະປີ 2024-2025 ແນໃສ່ຊຸກຍູ້ການພົວພັນຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມແບບຍືນຍົງສຳລັບທັງເຂດ.

ນະຄອນໂຮຈິມິນ ກຽມພ້ອມຊ່ວຍເຫຼືອວິສາຫະກິດອິຣານສຶກສາຊອກຮູ້ການລົງທືນ
ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ຕາມບົດລາຍງານທີ່ກອງປະຊຸມ, ໃນໄລຍະຜ່ານມາ ນະຄອນໂຮຈິມິນ ພ້ອມກັບ 9 ແຂວງ , ນະຄອນ ພາກເໜືອ ແລະ ພາກກາງຕອນເໜືອ ໄດ້ລົງນາມ ແລະ ປະຕິບັດຫຼາຍໂຄງການຮ່ວມມື ເຊຶ່ງໄດ້ປະກອບສ່ວນຊຸກຍູ້ໃຫ້ເສດຖະກິດ-ສັງຄົມຂອງທ້ອງຖິ່ນພັດທະນາໄປໃນຫຼາຍດ້ານ ແລະ ມີການປະກອບສ່ວນໃດໜຶ່ງທີ່ແນ່ນອນໃນການພັດທະນາຂອງທົ່ວປະເທດ.

ນະຄອນໂຮຈິມິນ ຊຸກຍູ້ຄວາມພົວພັນຮ່ວມມືກັບ 9 ແຂວງພາກເໜືອ ແລະ ພາກກາງຕອນເໜືອ

ກອງປະຊຸມດັ່ງກ່າວໄດ້ດຶງດູດຜູ້ແທນຈຳນວນ 180 ທ່ານ ເຊິ່ງປະກອບມີ ຜູ້ແທນຈາກຫຼາຍພາກສ່ວນຄື ພະແນກ , ຄະນະ ,ຂະແໜງການ ຂອງນະຄອນໂຮຈິມິນ, ບັນດາແຂວງພາກເໜືອ ແລະ ພາກກາງຕອນເໜືອ, ບັນດາກະຊວງ ແລະ ຂະແໜງການສູນກາງ, ພ້ອມທັງບັນດາວິສາຫະກິດ. (ຮູບ: www.thuathienhue.gov.vn)

ໃນໄລຍະຕໍ່ໄປ, ຈະສືບຕໍ່ຜັນຂະຫຍາຍຮູບແບບໜູນຊ່ວຍການໂຄສະນາຜະລິດຕະພັນຂອງແຂວງຕ່າງໆ ຢູ່ນະຄອນ ໂຮຈິມິນ; ເຊື່ອມໂຍງກັນເພື່ອຍົກລະດັບຄຸນນະພາບຊັບພະຍາກອນມະນຸດໃນຫຼາຍຂົງເຂດ ເຊັ່ນ: ສາທາລະນະສຸກ, ການທ່ອງທ່ຽວ, ການຫັນເປັນດິຈິຕອນ, ການສົ່ງເສີມການຄ້າ ແລະ ການລົງທຶນ... ໂດຍຜ່ານການຮ່ວມສຳພັນລະຫວ່າງຂົງເຂດຂອງແຕ່ລະທ້ອງຖິ່ນ; ຮ່ວມສຳພັນການໂຄສະນາທ່ອງທ່ຽວຂອງແຕ່ລະແຂວງໂດຍຜ່ານການລົງພິມກ່ຽວກັບຄວາມສາມາດບົ່ມຊ້ອນການທ່ອງທ່ຽວທາງອອນລາຍໃນເວັບໄຊທ໌ ຂອງງານວາງສະແດງການທ່ອງທ່ຽວສາກົນ ນະຄອນໂຮຈິມິນ (ITE HCMC) ປະຈຳປີ.

ພ້ອມກັນນັ້ນ, ກໍ່ຕ້ອງເພີ່ມທະວີການແລກປ່ຽນ, ຮຽນຮູ້ປະສົບການ, ຝຶກອົບຮົມນຳກັນລະຫວ່າງບັນດາທ້ອງຖິ່ນ ເພື່ອຄົ້ນຫາຮູບແບບທີ່ດີໃນຂົງເຂດສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ຊັບພະຍາກອນມະນຸດ, ການ​ປະຕິ​ຮູບ​ດ້ານ​ບໍລິຫານ ແລະ ການປັບປຸງສະພາບແວດລ້ອມແຫ່ງການລົງທຶນ; ຮ່ວມສຳພັນການໂຄສະນາສົ່ງເສີມການເຊີນ​ລົງທຶນ, ໂດຍສົ່ງບັນຊີໂຄງການຂອງແຕ່ລະແຂວງໄປຍັງສູນສົ່ງເສີມການຄ້າ ແລະ ການລົງທຶນ ຂອງນະຄອນໂຮຈິມິນ (ITPC) ເພື່ອນຳສະເໜີໃຫ້ແກ່ນັກລົງທຶນທີ່ມີຄວາມຕ້ອງການ.

ນະຄອນໂຮຈິມິນ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮ່ວມມືກັບບັນດາແຂວງ , ນະຄອນຂອງພາກເໜືອ ແລະ ພາກກາງຕອນເໜືອ ເພື່ອດຳເນີນກິດຈະກຳຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ເພື່ອນຳໃຊ້ປະໂຫຍດສູງສຸດຈາກທ່າແຮງຂອງແຕ່ລະທ້ອງຖິ່ນ. ພ້ອມກັນນັ້ນ, ນະຄອນກໍ່ຈະສຸມໃສ່ການສະໜັບສະໜູນວິສາຫະກິດ ແລະ ສ້າງເງື່ອນໄຂອັນສະດວກໃຫ້ບັນດາແຂວງໄດ້ພັດທະນາ ຂະຫຍາຍຕະຫຼາດ ແລະ ຮ່ວມມືໃນຫຼາຍຂົງເຂດ.

ໃນກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບໜ້າທີ່ຈຸດສຸມເພື່ອເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນ, ພ້ອມທັງວິທີແກ້ໄຂກ່ຽວກັບການພັດທະນາເສດຖະກິດດິຈິຕອນ, ການຫັນເປັນສີຂຽວ ແລະ ການສ້າງຮູບແບບການພັດທະນາໃໝ່ ເຊິ່ງໄດ້ຖືກເນັ້ນໜັກເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາ ແລະ ການເຊື່ອມຕົວເຂົ້າກັບສາກົນໃນຍຸກໃໝ່.

ກອງປະຊຸມຍັງໄດ້ໃຊ້ເວລາປຶກສາຫາລືກ່ຽວກັບໜ້າທີ່ລະອຽດ ແລະ ແທດຈິງ ພ້ອມທັງມີຄວາມຫວັງວ່າ ໄລຍະເວລາຮ່ວມມືໃໝ່ນີ້ຈະສ້າງຜົນສຳເລັດທີ່ສຳຄັນ ແລະ ປະກອບສ່ວນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຢ່າງຍືນຍົງ ໃຫ້ ນະຄອນ ໂຮຈິມິນ , 9 ແຂວງ, ນະຄອນຂອງພາກເໜືອ ແລະ ພາກກາງຕອນເໜືອອີກດ້ວຍ.

ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

ຍສໝ - ໃນວັນທີ 22 ມິຖຸນາ, ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ປະມານ 5,100 ຊຸດ ໃຫ້ ທ່ານ ຫງວຽນຊວນດິງ - ຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ເພື່ອໃຫ້ສະມາຄົມມອບເຄື່ອງອຸປະຖຳດັ່ງກ່າວນີ້ໃຫ້ແກ່ແມ່ຍິງ, ເດັກຍິງມີຄວາມສ່ຽງຕໍ່ການໃຊ້ຄວາມຮຸນແຮງທາງເພດ ຍ້ອນຜົນຮ້າຍຂອງການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ, ບັກນິງ ແລະ ນະຄອນໂຮ່ຈີມິນ.

ຜູ້ມີສິດເລືອກຕັ້ງ ໄດ້ເຫັນດີເປັນເອກະພາບສູງຕໍ່ແຜນການດຳເນີນງານ ຂອງຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເຂດເລືອກຕັ້ງທີ 4 ນະຄອນໂຮຈິມິນ.

ຜູ້ມີສິດເລືອກຕັ້ງ ໄດ້ເຫັນດີເປັນເອກະພາບສູງຕໍ່ແຜນການດຳເນີນງານ ຂອງຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເຂດເລືອກຕັ້ງທີ 4 ນະຄອນໂຮຈິມິນ.

ຍສໝ - ໃນປີແຜນງານປະຕິບັດ ໄດ້ເລືອກຕັ້ງໂດຍຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເຂດເລືອກຕັ້ງທີ 4, ນະຄອນໂຮ່ຈີມິນໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ພຶດສະພາ, ເຊັ່ນ: ປົກປັກຮັກສາປະເທດຊາດ, ອະທິປະໄຕ, ຜືນແຜ່ນດິນ ແລະ ຜົນປະໂຫຍດຂອງປະເທດຊາດ, ໂດຍສະເພາະແມ່ນທະເລຕາເວັນອອກ ແລະ ແມ່ນໍ້າຂອງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.