ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ.

21:11 | 24/03/2024

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫງວຽນ​ຈູງ​ກຽນ ​ໄດ້​ສະ​ແດງ​ຄວາມຮູ້ສຶກຕື້ນຕັນໃຈ​ເມື່ອ ​ຫວຽດນາມ ​ໄດ້​ຮັບ​ການ​ເລືອກເພື່ອແນະນຳໃນ​ວາລະສານ Cercle Diplomatique ສະບັບເລກທີທຳອິດ.

ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ
ບັນດາວິສາຫະກິດ ໂອຕຣິດ ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ ບັນດາວິສາຫະກິດ ໂອຕຣິດ ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ

ຫວ່າງ​ມໍ່ໆ​ມາ​ນີ້, ວາລະສານ​ການ​ທູດຂອງ ໂອຕຣິດ Cercle Diplomatique (CD) ໄດ້​​ສົມທົບ​ກັບ​ສະຖານທູດ ​ຫວຽດນາມ ປະຈຳ ໂອຕຣິດ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດຕົວເລກສະບັບລະດູບານໃໝ່ 2024 ວາລະສານສະເພາະກ່ຽວກັບ ຫວຽດນາມ ຢູ່​ສະໜາມແຂ່ງມ້າ ແອັດສະປາຍ ໃນພະລາຊະວັງ Vienna.

ໂດຍເຂົ້າຮ່ວມພິທີທີ່ມີທ່ານນາງ Andrea Fürnweger, ຫົວໜ້າບັນນາທິການ CD; ທ່ານ ຫງວຽນ​ຈຸງ​ກຽນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ສາທາລະນະລັດ ໂອຕຣິດ; ທ່ານ Ernst Woller, ປະທານສະພາແຫ່ງຊາດ​ລັດ Vienna, ບັນດາແຂກ​ຜູ້​ມີ​ກຽດ; ທ່ານ Maximilian Hennig, ຫົວໜ້າກົມພິທີການກະຊວງການຕ່າງປະເທດ ໂອຕຣິດ; ທ່ານ Alfred Hudler, ຜູ້ອຳນວຍການຝ່າຍບໍລິຫານ​ສະໜາມແຂ່ງມ້າ ແລະ ແຂກ​ຜູ້​ຕາງໜ້າຂອງຄະນະທູຕານຸທູດ, ວົງ​ການ​ເສດຖະກິດ ​ແລະ ວັດທະນະທຳ​ຢູ່​ນະຄອນຫຼວງ​ Vienna ​ເກືອບ 200 ທ່ານ.

ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ.


ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫງວຽນ​ຈູງ​ກຽນ ແລະ ທ່ານຫົວໜ້າບັນນາທິການ CD ນາງ Andrea Fürnweger

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫງວຽນ​ຈູງ​ກຽນ ໄດ້​ສະ​ແດງ​ຄວາມຮູ້ສຶກຕື້ນຕັນໃຈ​ເມື່ອ​ ຫວຽດນາມ ​ໄດ້​ຮັບ​ການ​ເລືອກເພື່ອແນະນຳໃນ​ສະບັບເລກທີທຳອິດຂອງວາລະສານ CD, ພ້ອມກັນນັ້ນ ກໍຢ້ຳຄືນບາງ​ເຫດການ​ຕົ້ນຕໍ​ໃນ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ໂອຕຣິດ.

ທ່ານ​ປະທານ​ສະພາ​ແຫ່ງຊາດ​ລັດ Vienna ​ໄດ້ສະ​ແດງ​ຄວາມຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມຮັກແພງສ່ວນ​ຕົວ​ຂອງ​ຕົນ​ສຳລັບ ຫວຽດນາມ. ບັນດາ​ແຂກ​ລ້ວນ​ແຕ່​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ - ໂອຕຣິດ ໃນ​ໄລຍະ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ.

ທີ່​ພິທີ, ສະຖານທູດ ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການວາງ​ສະ​ແດງ​ຮູບ​ຖ່າຍ​ເພື່ອ​ແນະນຳ​ປະ​ເທດ​ຊາດ, ປະຊາຊົນ ​ແລະ ວັດທະນະທຳ ​ຫວຽດນາມ ​ໃຫ້​ແກ່ເພື່ອນ​ມິດ ໂອຕຣິດ ແລະ ​ເພື່ອນ​ມິດສາ​ກົນ.

ນີ້​ແມ່ນ​ຄວາມ​ຄິດ​ຂອງ​ທ່ານ​ນາງ ໂງ່ທິຮົ່ງລວານ, ພະນັກງານການ​ທູດ​ ຫວຽດນາມ ທີ່ບຳນານແລ້ວ ແຕ່​ຍັງ​ມີ​ຄວາມ​ກະຕືລືລົ້ນ​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ການຕ່າງປະ​ເທດ​ຂອງ​ປະ​ເທດຊາດ.

ທ່ານ​ນາງ ລວານ ​ໄດ້​ລະດົມ​ບັນດາ​ຜູ້​ອຸປະຖຳ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປະກອນ​ຂອງ​ສະມາຄົມ​ຖ່າຍຮູບ​ນະຄອນ ​ໂຮ່ຈີ​ມິນ ຄື ຮ່ວາງ​ເຖຫງ້ຽມ, ​ເຈີ່ນ​ກ່າວບ໋າວລອງ, ຫງວຽນ​ຕ໋ຽນກວາງ ​ແລະ ຫງວຽນ​ວັນ​ເຕີ່ມ ສາມາດ​ແນະນຳ​ບັນດາ​ຜະລິດ​ຕະພັນຂອງຕົນຢູ່ ໂອຕຣິດ. ບັນດາຜະລິດ​ຕະພັນ ກໍໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

ຫວຽດນາມ ແລະ ໂອຕຣິດ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 1 ທັນວາ 1972. ນັບ​ແຕ່​ນັ້ນມາຮອດປະຈຸບັນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ເປັນ​ຢ່າງ​ດີ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ຫຼາຍ​ດ້ານ​ຄື ການ​ເມືອງ - ການ​ທູດ, ການ​ຄ້າ - ການ​ລົງທຶນ, ວັດທະນະທຳ - ການທ່ອງທ່ຽວ, ການ​ສຶກສາ ​ແລະ ບຳລຸງ​ສ້າງ.

ໂອຕຣິດ ນອນໃນ Top 10 ບັນດາຄູ່ຮ່ວມມືດ້ານການຄ້າຂອງ ຫວຽດນາມ ໃນສະຫະພາບ ເອີຣົບ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າຕົ້ນຕໍຂອງ ໂອຕຣິດ ໃນ ອາຊຽນ. ປີ 2023, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 2,93 ຕື້ USD.

ສິ່ງພິມກ່ຽວກັບຫວຽດນາມ ສາມາດອ່ານໄດ້ຢູ່ເວັບໄຊຂອງວາລະສານ Cercle Diplomatique: CERCLE DIPLOMATIQUE - issue 01/2024 (yumpu.com)

ມິງດຶກ

ເຫດການ
302 Found

Found

The document has moved here.