ນາຍທະຫານ ຫວຽດນາມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ຕື່ມອີກ 3 ຄົນ

06:48 | 11/04/2024

Ngày 8/4, tại Hà Nội, Bộ Quốc phòng tổ chức buổi Lễ trao Quyết định của Chủ tịch nước và Quyết định của Bộ trưởng Bộ Quốc phòng cho 3 sĩ quan làm nhiệm vụ gìn giữ hòa bình Liên hợp quốc tại các phái bộ: MINUSCA (Cộng hòa Trung Phi), UNMISS (Cộng hòa Nam Sudan) và UNISFA (khu vực Abyei). ຍສໝ - ໃນວັນ​ທີ 8 ເມສາ, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ໄດ້​ຈັດ​ພິທີ​ມອບ​ມະຕິຕົກລົງຂອງ​ປະທານ​ປະ​ເທດ ​ແລະ ລັດຖະມົນຕີ​​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃຫ້​ແກ່​ນາຍ​ທະຫານ 3 ທ່ານ​ທີ່​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ຢູ່​ບັນດາ​ຄະນະປະຕິບັດງານ​ຄື: MINUSCA (ສາທາລະນະ​ລັດ ອາ​ຟຼິກາ​ ກາງ), UNMISS (ສາທາລະນະລັດຊູດັງ ໃຕ້) ແລະ UNISFA (ເຂດ Abyei).

ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ) ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ)
ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ

ໂດຍເປັນ​ປະທານ​ໃນ​ພິທີ​ມອບຂໍ້ຕົກລົງ ມີ​ທ່ານ​ພົນໂທ ຮວ່າງ​ຊວນ​ຈ້ຽນ - ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ, ຫົວໜ້າ​ຄະນະ​ປະຕິບັດ​ງານລະຫວ່າງຂະແໜງການ, ຫົວໜ້າ​ຄະນະ​ຊີ້​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດກ່ຽວກັບການເຂົ້າຮ່ວມການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.

ນາຍທະຫານ ຫວຽດນາມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ  ຕື່ມອີກ 3 ຄົນ


​ທ່ານ​ພົນໂທ ຮວ່າງ​ຊວນ​ຈ້ຽນ ໄດ້ມອບ​ຂໍ້ຕົກລົງຂອງ​ປະທານ​ປະ​ເທດ ແລະ ມອບ​ດອກ​ໄມ້​ຊົມເຊີຍ​ບັນດານາຍ​ທະຫານທີ່ໄປປະຕິບັດໜ້າທີ່​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. (ພາບ: bqp.vn)

ນາຍ​ທະຫານ 3 ທ່ານ​ທີ່​ໄປປະຕິບັດ​ໜ້າ​ທີ່​ໃນ​ຄັ້ງ​ນີ້​ລວມມີ: ທ່ານ​ພັນຕີ ຫງວຽນ​ສີຫຽວ, ອະດີດ​ອາຈານສອນວິຊາ​ອາ​ວຸດ​ການບິນ, ພະແນກເຕັກນິກການບິນ, ວິທະຍາຄານປ້ອງກັນອາກາດ - ກອງທັບອາກາດ, ​ໄດ້​ຖືກ​ສົ່ງ​ໄປ​ປະຕິບັດ​ໜ້າ​ທີ່ເປັນຜູ້​ສັງເກດການການທະຫານ​ຢູ່ MINUSCA (ສາທາລະນະລັດ ອາຟຼິກາ ກາງ). ທ່ານພັນຕີ ນາງ ຫງວຽນ​ທິ​ແທ່ງ​ລວານ, ອະ​ດີດ​ອາຈານວິຊາສອນວິຊາເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ (IT), ພະແນກເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ - ພາ​ສາ​ຕ່າງ​ປະ​ເທດ, ວິທະຍາຄານທະຫານບົກ, ​ໄດ້​ຖືກ​ສົ່ງ​ໄປ​ປະຕິບັດ​ໜ້າ​ທີ່ເປັນນາຍ​ທະຫານເສນາທິການພະລາທິການ​ຢູ່​ UNISFA (ເຂດ Abyei). ທ່ານຮ້ອຍໂທ ຫງວຽນຕ໋ຽນລອງ, ອະດີດຜູ້ຊ່ວຍຄະນະຂົນຂວາຍປະຊາຊົນ, ຫ້ອງການການ​ເມືອງ, ກອງບັນຊາການທະຫານເຂດ 4, ເຫຼົ່າທັບກອງທັບເຮືອ, ໄດ້​ຖືກ​ສົ່ງ​ໄປ​ປະຕິບັດ​ໜ້າ​ທີ່ເປັນຜູ້​ສັງເກດການການທະຫານ​ຢູ່ UNMISS (ຊູ​ດັງ ​ໃຕ້).

ກ່າວ​ຄຳປາໄສ​ທີ່​ການ​ມອບ​ໜ້າທີ່, ທ່ານ​ພົນໂທ ຮວ່າງ​ຊວນ​ຈ້ຽນ ຮຽກຮ້ອງ​ວ່າ ພາຍຫຼັງ​ໄປຮອດ​ຄະນະປະຕິບັດງານເພື່ອຮັບໜ້າທີ່, ນາຍ​ທະຫານ 3 ທ່ານ ​ຕ້ອງ​ກຳ​ແໜ້ນສະພາບ​ການ​ບໍລິເວນຢ່າງ​ວ່ອງ​ໄວ, ​ໄປເຮັດວຽກທັນທີ, ປະຕິບັດໜ້າທີ່ການງານ,​ ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍໃຫ້ດີ; ​ເພີ່ມ​ທະວີ​ການປະຕິບັດວຽກງານຄົ້ນຄວ້າ, ຍົກສູງຄວາມສາມາດໃນ​ການໄຈ້ແຍກ​ວິ​ເຄາະ, ເສນາທິການ, ຄາດ​ຄະ​ເນ​ສະພາບ​ການ.

ພ້ອມ​ກັນ​ນັ້ນ, ບັນດານາຍ​ທະຫານ​ຕ້ອງ​ເຊື່ອມຊຶມ ແລະ ປະຕິບັດທັດສະນະ, ແນວທາງ​ການ​ຕ່າງປະ​ເທດຂອງ​ພັກ, ລັດ ​ແລະ ກອງທັບ​ຢ່າງ​ເຂັ້ມ​ງວດ; ປະຕິບັດ​ລະບຽບວິ​ໄນ​ກອງທັບ​ປະຊາຊົນ​ ຫວຽດນາມ, ລະບຽບ​ການ​ຂອງ​ສະຫະ​ປະຊາ​ຊາດ, ກົດໝາຍ​ຂອງ​ປະ​ເທດ​ເຈົ້າພາບ, ​ບັນດາກຳນົດເພື່ອຮັບປະກັນ​ຄວາມໝັ້ນຄົງ, ຄວາມ​ປອດ​ໄພ​ກ່ຽວກັບປະຊາຊົນ ແລະ ອາວຸດ​, ວັດຖຸອຖປະກອນຢ່າງ​ເຂັ້ມ​ງວດ; ຮັບປະກັນຈັນຍາບັນທະຫານປະຊາຊົນໃນຕະຫຼອດໄລຍະທີ່ປະຕິບັດໜ້າທີ່.

ທ່ານ​ພົນໂທ ຮວ່າງ​ຊວນ​ຈ້ຽນ ກໍ່ສະເໜີໃຫ້ກົມຮັກສາສັນຕິພາບ ຫວຽດນາມ ສືບຕໍ່ຄົ້ນຄວ້າ ແລະ ຊຸກຍູ້ການເປີດກ້ວາງບັນດາການເຄື່ອນໄຫວ, ຮູບແບບ, ຂອບຂະໜາດ ແລະ ບໍລິເວນທີ່ເຂົ້າຮ່ວມ; ສົມທົບ​ກັບ​ບັນດາ​ອົງການ​ທີ່​ມີ​ຄວາມ​ສາມາດ​ເພື່ອ​ເຮັດ​ສຳ​ເລັດ​ແລວນິຕິກຳ ​ແລະ ພື້ນຖານ​ນະ​ໂຍບາຍໃຫ້ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ສືບ​ຕໍ່​ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພາສາ​ຕ່າງປະ​ເທດ, ຄົ້ນຄວ້າ​ຄວາມສາມາດຜັນ​ຂະຫຍາຍ​ກຳລັງ​ເຂົ້າ​ຮັບ​ຕຳ​ແໜ່​ງບັນຊາ​ຢູ່​ບັນດາ​ຄະນະປະຕິບັດງານ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.