ຫວຽດນາມ ຫຍັບຂຶ້ນ 11 ອັນດັບໃນບັນຊີລາຍຊື່ບັນດາປະເທດທີ່ມີຄວາມສຸກທີ່ສຸດໃນໂລກ | |
ຫວຽດນາມ ນອນໃນ top 3 ປະເທດທີ່ມີພື້ນຖານເສດຖະກິດສົ່ງອອກສິນຄ້າທີ່ສ້າງສັນອັນດັບໜຶ່ງໃນໂລກ |
ລະອຽດ, ຕາມ Time Out ແລ້ວ, ຖະໜົນ ກວາງອານ (ໄຕໂຮ່, ຮ່າໂນ້ຍ) ຖືກຈັດອັນດັບທີ 25 ໃນຈຳນວນ 30 ຖະໜົນທີ່ສວຍງາມໜ້າຈັບໃຈທີ່ສຸດໃນໂລກ 2024 ໂດຍວາລະສານ Time Out ຄັດເລືອກ. ດ້ວຍທີ່ຕັ້ງຢູ່ຂ້າງໜອງ ໄຕ, ຖະໜົນ ກວາງອານ ມີຄວາມສວຍງາມທີ່ສະຫງົບສຸກ, ໂຣແມນຕິກທີ່ຮັບຄວາມນິຍົມຂອງນັກທ່ອງທ່ຽວຫຼາຍຄົນ.
Time Out ໃຊ້ຄຳວ່າ "ໜ້າສົນໃຈ" ເພື່ອອະທິບາຍ ກວາງອານ. ຖະໜົນແຫ່ງນີ້ ໄດ້ຮັບຖືວ່າແມ່ນມູມໜຶ່ງທີ່ມີຊີວິດຊີວາທີ່ສຸດຂອງ ຮ່າໂນ້ຍ. ດົນນານມາແລ້ວ, ບ່ອນນີ້ແມ່ນໜຶ່ງໃນບັນດາເສັ້ນທາງແຄມໜອງທີ່ສວຍງາມ ແລະ ມີຊື່ສຽງຢູ່ເມືອງ ໄຕໂຮ່.
![]() |
ຖະໜົມ ກວາງອານ (ຮ່າໂນ້ຍ). |
ເສັ້ນທາງ ກວາງອານ ມີຄວາມຍາວປະມານ 1,1 ກິໂລແມັດ, ເລີ່ມແຕ່ຈຸດຕັດຖະໜົນ ຕື່ຮວ່າ ແລະ ຖະໜົນ ຊ່ວນຢ້ຽວ, ໄປຮອດເຂດຕັດກັບຖະໜົນ ກວາງແຄ໋ງ ສ້າງເປັນເສັ້ນທາງທີ່ມີລົມແຮງ, ດຶງດູດຜູ້ມາທ່ຽວຊົມ.
ຕາມ Time Out ແລ້ວ, ບັນດາຮ້ານຂາຍເຄື່ອງໃກ້ໆກັນຢູ່ຖະໜົນ ກວາງອານ ໄດ້ຫັນບໍລິເວນແຄມໜອງນີ້ໃຫ້ກາຍເປັນສູນກາງຂອງຮ້ານກາເຟ, ຮ້ານຂາຍເຄື່ອງແຟຊັ່ນ ຫຼື ຮ້ານອາຫານທີ່ໃຫ້ບໍລິການອາຫານສາກົນ.
![]() |
ຖະໜົນກວາງອານ (ຮ່າໂນ້ຍ). |
ຖະໜົນ ກວາງອານ ລຽບຕາມຝັ່ງຕາເວັນອອກຂອງເມືອງ ໄຕໂຮ່, ຫ່າງຈາກໃຈກາງເມືອງເກົ່າ ຮ່າໂນ້ຍ ປະມານ 5 ກິໂລແມັດ. ເຖິງແມ່ນວ່າສະຖານທີ່ນີ້ມີຊື່ສຽງສໍາລັບຄວາມມີຊີວິດຊີວາ ແລະ ຄວາມຄຶກຄື້ນຂອງຮ້ານອາຫານ ແລະ ຕະຫຼາດດອກໄມ້ກາງຄືນທີ່ມີຊື່ສຽງ, ແຕ່ມັນຍັງຄົງນໍາມາເຊິ່ງຄວາມຮູ້ສຶກຂອງຄວາມສະຫງົບຍ້ອນສະຖານທີ່ແຄມໜອງ.
ກໍຕາມການ Time Out ແລ້ວ, ຢູ່ໃນຖະໜົມເເຫ່ງນີ້ ມີຮ້ານອາຫານທີ່ເປັນເອກະລັກພິເສດ, ບໍ່ອາດບໍ່ເວົ້າເຖິງຮ້ານອາຫານ Olé ທີ່ມີຊື່ສຽງດ້ວຍ tapas ຂອງ ສະເປນ (ເຍື່ອງອາຫານຮອງທ້ອງກ່ອນເວລາກິນອາຫານຫຼັກ, ເຍື່ອງອາຫານທີ່ຢູ່ໃນລາຍຊື່ອາຫານ ສະເປນ) ແຊບເມື່ອປະສົມກັບ cocktail ແລະ ເຫຼົ້າແວງທີ່ປະສົມດ້ວຍມືໃນພື້ນທີ່ທີ່ຫນ້າສົນໃຈ.
![]() |
ຖະໜົມ ກວາງອານ (ຮ່າໂນ້ຍ). |
ນອກຈາກນັ້ນ, ຮ້ານອາຫານ Nagocha ຍັງເປັນຈຸດຫມາຍປາຍທາງທີ່ຫນ້າສົນໃຈກັບຊາຂຽວ matcha ທີ່ນໍາເຂົ້າໂດຍກົງຈາກ ຍີ່ປຸ່ນ. ນັກທ່ອງທ່ຽວຢູ່ທີ່ນີ້ສາມາດເລືອກເອົາ latte ພື້ນເມືອງ ຫຼື ອາຫານທີ່ປຸງແຕ່ງດ້ວຍຜົງຊາຂຽວ.
ເພື່ອຊື້ເຄື່ອງທີ່ລະນຶກ, Time Out ແນະນຳໃຫ້ນັກທ່ອງທ່ຽວໄປຮ້ານ Better World. ນີ້ແມ່ນສະຖານທີ່ທີ່ເຫມາະສົມເພື່ອຊອກຫາເຄື່ອງທີ່ລະນຶກທີ່ເຮັດດ້ວຍມືຈາກທົ່ວໂລກ. ພິເສດ, ສ່ວນຫນຶ່ງຂອງລາຍຮັບຂອງຮ້ານ ຈະໄດ້ບໍລິຈາກໃຫ້ແກ່ອົງການຈັດຕັ້ງການກຸສົນ.
ໃນບັນຊີລາຍຊື່ Time Out ກໍຍັງມີຖະໜົນຊື່ສຽງອື່ນໆຂອງສູນທ່ອງທ່ຽວແຖວໜ້າເຊັ່ນ: ຮົງກົງ (ຈີນ), ບາເຊໂລນາ (ສະເປນ), ໂຕກຽວ (ຍີ່ປຸ່ນ)...
![]() |
ຖະໜົມ ກວາງອານ (ຮ່າໂນ້ຍ). |
![]() | ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ໃນກະແສຂອງຍຸກສະໄໝ ຍສໝ - ໃນສະພາບການປັດຈຸບັນ, ຫວຽດນາມ ຕ້ອງຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນໃນທຸກກໍລະນີ. |
![]() | ໝູ່ບ້ານຜັກ ຈ່າເກວ - “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ປີ 2024 ຍສໝ - ເດືອນພະຈິກ, ໝູ່ບ້ານຜັກ ຈ່າເກວ ໄດ້ກາຍເປັນຜູ້ຕາງໜ້າຜູ້ດຽວຂອງ ຫວຽດນາມ ລອດເຂົ້າບັນຊີລາຍຊື່ 55 “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ປີ 2024 ໂດຍອົງການທ່ອງທ່ຽວ ສປຊ ຄັດເລືອກ. ຄາດໝາຍຄັດເລືອ “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ຂອງອົງການທ່ອງທ່ຽວ ສປຊ ອີງຕາມ 9 ປັດໄຈ: ສັບພະຍາກອນດ້ານວັດທະນະທຳ ແລະທຳມະຊາດ; ຊຸກຍູ້ ... |
ມິງດຶກ