ພັດທະນາ​ວຽກງານການທູດ​​ປະຊາຊົນ​ຢ່າງ​ເລິກ​ເຊິ່ງ

10:47 | 29/03/2024

ຍສໝ - ການລົງ​ນາມ​ລາຍການ​ສົມທົບ​ລະຫວ່າງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍ ​ແລະ ຄະນະ​ພັກ​ແຂວງ ​ໄຕ​ໂຮ່ ​ແມ່ນ​ພື້ນຖານ​ ເພື່ອ​ວຽກງານ​ການທູດ​ປະຊາຊົນຂອງ​ນະຄອນຫຼວງ​ພັດທະນາ​ຢ່າງ​​ເລິກ​ເຊິ່ງ​ໃນ​ຂົງ​ເຂດ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ; ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ວັດທະນະທຳ, ສິລະ​ປະ​; ການສຶກສາ; ການອຸປະຖຳບໍ່ຂຶ້ນກັບລັດຖະບານ; ພັດທະນາ​ຂໍ້​ມູນການພົວພັນຕ່າງປະ​ເທດ​, ຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າທີ່​ໃນ​ສະພາບ​ການ​ໃໝ່.

ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva

ວັນ​ທີ 28 ມີນາ, ຢູ່​ເມືອງ ໄຕ​ໂຮ່, ສະຫະພັນ​ບັນດາ​ອົງການ​ມິດຕະພາບນະຄອນ ຮ່າ​ໂນ້ຍ ແລະ ຄະນະ​ພັກ​ແຂວງ ​ໄຕ​ໂຮ່ ​ໄດ້​ລົງ​ນາມ​ໃນລາຍການ​ສົມທົບວຽກງານ ໄລຍະ 2024 – 2025.

ໂດຍ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ມີ: ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ຫງວຽນ​ງອກ​ກີ, ທ່ານ​ເລຂາ​ຄະນະ​ພັກເມືອງ ​ໄຕ​ໂຮ່ ​ນາງ ເລ​ທິທູ​ຮັ່ງ, ພ້ອມກັບຜູ້ຕາງໜ້າ​ການ​ນຳ​ເມືອງ ​ໄຕ​ໂຮ່.

ກ່າວ​ຄຳປາໄສທີ່​ພິທີ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ງອກ​ກີ ​ເນັ້ນ​ໜັກ​ວ່າ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍ ​ໄດ້​ ແລະ ພວມຊຸກຍູ້ຢ່າງຕັ້ງໜ້າ, ນຳ​ການ​ເຄື່ອນ​ໄຫວການທູດປະຊາຊົນ​ໃຫ້​ກາຍ​ເປັນ​ເຄືອ​ຂ່າຍ, ພັດທະນາຢ່າງ​ເລິກ​ເຊິ່ງໄປເຖິງບັນດາ​ເມືອງ, ​ຕາແສງ. ການທູດ​ປະຊາຊົນ​ມີ​ທ່າ​ໄດ້​ປຽບ​ຢ່າງ​ໃຫຍ່​ຫຼວງ, ນັ້ນແມ່ນ​ຄວາມມີໄຫວພິບ, ຢືດ​ຢຸ່ນ, ສາມາດ​ເຂົ້າ​ເຖິງ​ຫຼາຍເປົ້າໝາຍ, ການສ້າງ​ເຄືອ​ຂ່າຍ​ຢູ່​ບັນດາ​ເມືອງ, ​ຕາແສງ ເປັນ​ການ​ຂະຫຍາຍ​ແຂນອອກຕໍ່ ​ເພື່ອ​ຊ່ວຍ​ໃຫ້​ນະຄອນຫຼວງອອກ​ໄປ​ສູ່ໂລກ.

ພັດທະນາ​ວຽກງານການທູດ​​ປະຊາຊົນ​ຢ່າງ​ເລິກ​ເຊິ່ງ

ພາບລວມຂອງພິທີລົງນາມ (ພາບ: ນັກຂ່າວ)

​ໂດຍເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ເຫດການ​ນີ້, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ຮ່າ​ໂນ້ຍ ຫງວຽນ​ງອກ​ກີ ໃຫ້ຮູ້ວ່າ ການ​ລົງ​ນາມ​ໃນລາຍການ​ສົມທົບ​ລະຫວ່າງ​ສະຫະພັນ​ນະຄອນ ຮ່າ​ໂນ້ຍ ​ແລະ ຄະນະ​ພັກ​ແຂວງ ​ໄຕ​ໂຮ່ ​ແມ່ນ​ພື້ນຖານ​ ເພື່ອ​ວຽກງານ​ການທູດ​ປະຊາຊົນຂອງ​ນະຄອນຫຼວງ​ພັດທະນາ​ຢ່າງ​​ເລິກ​ເຊິ່ງ​ໃນ​ຂົງ​ເຂດ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ; ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ວັດທະນະທຳ, ສິລະ​ປະ​; ການສຶກສາ; ການອຸປະຖຳບໍ່ຂຶ້ນກັບລັດຖະບານ; ພັດທະນາ​ຂໍ້​ມູນຕ່າງປະ​ເທດ​, ຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າທີ່​ໃນ​ສະພາບ​ການ​ໃໝ່.

​ເ​ມືອງ ໄຕ​ໂຮ່ ​ແມ່ນ​ເມືອງ​ທຳ​ອິດ​ທີ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ຮ່າ​ໂນ້ຍ ​ໄດ້​ລົງ​ນາມ​ໃນ​ລາຍການວຽກງານ​ຢູ່ 30 ​ເມືອງ, ຕາແສງຂອງນະຄອນ. ນີ້​ແມ່ນ​ບາດກ້າວຢ່າງ​ແຮງ, ສ້າງ​ຄວາມ​ສົນ​ໃຈ​ຈາກ​ເພື່ອນ​ມິດສາ​ກົນ, ຜ່ານ​ນັ້ນ​ ກໍ່ດຶງ​ດູດ​ການ​ລົງທຶນ, ສົ່ງເສີມ​ການ​ຄ້າ, ​ໂຄສະນາ​ພາບຂອງ​ເມືອງ ໄຕ​ໂຮ່ ເວົ້າສະເພາະ ແລະ ນະຄອນຫຼວງ ຮ່າ​ໂນ້ຍ ​ເວົ້າ​ລວມ”, ທ່ານ​ ຫງວຽນ​ງອກ​ກີ ໃຫ້ຮູ້.

ດ້ວຍບົດບາດ​ເປັນ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ ນະຄອນ​ຮ່າ​ໂນ້ຍ, ທ່ານ​ເລຂາ​ຄະນະພັກ​ແຂວງ ​ໄຕ​ໂຮ່ ນາງ ​ເລ​ທິທູ​ຮັ່ງ ເນັ້ນ​ໜັກ​ວ່າ ເພື່ອເປົ້າໝາຍ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຫຼາຍການ​ເຄື່ອນ​ໄຫວພົບພະແລກປ່ຽນກິລາ, ເສດ​ຖະ​ກິດທີ່ໄດ້ຮັບການຜັນຂະຫຍາຍ​ຢ່າງ​ເຂັ້ມແຂງ​ໂດຍ​ສະ​ມາ​ຄົມ​. ບັນດາ​ລາຍການມິດຕະພາບ​ລະຫວ່າງ​ສະ​ໂມ​ສອນ Tennis ສ.​ເກົາຫຼີ ກັບ​ບັນດາ​ວິ​ສາ​ຫະກິດ​ໄດ້​ຈັດ​ຕັ້ງ​ເປັນ​ປະຈຳ, ປະກອບສ່ວນຫັນຮູບ​ການ​ເຄື່ອນ​ໄຫວເປັນຫຼາຍຮູບຫຼາຍແບບ, ສ້າງ​ກາລະ​ໂອກາດ​ພົບພະແລກປ່ຽນ​ລະຫວ່າງ​ສະມາຄົມ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ສ.​ເກົາຫຼີ ຢູ່ ຮ່າ​ໂນ້ຍ; ເປັນເຈົ້າການໃນການໂຄສະນາ, ລະດົມບັນດາວິສາຫະກິດທີ່ມີບັນດາຂະແໜງການທີ່ເໝາະສົມເຂົ້າຮ່ວມການເຊື່ອມຕໍ່ຮ່ວມມືກັບວິສາຫະກິດ ສ.ເກົາຫຼີ; ​ໄດ້​ຈັດ​ຕັ້ງ​ຄະນະປະຕິບັດງານ​ຢູ່ ສ.​ເກົາຫຼີ (ສິງຫາ 2023) ຢ່າງປະສົບຜົນສຳເລັດ; ການ​ພົບ​ປະ​ແລກປ່ຽນຮ່ວມ​ມື 2 ຝ່າຍ​ລະຫວ່າງ ​ເມືອງ ​ໄຕ​ໂຮ່ (ຮ່າ​ໂນ້ຍ) ກັບ ​ເມືອງ Jongno, Seoul (​ສ.ເກົາຫຼີ), ເມືອງ 16 ນະຄອນ Budapest (ຮົງ​ກາຣີ) ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຢ່າງເຂັ້ມ​ແຂງ​.

ທ່ານ​ເລຂາ​ຄະນະ​ພັກ​ແຂວງ ​ໄຕ​ໂຮ່ ​ນາງ ເລ​ທິທູ​ຮັ່ງ ປາດ​ຖະໜາ​ວ່າ ບົນ​ພື້ນຖານລາຍການ​ສົມທົບ​ ຈະ​ເປີດ​ກ້ວາງ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ 2 ອົງການ ບົນ​ຈິດ​ໃຈ​ຕັ້ງໜ້າ​ຊຸກຍູ້, ປະດິດ​ສ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ການ​ທູດປະຊາຊົນນະຄອນຫຼວງ.

ທີ່​ພິທີ​ລົງ​ນາມ, ສອງ​ຝ່າຍ​ໄດ້​ແລກປ່ຽນ, ປຶກສາ​ຫາລື ​ແລະ ຊີ້​ແຈ້ງ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມືຢ່າງຕັ້ງໜ້າ ກໍຄືມອບ​ໝາຍ​ໃຫ້ຈຸດ​ປະສານງານ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ ​ແລະ ມີ​ປະສິດທິ​ຜົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.