ຫວຽດນາມ ໄດ້ເຂົ້າ top ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ

07:44 | 11/04/2024

ຍສໝ - Time Out - ວາລະສານການທ່ອງທ່ຽວແຖວໜ້າຂອງ ອັງກິດ - ຫາກໍ່ນຳແນະນຳ top 9 ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ, ໃນນັ້ນມີຫວຽດນາມ.

ຫວຽດນາມ ​​ໄດ້ເຂົ້າ​ຮ່ວມການສຳມະນາໂດຍ IMF ຈັດຂຶ້ນຢູ່ ລາວ ຫວຽດນາມ ​​ໄດ້ເຂົ້າ​ຮ່ວມການສຳມະນາໂດຍ IMF ຈັດຂຶ້ນຢູ່ ລາວ
ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024 ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024

"ເມື່ອກ່າວເຖິງບັນດາຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວໃນອາຊີຕາເວັນອອກສຽງໃຕ້, ໄທ ແລະ ຫວຽດນາມ ຍັງເປັນຈຸດໝາຍປາຍທາງແຖວໜ້າ, ແຕ່ ຫວຽດນາມ ຍັງເປັນຈຸດເລີ່ມຕົ້ນທີ່ດີກວ່າ", ວາລະສານ Time Out ໃຫ້ຄຳເຫັນ.

ຫວຽດນາມ ໄດ້ເຂົ້າ top ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ


ຫວຽດນາມ ​ໄດ້​ຮັບ​ການຕີລາຄາວ່າ ຈຸດປາຍທາງທີ່​ປອດ​ໄພ​ສຳລັບນັກ​ທ່ອງ​ທ່ຽວ​ເພດ​ຍິງ. (ພາບ: Vietnamtravel)

ຕາມ Time Out ແລ້ວ, ຫວຽດນາມ ດ້ວຍຄວາມງາມທາງທຳມະຊາດອັນສະຫງ່າລາສີຈາກພູເຂົາ, ທະເລ, ເຖິງໝູ່ບ້ານບູຮານ, ໄດ້ດຶງດູດນັກທ່ອງທ່ຽວສາກົນນັບລ້ານເທື່ອຄົນໃນແຕ່ລະປີ. ຈາກ ຮ່າໂນ້ຍ ໄປເຖິງບັນດານະຄອນທີ່ຟົດຟື້ນເຊັ່ນ ນະຄອນ ໂຮ່ຈີມິນ ແລະ ບັນດາຈຸດໝາຍປາຍທາງທີ່ມີຊື່ສຽງຄື ໂຮ້ຍອານ, ເຫ້ວ ລ້ວນແຕ່ຖືກແນະນຳໂດຍ Time Out ວ່າເປັນບ່ອນທີ່ນັກທ່ອງທ່ຽວຈະຄົ້ນພົບສິ່ງທີ່ຫນ້າສົນໃຈຫຼາຍຢ່າງ.

ສິ່ງ​ທີ່​ເຮັດ​ໃຫ້​ ຫວຽດນາມ ກາຍ​ເປັນ​ຈຸດໝາຍ​ປາຍທາງ​ທີ່ອຸດົມການໃຫ້ແກ່ແມ່ຍິງ​ທີ່​​ໄປ​ຄົນ​ດຽວ​​ນັ້ນ​ແມ່ນ​ຕາໜ່າງ​ຄົມມະນາຄົມ​ທີ່​ສະດວກ ​ແລະ ພັດທະນາ. ບໍ່ວ່າທ່ານຈະເລືອກເດີນທາງດ້ວຍລົດໄຟ, ລົດເມ ຫຼື ລົດຈັກ, ກໍ່ຈະໄປເຖິງທຸກບ່ອນທີ່ຢາກຄົ້ນພົບຢ່າງງ່າຍດາຍ.

ບໍ່​ພຽງ​ແຕ່​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ​ແລະ ທິວທັດາ​ນັ້ນ, ຫວຽດນາມ ຫາກຍັງ​ມີ​ຊື່​ສຽງ​ໃນ​ດ້ານ​ອາຫານ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ມີ​ຄວາມ​ດູດ​ດື່ມ. ແຂກຈະຊິມບັນດາອາຫານທີ່ມີຄຸນລັກສະນະຈຳເພາະຈາກທົ່ວປະເທດ, ສ້າງປະສົບການອາຫານທີ່ບໍ່ສາມາດລືມໄດ້.

ຕາມ​ນັ້ນ​ແລ້ວ, ນັກ​ທ່ອງ​ທ່ຽວ​ບໍ່​ຄວນ​ລືມຊິມ​ອາ​ຫານ ​ເຫ້ວ, ບ່ອນເຊິ່ງ​ເຄີຍ​ແມ່ນ​ເມືອງ​ຫຼວງ​ຂອງ​ລາຊະວົງ ຫງວຽນ, ສະໄໝລາຊະວົງສັກດິນາສຸດທ້າຍຂອງ​ຫວຽດນາມ. ປະຈຸ​ບັນ, ​ເຫ້ວ ມີ​ອາຫານ 1.200 ກວ່າ​ເຍື່ອງ, ​ໃນ​ນັ້ນ​ມີ​ກ່າວເຖິງ ເຂົ້າປູ້ນງົວເຫ້ວ, ນ້ຳຫວານ ໂກ໋ໂດ່, ຈ່າຢໍ່ ແລະ ເຂົ້າຫອຍແຄງປະເພດໜຶ່ງ, ອາຫານຈານໜຶ່ງທີ່ມີສ່ວນປະກອບແບບຊົນນະພາບເຊັ່ນ: ຫອຍນາງລົມ ແລະພືດສະຫມຸນໄພສົດ.

ຄຽງ​ຂ້າງ​ນັ້ນ, ວັດທະນະທຳຮັກແຂກ ແລະ ເປັນມິດຂອງ​ຊາວ​ຫວຽດນາມ ກໍ່​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ປອດ​ໄພ​ເມື່ອ​ມາ​ຢ້ຽມຢາມ​ປະ​ເທດ​ນີ້. ການໜຸ່ມຊ່ວຍ ແລະ ວາມກະຕືລືລົ້ນຈາກປະຊາຊົນທ້ອງຖິ່ນຊ່ວຍໃຫ້ນັກທ່ອງທ່ຽວມີຄວາມເຊື່ອໝັ້ນຕົນເອງ ແລະ ປອດໄພໃນການເດີນທາງຂອງຕົນ.

ດ້ວຍພື້ນຖານໂຄງລ່າງທີ່ພັດທະນາແລ້ວ, ວັດທະນະທຳຮັກແຂກແລະ ອາຫານທີ່ຫຼາກຫຼາຍ, ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ປອດໄພ ແລະ ໜ້າຈັບໃຈຢ່າງແທ້ຈິງສຳລັບຜູ້ຍິງທີ່ຢາກປະຕິບັດບັນດາການທ່ອງທ່ຽວທີ່ໄປຄົນດ່ຽວ.

ນອກຈາກ ຫວຽດນາມ ແລ້ວ, ໃນບັນຊີລາຍຊື່ຂອງ Time Out ຍັງລວມມີ ສີລັງກາ, ຍີ່ປຸ່ນ, ອົດສະຕາລີ, ເກຼັກ ແລະ ນິວຊີແລນ.

ມິງດຶກ

ເຫດການ
302 Found

Found

The document has moved here.