ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ

11:46 | 30/03/2024

ຍສໝ - ວັນ​ທີ 26 ມີນາ 2024, ຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​- ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້​ສົມທົບ​ກັບ​ກຳມາທິການ​ເສດຖະກິດ ​ສະພາ​ແຫ່ງ​ຊາດ, ກະຊວງ​ກໍ່ສ້າງ ​ແລະ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງ​ປະຊຸມ​ໂຄສະນາ​, ເຜີຍແຜ່ເນື້ອ​ໃນ​ທີ່​ກ່ຽວຂ້ອງເຖິງຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນກົດໝາຍ​ວ່າດ້ວຍທີ່​ດິນ, ​ກົດໝາຍ​ວ່າດ້ວຍເຮືອນຢູ່ ແລະ ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ (ກອງ​ປະຊຸມ).

ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ
ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ

ກອງ​ປະຊຸມ​ເພື່ອເຜີຍແຜ່ ​ແລະ ​ແນະນຳ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່​, ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ ​ແລະ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ XV ໂດຍຜ່ານກອງປະຊຸມ ສະໄໝສາມັນເທື່ອທີ 6 (ພະຈິກ 2023) ​ແລະ ກອງ​ປະຊຸມ​​ວິສາມັນ​ຄັ້ງທີ 5 (ວັນທີ 18 ມັງກອນ 2024). ກອງ​ປະ​ຊຸມ​ໄດ້ຈັດຕັ້ງສົມທົບລະຫວ່າງແບບເຊິ່ງໜ້າ ແລະ ທາງໄກ ດ້ວຍການເຂົ້າຮ່ວມຂອງ​ຜູ້​ແທນ 500 ກວ່າ​ທ່ານ​ຢູ່​ສຳ​ນັກ​ງານຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດແລະ 50 ກວ່າ​ຈຸດ​ເຊື່ອມຕໍ່ຖ່າຍທອດສົດ ທັງຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ແລະ ອອກ​ອາ​ກາດໃນສື່ສັງ​ຄົມອອນລາຍ ​ເພື່ອໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກໄດ້ຕິດຕາມ.

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງເຂັ້ມແຂງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ

ບັນຍາກາດທີ່​ກອງ​ປະ​ຊຸມ

ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ຜູ້​ແທນ​ກຳ​ມາທິ​ການ​ເສດ​ຖະ​ກິດ​ສະ​ພາ​ແຫ່ງ​ຊາດ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ກະ​ຊວງ​ກໍ່​ສ້າງ ແນະ​ນຳ​ບັນ​ດາ​ບັນ​ດາຈຸດໃໝ່ໃນ​ເນື້ອ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ, ເຮຶອນຢູ່ ແລະ ອະສັງຫາລິມະ​ຊັບທີ່ກ່ຽວຂ້ອງໂດຍກົງກັບປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ. ຕາມ​ນັ້ນ​ແລ້ວ, ດ້ວຍ​ບັນດາ​ລະບຽບ​ການ​ໃໝ່​ນີ້, ສິດ​ຂອງ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ລວມມີຄົນ​ມີ​ສັນຊາດ ຫວຽດນາມ ​ແລະ ຊາວ ຫວຽດນາມ ທີ່​ໄດ້​ຮັບ​ການ​ກຳນົດ​ເປັນ​ລະອຽດ, ຊັດ​ເຈນ ​ແລະ ກວ້າງຂວາງ​ກວ່າ​ອີກ.

ກ່າວ​ຄຳປາໄສຢູ່​ບັນດາ​ຈຸດ​ເຊື່ອມຕໍ່ຖ່າຍທອດສົດ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄດ້​ຕີ​ລາຄາ​ສູງ​ຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່ໄດ້​ເປັນປະທານ, ສົມທົບ​ກັບ​ບັນດາ​ອົງການຮຽບຮຽງ​ ແລະ ກວດກາ​ບັນດາ​ຮ່າງ​ກົດໝາຍ​ດັ່ງກ່າວ​ ເພື່ອ​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ​ໃໝ່​ໃຫ້​ປະຊາຊົນຢ່າງທັນການ. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນດາ​ອົງການຮຽບຮຽງ ​ແລະ ກວດກາ​ບັນດາ​ຮ່າງ​ກົດໝາຍ​ດັ່ງກ່າວໃຫ້ໄດ້ຮັບການຮັບເອົາ, ຮັບຮູ້ ແລະ ສ່ອງແສງເຖິງ​ຄວາມ​ມຸ່ງ​ມາດ​ປາຖະໜາ, ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ​ໃນ​ຂະບວນການ​ສ້າງ​ສາ​​ກົດໝາຍໃນ​ເນື້ອ​ໃນ​ຂອງບັນດາ​ກົດໝາຍ​​ທີ່​ກ່າວ​ມາ​ນີ້. ປະຊາຊົນ​ຢືນຢັນ​ວ່າ ດ້ວຍ​ບັນດາ​ຈຸດໝາຍ​ໃໝ່​ຂອງ​ກົດໝາຍ, ສິດ​ຂອງ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ທີ່​ດິນ, ເຮືອນຢູ່ ແລະ ການດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ ຈະ​ໄດ້​ຮັບ​ການ​ເປີດກ້ວາງກວ່າອີກ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ​, ສະພາ​ແຫ່ງ​ຊາດ ສຳລັບປະຊາຊົນ. ປະຊາຊົນກໍ່ຫວັງວ່າ ບັນດາເອກະສານແນະນໍາ ຈະສືບຕໍ່ກຳນົດລະອຽດບັນດາເນື້ອໃນດັ່ງກ່າວ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນລົງທຶນຢູ່ພາຍໃນປະເທດຢ່າງເຂັ້ມແຂງກວ່າໃນຂົງເຂດເຮືອນຢູ່ ແລະ ​ອະສັງຫາລິມະ​ຊັບ.

ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ, ຫົວໜ້າ​ຄະນະ​​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ນາງ ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ວ່າ ກອງ​ປະຊຸມ​ ໄດ້​ຈັດຕັ້ງ​ໃນ​ວັນ​ທີ 26 ມີນາ, ແມ່ນ​ວັນ​ຄົບ​ຮອບ 20 ປີ​ແຫ່ງ​ວັນສ້າງມະຕິເລກທີ 36 ຂອງກົມການ​ເມືອງ​ກ່ຽວ​ກັບການວຽກງານຊາວ ຫວຽດນາມ​ ຢູ່​ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຄວາມຖືວຽກງານຊາວ ຫວຽດນາມ​ ຢູ່​ຕ່າງປະ​ເທດເປັນສຳຄັນ. ເພື່ອ​ຜັນ​ຂະຫຍາຍ​ມະຕິເລກທີ 36, ຄຳສັ່ງເລກທີ 45 ​ແລະ ຂໍ້​ສະ​ຫຼຸບເລກທີ 12, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ກະຊວງ​ການ​ຕ່າງປະ​ເທດ, ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ຕັ້ງໜ້າ​ຄົ້ນຄວ້າ, ເປັນເສນາທິການ ແລະ ສະ​ເໜີ​ປັບປຸງ​ບັນດາ​ນະ​ໂຍບາຍ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ.

ທ່ານນາງ ເລ​ທິທູ​ຮັ່ງ ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປະກອບສ່ວນ​ຈາກ​ປະຊາຊົນ​ໃນ​ຂະ​ບວນການຜັນຂະຫຍາຍກົດໝາຍ​ດັ່ງກ່າວ ກໍ່ຄືສະເໜີໃຫ້ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຮັບ​ຮູ້​ບັນດາ​ຄຳສະເໜີຂອງປະຊາຊົນ ເພື່ອສືບ​ຕໍ່​ຫັນເປັນລະບອບລະບຽບການບັນດາແຜນ​ນະ​ໂຍບາຍ​ຂອງ​ພັກ ກໍ່ຄືບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ ເພື່ອນຳເອົາກົດໝາຍເຂົ້າມາໃຊ້ໃນຊີວິດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.