ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur

15:15 | 26/03/2024

ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur

ຂີດໝາຍວັນບຸນຊຸດເສື້ອຍາວຂອງສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເຢຍລະມັນ ຂີດໝາຍວັນບຸນຊຸດເສື້ອຍາວຂອງສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເຢຍລະມັນ
ຫວຽດ​ນາມ ​ຊຸກ​ຍູ້​ການ​ຄ້າ​ກັ​ບ Mercosur ຫວຽດ​ນາມ ​ຊຸກ​ຍູ້​ການ​ຄ້າ​ກັ​ບ Mercosur

ນັກຊ່ຽວຊານ ອັກຊັງຕີນ ຖືວ່າ ດ້ວຍທີ່ຕັ້ງພູມສາດສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ-ປາຊີຟິກ, ຫວຽດນາມ ແມ່ນປະຕູສຳຄັນຂອງບັນດາປະເທດ Mercosur ເພື່ອເຂົ້າສູ່ຕະຫຼາດອາຊຽນ.

ໃນເວລາ 15 ປີມໍ່ໆມານີ້, ການແລກປ່ຽນການຄ້າລະຫວ່າງກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ແລະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ພັດທະນາຢ່າງກ້າວກະໂດດຂັ້ນ, ບາງປະເທດສະມາຊິກຂອງອາຊຽນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງ Mercosur ແລະຫວຽດນາມ ແມ່ນຕົວຢ່າງທີ່ພົ້ນເດັ່ນ.

ນີ້ແມ່ນຄຳຢັ້ງຢືນຂອງທ່ານ Ezequiel Ramoneda, ຜູ້ປະສານງານສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (CESEA), ສະຖາບັນການພົວພັນສາກົນ, ມະຫາວິທະຍາໄລແຫ່ງຊາດ La Plata ອັກຊັງຕີນ (UNLP).

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Buenos Aires, ທ່ານ Ramoneda ເນັ້ນໜັກວ່າ ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມການຄ້າສຳຄັນບໍ່ພຽງແຕ່ສຳລັບ ອັກຊັງຕີນ ເທົ່ານັ້ນ ຫາກຍັງສຳລັບທົ່ວກຸ່ມ Mercosur ອີກດ້ວຍ.

ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur
ພາບປະກອບ: TTXVN

ໂດຍໄດ້ຮັບໝາກຜົນນີ້ແມ່ນຍ້ອນມີຄວາມຂະຫຍັນຂັນເຄື່ອນຂອງຫວຽດນາມ ໃນການເຊື່ອມໂຍງສາກົນ, ກໍ່ຄືບັນດາຄວາມມານະພະຍາຍາມເປີດກວ້າງ ຕະຫຼາດສົ່ງອອກຂອງ Mercosur ແລະອັກຊັງຕີນ.

ເມື່ອເຕື້ອງເຖິງແງ່ຫວັງການຮ່ວມມືໃນອະນາຄົດ, ທ່ານ Ramoneda, ສະມາຊິກຫ້ອງການການຄ້າ Mercosur-ASEAN (MACC), ຖືວ່າ ດ້ວຍທີ່ຕັ້ງພູມສາດສຳຄັນຢູ່ພາກພື້ນ ອາຊີຕາເວັນອອກ ແລະອາຊີ-ປາຊີຟິກ, ຫວຽດນາມ ຈະແມ່ນປະຕູສຳຄັນຂອງ ອັກຊັງຕີນ ແລະບັນດາປະເທດສະມາຊິກ Mercosur - ລວມມີ ບຣາຊີນ, ອັກຊັງຕີນ, ອູຣູກວາຍ ເພື່ອເຂົ້າສູ່ຕະຫຼາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ການແລກປ່ຽນການຄ້າລະຫວ່າງຫວຽດນາມ ກັບ Mercosur ເວົ້າລວມ ແລະກັບ ອັກຊັງຕີນ ເວົ້າສະເພາະ ໄດ້ເພີ່ມຂຶ້ນພໍສົມຄວນໃນໄລຍະຜ່ານມາ, ແຕ່ວ່າຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍຢ່າງ ແລະຕ້ອງຫັນບັນດາຜະລິດຕະພັນນຳເຂົ້າສົ່ງອອກໃຫ້ເປັນຫຼາຍຮູບແບບ.

Mercosur ກໍ່ຕ້ອງການມີຂໍ້ມູນຕື່ມອີກກ່ຽວກັບບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ແລະກົງກັນຂ້າມ, ພິເສດແມ່ນນອກຈາກທ່າແຮງກ່ຽວກັບກະສິກຳແລ້ວ ກໍ່ແມ່ນຄວາມສາມາດບົ່ມຊ້ອນດ້ານອຸດສາຫະກຳ.

ໃນການພົວພັນດ້ານການເມືອງ, ທ່ານ Ramoneda ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ກັບບັນດາປະເທດ Mercosur.

ປີ 2023, ຫວຽດນາມ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບ ອັກຊັງຕີນ ແລະ30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບ ອູຣູກວາຍ ເຊິ່ງເປັນຂີດໝາຍດ້ວຍການຢ້ຽມຢາມຂັ້ນສູງເຖິງ 2 ປະເທດ ອາເມລິກາໃຕ້ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.

ປີນີ້, ຫວຽດນາມ ແລະບຣາຊີນ ພວມກ້າວໄປເຖິງການສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 17 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ.

ທ່ານ Ramoneda, ທັງເປັນຮອງປະທານສະຖາບັນວັດທະນະທໍາ ອັງຊັງຕີນ-ຫວຽດນາມ, ຢັ້ງຢືນວ່າ: “ພວກຂ້າພະເຈົ້າ ພວມຢູ່ໃນໄລຍະເຈລະຈາການເມືອງດີທີ່ສຸດ, ພ້ອມກັບການພົວພັນດ້ານການຄ້າທີ່ມີປະສິດທິຜົນ, ເພາະສະນັ້ນ, ຄວນເພີ່ມທະວີການຮ່ວມສຳພັນລະຫວ່າງຫວຽດນາມ ແລະ Mercosur ກໍ່ຄືເພີ່ມທະວີການພົວພັນລະຫວ່າງ Mercosur ແລະອາຊຽນ.

ກໍ່ກ່ຽວຂ້ອງເຖິງບັນດາຂໍ້ລິເລີ່ມໃນເວທີປາໄສຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕີນ (FEALAC), ທ່ານ Ramoneda ໄດ້ຕີລາຄາສູງຂໍ້ສະເໜີຂອງຫວຽດນາມ ໃນການສ້າງຕັ້ງລະບົບນະຄອນວັດທະນະທຳ ແລະຮຽກຮ້ອງໃຫ້ຊຸກຍູ້ການເຄື່ອນໄຫວຂອງອົງການຈັດຕັ້ງນີ້ພາຍຫຼັງພະຍາດໂຄວິດ-19.

ກ່ຽວກັບການພົວພັນດ້ານວັດທະນະທຳລະຫວ່າງ ອັກຊັງຕີນ ແລະຫວຽດນາມ, ທ່ານ Ramonda ເນັ້ນໜັກວ່າ ສະຖາບັນວັດທະນະທໍາ ອັກຊັງຕີນ-ຫວຽດນາມ ໄດ້ຮັບການສ້າງຕັ້ງເປັນເວລາເກືອບ 30 ປີແລ້ວ ແລະໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການພັດທະນາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມປາດຖະໜາຢາກສ້າງຕັ້ງສະມາຄົມມິດຕະພາບອັກຊັງຕີນ-ຫວຽດນາມ ໃນອະນາຄົດ.

ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະອັກຊັງຕີນ ໃນປີ 2023 ບັນລຸ 3,45 ຕື້ໂດລາສະຫະລັດ. ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 6 ແລະແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 5 ຂອງ ອັກຊັງຕີນ, ໃນຂະນະນັ້ນ ອັກຊັງຕີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງຫວຽດນາມ ຢູ່ພາກພື້ນອາເມລິກາລາຕີນ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.