ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ

08:44 | 13/03/2024

ຍສໝ - ໃນລະຫວ່າງ ວັນທີ 9 ແລະ 10 ມີນາ, ພໍ່ແມ່ປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ ຢູ່ຕາແສງຊາຍແດນ ວ່າງດ໋ານ, ເມືອງ ນ້ຳໂປ (ແຂວງ ດ້ຽນບຽນ) ຫຼາຍຮ້ອຍຄົນ ໄດ້ຮັບການກວດ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ ແລະ ຮັບຂອງຂວັນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ໂຄງການ “ຮ່ວມເດີນທາງກັບ​ແມ່​ຍິງ​ຊາຍ​ແດນ” ປີ 2024 ຈັດ​ໂດຍກອງບັນຊາການທະຫານຊາຍແດນ​ແຂວງ ດ້ຽນບຽນ ​ພ້ອມກັບ ສະຫະພັນແມ່ຍິງ​ແຂວງ.

ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່ ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່
ກອງປະຊຸມພົບປະແລກປ່ຽນປະຈຳປີລະຫວ່າງຕຳຫຼວດເມືອງ ເມືອງໃໝ່ (ແຂວງ ຜົ້ງສາລີ, ລາວ) ແລະ ຕຳຫຼວດເມືອງ ດ້ຽນບຽນ ກອງປະຊຸມພົບປະແລກປ່ຽນປະຈຳປີລະຫວ່າງຕຳຫຼວດເມືອງ ເມືອງໃໝ່ (ແຂວງ ຜົ້ງສາລີ, ລາວ) ແລະ ຕຳຫຼວດເມືອງ ດ້ຽນບຽນ

​ໃນ​ຂອບ​ເຂດ​ຂອງ​ໂຄງການ, ບັນດາທ່ານໝໍ, ພະຍາບານ​ທະຫານ​ຊາຍ​ແດນ​ແຂວງ ດ້ຽນບຽນ ​ໄດ້​ກວດພະຍາດໃຫ້ 200 ກວ່າ​ຄົນ; ພ້ອມ​ກັນ​ນັ້ນ ກໍ່ແຈກຢາຍຢຸກຢາ, ໃຫ້​ຄຳ​ປຶກສາ​ດ້ານ​ການ​ປິ່ນປົວ​ພະຍາດ ໃຫ້ແກ່​ປະຊາຊົນ 300 ກວ່າ​ຄົນ ໂດຍ​ບໍ່​ເສຍ​ຄ່າ.

ເປົ້າໝາຍ​ຜູ້​ເຂົ້າ​ຮ່ວມ​ຄັ້ງ​ນີ້​ ແມ່ນ​ສະມາຊິກສະມາຄົມແມ່ຍິງ ​ແລະ ​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຊິ່ງຈະ​ໄດ້​ຮັບ​ການ​ກວດ, ປຶກສາກ່ຽວ​ກັບພະຍາດຍິງ, ເອໂກຜູ້ທີ່ມີພະຍາດກ່ຽວກັບຄໍເອີມ, ບັນດາພະຍາດທົ່ວໄປກ່ຽວກັບລະບົບຫາຍໃຈ, ຫູ, ດັງ, ຄໍ ... ພ້ອມກັນນັ້ນ ກໍ່ໄດ້ແຈກຢາຍ ແລະ ແນະນຳການນຳໃຊ້ຢຸກຢາທີ່ຈຳເປັນປະເພທຕ່າງໆ ເພື່ອປ້ອງກັນພະຍາດທີ່ມັກພົບ.

ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ


ບັນດາທ່ານໝໍ, ພະຍາບານ​ທະຫານຊາຍ​ແດນ​ແຂວງ ດ້ຽນບຽນ ໄດ້ກວດພະຍາດ, ແຈກຢາຍຢຸກຢາໃຫ້ພໍ່ແມ່ພີ່ນ້ອງ ໂດຍ​ບໍ່​ເສຍ​ຄ່າ.

ຄະນະ​ຈັດ​ຕັ້ງ ​ໄດ້​ມອບ​ຂອງຂວັນ 200 ພູດ ​ໃນ​ນັ້ນ ລວມ​ມີເຂົ້າສານ, ໝີ່, ເຄື່ອງປຸງ, ປາແຫ້ງ ໃຫ້​ສະມາຊິກ​​ແມ່ຍິງ​ຜູ້​ທຸກ​ຍາກ​ຂອງ​ເມືອງ​ ວ່າງ​ດ໋ານ, ຂອງຂວັນ 136 ພູດ ​ເຊິ່ງ​ມີເຂົ້າໜົມ​ໃຫ້​ບັນດານັກຮຽນ​ໂຮງຮຽນອະນຸບານ​ຕາແສງ ວ່າງ​ດ໋ານ, ເຄື່ອງ​ຊອຍ​ມັນຕົ້ນ 10 ເຄື່ອງ ​ໃຫ້ຄອບຄົວ​ຂອງ​ສະມາຊິກ​ສະມາຄົມ​ແມ່ຍິງ​ຕາແສງ ວ່າງ​ດ໋ານ.

ພ້ອມ​ກັນ​ນັ້ນ, ບັນດາພະນັກງານສະມາຊິກສະມາຄົມແມ່ຍິງງທະຫານ​ຊາຍ​ແດນແຂວງ ​ກໍ່ໄດ້​ແຈກ​ຢາຍ​ໃບປິວເກືອບ 250 ​ໃບ​ ເພື່ອ​ໂຄສະນາກ່ຽວກັບການສຶກສາກົດໝາຍ​ ເນື້ອໃນກ່ຽວກັບ​ກົດໝາຍວ່າດ້ວຍການປ້ອງ​ກັນ, ຕ້ານການໃຊ້​ຄວາມຮຸນແຮງໃນຄອບຄົວ, ຂໍ້ກຳນົດຂອງ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເອົາຜົວເອົາເມຍເມື່ອອາຍຸບໍ່ທັນຮອດກະສຽນ ແລະ ຈັດ​ຕັ້ງ​ການ​ສື່ສານ, ໃຫ້​ຄຳ​ປຶກສາ​ຍົກສູງຄວາມ​ຮູ້ກ່ຽວກັບການເບິ່ງແຍງດູແລສຸຂະພາບສໍາລັບແມ່ຍິງ ແລະ ເດັກນ້ອຍ ເວົ້າລວມ, ແມ່ຍິງທີ່ປະສົມກັບຄວາມຫຍຸ້ງຍາກ ເວົ້າສະເພາະ.

ຕາມທ່ານພັນເອກ ເລດຶກເຫງຍ, ຮອງ​ຜູ້ບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ ແລ້ວ, ໂຄງການ “ຮ່ວມເດີນທາງກັບແມ່ຍິງຊາຍແດນ” ທີ່ທະຫານຊາຍແດນແຂວງ ດ້ຽນບຽນ ປະຕິບັດໃນເວລາທີ່ຜ່ານມານີ້ ໄດ້ປະກອບສ່ວນໜູນຊ່ວຍ, ຊ່ວຍເຫຼືອສະມາຊິກສະມາຄົມແມ່ຍິງທີ່ປະສົມກັບຄວາມຫຍຸ້ງຍາກຈຳນວນໜຶ່ງຢູ່ເຂດຊາຍແດນ ​ເພື່ອ​ພັດທະນາ​ເສດຖະກິດ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.