ຂີດໝາຍບັນດາອົງການ ບໍ່ຂຶ້ນກັບລັດຖະບານຢູ່ ໄທງວຽນ

06:00 | 04/03/2024

ຍສໝ - ຢູ່​ໄທ​ງວຽນ, ປະຈຸ​ບັນ​ມີ 30 ອົງ​ການ​ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ ທີ່​ມີ​ໃບ​ອະນຸຍາເຄຶື່ອນໄຫວທີ່ມີຍັງມີຜົນສັກສິດ ​ແລະ ເພີ່ມເຕີມໃໝ່ບໍລິເວນດຳເນີນການເຄື່ອນໄຫວ; ທັງ​ໝົດ 43 ​ລາຍການ ແລະ ໂຄງການທີ່​ສຸມ​ໃສ່​ບັນດາ​ຂົງ​ເຂດ​ຄື ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ, ສຸຂະພາບຂອງປະຊາຄົມ, ພັດທະນາ​ຊົນນະບົດ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໃນ​ປີ 2023, ມູນ​ຄ່າປ່ອຍເງິນຂອງ​ບັນດາອົງການບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ ​ບັນລຸ​ປະມານ 1,49 ລ້ານ USD, ​ເພີ່ມ​ຂຶ້ນ 59,6% ​ເມື່ອ​ທຽບ​ໃສ່​ປີ​ກາຍ.

ໂຮງຮຽນວິທະຍາໄລໄທງວຽນ: ສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອ ໂຮງຮຽນວິທະຍາໄລໄທງວຽນ: ສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອ
ມະຫາວິທະຍາໄລຮິໂຣຊິມາຂອງຍີ່ປຸ່ນໄດ້ເປີດສາຂາຢູ່ໄທງວຽນ ມະຫາວິທະຍາໄລຮິໂຣຊິມາຂອງຍີ່ປຸ່ນໄດ້ເປີດສາຂາຢູ່ໄທງວຽນ

ໜຶ່ງ​ໃນ​ບັນດາ​ອົງການບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ ທີ່​ເຄື່ອນໄຫວ​ຢູ່​ ໄທງວຽນ ທີ່ໄດ້ສ້າງໃຫ້ຂີດໝາຍ​ຫຼາຍ​ຢ່າງ ​ແມ່ນ​ອົງການຈັດຕັ້ງ KFHI ຂອງ ສ.​ເກົາຫຼີ. ດ້ວຍ​ເວລາ​ເຄື່ອນໄຫວທີ່ມີໄລຍະຍາວ (ປະມານ 14 ປີ), ອົງການ​ນີ້ ​ໄດ້​ຜັນຂະຫຍາຍຫຼາຍ​ໂຄງການ​ທີ່​ນຳ​ມາ​ເຊິ່ງປະສິດທິຜົນ​ທີ່ແທດ​ຈິງ.

ປະຈຸ​ບັນ, KFHI ພວມປະຕິບັດ 6 ​ໂຄງການ​ຢູ່ບັນດາເມືອງ ຝູ​ເລືອງ, ຫວໍ້ຫຍ່າຍ, ດົ່ງຮີ, ດ້ວຍ​ຫຼາຍ​ເນື້ອ​ໃນ​ຄື: ໜູນ​ຊ່ວຍ​ເດັກນ້ອຍ, ການ​ຫັນ​ເປັນສຸມໃສ່ມຸ່ງ​ໄປ​ເຖິງ​ເດັກນ້ອຍ (CFCT) ໄລຍະ 2020-2029… ຕາມ​ນັ້ນ​ແລ້ວ, ບັນດາ​ໂຄງການ​ໜູນ​ຊ່ວຍ​ການ​ລົງທຶນ​ພື້ນຖານວັດຖຸ, ອຸປະກອນໂຮງຮຽນ, ໂຄງການກໍ່ສ້າງສາທາລະນະ, ງົວພັນໃຫ້ປະຊາຊົນ. ສະເພາະໃນປີ 2023, ມູນ​ຄ່າການ​ປ່ອຍເງິນ​ຂອງ KFHI ​ໃຫ້​ແກ່ ​ໄທງວຽນ ບັນລຸໄດ້​ເກືອບ 350.000 USD.

ຫຼື ຄືອົງການ Global Civic Sharing (GCS) - ສ.ເກົາຫຼີ ໄດ້ລົງທຶນກວ່າ 285.000 USD ເພື່ອປະຕິບັດໂຄງການບ້ານແຫ່ງຄວາມຫວັງ ໄລຍະທີ 2 ຢູ່ຕາແສງ ຝູໂດ່ (ຝູເລືອງ), ເພື່ອໜູນຊ່ວຍປະຊາຊົນຜູ້ທຸກຍາກ ໄດ້ຮັບເງິນກູ້ເພື່ອຊື້ຄວາຍ, ງົວພັນ... ອ້າຍ ຮວ່າງວັນຍີ້ງ, ຊາວຕາແສງ ຝູໂດ່ ເວົ້າວ່າ: ໂຄງການນີ້ ໄດ້ຊ່ວຍໃຫ້ບັນດາຄອບຄົວທຸກຍາກໃນຕາແສງ ໄດ້ຮັບເງິນກູ້ດ້ວຍອັດຕາດອກເບ້ຍຕໍ່າເພື່ອຊື້ຄວາຍ, ງົວແມ່ພັນ. ຈາກ​ນັ້ນ ກໍສ້າງກຳລັງຜັກດັນໃຫ້​ປະ​ຊາ​ຊົນ ​ເປັນເຈົ້າການຜ່ານຜ່າຫຼຸດພົ້ນອອກ​ຈາກ​ຄວາມ​ທຸກ​ຍາກ​, ມີການດຳລົງຊີ​ວິດ​ຢ່າງ​ເປັນປົກກະຕິ.

ນອກຈາກ​ບັນດາລາຍການ, ​ໂຄງການ​ທີ່​ໄດ້​ຮັບການໜູນຊ່ວຍຈາກບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງປະເທດທີ່ມາຈາກ ສ.​ເກົາຫຼີ ແລ້ວ, ​ໄທງວຽນ ​ຍັງ​ໄດ້​ຮັບ​ຫຼາຍ​ໂຄງການ​ຈາກ​ບັນດາ​ປະ​ເທດ​ຄື ອັງກິດ, ​ເຢຍລະ​ມັນ, ອາ​ເມ​ລິ​ກາ, ​ໂຮ​ນລັງ, ​ໄທ... ເຊັ່ນໂຄງການ​ເພີ່ມ​ທະວີກຳລັງຄວາມ​ສາມາດຂອງ​ລະບົບ​ສາທາລະນະ​ສຸກ​ ກ່ຽວກັບການເບິ່ງແຍງໂດຍອີງໃສ່ປະຊາຄົມ ເພື່ອຈັດການສະພາວະຊຶມເສົ້າຢ່າງມີປະສິດທິຜົນຂອງອົງການ BasicNeeds ທີ່ມາຈາກປະເທດ ອັງກິດ.

ຂີດໝາຍບັນດາອົງການ ບໍ່ຂຶ້ນກັບລັດຖະບານຢູ່ ໄທງວຽນ

ໂດຍຜ່ານໂຄງການ​ເພີ່ມ​ທະວີກຳລັງຄວາມ​ສາມາດຂອງ​ລະບົບ​ສາທາລະນະ​ສຸກ​ ກ່ຽວກັບການເບິ່ງແຍງອີງໃສ່ປະຊາຄົມ ເພື່ອຈັດການສະພາວະຊຶມເສົ້າຢ່າງມີປະສິດທິຜົນຂອງອົງການ BasicNeedsທີ່ມາຈາກປະເທດ ອັງກິດ, ປະຊາຊົນນະຄອນ ໄທງວຽນ ​ໄດ້​ຊອກເຫັນ "ແກ່ນແນວພັນ" ແຫ່ງຄວາມສຸກອີກເທື່ອຫນຶ່ງ.

ໂດຍປະຕິບັດ​ເປົ້າ​ໝາຍການເບິ່ງແຍງ​ສຸຂະພາບ​ໃນປະຊາຄົມ, ​ໃນ​ປີ 2023, ​ໂຄງການ​ໜູນ​ຊ່ວຍ ​ໄທງວຽນ ​ດ້ວຍ​ຍອດ​ຈຳນວນ​ເງິນ​ກວ່າ 26.000 USD. ທ່ານ​ໝໍ ຫງວຽນຕ໋ຽນຢຸງ, ຜູ້ອຳນວຍການໂຮງໝໍ​​ສຸຂະພາບຈິດແຂວງ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ໂຄງການ​ ແບ່ງປັນ​ວ່າ: ​ໂດຍໄດ້​ຮັບ​ການ​ປະຕິບັດ​ແຕ່​ປີ 2020, ມາ​ຮອດ​ປະຈຸ​ບັນ, ​ໂຄງການ ໄດ້ເປີດກ້ວາງຢູ່ 15 ຕາ​ແສງໃນບໍລິເວນນະຄອນ ໄທງວຽນ. ໂດຍຜ່ານການຜັນຂະຫຍາຍໂຄງການ, ຄົນເຈັບນັບຮ້ອຍຄົນ ໄດ້ຮັບການປິ່ນປົວທາງດ້ານຈິດໃຈ ສະນັ້ນ ສຸຂະພາບຈິດຂອງເຂົາເຈົ້າ ກໍ່ມີການປ່ຽນແປງຢ່າງຕັ້ງໜ້າ. ຜູ້ທີ່ເປັນໂລກຊຶມເສົ້າຫຼາຍຄົນ ກໍ່ບໍ່ໜ້າອາຍເມື່ອໄປຫາບັນດາທ່ານໝໍ ເພື່ອຮັບຄຳແນະນຳການປິ່ນປົວ. ພະນັກງານແພດ ກໍ່ຝຶກຝົນວິຊາສະເພາະຢ່າງຕັ້ງໜ້າ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

ຕົວ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ລາຍການ, ໂຄງການໂດຍອົງການບໍ່ຂຶ້ນກັບລັດຖະບານ ຜັນຂະຫຍາຍຢູ່ ໄທງວຽນ ໄດ້​ນຳ​ມາ​ເຊິ່ງປະສິດທິຜົນທີ່ແທດ​ຈິງ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ. ຫຼາຍ​ລາຍການ, ໂຄງການທີ່ມີ​ຄວາມ​ໝາຍ​ໄດ້​ມຸ່ງ​ໄປ​ເຖິງ​ກຸ່ມ​ຄົນທີ່ບໍ່ມີທ່າແຮງ​ໃນ​ສັງຄົມ​ເຊັ່ນ ​ແມ່ຍິງ, ​ເດັກນ້ອຍ, ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຄອບຄົວ​ທຸກ​ຍາກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ... ບາງ​ໂຄງການ​ອາສາ​ສະໝັກ​ສອນ​ພາສາ​ ອັງກິດ, ພາສາ ​ເກົາຫຼີ ຂອງ​ອາສາ​ສະໝັກ​ຕ່າງປະ​ເທດ​ກໍ່​ປະກອບສ່ວນ​ໜູນຊ່ວຍຍົກສຸງລະດັບດ້ານ​ພາສາ​ຕ່າງປະ​ເທດ, ຕອບສະໜອງຄວາມຕ້ອງການເຊື່ອມ​ໂຍງ​ໃນໄລຍະການເຊື່ອມໂຍງສາກົນ.

ເພື່ອສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນວຽກງານລະດົມ, ການ​ຕ້ອນຮັບ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ບ້ວງຊ່ວຍ​ເຫຼືອຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ​ໃນ​ເວລາຈະ​ມາ​ເຖິງ, ​ໄທງວຽນ​ ຈະ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ເປີດກ້ວາງການ​ຮ່ວມ​ມື, ລະດົມ​ແຫຼ່ງໜູນ​ຊ່ວຍ​ໃຫ້​ສູງ​ສຸດ ດ້ວຍ​ທິດນຳສຸມ​ໃສ່​ບັນດາ​ຂົງ​ເຂດ​, ເນື້ອ​ໃນບຸລິມະສິດເພື່ອ​ຮັບ​ໃຊ້​ໃຫ້​ເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງແຂວງ. ແນະນຳໃຫ້ທັນເວລາ, ໜຸມຊ່ວຍບັນດາອົງການ, ຫົວໜ່ວຍໃນແຂວງອີງໃສ່ການວາງແຜນຜັງພັດທະນາເສດຖະກິດ - ສັງຄົມຂອງແຂວງ, ຂົງເຂດຄຸ້ມຄອງຂອງແຕ່ລະຂະແໜງການ, ທ້ອງຖິ່ນ ເພື່ອສ້າງການຮຽກຮ້ອງການຊ່ວຍເຫຼືອຈາກອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຢ່າງເປັນເຈົ້າການ; ປະຕິບັດ​ກົນ​ໄກ​ປະສານ​ງານ​ລະຫວ່າງ​ຂະ​ແໜງ​ການ​ໃຫ້​ດີກວ່າເກົ່າ...

ມິງດຶກ

ເຫດການ
302 Found

Found

The document has moved here.