ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມ

12:06 | 03/05/2024

ຍສໝ - ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງ ປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບ ມ້າງອຳນາດການປົກຄອງທີ່ເປື່ອຍ ເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີ ຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ ກໍຄົບຮອບ 49 ປີພໍດີ.

ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ
ນັກຮຽນຮູ້ໄທ ໄດ້ຕີລາຄາບັນດາປັດໄຈທີ່ເຮັດໃຫ້ການໄຊຊະນະດ້ຽນບຽນຝູ ນັກຮຽນຮູ້ໄທ ໄດ້ຕີລາຄາບັນດາປັດໄຈທີ່ເຮັດໃຫ້ການໄຊຊະນະດ້ຽນບຽນຝູ

ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບມ້າງອຳນາດການປົກຄອງທີ່ເປື່ອຍເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ຊຶ່ງມາຮອດປີນີ້ກໍຄົບຮອບ 49 ປີພໍດີ. ສະນັ້ນ, ມື້ນີ້ຜູ້ຂຽນຂໍຫວນຄືນເຫດການສຳຄັນໃນທ້າຍສະຕະວັດທີ 19 ຕົ້ນສະຕະວັດທີ 20 ລັດທິລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານຢຶດເອົາ 3 ຊາດອິນດູຈີນກາຍເປັນອານານິຄົມ, ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ແລະ ປະທານໂຮ່ຈີ່ມິງ, ປະຊາຊົນຫວຽດນາມ ໄດ້ລຸກຂຶ້ນຕໍ່ສູ້ຈົນຮອດເດືອນ 8 ປີ 1945 ໄດ້ ລຸກຮືຂຶ້ນຢຶດອໍານາດປະກາດເອກະລາດ ວັນທີ 2 ກັນຍາ 1945, ແຕ່ມາຮອດປີ 1946 ຈັກກະພັດຝຣັ່ງໄດ້ກັບຄືນ ມາຮຸກຮານຫວຽດນາມ ຄັ້ງທີ 2 ປະຊາຊົນຫວຽດນາມ ໄດ້ສືບຕໍ່ການຕໍ່ສູ້ຕ້ານຝຣັ່ງຈົນຮອດ ວັນທີ 7 ພຶດສະພາ 1954 ສາມາດຍາດໄດ້ໄຊຊະນະ ແລະ ໄດ້ທັບມ້າງສູນບັນຊາການໃຫຍ່ຂອງຝຣັ່ງ ຢູ່ດຽນບຽນຟູ ໄດ້ນຳໄປສູ່ການເຊັນສາຍາເຊີແນວກ່ຽວກັບອິນດູຈີນ ວັນທີ 20 ກໍລະກົດ 1954.

ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມ

ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມ

ແຕ່ນໍ້າເມິກບໍ່ທັນແຫ້ງ, ຈັກກະພັດອາເມລິກາ ໄດ້ເຂົ້າມາຮຸກຮານເທື່ອໃໝ່ ຍິ່ງຮ້າຍກາດກວ່າເກົ່າ ເພາະມີກຳລັງທະຫານ, ພາຫະນະສົງຄາມທັນສະໄໝ, ໄດ້ຕັ້ງຖານທັບຫລາຍແຫ່ງເພື່ອມາຮຸກຮານປະເທດອິນດູຈີນ. ຍຸດທະສາດ ແລະ ກົນອຸບາຍຂອງຈັກກະພັດອາເມລິກາຕໍ່ຫວຽດນາມ ໄດ້ຕັດແບ່ງຫວຽດນາມເປັນ 2 ພາກນັບແຕ່ເສັ້ນຂະໜານທີ 17 ອົງສາລົງໄປເປັນພາກໃຕ້ຢູ່ໃນເຂດຄວບຄຸມຊົ່ວຄາວຂອງອາເມລິກາ ແລະ ພວກທະຫານຫຸ່ນໄຊງອນ, ເປີດສົງຄາມກັບພາກເໜືອຫວຽດນາມ, ກວາດເອົາປະຊາຊົນໄປຄ້າຍອົບພະຍົບຢູ່ພາກໃຕ້, ດຳເນີນສົງຄາມແຕ່ຝ່າຍດຽວເຂັ່ນຂ້າປະຊາຊົນຫວຽດນາມ ຫລາຍກວ່າ 8 ໝື່ນຄົນ, ຈັບກຸມຜູ້ຮັກຊາດຫລາຍກວ່າ 5 ແສນຄົນ. ຕະຫລອດ 21 ປີ ທີ່ ຄອບຄອງພາກໃຕ້ຫວຽດນາມ, ອາເມລິກາໄດ້ລົງທຶນຫລາຍທີ່ສຸດ ໃຫ້ແກ່ລັດທິຕ້ານກອມມູນິດ ນັບທັງພື້ນຖານວັດຖຸ, ເງິນຄຳ, ອາວຸດຍຸດທະພັນ ແລະ ເລ່ຫລ່ຽມດ້ານວັດທະນະທຳ ແນວຄິດທີ່ໂຫດຫ້ຽມ ແລະ ປະຕິການຂຸດຂີດ, ພວກເຂົາໄດ້ດຳເນີນສົງຄາມດ້ວຍຫລາຍຮູບແບບ ນັບແຕ່ສົງຄາມຕ້ານກັບປະຊາຊົນ, ສົງຄາມພາກສ່ວນ, ສົງຄາມພິເສດ, ສົງຄາມເຢັນຂອງຫວຽດນາມ, ສົງຄາມທາງອາກາດທຳລາຍ ພາກເໜືອຫວຽດນາມ, ສາມາດເວົ້າໄດ້ວ່າ: ສົງຄາມອາເມລິກາທຳລາຍຫວຽດນາມ ແມ່ນສົງຄາມລ້າງຜານທີ່ບໍ່ເຄີຍມີມາຕະຫລອດເຄິ່ງທ້າຍສະຕະວັດທີ 20, ແມ່ນສົງຄາມເຂັ່ນຂ້າດ້ວຍລະເບີດ, ລູກປືນ, ຍົນຍຸດທະສາດທີ່ທັນສະໄໝທີ່ສາມາດຖ້ິມລະເບີດ, ລູກບ່ົມທາດເຄມີລົງລ້າງຜານນັບທັງຄົນ ແລະ ສັດຕະຫລອດຮອດພຶກສາຊາດກໍ່ຖືກທຳລາຍກ້ຽງ.

ເຖິງຢ່າງໃດກ່ໍຕາມດ້ວຍນ້ຳໃຈຮັກຊາດອັນແຮງກ້າ, ຄຽດແຄ້ນຈັກກະພັດຢ່າງເລິກເຊິ່ງຂອງປະຊາຊົນຫວຽດນາມຜູ້ພິລະອາດຫານ ໂດຍສືບຕໍ່ມູນເຊື້ອວິລະຊົນແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດມານານ 4 ພັນປີ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໄດ້ລຸກຂຶ້ນຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ແລະ ລູກມື 20 ກວ່າປີ ຢ່າງໝັ້ນໜຽວເພື່ອກອບກູ້ເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດຕົນຕາມຄຳສັ່ງສອນຂອງພັກ ຂອງປະທານ ໂຮ່ຈີ່ມິງ ທີ່ວ່າ “ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດ ແລະ ເສລີພາບ”. ຈາກນັ້ນກໍ່ໄດ້ຮັບໄຊຊະນະອັນຍິ່ງໃຫຍ່, ໄຊຊະນະດັ່ງກ່າວແມ່ນການທັບມ້າງກົງຈັກການທະຫານອັນໃຫຍ່ໂຕເຂັ້ມແຂງ, ທັນສະໄໝກວ່າໝູ່ໝົດຢູ່ທະວີບອາຊີອາຄະເນໄດ້ຢ່າງສົມບູນ, ໄຊຊະນະລະດູບານໃໝ່ປີ 1975 ຢູ່ ພາກໃຕ້ຫວຽດນາມ ແມ່ນໄຊຊະນະລວມແຫ່ງກ້ອນກຳລັງສາມັກຄີພິເສດ, ຮ່ວມສຳພັນສູ້ຮົບລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ ສາມອ້າຍນ້ອງແມ່ນສະໜາມຮົບຢູ່ບົນດິນແດນແຫລມອິນດູຈີນອັນດຽວກັນ, ຕ້ານສັດຕູຜູ້ຮຸກຮານໂຕດຽວກັນແມ່ນປັດໄຈທ່າແຮງຊຸກດັນໄຊຊະນະເຊິ່ງກັນ ແລະ ກັນ, ເປັນການໄຂສັງກາດໃຫ້ຫວຽດນາມມີສັນຕິພາບ, ເອກະພາບ ແລະ ກ້າວຂຶ້ນສັງຄົມນິຍົມ, ດຳເນີນການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳທັນສະໄໝຂຶ້ນໄປເລື້ອຍໆຈົນເທົ່າທຸກວັນນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.