ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ

08:00 | 08/03/2024

ຍສໝ - ​ເນື່ອງ​ໃນ​ໂອກາດ​ ຫວຽດນາມ ​ຮັບດຳລົງຖານະເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ ໄດ້ໜຶ່ງປີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຫວຽດຮຸ່ງ ໄດ້​ຕີ​ລາຄາ, ໃຫ້ຂໍ້ສັງເກດ​ກ່ຽວກັບບັນດາຂີດໝາຍຂອງ ຫວຽດນາມ ​ໃນ​​ປີທີ່​ຜ່ານ​ມາ ​ແລະ ທິດ​ທາງ​ໃນ​ຕໍ່ໜ້າ.

ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ
ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ

ທ່ານ​ຮອງ​ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຫວຽດຮຸ່ງ ໃຫ້​ຮູ້​ວ່າ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ສ້າງບັນດາຂີດໝາຍ ນັບແຕ່ບັນດາການເຄື່ອນໄຫວ​ທຳ​ອິດ, ດ້ວຍ​ຫຼາຍ​ຂໍ້​ລິ​ເລີ່​ມທີ່​ເໝາະສົມກັບບຸລິມະສິດ​ຂອງ ຫວຽດນາມ ​ແລະ ຄວາມສົນໃຈລວມຂອງ​ໂລກ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມສາກົນ.

ທີ່ກອງ​ປະຊຸມຊຸດ​ທີ 52 ​ເປີດ​ອາຍຸ​ການ​ຂອງ​ສະພາ​ສິດທິ​ມະນຸດ (ມີ​ນາ-​ເມສາ 2023), ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນ​ລິວກວາງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ​ແລະ ​ແນະນຳ​ຂໍ້​ລິ​ເລີ່​ມສະ​ເຫຼີ​ມສະຫຼອງ 75 ປີ​ຖະແຫຼງການສິດທິ​ມະນຸດ​ສາກົນ (UDHR) ແລະ 30 ປີຖະແຫຼງການ ແລະ ລາຍການກະທຳ Vienna (VDPA).

ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ  ສະຫະປະຊາຊາດ

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນ​ລິວກວາງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງຊຸດທີ 52 ຂອງ​ສະພາ​ສິດທິ​ມະນຸດ ສະຫະປະຊາຊາດ

ບົນ​ພື້ນຖານ​ນັ້ນ, ຫວຽດນາມ ​ໄດ້​ເປັນ​ປະທານ, ນຳພາກຸ່ມ​ຫຼັກ​ແຫຼ່ງຂອງ 14 ປະ​ເທດ​ລະຫວ່າງ​ພາກ​ພື້ນ​ ແລະ ຫຼາກຫຼາຍກ່ຽວກັບ​ລະດັບ​ການ​ພັດທະນາ​​ ເພື່ອ​ສ້າງສາແຜນຮ່າງ, ຈັດຕັ້ງ​ປຶກສາ​ຫາລື​ເພື່ອ​ໃຫ້​ສະພາ​ສິດທິ​ມະນຸດ ໄດ້ຮັບຮອງເອົາດ້ວຍການເຫັນດີເຫັນພ້ອມມະຕິຕົກລົງສະບັບເລກທີ 52/19 ກ່ຽວ​ກັບ​ບັນຫາ​ນີ້ ໂດຍການອຸປະຖຳຮ່ວມຂອງ 121 ປະເທດ - ໜຶ່ງ "ສະຖິຕິ" ຂອງສະພາສິດທິມະນຸດໃນຊຸມປີມໍ່ໆມານີ້.

ຫວຽດນາມ ກໍ່​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ໃນ​ບັນດາ​ວຽກ​ງານ​ລວມ, ຊຸກຍູ້​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື​ຢູ່​ສະພາ​ສິດທິ​ມະນຸດ ບົນ​ຈິດ​ໃຈ “​ເຄົາລົບ ​ແລະ ເຂົ້າໃຈ. ​ການ​ສົນທະນາ ​ແລະ ການ​ຮ່ວມ​ມື. ທຸກ​ສິດທິ. ​ເພື່ອ​ທຸກ​ຄົນ".

ຫວຽດນາມ ໄດ້ມີກ່ວາ 80 ຄຳປາໄສ​ແຫ່ງຊາດ​ໃນບັນດາ​ກອງ​ປະຊຸມ​ຂອງສະພາ​ສິດທິ​ມະນຸດ ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດບົນບັນດາແງ່ມູມ ທີ່​ປະຊາ​ຄົມສາກົນມີຄວາມສົນໃຈ. ນັ້ນແມ່ນ ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຍ້າຍຖິ່ນຖານ, ຊຸກຍຸ້ສະເໝີພາບລະຫວ່າງຍິງ-ຊາຍ, ຮັບປະກັນສິດທີ່ຢູ່ອາໄສ, ສິດສະບຽງອາຫານ, ສິດວັດທະນະທໍາ, ສິດພັດທະນາ, ສິດປົກປັກຮັກສາກຸ່ມຄົນທີ່ຖືກຄວາມສ່ຽງງ່າຍ...

ຫວຽດນາມ ​ໄດ້​ມີ​ວິທີເຂົ້າເຖິງການ​ກໍ່ສ້າງ​ບັນດາ​ບັນຫາ​ສິດທິ​ມະນຸດ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ຢ່າງ, ທີ່ຖືກເຫັນເປັນການເມືອງ, ມີຫຼາຍ​ການຂັດແຍ້ງ​ຢູ່​ສະພາ​ສິດທິ​ມະນຸດ​ຄື ສະພາບ​ການ​ຂອງ​ບັນດາ​ປະ​ເທດ​ສະ​ເພາະ (ອູແກຣນ, ຣັດ​ເຊຍ, ປາ​ແລັດ​ສະ​ຕີນ, ຊູ​ດັງ...), ການ​ພົວພັນລະຫວ່າງການພັດທະນາ ແລະ ສິດທິມະນຸດ, ສຸຂະພາບການເກີດລູກ ແລະ ການສຶກສາທາງເພດ, ສິດທິຂອງເພດທີສາມ, ການປ່ຽນເພດ (LGBT), ເປີດໃຈຕໍ່ສາສະຫນາ ...

ດ້ານ​ໜຶ່ງ, ຫວຽດນາມ ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ລວມ​ຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ ​ເພື່ອ​ປົກ​ປັກ​ຮັກສາ​ຫຼັກການ​ບໍ່ຫັນເປັນ​ການ​ເມືອງ, ບໍ່​ນຳ​ໃຊ້ບັນຫາ​ສິດທິ​ມະນຸດ ເພື່ອແຊກແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ບັນດາ​ປະ​ເທດ​ມີ​ອະທິປະ​ໄຕ. ດ້ານອື່ນ, ຫວຽດນາມ ​ໄດ້​ຮັບ​ຟັງ, ​ເຄົາລົບ​ຄວາມ​ຕ້ອງການໃນ​ການ​ຮ່ວມ​ມືຂອງບັນດາປະເທດ, ຊຸກຍຸ້ການຮ່ວມມື, ການ​ສົນທະນາ​ເພື່ອ​ໃຫ້​ສະພາ​ສິດທິ​ມະນຸດ​ສາມາດ​ປະຕິບັດ​ຕາມ​ຄວາມ​ຕ້ອງການ​ອັນ​ຊອບ​ທຳ​ຂອງ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ​ນີ້.

ຕາມທ່ານຮອງລັດຖະມົນຕີ ໂດ້ຫວຽດຮຸ່ງ ​ແລ້ວ, ການ​ປະກອບສ່ວນ​ຂອງ​ ຫວຽດນາມ ​ໃນ​ສະພາ​ສິດທິ​ມະນຸດ ໄດ້​ປະກອບສ່ວນ​ຊ່ວຍ​ໃຫ້​ປະຊາ​ຄົມ ມີຄວາມເຂົ້າ​ໃຈ​ກວ່າ​ອີກ​ກ່ຽວກັບຄວາມ​ມານະພະຍາຍາມ, ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດທິ​ມະນຸດ, ຜ່ານ​ນັ້ນ ກໍ່ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຂອງປະເທດເຮົາກັບ​ບັນດາ​ປະ​ເທດ, ບັນດາອົງການ​ສາກົນ.

​ບັນດາ​ເນື້ອ​ໃນ​​ກ່ຽວກັບການ​ຮ່ວມ​ມື​ຢູ່​ສະພາ​ສິດທິ​ມະນຸດ ​ໄດ້​ຮັບ​ການ​ຊຸກຍູ້​ຈາກ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ຄູ່​ຮ່ວມ​ມືໃຫຍ່​ທີ່ມີຄວາມສົນໃຈໃນ​ການ​ຍູ້ແຮງການແລກປ່ຽນ​ກັບ ຫວຽດນາມ, ​ທັງບັນດາການເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ການ​ນຳ​ຂັ້ນ​ສູງ​ ຫວຽດນາມ. ບັນດາ​ປະ​ເທດ​ເພື່ອນ​ມິດ, ຄູ່​ຮ່ວມ​ມື ທີ່​ມີ​ທັດສະນະດຽວກັນ, ອາ​ຊຽນ... ກໍ່​ໄດ້​ຊຸກຍູ້ບັນດາ​ກົນ​ໄກ​ແລກປ່ຽນ​ທີ່​ມີ​ຢູ່​ແລ້ວ ຫຼື ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໃໝ່​ເພື່ອ​ມີ​ການ​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງກັບ ຫວຽດນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ຢູ່​ສະພາ​ສິດທິ​ມະນຸດ.

ທ່ານ ໂດ້ຫວຽດຮຸ່ງ ໃຫ້​ຮູ້​ວ່າ ຖານະບົດບາດສະມາຊິກ​ຂອງ​ພວກ​ເຮົາ​ໃນສະພາ​ສິດທິ​ມະນຸດ ກໍ່ປະກອບສ່ວນຊ່ວຍພວກເຮົາລະດົມໄດ້​ບັນດາ​ປະ​ເທດ​ໜູນ​ຊ່ວຍພວກເຮົາຕໍ່ສູ້​ກັບບັນດາການເຄື່ອນໄຫວທີ່ບິດເບືອນ​ສະພາບ​ການ​ຢູ່ ຫວຽດນາມ ທີ່ບັນດາ​ກົນ​ໄກ, ເວທີ​ປາ​ໄສ​ສະຫະ​ປະຊາ​ຊາດ.

“​ເຖິງ​ວ່າສ່ວນທີ່ຍາວກ່ວາຂອງເສັ້ນທາງ​ຍັງ​​ຢູ່​ຕໍ່ໜ້າ, ດ້ວຍສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ ແຕ່​ໃນ​ເວລາ​ນີ້, ສາມາດ​ເວົ້າ​ໄດ້​ວ່າ ປີ​ທຳ​ອິດ​ຂອງ​ການ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ 2023-2025 ​ແມ່ນຄວາມປະສົບ​ຜົນສຳ​ເລັດ​ຂອງ ຫວຽດນາມ ດ້ວຍຫຼາຍຂິດໝາຍ” - ທ່ານ ຮຸ່ງ ໃຫ້ຂໍ້ສັງເກດ​.

ຕາມທ່ານຮອງລັດຖະມົນຕີ ໂດ້ຫວຽດຮຸ່ງ ແລ້ວ, ປີ 2024 ​ແມ່ນ​ປີ​ບານພັບຂອງ​ອາຍຸ​ການ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ 2023-2025, ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ສຳຄັນ​ຄື ການ​ນຳ​ສະ​ເໜີ ​ແລະ​ ການພົບປະສົນທະນາກ່ຽວ​ກັບ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຕາມກົນໄກ UPR ຮອບວຽນທີ IV, ສືບ​ຕໍ່ຊຸກຍູ້ບັນດາ​ຂໍ້​ລິ​ເລີ່​ມ, ບຸລິມະສິດ, ພິ​ເສດ​ແມ່ນ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ສິດທິ​ມະນຸດ, ສົມທົບ​ກັບ​ວຽກ​ງານ​ລະດົມ​ບັນດາ​ປະ​ເທດ ເພື່ອ​ສືບ​ຕໍ່​ໜູນຊ່ວຍ ຫວຽດນາມ ເປັນຄັ້ງທຳອິດທີ່ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ຄືນອີກເທື່ອໜຶ່ງໃນອາຍຸ​ການ 2026-2028.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.