ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ

00:00 | 22/04/2024

ຍສໝ - ຕອນເຊົ້າວັນທີ 17 ເມສາ, ຢູ່ນະຄອນ ດ້ຽນບຽນ, ແຂວງ ດ້ຽນບຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນທີ່ເຕັມໄປດ້ວຍຄວາມໝາຍ ແລະ ຄວາມຮູ້ສຶກຕື້ນຕັນໃຈທີ່ສຸດຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ແຮງງານເກນແນວຮົບທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ
ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27 ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ຢ່າງໂດຍກົງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບນັກຮົບເກົ່າ ດ້ຽນ​ບຽນ​ຝູ.

ເຫດການໄດ້ຮັບການຈັດຕັ້ງ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ສົມທົບກັບແຂວງ ດ້ຽນບຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2024).

ໂດຍ​ເຂົ້າ​ຮ່ວມທີ່ພິທີ ມີສະຫາຍ ໂດ້ວັນຈ໋ຽນ, ​ເລຂາທິການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ; ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາຜູ້ເຖົ້າຜູ້ແກ່ທີ່ເຂົ້າຮ່ວມການປະຕິວັດ, ບັນດາແມ່ຫວຽດນາມ ວິລະຊົນ, ວິລະຊົນຂອງກຳລັງປະກອບອາວຸດປະຊາຊົນ, ທະຫານ ດ້ຽນບຽນ, ມີຊາວໜຸ່ມອາສາສະໝັກ, ແຮງງານເກນແນວຮົບທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ ກວ່າ 250 ຄົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ຢ່າງໂດຍກົງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ​ບັນ​ດາ​ຜູ້​ແທນໃນພິທີເຄົາລົບທຸງທີ່ການພົບປະ.

ໄຊຊະນະ ດ້ຽນບຽນຝູ ຈະ​ເປັນ​ບົດເພງວິລະຊົນຕະຫຼອດ​ການ - “​ເປັນ​ຂີດ​ໝາຍ​​ໜຶ່ງດ້ວຍຄຳທີ່ເຫຼື້ອມປະກາຍ” ​ໃນ​ປະຫວັດສາດ​ຂອງ​ປະຊາຊົນ ຫວຽດນາມ, ປະ​ເທດ​ ຫວຽດນາມ, ມີ​ຄວາມ​ໝາຍອັນ​ໃຫຍ່ຫຼວງ​, ສົ່ງການ​​ກະທົບ​ຢ່າງ​ເຂັ້ມແຂງ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ຂອງ​ສັງຄົມ ໃນ​ໂລກ.

70 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ຄວາມໝາຍ ແລະ ບົດຮຽນໃນປະຫວັດສາດຂອງໄຊຊະນະ ດ້ຽນບຽນຝູ ຍັງຄົງເປັນກຳລັງແຮງຈູງໃຈອັນແຮງກ້າ ເພື່ອເພີ່ມກຳລັງແຮງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ເສີມຂະຫຍາຍລັດທິວິລະຊົນປະຕິວັດໃນຂະບວນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສູ້ຊົນປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກຢ່າງມີໄຊ, ສ້າງສາ​ປະ​ເທດ​ຊາດໃຫ້​ເຂັ້ມແຂງແຮງກ້າ, ຈະເລີນຮຸ່ງເຮືອງ, ປະຊາຊົນທີ່ອີ່ມໜຳສຳລານ, ມີ​ຄວາມ​ຜາ​ສຸກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ຢ່າງໂດຍກົງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບຟັງການແນະນຳການເປີດຕົວປື້ມຂຽນກ່ຽວກັບທ່ານພົນເອກ ຫວໍງວຽນຢ໋າບ ແລະ ​ບັ້ນຮົບ ດ້ຽນບຽນຟູ ເຊິ່ງໄດ້ແປເປັນຫຼາຍພາສາ.

ກ່ອນ​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ​ໄດ້​​ໄປຖະຫວາຍທູບທຽນ ໄຫວ້ອາໄລຫາບັນດາວິ​ລະ​ຊົນ, ຜູ້​ເສຍ​ສະຫຼະ​ຊີ​ວິດເພື່ອຊາດຢູ່ສຸສານນັກຮົບ​ເສຍ​ສະຫຼະ​ຊີ​ວິດເພື່ອຊາດແຫ່ງຊາດ A1. ໂດຍໄດ້ຮັບການກໍ່ສ້າງຂຶ້ນໃນປີ 1958 ແລະ ໄດ້ສ້ອມແປງ, ຍົກລະດັບຫຼາຍຄັ້ງ, ສຸສານນັກຮົບ​ເສຍ​ສະຫຼະ​ຊີ​ວິດເພື່ອຊາດແຫ່ງຊາດ A1 ຫ່າງຈາກສະຖານທີ່ຮ່ອງຮອຍປະຫວັດສາດໂນນພູ A1 ໄປທາງທິດໃຕ້ປະມານ 100 ແມັດ, ເປັນບ່ອນພັກຂອງທະຫານ 644 ຄົນທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດໃນບັ້ນຮົບ ດ້ຽນບຽນຟູ ປີ 1954.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ຢ່າງໂດຍກົງ.

ການສະແດງຢູ່ໃນການພົບປະ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາຊະມາຊິກຂອງຄະນະປະຕິບັດງານ ໄດ້ນ້ອມຂ່ຳນັບຕໍ່ດວງວິນຍານບັນດາວິລະຊົນ, ຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ເຄີຍຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດຢູ່ດິນແດນວິລະຊົນ ດ້ຽນບຽນຝູ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ຢ່າງໂດຍກົງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​​ໄປຖະຫວາຍທູບທຽນ ເພື່ອອາໄລຫາບັນດາວິ​ລະ​ຊົນ, ຜູ້​ເສຍ​ສະຫຼະ​ຊີ​ວິດເພື່ອຊາດ ຢູ່ສຸສານນັກຮົບ​ເສຍ​ສະຫຼະ​ຊີ​ວິດເພື່ອຊາດແຫ່ງຊາດ A1

70 ປີກ່ອນ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ, ປະທານ ໂຮ່ຈີມິນ - ວິລະຊົນປົດປ່ອຍຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງໃນໂລກ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ປະຕິບັດບັ້ນສູ້ຮົບ ດ້ຽນບຽນຝູ ຢ່າງເດັດດ່ຽວ, ຍາດໄດ້ໄຊຊະນະຊີ້ຂາດ, ນຳພາການຕໍ່ຕ້ານຂອງປະ​ເທດ​ຊາດ​ ຫວຽດນາມ ​ໄປສູ່ໄຊຊະນະຢ່່າງສົມບູນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ຢ່າງໂດຍກົງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ຢ່າງໂດຍກົງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຖ່າຍ​ຮູບ​ທີ່​ລະ​ນຶກ​ກັບ​ບັນ​ດາ​ນັກ​ຮົບ​ເກົ່າ​ທີ່​ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ຢ່າງໂດຍກົງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທີ່​ເຂົ້າ​ຮ່ວມ​​ບັ້ນຮົບ ດ້ຽນບຽນຟູ

ມິງດຶກ

ເຫດການ
302 Found

Found

The document has moved here.