ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ

06:05 | 13/03/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 11 ມີນານີ້, ຢູ່​ນະຄອນຫຼວງ Wellington, ​ໃນລາຍການການ​ຢ້ຽມຢາມ ​ນິວຊີ​ແລນ ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ Cindy Kiro ​ຜູ້ສຳເລັດຣາຊະການ ນິວຊີ​ແລນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ
ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ຮ​ວ່າ​ບິ່ງ ເລີ່ມ​ດຳ​ເນີນເດືອນ​ຊາວ​ໜຸ່ມ​ປີ 2024 ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ຮ​ວ່າ​ບິ່ງ ເລີ່ມ​ດຳ​ເນີນເດືອນ​ຊາວ​ໜຸ່ມ​ປີ 2024

​​ທ່ານ​ນາງ Cindy Kiro ​ຜູ້ສຳເລັດຣາຊະການ ນິວຊີ​ແລນ ໄດ້ຕີລາຄາວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ກ່ອນ​ທີ່ 2 ປະ​ເທດ​ຈະສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1975-2025) ​ແລະ ​ເຊື່ອ​ໝັ້ນ​ວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ.

​ທ່ານ​ນາງ Cindy Kiro ​ຜູ້ສຳເລັດຣາຊະການ ນິວຊີ​ແລນ ​ໄດ້​ສະ​ແດງ​ຄວາມປິຕິຕໍ່ ຫວຽດນາມ, ຊາດທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ໄດ້ຕີ​ລາຄາ​ສູງ​ ຫວຽດນາມ ມີທີ່​ຕັ້ງ, ບົດບາດນັບມື້ນັບທີ່ສຳຄັນໃນ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ ແມ່ນ​ໃນ​ຂອບ​ເຂດສະມາຄົມປະຊາຊາດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ); ຢືນຢັນ​ວ່າ ນິວຊີ​ແລນ ຍາມ​ໃດ​ກໍ່​ຖື​ ຫວຽດນາມ ​ເປັນຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຢູ່​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ທ່ານນາງ​ຜູ້ສຳເລັດຣາຊະການ Cindy Kiro ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ນິວຊີ​ແລນ

ພາບບັນຍາກາດທີ່ກອງປະຊຸມ.

​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະ​ແດງ​ຄວາມດີໃຈ​ໃນ​ການ​ຢ້ຽມ​ຢາມ ​ນິວ​ຊີ​ແລນ ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ; ຂອບໃຈ​ທ່ານ​ນາງຜູ້ສຳເລັດຣາຊະການ ນິວຊີ​ແລນ ແລະ ປະຊາຊົນ ນິວຊີແລນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ເຕັມໄປດ້ວຍສີສັນຂອງຊາດ ທີ່ມີໃຫ້ສໍາລັບທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ສົ່ງຄຳຢ້ຽມຢາມຖາມຂ່າວຂອງທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ການ​ນຳ​ຂັ້ນ​ສູງ​ຂອງ ​ຫວຽດ​ນາມ ເຖິງ​ທ່ານ​ນາງ Cindy Kiro ​ຜູ້ສຳເລັດຣາຊະການ ນິວຊີ​ແລນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ ແລະ ເຮັດໃຫ້ການພົວພັນ ຫວຽດນາມ - ນິວຊີແລນ ເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ເບີມຂະຫຍາຍບົດບາດຂອງບັນດາສະມາຄົມມິດຕະພາບສອງປະເທດ ແລະ ພິຈາລະນາເຊື່ອມຕໍ່ເສັ້ນທາງບິນໂດຍກົງໂດຍໄວ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ເນັ້ນ​ໜັກ​ເຖິງ 6 ຂົງ​ເຂດ​ຮ່ວມ​ມື​ທີ່​ສອງ​ຝ່າຍ​ຕ້ອງ​ສຸມ​ໃສ່, ​ລວມມີການ​ເພີ່ມ​ທະວີ​ການພົບປະແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ຄົບ​ຖ້ວນ; ຍູ້ໄວການຄ້າ-ການລົງທຶນ; ເຮັດໃຫ້ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​- ບຳລຸງ​ສ້າງເລິກເຊິ່ງກວ່າເກົ່າ ພິເສດ​ແມ່ນ​ເພີ່ມ​ທຶນການ​ສຶກສາ; ຮ່ວມມືສ້າງພື້ນຖານເສດຖະກິດສີຂຽວ, ການພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ; ​ເພີ່ມ​ທະວີ​ການພົບພະ​ແລກປ່ຽນ​ວັດທະນະທຳ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ແຮງ​ງານ.

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີ ນິວຊີ​ແລນ ​ເອົາ​ໃຈ​ໃສ່ ​ແລະ ສືບ​ຕໍ່​ສ້າງ​ເງື່ອນ​ໄຂໃຫ້ປະຊາ​ຄົມ​ຊາວ ຫວຽດນາມ ທີ່ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ນິວຊີ​ແລນ, ຖື​ນີ້​ແມ່ນ​ຂົວຕໍ່​ສຳຄັນ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ 2 ປະ​ເທດ.

​ທ່ານ​ນາງ Cindy Kiro ​ຜູ້ສຳເລັດຣາຊະການ ນິວຊີ​ແລນ ຢືນຢັນ​ວ່າ ຍາມ​ໃດ​ກໍ​ໃຫ້ການ​ໜຸ່ມຊ່ວຍ, ຄວາມເອົາໃຈໃສ່ສຳລັບ​ປະຊາ​ຄົມ​ຊາວ ​ຫວຽດນາມ, ທ່ານໄດ້ຕີ​ລາຄາ​ວ່າ ປະຊາ​ຄົມ​ໄດ້ຮ່ວມແຮງຮ່ວມໃຈກັນສ້າງສາປະເທດ ນິວຊີ​ແລນ, ປະກອບສ່ວນ​ເພີ່ມ​ທະວີສີສັນ​ຊາດ ນິວຊີ​ແລນ ຕື່ມອີກ.

ທີ່​ການ​ພົບ​ປະ, ສອງ​ຝ່າຍ​ ກໍ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.