ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ.

12:06 | 04/04/2024

ຍສໝ - ໜ້າເວບໄຊ Meil Kyungjae (ສ.​ເກົາຫຼີ) ​ໃຫ້​ຄຳ​ເຫັນ​ວ່າ ເມື່ອ​ ຫວຽດນາມ​ ກາຍ​ເປັນ “ພະວິຫານ” ຂອງ​ຂະ​ບວນການຫຼັງການ​ຜະລິດທາດເຄິ່ງຊັກນຳໄຟຟ້າ​ທົ່ວ​ໂລກ, ທ້ອງຕະຫຼາດຫຼັກຊັບ​ກໍ່​ຮ້ອນ​ຂຶ້ນພ້ອມ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva
ໄທ ຖື​ເປັນ​ສຳຄັນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ການ​ພົວພັນ​ກັບ ຫວຽດນາມ ໄທ ຖື​ເປັນ​ສຳຄັນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ການ​ພົວພັນ​ກັບ ຫວຽດນາມ

ຕາມ​ຂໍ້​ມູນ​ຂອງ​ບໍລິສັດ​ຂໍ້​ມູນການ​ເງິນ FnGuide ​ໄດ້​ປະກາດ​ໃນ​ວັນ​ທີ 31 ມີນາ​ນີ້, ອັດຕາສ່ວນຮ້ອຍຂອງກຳໄລສະ​ເລ່ຍຂອງ 21 ກອງທຶນ​​ມະຫາຊົນ​ທີ່​ລົງທຶນເຂົ້າໃນ ຫວຽດນາມ ​ປີ​ນີ້​ແມ່ນ 14,82%. ນີ້​ແມ່ນ​ອັດຕາ​ສ່ວນຮ້ອຍຂອງກຳໄລສູງ​​ອັນ​ດັບທີ​ສອງ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ໃນ​ໂລກ, ຖັດຈາກລະດັບ 18,33% ຂອງກອງ​ທຶນ​ລົງທຶນເຂົ້າໃນ ຍີ່ປຸ່ນ.

ຜົນກໍາໄລຂ້າງເທິງນີ້ເກີນລະດັບກໍາໄລ 13.29% ຂອງບັນດາກອງທຶນທີ່ລົງທຶນເຂົ້າໃນ ອາເມລີກາ ແລະ 6.84% ທີ່ລົງທຶນເຂົ້າ ອິນເດຍ ໃນໄລຍະເວລາດຽວກັນ. ຊັບສິນສຸດທິຂອງ​ກອງ​ທຶນ​ທີ່​ລົງ​ທຶນ​ເຂົ້າໃນ ຫວຽດ​ນາມ ຂຶ້ນເຖິງ 1.580 ຕື້​ Won, ເກືອບ 2 ເທົ່າ​ໃນມູນ​ຄ່າ​ເດີມແມ່ນ 887,3 ຕື້​ Won.

ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ.

ໂດຍມີ​ກຳໄລ​ຈາກ​ຮຸ້ນຂອງ​ ຫວຽດນາມ ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ປີ​ນີ້​ແມ່ນ​ຍ້ອນ ຫວຽດນາມ ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ດ້ວຍຖານະ​ເປັນ​ສູນ​ຜະລິດຂະບວນການຊ່ວຍທາດເຄິ່ງຊັກນຳໄຟຟ້າທົ່ວໂລກ ​ແລະ ພວມ​ດຶງ​ດູດ​ແຫຼ່ງທຶນ​ລົງທຶນ​ຈາກ​ຕ່າງປະ​ເທດ. (ທີ່ມາ: 24h)

ຜົນກຳ​ໄລ​ຂອງ​ກອງ​ທຶນ​ມະຫາຊົນ ແລະ ກອງທຶນທຸລະກຳໃບຢັ້ງຢືນກອງທຶນ (ETF - Exchange Traded Fund) ທີ່​ລົງ​ທຶນ​ເຂົ້າໃນ ຫວຽດ​ນາມ ກໍ່​ລື່ນ​ກາຍ​ບັນ​ດາ​ທຶນ​ລົງ​ທຶນ​ເຂົ້າໃນ ອາ​ເມ​ລິ​ກາ ແລະ ອິນ​ເດຍ.

ລາຄາຮຸ້ນ ETF ACE ຫວຽດນາມ VN30 (ສັງລວມ) ໄດ້ເພີ່ມຂຶ້ນ 17.47% ໃນປີນີ້.

ຜົນກຳໄລ​ຈາກບັນດາຮຸ້ນ ຫວຽດນາມ ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ປີ​ນີ້​ແມ່ນ​ຍ້ອນ ຫວຽດນາມ ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ດ້ວຍຖານະ​ເປັນ​ສູນ​ຜະລິດຂະບວນການໜູນຊ່ວຍທາດເຄິ່ງຊັກນຳໄຟຟ້າທົ່ວໂລກ ​ແລະ ພວມ​ດຶງ​ດູດ​ແຫຼ່ງທຶນ​ລົງທຶນ​ຈາກ​ຕ່າງປະ​ເທດ.

ບໍລິສັດຫຼັກຊັບ Sangsang Securities (ສ.ເກົາຫຼີ) ກໍ່ແຈ້ງວ່າ ກະແສເງິນການ​ລົງທຶນ​ໃນ​ຂະ​ບວນການ​ຫຼັງ​ປຸງ​ແຕ່ງທາດເຄິ່ງຊັກນຳໄຟຟ້າຢູ່​ ຫວຽດນາມ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 20% ຈາກແຕ່ປະມານ 10 ຕື້ USD ​ໃນ​ປີ 2023 ຂຶ້ນ​ເປັນ 12 ຕື້ USD ​ໃນ​ປີ​ນີ້.

ປະລິມານທາດເຄິ່ງຊັກນຳໄຟຟ້າສົ່ງ​ອອກ​ໄປ ອາ​ເມ​ລິ​ກາ​ ​ໄດ້​ເພີ່ມ​ຂຶ້ນ​ຈາກ​ປະມານ 1,8 ຕື້ USD ​ໃນ​ປີ 2018 ຂຶ້ນ​ເປັນ 6,8 ຕື້ USD ​ໃນ​ປີ 2023, ​ເທົ່າ​ກັບ​ເພີ່ມ​ຂຶ້ນ 283%.

ນັກ​ຄົ້ນ​ຄ້ວາ Jeong Min-gyu ຢູ່​ສະ​ຖາ​ບັນ​ຄົ້ນຄວ້າ​ຫຼັກ​ຊັບ Sangsang ​ໃຫ້​ຄຳຂໍ້ສັງເກດ​ວ່າ, ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ “ຖານທັບແນວໜ້າ” ໃຫ້​ບັນດາ​ບໍລິສັດເຄິ່ງຊັກນຳໄຟຟ້າທົ່ວ​ໂລກ​ຄື NVIDIA, Intel ຍ້ອນ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່ມີລັກສະນະເປັນກາງ, ບຸລິມະສິດ​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ ທ່າໄດ້ປຽບ​ໃນດ້ານລາຍຈ່າຍຄ່າ​ແຮງ​ງານ​ຕ່ຳ.

ພື້ນຖານໂຄງລ່າງຂອງປະເທດຮູບຕົວອັກສອນ S ໃນປັດຈຸບັນ ໄດ້ເປີດກວ້າງ ແລະ ໄດ້ໄລ່ລວມທັງບັນດາບໍລິສັດ Samsung Electronics, LG Electronics, Samsung Electro-Mechanics, Hanmi Semiconductor ແລະ Hana Micron.

ກອງ​ທຶນ​ລົງທຶນ Korea Investment Vietnam Growth Fund - ຫົວໜ່ວຍ​ທີ່​ມີ​ຂອບຂະໜາດ​ຊັບ​ສິນ​ສຸດທິ​ໃຫຍ່​ທີ່ສຸດ​ໃນ​ບັນດາ​ກອງ​ທຶນ​ມະຫາຊົນ - ​ໄດ້​ລົງທຶນ​ກວ່າ 60% ​ຊັບ​ສິນ​ເຂົ້າ​ຕະຫຼາດຫຼັບຊັບ​ຂອງ​ ຫວຽດນາມ, ສ່ວນ​ທີ່​ເຫຼືອ​ແມ່ນ​ລົງທຶນ​ໃນ​ພັນທະບັດທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ.

ມິງດຶກ

ເຫດການ
302 Found

Found

The document has moved here.