ຫວຽດນາມເຂົ້າຮ່ວມງານວາງສະແດງການປ້ອງກັນປະເທດໃຫຍ່ທີ່ສຸດຂອງອາຊີ | |
ນັກທ່ອງທ່ຽວ ຊື່ນຊົມຍິນດີກັບການສຳຜັດກັບເທບໃນໝູ່ບ້ານທີ່ມີກິ່ນຫອມຂອງເມືອງເຫ້ວ |
ວັນທີ 12 ມີນານີ້, ສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ (CIEM) ສົມທົບກັບອົງການຈັດຕັ້ງຮ່ວມມືສາກົນ ເຢຍລະມັນ - ໂດຍກະຊວງການຮ່ວມມືເສດຖະກິດ ແລະ ພັດທະນາສະຫະພາບ ເຢຍລະມັນ (GIZ) ໄດ້ຈັດຕັ້ງການສຳມະນາປຶກສາຫາລືກ່ຽວກັບ “ການພັດທະນາເສດຖະກິດທີ່ສ້າງສັນ: ທ່າອ່ຽງ, ປະສົບການສາກົນ ແລະ ຂໍ້ສະເໜີກັບ ຫວຽດນາມ”.
|
ຕາມຂໍ້ມູນທີ່ກອງປະຊຸມ, top 10 ພື້ນຖານເສດຖະກິດພັດທະນາທີ່ສົ່ງອອກສິນຄ້າທີ່ສ້າງສັນລວມມີ: ອາເມລິກາ, ອີຕາລີ, ເຢຍລະມັນ, ຝະລັ່ງ, ອັງກິດ, ສ.ເກົາຫຼີ, ໂປໂລຍ, ສະວິດ, ໂຮນລັງ, ຍີ່ປຸ່ນ ດ້ວຍຍອດຈຳນວນທຶນ 176.704 ລ້ານ USD, ກວມ 33,7% ຂອງການສົ່ງອອກສິນຄ້າທີ່ສ້າງສັນທັງຫມົດໃນໂລກ. ໃນຂະນະນັ້ນ, top 10 ພື້ນຖານເສດຖະກິດພວມພັດທະນາທີ່ສົ່ງອອກສິນຄ້າສ້າງສັນອັນດັບໜຶ່ງຂອງໂລກແມ່ນ ຈີນ, ຮົງກົງ, ຫວຽດນາມ, ອິນເດຍ, ໄຕ້ຫວັນ, ມາເລເຊຍ, ຕວກກີ, ສະຫະນະຄອນ ເອເມຣັດ ອາຮັບ, ໄທ.
ທ່ານ ຫງວຽນແອງເຢືອງ, ຫົວໜ້າຄະນະຄົ້ນຄ້ວາສັງລວມ, ສະຖາບັນ CIEM ໃຫ້ຮູ້ວ່າ ບໍລິການສ້າງສັນການສົ່ງອອກໃນປະຈຸບັນລວມມີ: ຫັດຖະກຳສິລະປະ, ອາພອນສະໄໝ ແລະ ການອອກແບບ; ສິລະປະການເຮັດອາຫານ; ສິລະປະການສະແດງ; ສິນລະປະປະຕິມາກຳ; ຮູບເງົາ ແລະ ສື່ມວນຊົນ; ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ເຕັກນິກຊອບແວ; ການທ່ອງທ່ຽວ ແລະມໍລະດົກວັດທະນະທໍາ; ດົນຕີ ແລະ ການບັນເທີງ; ການພິມເຜີຍແຜ່ ແລະວັນນະຄະດີ; ການສ້າງເນື້ອຫາດິຈິຕອນ; ການສຶກສາແລະເປີດ ກວ້າງຕະຫຼາດ ແລະ ການໂຄສະນາດິຈິຕອນ.
FPT ໄດ້ຮັບຖືວ່າເປັນຕົວຢ່າງເປັນແບບຢ່າງ ເມື່ອທ້າຍປີ 2023, FPT ໄດ້ປະກາດຈຸດໝາຍບັນລຸ 1 ຕື້ USD ໃນການເກັບລາຍຮັບດ້ານເຕັກໂນໂລຢີຂໍ້ມູນຂ່າວສານຈາກທ້ອງຕະຫຼາດຕ່າງປະເທດກັບ 3 ທ້ອງຕະຫຼາດສຳຄັນຄື: ຍີ່ປຸ່ນ, ອາເມລິກາ ແລະ ອາຊີ - ປາຊີຟິກ. ເຫດການລາຍຮັບນີ້ ກໍຂີດໝາຍເຖິງລະດັບຄວາມໄວການເຕີບໂຕຂອງກຸ່ມບໍລິສັດເພີ່ມເກືອບ 2 ເທົ່າໃນໄລຍະ 3 ປີຜ່ານມາ ທີ່ສະແດງໃຫ້ເຫັນທ່າແຮງຢ່າງຈະແຈ້ງການເຕີບໂຕຂອງບັນດາບໍລິການສ້າງສັນ. ຖ້າ ຫວຽດນາມ ມີວິສາຫະກິດຄື FPT ເພີ່ມຂຶ້ນ, ຈະເປີດປະຕູໃຫຍ່ໃຫ້ແກ່ຂະແໜງການນີ້ ຢ່າງແໜ້ນແກ່ນ.
ຕາມທ່ານ ຫງວຽນແອງເຢືອງ ແລ້ວ, ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຫວຽດນາມ ຕ້ອງສຳເລດ ບັນດາກົດບັນຢັດນະໂຍບາຍ, ກົດໝາຍເພື່ອສ້າງຂອບເຂດນິຕິກຳທີ່ເໝາະສົມໃຫ້ແກ່ການພັດທະນາເສດຖະກິດສ້າງສັນ, ຂະແໜງການອຸດສາຫະກຳແລະ ວັດທະນະທຳສ້າງສັນ, ທ້ອງຕະຫຼາດວັດທະນະທຳສ້າງສັນ, ເພີ່ມທະວີກຳລັງຄວາມສາມາດກົດບັນຢັດຂອງບັນດາອົງການທ້ອງຖິ່ນ...
ປອ. ທ່ານ ເຈີ່ນທິຮົງມິງ, ຫົວໜ້າສະຖາບັນ CIEM ໃຫ້ຮູ້ວ່າ ຄວາມສຳນຶກຂອງເສດຖະກິດສ້າງສັນ ໄດ້ເກີດ ແລະ ມີການດັດປັບຢ່າງຕໍ່ເນື່ອງໃນໄລຍະ 3 ທົດສະວັດຜ່ານມາ. ດ້ວຍແນວຄິດຊຸກຍູ້ພື້ນເສດຖະກິດສ້າງສັນ, ແຕ່ລະພື້ນເສດຖະກິດ ກໍສາມາດໝູນໃຊ້ສ້າງກອບນະໂຍບາຍຈົນສຸດຄວາມສາມາດ ທີ່ມີຢູ່ໃນບັນດາຮູບແບບເສດຖະກິດອື່ນໆ. ການບໍລິການທີ່ສ້າງສັນໃນຫຼາຍພື້ນເສດຖະກິດ ໄດ້ຕີລາຄາວ່າ ແມ່ນມີຄວາມຕ້ານ ແລະ ຄວາມສາມາດດີກວ່າໃນໄລຍະໂລກລະບາດ.
“ຈິນຕະນາການກ່ຽວກັບເສດຖະກິດສ້າງສັນ ຊ່ວຍສຳເລດນະໂຍບາຍ ເພື່ອໃຫ້ບັນດາຫົວຄິດປະດິດສ້າງມີເງື່ອນໄຂ, ວົງຈອນຈາກການສ້າງ, ຜະລິດ, ການສະໜອງ, ການຈຳໜ່າຍ ແລະ ທັງການສົ່ງອອກ. ຈາກນັ້ນ, ຈະນຳມາເຊິ່ງມູນຄ່າເພີ່ມກ່ວາໃຫ້ແກ່ເສດຖະກິດ, ກຳໄລສູງກ່ວາໃຫ້ແກ່ວິສາຫະກິດ ແລະ ລາຍຮັບຄົນງານສູງຂຶ້ນ”, ປອ. ທ່ານ ເຈີ່ນທິຮົງມິງ ກ່າວ.
ຕາມທ່ານ ປອ. ນາງ ຫງວຽນທິຮ່ວາງແຫ້ງ, ສູນກາງຄົ້ນຄວ້າການບຳລຸງສ້າງ ແລະ ໜູນຊ່ວຍ, ໃຫ້ຄຳປຶກສາ - ກົມກຳມະສິດພູມປັນຍ, ເພື່ອພັດທະນາເສດຖະກິດສ້າງສັນ ຕ້ອງເອົາໃຈໃສ່ເຖິງກຳມະສິດພູມປັນຍ, ຫຼືເວົ້າອີກຢ່າງໜຶ່ງນີ້ແມ່ນ “ກະດູກສັນຫຼັງ, ສາຍເລືອດ”. ສະນັ້ນ, ບັນດາກະຊວງ, ຂະແໜງການຕ້ອງມີການແກ້ໄຂ ຢ່າງສະເພາະກ່ວາ, ກຳນົດບັນດາບັນຫາບຸລິມະສິດໃນແຕ່ລະໄລຍະ. ຜົນປະໂຫຍດ, ຄວາມຕ້ອງການຂອງກຸ່ມອັດຕະພາບ; ກົມກຽວກັນ, ເທົ່າທຽມກັນ ແຕ່ວ່າພຽງແຕ່ສາມາດພໍສົມຄວນ ແລະ ສາມາດປັບຕົວໄດ້ທັນທີຖ້າຈໍາເປັນ.
ມິງດຶກ