ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນປະຕິບັດບັນດາຂໍ້ລິເລີ່ມ ພາຍໃຕ້ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ

ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນປະຕິບັດບັນດາຂໍ້ລິເລີ່ມ ພາຍໃຕ້ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ

ຍສໝ - ວັນ​ທີ 24 ມີນາ​ນີ້, ຢູ່​ແຂວງ​ຫຼວງ​ພະ​ບາງ, ພາກ​ເໜືອ​ຂອງ​ລາວ, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນຄັ້ງ​ທີ 31 ​ໄດ້​ໄຂ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ສປປ.​ລາວ. ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ໃນ​ປີ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ, ຫົວໜ້າ​ຄະນະ​ຜູ້​ແທນ​ຮັບຜິດຊອບ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ຂອງ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ທ່ານ​ເລຂາທິການ​ໃຫຍ່ອາ​ຊຽນ. ຄະ​ນະ​ຜູ້​ແທນ​ຂອງ Timor Leste ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເປັນ​ຜູ້​ສັງ​ເກດ​ການ.

ຮ່າ​ໂນ້ຍ: ເຝິກອົບຮົມຄວາມ​ຮູ້ກ່ຽວ​ກັບ​ພິທີ​ການ​ທາງ​ການ​ທູດ ​ໃຫ້​ແກ່​ພະນັກງານທີ່​ເຮັດ​ວຽກ​ງານການຕ່າງປະເທດປະຊາຊົນ

ຮ່າ​ໂນ້ຍ: ເຝິກອົບຮົມຄວາມ​ຮູ້ກ່ຽວ​ກັບ​ພິທີ​ການ​ທາງ​ການ​ທູດ ​ໃຫ້​ແກ່​ພະນັກງານທີ່​ເຮັດ​ວຽກ​ງານການຕ່າງປະເທດປະຊາຊົນ

ຍສໝ - ວັນ​ທີ 21 ມີນາ, ຢູ່​ ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບນະຄອນ ຮ່າ​ໂນ້ຍ (HAUFO) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຝຶກ​ອົບ​ຮົມ​ຄວາມ​ຮູ້​ກ່ຽວ​ກັບ​ພິທີການ​ທາງ​ການ​ທູດ. ໂດຍເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ມີ​ນັກ​ຝຶກ​ອົບ​ຮົມ 100 ຄົນເຊິ່ງແມ່ນ​ພະ​ນັກ​ງານອົງການປະຈຳ; ພະນັກງານ​ຂອງ​ພະ​ແນ​ກ, ຄະນະ, ຂະແໜງການ, ບັນດາເມືອງໃນບໍລິເວນນະຄອນຮ່າ​ໂນ້ຍ; ຜູ້ຕາງຫນ້າຂອງສະມາຄົມມິດຕະພາບ, ອົງການຈັດຕັ້ງສະມາຊິກ HAUFO ແລະ ພະນັກງານນຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບທ້ອງຖິ່ນ ຈຳນວນໜຶ່ງ.

ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ.

ວາລະສານ Cercle Diplomatique ຂອງ ໂອຕຣິດ ນຳສະເໜີຜະລິດຕະພັນສິ່ງພິມລະດູບານໃໝ່ 2024 ກ່ຽວກັບ ຫວຽດນາມ.

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫງວຽນ​ຈູງ​ກຽນ ​ໄດ້​ສະ​ແດງ​ຄວາມຮູ້ສຶກຕື້ນຕັນໃຈ​ເມື່ອ ​ຫວຽດນາມ ​ໄດ້​ຮັບ​ການ​ເລືອກເພື່ອແນະນຳໃນ​ວາລະສານ Cercle Diplomatique ສະບັບເລກທີທຳອິດ.

WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​

WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ແທງ​ຮວ໋າ ຫາ​ກໍ່​ໄດ້​ມີມະຕິ​ເລກທີ 1037/QĐ-UBND ວ່າດ້ວຍການອະນຸມັດ​ການ​ຮັບ​ເງິນ​ອຸປະຖຳ ເພື່ອ​ປະຕິບັດ​ໂຄງການ​ເຂດ ບ໋າເທຶອກ​ 2 ຢູ່​ເມືອງ ບ໋າເທຶອກ​, ​ແຂວງ​ ແທງ​ຮວ໋າ ​ໂດຍ​ອົງການ World Vision International (WVI) ອາ​ເມ​ລິ​ກາ - ຫ້ອງການຜູ້ຕາງໜ້າ​ຢູ່ ​ຫວຽດນາມ ​​ອຸປະຖຳ​ດ້ວຍ​ຍອດ​ຈຳນວນ​ທຶນໂຄງການ​ເກືອບ 48 ຕື້​ດົ່ງ.

ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ

ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ

ຍສໝ - ຕາມ​ບົດ​ລາຍ​ງານ​ຄວາມ​ສຸກ​ໂລກ 2024 ທີ່ໄດ້ປະກາດ​ໃນ​ວັນ​ທີ 20 ມີນາ​ນີ້, ຫວຽດນາມ ນອນໃນອັນດັບ​ທີ 6 ​ໃນ​ອາຊີ ​ແລະ ດັບ​ທີ 54 ​ໃນ​ໂລກ ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດທີ່​ມີ​ຄວາມສຸກ​ທີ່​ສຸດ.

ໜັງສືພິມ ອາກຊັງຕິນ: ດ້ວຍລະດັບ “ມະຫັດສະຈັນ”, ຫວຽດນາມ ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກ

ໜັງສືພິມ ອາກຊັງຕິນ: ດ້ວຍລະດັບ “ມະຫັດສະຈັນ”, ຫວຽດນາມ ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກ

ຍສໝ - ໜັງສືພິມ Infobae ຂອງ ອາກຊັງຕິນ ລາຍງານເມື່ອບໍ່ດົນມານີ້ວ່າ ຂະບວນການປ່ຽນແປງໃໝ່ ໂດຍພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມໃນປີ 1986 ກໍໄດ້ນຳຫວຽດນາມ ກາຍເປັນປະເທດທີ່ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກໃນໄລຍະ 30 ປີຜ່ານມາ.

​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ

​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ

ຍສໝ - ວັນທີ 21 ມີນາ, ຢູ່ແຂວງ ເຊີນລາ, ບໍລິສັດ CARE ປະຈໍາ ຫວຽດນາມ ໄດ້ຮ່ວມມືກັບສາຂາປູກຝັງ ແລະ ປົກປັກຮັກສາພຶດ- ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ກໍໄດ້ຈັດຕັ້ງພິທີເລີ່​ມດຳ​ເນີນ​ໂຄງການ ​SURE - ການພັດທະນາການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍທີ່ປູກ​ກາ​ເຟຢູ່ ເຊີນ​ລາ

ບັນດາຮູບພາບທຳອິດຂອງທີມແຂ່ງລົດຈັກນ້ຳ UIM-ABP Aquabike World Championship 2024

ບັນດາຮູບພາບທຳອິດຂອງທີມແຂ່ງລົດຈັກນ້ຳ UIM-ABP Aquabike World Championship 2024

ຍສໝ - ໃນຕອນ​ເຊົ້າ​ວັນ​ທີ 22 ມີນາ, ​ໄດ້​ດຳ​ເນີນ​ການ​ທົດ​ສອບ​ກວດກາ​ຄວາມ​ລຽບ​ຂອງ​ໜ້າ​ນ້ຳ, ເຕີມ​ນ້ຳມັນ​ລົດ​ຈັກ, ກວດກາ​ຄັ້ງ​ສຸດ​ທ້າຍ​ກ່ອນ​ເຂົ້າ​ສູ່​ສະໜາມ​ແຂ່ງຂັນ... ນັ້ນ​ແມ່ນ​ບັນດາ​ຮູບ​ພາບ​ຢູ່​ທ່າ​ກຳ​ປັ່ນ ຖິນາຍ (ນະຄອນ ກິວເຍີນ, ແຂວງ ບິ່ງດິ່ງ).

ຜູ້ກໍ່ຕັ້ງ Vinfast ໄດ້ສ້າງຕັ້ງບໍລິສັດພັດທະນາສະຖານີສາກໄຟລົດໄຟຟ້າທົ່ວໂລກ

ຜູ້ກໍ່ຕັ້ງ Vinfast ໄດ້ສ້າງຕັ້ງບໍລິສັດພັດທະນາສະຖານີສາກໄຟລົດໄຟຟ້າທົ່ວໂລກ

ຍສໝ - ຮ່າໂນ້ຍ, ວັນທີ 18 ມີນາ 2024 - ປະທານກຸ່ມບໍລິສັດ Vingroup, ທັງເປັນຜູ້ກໍ່ຕັ້ງບໍລິສັດ VinFast - ທ່ານ ຟ້າມເຍີດເວື່ອງ ໄດ້ປະກາດສ້າງຕັ້ງບໍລິສັດພັດທະນາສະຖານີສາກໄຟທົ່ວໂລກ V-GREEN. ເປົ້າໝາຍຂອງ V-GREEN ແມ່ນເພື່ອລົງທຶນພັດທະນາລະບົບພື້ນຖານໂຄງລ່າງສະຖານີສາກໄຟລົດ ເພື່ອໜູນຊ່ວຍສູງສຸດໃຫ້ VinFast ຂະຫຍາຍໄປທົ່ວໂລກຢ່າງວ່ອງໄວ, ພ້ອມກັນນັ້ນ ກໍ່ເຮັດໃຫ້ ຫວຽດນາມ ເປັນໜຶ່ງໃນບັນດາປະເທດທີ່ມີຄວາມໜາແໜ້ນຂອງສະຖານີສາກໄຟລົດໄຟຟ້າໃຫຍ່ທີ່ສຸດໃນໂລກ.

ເຝີ 50,000 ຖ້ວຍຮັບໃຊ້ແຂກມາຊິມອາຫານໃນງານ Festival ເຝີ 2024

ເຝີ 50,000 ຖ້ວຍຮັບໃຊ້ແຂກມາຊິມອາຫານໃນງານ Festival ເຝີ 2024

ຍສໝ - ພາຍຫຼັງ 3 ວັນ​ຂອງ​ການ​ຈັດ​ຕັ້ງ (15-17 ມີນາ), ງານບຸນເຝີ 2024 ຢູ່​ນະ​ຄອນ ນາມດິ້ງ ໄດ້​ດຶງ​ດູດ​ປະຊາຊົນ ແລະ ນັກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ. ເຝີ ປະມານ 50.000 ຖ້ວຍ​ ໄດ້​ມາຮັບໃຊ້ແຂກທີ່ມາຊິມອາຫານ ເນື່ອງໃນ​ໂອກາດ​ນີ້.

"ສະໜາມ" ທີ່ເປັນປະໂຫຍດສໍາລັບນັກຮຽນທີ່ຮັກພາສາ ຍີ່ປຸ່ນ ຢູ່ນະຄອນ ຫາຍຟ່ອງ

ຍສໝ - ວັນ​ທີ 17 ມີນາ​ນີ້, ຮອບຊີງຊະນະເລີດການ​ແຂ່ງຂັນ​ເວົ້າ​ພາສາ ​ຍີ່ປຸ່ນ ​ຢູ່ນະຄອນ ຫາຍຟ່ອງ ຄັ້ງທີ 8 ປີ 2024 ​ໄດ້ຈັດຕັ້ງຢູ່ນະຄອນ ຫາຍຟ່ອງ. ການ​ແຂ່ງຂັນແມ່ນ​ເພື່ອຝຶກຝົນທັກສະການສື່ສານ, ການ​ນຳ​ສະ​ເໜີ ​ແລະ ຄວາມສາມາດໃນການເວົ້າພາສາ​ຍີ່ປຸ່ນ, ລະດົມສົ່ງເສີມການ​ຮຽນ​ຮູ້ ​ແລະ ນຳ​ໃຊ້​ພາສາ ​ຍີ່ປຸ່ນ, ​ໂຄສະນາ​ຮູບພາບປະ​ເທດ, ປະຊາຊົນ ​ແລະ ນະຄອນ ຫາຍ​ຟ່ອງ ​ໄປເຖິງ​ເພື່ອນ​ມິດສາ​ກົນ.

ຫວຽດນາມ ​ ເຊີດຊູ​ບົດບາດ​ຂອງ​ແມ່ຍິງ, ຊາວ​ໜຸ່ມ​ໃນ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ

ຫວຽດນາມ ​ ເຊີດຊູ​ບົດບາດ​ຂອງ​ແມ່ຍິງ, ຊາວ​ໜຸ່ມ​ໃນ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ

ຍສໝ​ - ຫວຽດນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ມອບສິດໃຫ້​ແກ່​ແມ່ຍິງ​ໃນ​ການ​​ສະກັດ​ກັ້ນ​ການ​ປະ​ທະ​ກັນ; ຢືນຢັນ​ວ່າ ຫວຽດນາມ ​ໄດ້​ປະຕິບັດ​ບັນດາ​ບາດກ້າວ​ສະ​ເພາະ​ ​ເພື່ອ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ທຸກ​ຂັ້ນ​ຂອງ​ການ​ຄຸ້ມ​ຄອງ.

6 ເນື້ອໃນດ້ານເສດຖະກິດການຕ່າງປະເທດຢ່າງຈຸດສຸມຂອງຫວຽດນາມ

6 ເນື້ອໃນດ້ານເສດຖະກິດການຕ່າງປະເທດຢ່າງຈຸດສຸມຂອງຫວຽດນາມ

ຍສໝ - ຕອນ​ບ່າຍ​ວັນ​ທີ 18 ມີນາ, ຕອບ​ຄຳ​ຊັກ​ຖາມ​ຂອງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​ໄດ້​ແບ່ງປັນ​ກ່ຽວ​ກັບ 6 ​ເນື້ອ​ໃນ​ດ້ານ​ການ​ທູດ​ເສດຖະກິດ​ຂອງ​ຫວຽດນາມ, ວິທີ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ສະພາບ​ການ​ໂລກ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ທີ່​ຄາດ​ບໍ່​ໄດ້.

ຫວຽດນາມ ​ນອນ​ໃນ top 3 ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​​ສົ່ງ​ອອກ​ສິນຄ້າ​​ທີ່​ສ້າງສັນ​ອັນ​ດັບ​ໜຶ່ງ​​ໃນ​ໂລກ

ຫວຽດນາມ ​ນອນ​ໃນ top 3 ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​​ສົ່ງ​ອອກ​ສິນຄ້າ​​ທີ່​ສ້າງສັນ​ອັນ​ດັບ​ໜຶ່ງ​​ໃນ​ໂລກ

ຍສໝ - ດ້ວຍມູນ​ຄ່າ​ສົ່ງ​ອອກ​ສິນຄ້າ​ທີ່​ສ້າງສັນ​ບັນລຸໄດ້ 14,15 ລ້ານ USD, ຫວຽດນາມ ນອນ​ໃນ top 3 ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດພວມພັດທະນາໃນ​ໂລກ​ທີ່​ສົ່ງ​ອອກ​ສິນຄ້າ​ສ້າງສັນ, ພ້ອມກັບ ບັນດາປະເທດໃຫຍ່​ຄື ຈີນ, ອິນ​ເດຍ...

ໜັງສືພິມອາເຈນຕິນາໄດ້ລົງຄະແນນສຽງ ຊາບາ ເປັນເມືອງນ້ອຍທີ່ສວຍງາມທີ່ສຸດໃນໂລກ

ໜັງສືພິມອາເຈນຕິນາໄດ້ລົງຄະແນນສຽງ ຊາບາ ເປັນເມືອງນ້ອຍທີ່ສວຍງາມທີ່ສຸດໃນໂລກ

ຍສໝ - "ໄປ ຊາບາ, ນັກທ່ອງທ່ຽວຮູ້ສຶກວ່າພວກເຂົາລອຍຢູ່ກາງເມກ," ຫນັງສືພິມ Infobae ຂອງອາເຈນຕິນາໄດ້ອະທິບາຍຄວາມງາມຂອງ ຊາບາ - ຫນຶ່ງໃນ 16 ເມືອງຂະຫນາດນ້ອຍທີ່ສວຍງາມທີ່ສຸດໃນໂລກ.

ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ

ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ

ຍສໝ - ໃນລະຫວ່າງ ວັນທີ 9 ແລະ 10 ມີນາ, ພໍ່ແມ່ປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ ຢູ່ຕາແສງຊາຍແດນ ວ່າງດ໋ານ, ເມືອງ ນ້ຳໂປ (ແຂວງ ດ້ຽນບຽນ) ຫຼາຍຮ້ອຍຄົນ ໄດ້ຮັບການກວດ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ ແລະ ຮັບຂອງຂວັນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ໂຄງການ “ຮ່ວມເດີນທາງກັບ​ແມ່​ຍິງ​ຊາຍ​ແດນ” ປີ 2024 ຈັດ​ໂດຍກອງບັນຊາການທະຫານຊາຍແດນ​ແຂວງ ດ້ຽນບຽນ ​ພ້ອມກັບ ສະຫະພັນແມ່ຍິງ​ແຂວງ.

ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ

ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ

ຍສໝ - ຕອນ​ບ່າຍ​ວັນ​ທີ 11 ມີນານີ້, ຢູ່​ນະຄອນຫຼວງ Wellington, ​ໃນລາຍການການ​ຢ້ຽມຢາມ ​ນິວຊີ​ແລນ ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ Cindy Kiro ​ຜູ້ສຳເລັດຣາຊະການ ນິວຊີ​ແລນ.

ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ  ສະຫະປະຊາຊາດ

ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ

ຍສໝ - ​ເນື່ອງ​ໃນ​ໂອກາດ​ ຫວຽດນາມ ​ຮັບດຳລົງຖານະເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ ໄດ້ໜຶ່ງປີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຫວຽດຮຸ່ງ ໄດ້​ຕີ​ລາຄາ, ໃຫ້ຂໍ້ສັງເກດ​ກ່ຽວກັບບັນດາຂີດໝາຍຂອງ ຫວຽດນາມ ​ໃນ​​ປີທີ່​ຜ່ານ​ມາ ​ແລະ ທິດ​ທາງ​ໃນ​ຕໍ່ໜ້າ.

ການສະແດງຊຸດເສື້ອຍາວທີ່ປະທັບໃຈຂອງພັນລະຍາເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ

ການສະແດງຊຸດເສື້ອຍາວທີ່ປະທັບໃຈຂອງພັນລະຍາເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ

ຍສໝ - ບັນດາ​ພັນລະຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ, ມາຣົກ, ​ສາທາລະນະລັດເຊັກໂກ​ ແລະ ອິນ​ໂດ​ເນ​ເຊຍ ​ໄດ້ສວມຊຸດເສື້ອຍາວຢູ່ເທິງເວທີລາຍການ “ຄວາມງາມຊຸດເສື້ອຍາວ ຫວຽດນາມ".

ຮັດແໜ້ນການພົວພັນລະຫວ່າງວິສາຫະກິດຫວຽດນາມ ແລະ ເພື່ອນມິດສາກົນ

ຮັດແໜ້ນການພົວພັນລະຫວ່າງວິສາຫະກິດຫວຽດນາມ ແລະ ເພື່ອນມິດສາກົນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 2 ມີນາ, ຢູ່​ຮ່າ​ໂນ້ຍ, ຄະນະ​ຫົວໜ້າ​ສຳນັກງານຜູ້​ແທນ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ອາຍຸ​ການ 2024-2027 ໂດຍການນຳ​ໜ້າຂອງ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂດຮູ່ງຫວຽດ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ກຸ່ມ Vingroup.

ວຽກງານການຕ່າງປະເທດ ໄດ້ປະກອບສ່ວນປົກປັກຮັກສາປະເທດຊາດແຕ່ໂດຍໄວ ແລະ ແຕ່ໄກ

ວຽກງານການຕ່າງປະເທດ ໄດ້ປະກອບສ່ວນປົກປັກຮັກສາປະເທດຊາດແຕ່ໂດຍໄວ ແລະ ແຕ່ໄກ

ຍສໝ - ວັນ​ທີ 26 ກຸມພາ ຢູ່​ ຮ່າ​ໂນ້ຍ, ກ່າວ​ຄຳ​ປາໄສທີ່​ການ​ພົບ​ປະ​ກັບ​ຫົວໜ້າ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ປະຈຳຕ່າງປະ​ເທດ​ ອາຍຸການ 2024 – 2027, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ ໂຕ່ເລີມ ​ໃຫ້​ຮູ້​ວ່າ: ການ​ຜັນຂະຫຍາຍວຽກງານການຕ່າງປະເທດ ​ກໍ່​ແມ່ນມາດຕະການປົກ​ປັກ​ຮັກສາ​ຄວາມ​​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ຄວາມເປັນລະບຽບ, ຄວາມປອດໄພ​ທາງສັງຄົມ​ແຕ່ໂດຍ​ໄວ ແລະ ແຕ່ໄກ, ປະກອບສ່ວນ​ຮັກສາຄວາມສະຖຽນ​ລະ​ພາບຂອງ​ປະ​ເທດຊາດ, ກໍ່​ຄື​ສັນຕິພາບ, ຄວາມສະຖຽນ​ລະ​ພາບຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ; ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື, ຍົກສຸງທີ່​ຕັ້ງ​ຂອງ​ປະ​ເທດຊາດ​ໃນ​ເວທີ​ສາກົນ.

ຫວຽດນາມ ພະຍາຍາມຫັນປ່ຽນການພະລັງງານ

ຫວຽດນາມ ພະຍາຍາມຫັນປ່ຽນການພະລັງງານ

ຍສໝ - ຕາມ​ຂໍ້​ມູນ​ຈາກ​ກອງ​ປະຊຸມ​ຍຸດ​ທະ​ສາດ​ພະລັງງານ​ hydrogen ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ​ມີ​ເປົ້າ​ໝາຍ​ຜະລິດ​ hydrogen ​ໃຫ້​ໄດ້ 100.000-500.000 ​ໂຕນ/ປີ​ໃນ​ປີ 2030, ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະຍາຍາມ​ຫັນປ່ຽນ​ດ້ານ​ພະລັງງານ.

ຫວຽດນາມເຂົ້າຮ່ວມເວທີປາໄສການທູດ Antalya 2024: “ຊຸກຍູ້ການທູດໃນສະໄໝວິກິດການ”

ຫວຽດນາມເຂົ້າຮ່ວມເວທີປາໄສການທູດ Antalya 2024: “ຊຸກຍູ້ການທູດໃນສະໄໝວິກິດການ”

ຍສໝ - ທ່ານ​ນ່າງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມີງ​ຮັງ ​ເນັ້ນ​ໜັກ​ວ່າ: ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ຍິ່ງ​ໄປ​ກວ່າ​ນັ້ນ, ພາກພື້ນອາຊີ - ປາຊີ​ຟິກ ຕ້ອງ​ຮັບປະກັນ​ການ​ຮັກສາ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ເປີດກ້ວາງ, ​ໂປ່​ງ​ໃສ, ຢືດ​ຢຸ່ນ, ​ເປັນ​ເອກະ​ພາບ ​ແລະ ມີ​ກົດ​ລະບຽບ, ​ໃນ​ນັ້ນ ອາ​ຊຽນ ມີ​ບົດບາດ​ໃຈກາງ.

ຂີດໝາຍບັນດາອົງການ ບໍ່ຂຶ້ນກັບລັດຖະບານຢູ່ ໄທງວຽນ

ຂີດໝາຍບັນດາອົງການ ບໍ່ຂຶ້ນກັບລັດຖະບານຢູ່ ໄທງວຽນ

ຍສໝ - ຢູ່​ໄທ​ງວຽນ, ປະຈຸ​ບັນ​ມີ 30 ອົງ​ການ​ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ ທີ່​ມີ​ໃບ​ອະນຸຍາເຄຶື່ອນໄຫວທີ່ມີຍັງມີຜົນສັກສິດ ​ແລະ ເພີ່ມເຕີມໃໝ່ບໍລິເວນດຳເນີນການເຄື່ອນໄຫວ; ທັງ​ໝົດ 43 ​ລາຍການ ແລະ ໂຄງການທີ່​ສຸມ​ໃສ່​ບັນດາ​ຂົງ​ເຂດ​ຄື ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ, ສຸຂະພາບຂອງປະຊາຄົມ, ພັດທະນາ​ຊົນນະບົດ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໃນ​ປີ 2023, ມູນ​ຄ່າປ່ອຍເງິນຂອງ​ບັນດາອົງການບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ ​ບັນລຸ​ປະມານ 1,49 ລ້ານ USD, ​ເພີ່ມ​ຂຶ້ນ 59,6% ​ເມື່ອ​ທຽບ​ໃສ່​ປີ​ກາຍ.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.