ຫວຽດນາມ ​ໄດ້​ຮັບບ້ວງຊຳລະ​ 51,5 ລ້ານ USD ຍ້ອນການຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ

12:08 | 04/04/2024

ຍສໝ - ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ພາກ​ພື້ນ​ ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ ທີ່​ໄດ້​ຮັບບ້ວງຊຳລະ ​ຈາກ​ກອງ​ທຶນ​ຄູ່ຮ່ວມມື​ກາກ​ບອນປ່າ​ໄມ້ (FCPF) ຂອງ​ທະນາຄານ​ໂລກ WB ອີງ​ຕາມ​ໝາກຜົນ​ການ​ຫຼຸດຜ່ອນ​ປ່ອຍ​ອາຍ​ພິດ.

ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ
ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງວ່ອງໄວ, ບັນລຸໄດ້ 174,4 ລ້ານ USD ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງວ່ອງໄວ, ບັນລຸໄດ້ 174,4 ລ້ານ USD

ວັນ​ທີ 21 ມີນາ​ນີ້, ທະນາຄານ​ໂລກ (WB) ​ໄດ້​ປະກາດ​ວ່າ ຫວຽດນາມ ​ໄດ້​ຮັບ​ບ້ວງ​ເງິນ 51,5 ລ້ານ USD ສຳລັບບັນດາ​ໝາກຜົນ​ການ​ຫຼຸດຜ່ອນ​ປ່ອຍ​ອາຍ​ພິດ​ທີ່ໄດ້ກວດກາຢັ້ງຢືນ (ສິນເຊື່ອກາກບອນ - Credit carbon) ໂດຍການຈຳກັດການຕັດໄມ້ທຳລາຍປ່າ (REDD+), ເພີ່ມທະວີການສະສົມກາກບອນ ໂດຍຜ່ານການປູກປ່າ ແລະ ການປູກປ່າຄືນໃໝ່.

ບ້ວງ​​ເງິນນີ້ ​ໄດ້​ໂອນ​ໃຫ້​ ຫວຽດນາມ ຍ້ອນການຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ກາກ​ບອນ 10,3 ລ້ານ​ໂຕນ ​ໃນ​ໄລຍະ​ແຕ່​ວັນ​ທີ 1 ກຸມພາ 2018 ຫາ​ວັນ​ທີ 31 ທັນວາ 2019.

ຫວຽດນາມ ​ໄດ້​ຮັບບ້ວງຊຳລະ​ 51,5 ລ້ານ USD ຍ້ອນການຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ

ຮູບປະກອບ.

ທ່ານຜູ້​ອຳ​ນວຍ​ການ​ແຫ່ງຊາດ WB ປະ​ຈຳ ຫວຽດ​ນາມ ນາງ Carolyn Turk ໃຫ້ຮູ້ວ່າ ການບ້ວງ​ຈ່າຍ​ເງິນ​ນີ້ ແມ່ນ​ບາດ​ກ້າວ​ໜຶ່ງ​ເພື່ອ​ໃຫ້​ຫວຽດ​ນາມ ເຂົ້າ​ຮ່ວມ​ຕະ​ຫລາດ​ສິນ​ເຊື່ອ​ກາກ​ບອນ​ທົ່ວ​ໂລກ ແລະ ເປີດ​ກາ​ລະ​ໂອ​ກາດ​ໃໝ່ ເພື່ອອຸປະຖຳ​ໃຫ້​ແກ່​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ເປົ້າ​ໝາຍ​ດິນ​ຟ້າ​ອາ​ກາດ​ແຫ່ງ​ຊາດທີ່ເຕັມໄປດ້ວຍຄວາມຫວັງສູງ.

ຕາມ WB ແລ້ວ, ຫວຽດນາມ ແມ່ນປະເທດທຳອິດຢູ່ພາກພື້ນອາຊີຕາເວັນອອກ - ປາຊີຟິກ ທີ່ໄດ້ຮັບບ້ວງຊຳລະນີ້ ​ຈາກ​ກອງ​ທຶນ​ຄູ່ຮ່ວມມື​ກາກ​ບອນປ່າ​ໄມ້ (FCPF) ຂອງ​ທະນາຄານ​ໂລກ WB ໂດຍອີງ​ຕາມ​ໝາກຜົນ​ການ​ຫຼຸດຜ່ອນ​ປ່ອຍ​ອາຍ​ພິດ. ນີ້ຍັງແມ່ນບ້ວງ​ເງິນປີກຍ່ອຍທີ່ໃຫຍ່ທີ່ສຸດຈາກກອງທຶນ FCPF ສໍາລັບບັນດາ​ໝາກຜົນ​ການຫຼຸດຜ່ອນການປ່ອຍອາຍພິດ​ທີ່ໄດ້ກວດກາຢັ້ງຢືນ ແລະ ຄຸນນະພາບສູງ.

ບ້ວງເງິນດັ່ງກ່າວໄດ້ໃຫ້ຜົນປະໂຫຍດແກ່ເຈົ້າຂອງປ່າໄມ້ 70,555 ຄົນ ແລະ ຊຸມຊົນ 1,356 ແຫ່ງທີ່ອາໄສຢູ່ໃກ້ກັບປ່າໄມ້, ໄດ້ແບ່ງອອກຕາມແຜນການແບ່ງປັນຜົນປະໂຫຍດອັນກ້ວາງຂວາງທີ່ສ້າງຂຶ້ນ ໂດຍຜ່ານຂະບວນການປຶກສາຫາລືທີ່​ໂປ່ງໃສກັບຫຼາຍຝ່າຍທີ່ເຂົ້າຮ່ວມ.

ໂດຍຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ REDD+ ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ອັນ​ໃຫຍ່​ຫຼວງ​ກວ່າ​ປະລິມານ​ທີ່​ໄດ້​ລົງນາມສັນຍາ​ກັບ​ກອງ​ທຶນ FCPF. ລະອຽດ, ຫວຽດນາມ ບັນລຸໄດ້ 16,2 ລ້ານ ສິນເຊື່ອ ໃນໄລຍະ 2018-2019, ສູງກວ່າ 5,9 ລ້ານສິນເຊື່ອເມື່ອທຽບກັບປະລິມານ 10,3 ລ້ານສິນເຊື່ອ ໃນສັນຍາຫຼຸດຜ່ອນການປ່ອຍອາຍພິດ.

ມິງດຶກ

ເຫດການ
302 Found

Found

The document has moved here.