ໝຸຍແໜ໋ (ບິ່ງທ້ວນ) ນອນໃນ top 5 ຈຸດປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ ຢູ່ ອາຊີ - ປາຊີຟິກ.

12:07 | 04/04/2024

ຍສໝ - ໜ້າ Booking.com, ເວັບໄຊທ່ອງທ່ຽວອອນໄລແຖວໜ້າຂອງໂລກ ຫາກໍປະກາດບັນຊີລາຍຊື່ຈຸດຫມາຍປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ, ນຳການລົງຕົວຈິງແບບຫຼູຫຼາລະດັບໂລກມາຍັງພາກພື້ນ ອາຊີ - ປາຊີຟິກ. ຫວຽດນາມ ທີ່ມີ​ຈຸດໝາຍ​ປາຍທາງ​ທີ່ໄດ້ຮັບການກ່າວ​ ນັ້ນແມ່ນ ໝຸຍແໜ໋ (ຟ່ານທ໋ຽດ, ບິ່ງທ້ວນ)

ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024 ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024
ນັກຊ່ຽວຊານນິວຊີແລນ: ຫວຽດນາມ ແມ່ນສູນການຄ້າ ແລະການປ່ຽນແປງໃໝ່ຂອງອາຊີ - ປາຊີຟິກ ນັກຊ່ຽວຊານນິວຊີແລນ: ຫວຽດນາມ ແມ່ນສູນການຄ້າ ແລະການປ່ຽນແປງໃໝ່ຂອງອາຊີ - ປາຊີຟິກ

ຕາມ Booking.com ແລ້ວ, ບັນດາໂນນພູຊາຍ​ທີ່​ກວ້າງໃຫຍ່ ​ແລະ​ ອາກາດທີ່ຮ້ອນ​ແຫ້ງ​ຢູ່​ ໝຸຍແໜ໋ ຈະ​ເຮັດ​ໃຫ້​ຄົນ​ຈຳນວນ​ຫຼາຍ​ຄິດ​ຜິດ​ວ່າ​ ພາບ​ທີ່​ນີ້​ເປັນ​ທະ​ເລ​ຊາຍ​ທີ່​ມີ​ຄວາມ​ງາມຄືດັ່ງຢູ່ ​ເອຢິບ. ​ໃນ​ຕົວ​ຈິງ​ແລ້ວ, ໝຸຍແໜ໋ ​ແມ່ນ​ໝູ່​ບ້ານ​ຫາ​ປາ​ຢູ່​ເຂດ​ແຄມຝັ່ງທະເລພາກ​ກາງ​ຕອນ​ໃຕ້ຂອງ ​ຫວຽດນາມ. ກະຈັດກະຈາຍຢູ່ອ້ອມຮອບຕົວເມືອງນ້ອຍທີ່ແຄມຝັ່ງທະເລນີ້ ແມ່ນບັນດາໂນນພູຊາຍສີແດງ ແລະ ສີຂາວທີ່ມີຊື່ສຽງ, ຫຼື ຫ້ວຍ ຕ່ຽນ, ທາດສີຄາມ Poshanư ທີ່ເກົ່າແກ່ ຄືກັບປິຣາມິດ Giza ທີ່ຍິ່ງໃຫຍ່.

ໝຸຍແໜ໋ (ບິ່ງທ້ວນ) ນອນໃນ top 5 ຈຸດປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ ຢູ່ ອາຊີ - ປາຊີຟິກ.

ໝູ່​ບ້ານ​ຫາ​ປາ ໝຸຍແໜ໋, ບິ່ງທ້ວນ (ພາບ: KT)

ນອກຈາກ​ນັ້ນ, ​ເມື່ອ​ມາ​ຮອດ​ ໝຸຍແໜ໋ ນັກ​ທ່ອງ​ທ່ຽວ​ຄວນໄປຄົ້ນຫາ​ບັນດາຈຸດປາຍທາງ​ທ່ອງ​ທ່ຽວ​ອື່ນໆ​ຄື: ດອນ​ ເຣີມ, ດອນ ແຢັງ, ໂນນພູຊາຍຂາວ - ໂນນພູຊາຍບົວ, ຫ້ວຍ ຕ່ຽນ, ໝູ່​ບ້ານ​ຫາ​ປາ ​ແລະ ອ່າວ ໝຸຍແໜ໋, ວິຫານ ວ້ານຖູຍຕູ, ຫໍພິພິທະ​ພັນ​ນ້ຳປາໝູ່​ບ້ານ​ຫາ​ປາເກົ່າແກ່, ໂຮງຮຽນ ຢຸກແທງ ແລະ ຕ້ອງໄດ້ຊິມກ້ອຍ​ອາ​ຫານ​ທະ​ເລ, ບັນດາອາຫານ​ທີ່​ເຮັດຈາກໂຕ ຢົງ, ອາຫານ​ພິ​ເສດ​ຂອງ​ປູຈັກຈັ່ນ, ພັນຊີ້ນໝູ... ຂອງ​ເຂດ​ທະ​ເລ​ນີ້.

ນັກທ່ອງທ່ຽວສາມາດມາ​ ໝຸຍແໜ໋ ໄດ້ຕະຫຼອດປີ, ແຕ່ລະລະດູ "ສະຫວັນຂອງທະເລ" ຈະນໍາເອົາຄວາມງາມທີ່ແຕກຕ່າງກັນ. ແຕ່ເດືອນເມສາ ຫາ ເດືອນສິງຫາ ແມ່ນເວລາທີ່ງາມທີ່ສຸດສໍາລັບການທ່ອງທ່ຽວທ້ອງຖິ່ນ, ເພາະວ່າໃນເວລານີ້ນ້ຳທະເລແມ່ນຈະຂຽວໃສ ແລະ ເຢັນດີ. ແຕ່ເດືອນສິງຫາ ຫາ ເດືອນທັນວາ ຈະເຫມາະສົມສໍາລັບຜູ້ທີ່ມັກສະກີນ້ຳ ແລະ ກິລາສ່ຽງໄພ. ໃນຂະນະທີ່ເດືອນທັນວາ ມັກຈະມີຝົນຕົກ.

ໃນບັນຊີລາຍຊື່ຂອງ Booking.com, ນອກຈາກ ໝຸຍແໜ໋ ຂອງ ຫວຽດນາມ ແລ້ວ, ຍັງມີຈຸດປາຍທາງທ່ອງທ່ຽວທີ່ມີຊື່ສຽງຂອງໂລກອື່ນໆ, ລວມມີ: ຕົວເມືອງນ້ອຍ Ella (ສີລັງກາ); ຕົວເມືອງນ້ອຍ Jozankei (Hokkaido, ຍີ່ປຸ່ນ); ທະເລ ກຣະບີ່ (ປະເທດໄທ); ເກາະດອນເດດ (ປະເທດລາວ).

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.