ກວາງ​ຈີ້​ ຈັດ​ຕັ້ງ​ລາຍການປະສານສຽງດົນຕີສາ​ກົນ ເພື່ອເຊີດຊູຄຸນຄ່າ​ສັນ​ຕິ​ພາບ​ໂລກ

12:09 | 04/04/2024

ຍສໝ - ລາຍການປະສານສຽງດົນຕີສາ​ກົນ - ທຳນອງ​ສັນ​ຕິ​ພາບ ແມ່ນລາຍການສິລະປະທີ່ເປັນເອກະລັກສະເພາະທີ່ເຕົ້າໂຮມກັນຫຼາຍປະເທດ, ເຊີດຊູຄຸນຄ່າຂອງສັນຕິພາບໂລກ ໂດຍຜ່ານດົນຕີ.

ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024 ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024
ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພ​າບ ສ​ປ​ຊ ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພ​າບ ສ​ປ​ຊ

ວັນ​ທີ 29 ມີນາ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ຮວ່າງ​ນາມ ໄດ້​ເປັນ​ປະທານ​ກອງ​ປະຊຸມ​ເຮັດວຽກກັບ​ອົງການ​ຮ່ວມ​ມື​ສາກົນ iFELLOWSHIP, ສະມາຄົມ​ອຸດສາຫະກຳດ້ານວັດທະນະທຳ ແລະ ​ເສດຖະກິດຫວຽດນາມ - ສ.​ເກົາຫຼີ ກ່ຽວກັບການສົມທົບ​ກັນ​ຈັດ​ຕັ້ງ​ລາຍການປະສານສຽງດົນຕີສາ​ກົນ - ທຳນອງ​ສັນ​ຕິ​ພາບ​ ໃນ​ຂອບ​ເຂດງານ​ບຸນ​ເພື່ອ​ສັນ​ຕິ​ພາບ​ຄັ້ງ​ທຳ​ອິດ - ປີ 2024 ຢູ່ ກວາງ​ຈີ້.

ກວາງ​ຈີ້​ ຈັດ​ຕັ້ງ​ລາຍການປະສານສຽງດົນຕີສາ​ກົນ ເພື່ອເຊີດຊູຄຸນຄ່າ​ສັນ​ຕິ​ພາບ​ໂລກ

(ຮູບປະກອບ)

​ລາຍການປະສານສຽງດົນຕີສາ​ກົນ - ທຳນອງ​ສັນ​ຕິ​ພາບ ແມ່ນລາຍການສິລະປະທີ່ເປັນເອກະລັກສະເພາະທີ່ເຕົ້າໂຮມກັນຫຼາຍປະເທດ, ເຊີດຊູຄຸນຄ່າຂອງສັນຕິພາບໂລກ ໂດຍຜ່ານດົນຕີ. ລາຍການດັ່ງກ່າວ ຄາດວ່າ ຈະດຳເນີນໃນວັນທີ 20 ກໍລະກົດ 2024, ໂດຍການເຂົ້າຮ່ວມຂອງ 7 ຄະນະດົນຕີພາຍໃນ ແລະ ສາກົນ. ລາຍການລວມມີ 2 ພາກ​ຄື ຄວາມ​ຊົງ​ຈຳ - ປະຊາຊົນ ກວາງຈີ້ ແລະ ການປະສານສຽງສາກົນກ່ຽວກັບສັນຕິພາບ - ກວາງຈີ້ ແລະ ​ໂລກ.

ເປີດ​ສາກລາຍການ​ແມ່ນປະສານສຽງ “We are the world” ​ໂດຍ​ເດັກ​ນ້ອຍ 1,000 ຄົນ ແລະ ນັກ​ຮ້ອງ​ໂຮງ​ລະ​ຄອນ​ຊາວ​ຫນຸ່ມ ໄດ້ສະແດງນຳກັນ. ຕໍ່​ໄປ​ແມ່ນ​ຄວາມ​ຊົງ​ຈຳ ກວາງຈີ້ ລວມ​ມີ​ບັນ​ດາ​ການ​ສະ​ແດງ​ພິ​ເສດ​ທີ່ມີສຽງປະສານທີ່ກົມກ່ອມ ກວາງຈີ້, ສະ​ແດງ​ສີ​ສັນ​ທ້ອງ​ຟ້າ ກວາງຈີ້ - ປີ​ທີ່​ບໍ່​ອາດ​ລືມ​ໄດ້... ​ໃນ​ພາກ​ການປະສານສຽງສາກົນ​ໄດ້​ມີ 6 ​ຄະນະແຂກ​ຮັບ​ເຊີນ​ຄື ວົງ​ດົນຕີ ​New York, ກຸ່ມສິລະປິນ ປາຣີ, ສ.​ເກົາຫຼີ, ​ຍີ່ປຸ່ນ, ຄະນະ​ສິລະ​ປະ​ ປັກ​ກິ່ງ, ​ຄະນະສິລະປະ​ ລາວ​ ກໍ່ໄດ້​ສະ​ແດງ; ກວາງ​ຈີ້ - ໂລກ​ແຫ່ງ​ສັນຕິພາບ ​ແມ່ນ​ການ​ສະ​ແດງ​ແລກປ່ຽນ​ລະຫວ່າງ​ນັກ​ສິລະ​ປະ​ ຫວຽດນາມ ​ແລະ ​ໂລກ (ປະສານສຽງ)...

ທີ່​ກອງ​ປະຊຸມເຮັດວຽກ, ບັນດາຜູ້ແທນທີ່ເຂົ້າ​ຮ່ວມ ​ໄດ້​ເຫັນ​ດີ​ເປັນເອກະພາບກ່ຽວກັບ​ແນວ​ຄິດ ​ແລະ ​ແຜນການຂອງລາຍການ, ພ້ອມກັນນັ້ນ ກໍມີບາງຄວາມຄິດເຫັນທີ່ກ່ຽວຂ້ອງກັບບົດລະຄອນ, ເນື້ອໃນ, ກຳນົດເວລາລາຍການ...

ກ່າວ​ຄຳ​ປາໄສ​ທີ່​ການເຮັດວຽກ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ຈີ້ ຮວ່າງ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ ໃນລາຍການຕ້ອງ​ຍົກໃຫ້ເຫັນແຂວງ ກວາງ​ຈີ້ ເປັນຈຸດປາຍທາງແຫ່ງ​ສັນ​ຕິ​ພາບ; ນຳ​ຮູບ​ພາບ​ຂອງ​ ກວາງ​ຈີ້ ອອກ​ສູ່​ໂລກ ແລະ ນຳ​ໂລກມາ ກວາງ​ຈີ້. ລາຍການ​ຍັງ​ຕ້ອງ​ປະຕິບັດໄດ້ເປົ້າໝາຍ​ໂຄ​ສະ​ນາ​ໃຫ້ ກວາງ​ຈີ້ ເປັນຈຸດປາຍທາງຂອງການທ່ອງທ່ຽວ, ຈຸດ​ໝາຍ​ແຫ່ງ​ສັນ​ຕິ​ພາບ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.