ວັນ ຫວຽດນາມ ຢູ່ງານວາງສະແດງສາກົນ Expo Doha 2023

07:00 | 13/03/2024

ຍສໝ - ທີ່​ງານ​ວາງສະ​ແດງສາກົນ Expo Doha 2023, ບັນດາ​ວິ​ສາ​ຫະກິດ ​ໄດ້​ແນະນຳ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ແຖວໜ້າ​ຂອງ​ ຫວຽດນາມ.

ພິທີເປີດກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2023 ພິທີເປີດກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2023
ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023 ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023

ໂດຍຜັນຂະຫຍາຍການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ແລະ ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ​ກ່ຽວ​ກັບ​ວຽກງານການ​ທູດ​ເສດຖະກິດ, ວັນ​ທີ 7 ມີນານີ້, ສະຖານທູດ ຫວຽດນາມ ປະຈຳ ກາ​ຕາ ໄດ້ສົມທົບ​ກັບສະໂມສອນວິ​ສາ​ຫະກິດ ຫວຽດນາມ - ຕາ​ເວັນ​ອອກ​ກາງ ຈັດ​ຕັ້ງ “ວັນ ​ຫວຽດນາມ ຢູ່​ງານ​ວາງສະ​ແດງ​ສາກົນ Expo Doha 2023” ຢູ່ Doha, ກາຕາ.

ເຫດການດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ ເຊິ່ງ​ໄດ້​ດຶງ​ດູດ​ຜູ້​ແທນ​ບັນດາ​ກະຊວງ, ຂະແໜງການ, ວິ​ສາ​ຫະກິດ ກາຕາ, ຄະນະທູຕານຸທູດ, ​ເພື່ອນ​ມິດສາ​ກົນ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ກາ​ຕາ.

ກ່າວເປີດພິທີຄັ້ງນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກາຕາ ເຈີ່ນດຶກຮຸ່ງ ໄດ້ຕີ​ລາຄາ​ວ່າ ການ​ພົວພັນ ຫວຽດນາມ - ກາ​ຕາ ມີ​ບັນດາບາດກ້າວພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຫຼາຍ​ຂົງ​ເຂດ ນັບ​ແຕ່ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ເມື່ອ​ປີ 1993. ຫວຽດນາມ ຖື ກາ​ຕາ​ ແມ່ນ​ເພື່ອນ​ມິດ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ມີຄວາມສາມາດບົ່ມຊ້ອນຢູ່​ພາກ​ພື້ນ​ ຕາ​ເວັນ​ອອກ​ກາງ. ຫວຽດນາມ ກໍໄດ້ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່ ກາ​ຕາ ບັນລຸ​ໄດ້​ໂດຍ​ການ​ຊີ້​ນຳ​ຂອງ​ ເຈົ້າກະສັດ Sheikh Tamim bin Hamad Al Thani.

ວັນ ຫວຽດນາມ ຢູ່ງານວາງສະແດງສາກົນ Expo Doha 2023

ທ່ານ​ ​ເຈີ່ນ​ດຶກ​ຮຸ່ງ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກາຕາ ໄດ້ແນະນຳບັນດາຜະລິດຕະພັນຂອງ ຫວຽດນາມ.

ໂດຍສະແດງຄວາມຊົມເຊີຍລັດ ກາຕາ ຈັດຕັ້ງງານວາງສະແດງຂະແໜງການເຮັດສວນທຳອິດ ຢູ່ບາງປະເທດທະເລຊາຍຢູ່ ຕາເວັນອອກກາງ, ທ່ານເອກອັກຄະລັດຖະທູດ ​ເຈີ່ນ​ດຶກ​ຮຸ່ງ ໄດ້ສະແດງຄວາມຂອບອົກຂອບໃຈຄະນະຈັດຕັ້ງ​ງານ​ວາງສະ​ແດງ Expo Doha 2023 ທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມ.

ທ່ານ Mohamed Ali Al-Khouri ​ເລຂາທິການ​ໃຫຍ່​ງານ​ວາງສະ​ແດງ Expo Doha 2023 ​ໄດ້ກ່າວຄຳປາໄສຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ກະສິກຳ, ຊົມ​ເຊີຍຫວຽດນາມ ທີ່ບັນລຸ​ໄດ້​ບັນດາ​ຜົນງານ​ຫຼາຍ​ຢ່າງ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື ກາຕາ - ຫວຽດນາມ ​ໃນອານາຄົດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນ​ດຶກ​ຮຸ່ງ ​ໃຫ້​ຮູ້ຕື່ມອີກ​ວ່າ “ຂະແໜງການກະສິກຳ​ຂອງ​ຫວຽດນາມ ພວມ​ພັດທະນາ ​ແລະ ມີ​ບົດບາດນັບມື້ນັບເພີ່ມ​ຂຶ້ນ​ໃນ​ບັນດາລະບົບສະໜອງທົ່ວ​ໂລກ. ​ງານ​ວາງສະ​ແດງ Expo Doha 2023 ໄດ້​ເປີດ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ເພື່ອຊອກ​ຫາ​ຄູ່​ຮ່ວມ​ມື, ​ແບ່ງປັນ​ປະສົບ​ການ​ຊຸກຍູ້​ການ​ພັດທະນາ​ກະສິກຳ ເພື່ອເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນຫາ​ທົ່ວໂລກຄື ​ຫັນເປັນທະ​ເລ​ຊາຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ສະບຽງ​ອາຫານ”.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ຢືນຢັນ​ວ່າ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ​ມຸ່ງ​ໄປ​ສູ່​ການ​ພັດທະນາ​ສີຂຽວ, ໝູນວຽນ, ​ຍືນ​ຍົງ; ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ເຊື່ອ​ຖື​ຂອງ​ ກາ​ຕາ ​ແລະ ບັນດາ​ປະ​ເທດ​ອື່ນໆ​ໃນ​ການ​ແກ້​ໄຂ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ການຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ທີ່​ງານ​ວາງສະ​ແດງ, ບັນດາ​ວິ​ສາ​ຫະກິດ ​ໄດ້​ແນະນຳ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ແຖວໜ້າ​ຂອງ ​ຫວຽດນາມ ຄື ໝາກມ່ວງຫິມະພານ, ພິກໄທ, ​ເຂົ້າສານ, ກາ​ເຟ, ຊາ, ເຄື່ອງຫອມເຄື່ອງຄຽງ, ໝາກ​ໄມ້, ​ສິລະປະຫັດຖະກຳ.

ມີ​ວິ​ສາ​ຫະກິດ ຫວຽດນາມ ຈໍານວນ​ໜຶ່ງ​ໄດ້​ເຊື່ອມ​ຕໍ່ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບ​ບັນດາ​ຄູ່​ຮ່ວມ​ມື ກາຕາ, ຊາ​ອຸ​ດິ​ອາ​ຣັບບິ, ກູເວດ, ໂອມານ, ເອທິໂອເປຍ, ປານາມາ ເພື່ອ​ນຳເອົາ​ບັນດາ​ຜະລິດ​ຕະພັນ​ຊາ ​ແລະ ກາ​ເຟ... ​ເຂົ້າ​ສູ່​ບັນດາທ້ອງຕະຫຼາດ​ດັ່ງກ່າວ.

ສືບຕໍ່ພິທີ​ເປີດ, ບັນດາ​ແຂກ​ທີ່​ເຂົ້າຮ່ວມ ວັນ ຫວຽດນາມ ທີ່ງານ​ວາງສະ​ແດງ​ Expo Doha 2023 ມີໂອກາດຊິມບັນດາ​ລາຍການສິລະ​ປະ​ພື້ນ​ເມືອງ, ອາຫານ​ພິ​ເສດ​ດ້ານ​ກະສິກຳ ​ແລະ ບັນດາ​ຮ້ານວາງສະແດງຂອງ​ວິສາຫະກິດ ຫວຽດນາມ.

ໂດຍຜ່ານ​ການ​ຈັດ​ຕັ້ງ​ພິທີ​ເປີດ ​ແລະ ສື່ສານ​ກ່ຽວ​ກັບ​ເຫດການ​ນີ້ ​ໄດ້​ປະກອບສ່ວນໂຄສະນາບັນດາ​ຜະລິດ​ຕະພັນ​ກະສິກຳສົ່ງ​ອອກ, ວັດທະນະທຳ ຫວຽດນາມ ໄປ​ເຖິງ​ປະຊາຊົນ ກາ​ຕາ ​ແລະ ​ເພື່ອນ​ມິດສາ​ກົນ.

ເວັບໄຊທາງການຂອງ Expo Doha 2023, ສຳ​ນັກ​ຂ່າວສານ​ກາຕາ, ຫນັງສືພິມ Gulftimes, Qatar Tribune, Al-ryal Raya ... ກໍ່ໄດ້ລົງຂ່າວກ່ຽວກັບເຫດການທີ່ສໍາຄັນນີ້.

ມິງດຶກ

ເຫດການ
302 Found

Found

The document has moved here.