ຫວຽດນາມເຂົ້າຮ່ວມເວທີປາໄສການທູດ Antalya 2024: “ຊຸກຍູ້ການທູດໃນສະໄໝວິກິດການ”

16:37 | 04/03/2024

ຍສໝ - ທ່ານ​ນ່າງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມີງ​ຮັງ ​ເນັ້ນ​ໜັກ​ວ່າ: ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ຍິ່ງ​ໄປ​ກວ່າ​ນັ້ນ, ພາກພື້ນອາຊີ - ປາຊີ​ຟິກ ຕ້ອງ​ຮັບປະກັນ​ການ​ຮັກສາ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ເປີດກ້ວາງ, ​ໂປ່​ງ​ໃສ, ຢືດ​ຢຸ່ນ, ​ເປັນ​ເອກະ​ພາບ ​ແລະ ມີ​ກົດ​ລະບຽບ, ​ໃນ​ນັ້ນ ອາ​ຊຽນ ມີ​ບົດບາດ​ໃຈກາງ.

ປະຊາຊົນ - ນັກການທູດຂອງນ້ຳໃຈມິດຕະພາບ ປະຊາຊົນ - ນັກການທູດຂອງນ້ຳໃຈມິດຕະພາບ
ຫວຽດນາມ ແລະ ລາວ ຊຸກຍູ້ການສົມທົບກັນໃນບັນດາການເຄື່ອນໄຫວທາງການທູດຫຼາຍຝ່າຍ ຫວຽດນາມ ແລະ ລາວ ຊຸກຍູ້ການສົມທົບກັນໃນບັນດາການເຄື່ອນໄຫວທາງການທູດຫຼາຍຝ່າຍ

ດ້ວຍຫົວຂໍ້ວ່າ “ຊຸກຍູ້ການທູດໃນໄລຍະວິກິດການ”, ເວທີປາໄສ ADF 2024 ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 4.000 ຄົນ, ໃນນັ້ນມີການນຳຂັ້ນສູງ 19 ທ່ານ ແລະ ລັດຖະມົນຕີ, ຮອງລັດຖະມົນຕີເກືອບ 100 ທ່ານ ພ້ອມກັບຜູ້ຕາງໜ້າບັນດາອົງການສາກົນ, ບັນດານັກວາງນະໂຍບາຍ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ວິສາຫະກິດເປັນຈຳນວນຫຼວງຫຼາຍ.

ໃນລະຫວ່າງວັນທີ 1 – 2 ມີນາ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ໄດ້ເຂົ້າຮ່ວມເວທີປາໄສການທູດ Antalya (ADF) 2024 ຢູ່ນະຄອນ Antalya, ປະເທດ ຕວກກີ.

ດ້ວຍຫົວຂໍ້ວ່າ “ຊຸກຍູ້ການທູດໃນໄລຍະວິກິດການ”, ເວທີປາໄສ ADF 2024 ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 4.000 ຄົນ, ໃນນັ້ນມີການນຳຂັ້ນສູງ 19 ທ່ານ ແລະ ລັດຖະມົນຕີ, ຮອງລັດຖະມົນຕີເກືອບ 100 ທ່ານ ພ້ອມກັບຜູ້ຕາງໜ້າບັນດາອົງການສາກົນ, ບັນດານັກວາງນະໂຍບາຍ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ວິສາຫະກິດເປັນຈຳນວນຫຼວງຫຼາຍ.

ຫວຽດນາມເຂົ້າຮ່ວມເວທີປາໄສການທູດ Antalya 2024: “ຊຸກຍູ້ການທູດໃນສະໄໝວິກິດການ”
ຫວຽດນາມເຂົ້າຮ່ວມເວທີປາໄສການທູດ Antalya 2024: “ຊຸກຍູ້ການທູດໃນສະໄໝວິກິດການ”.

ໂດຍເປັນໜຶ່ງໃນບັນດານັກປາຖະກະຖາທີ່ວາລະປຶກສາຫາລື “ສ້າງໂຄງປະກອບພາກພື້ນ ອາຊີ - ປາຊີຟິກ: ສິ່ງທ້າທາຍຂອງການບັນດາຜົນປະໂຫຍດບໍ່ສົມດຸນ”, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ເນັ້ນໜັກວ່າ: ຍິ່ງກ່ວາເວລາໃດໝົດ, ອາຊີ - ປາຊີຟິກ ຄວນຮັບປະກັນການຮັກສາໂຄງປະກອບພາກພື້ນເປີດ, ໂປ່ງໃສ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ອີງໃສ່ກົດໝາຍ, ໃນນັ້ນ ອາຊຽນ ສວມບົດບາດເປັນໃຈກາງ. ທ່ານນາງຮອງລັດຖະມົນຕີ ຢັ້ງຢືນ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບ ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ວັດທະນະຖາວອນຂອງພາກພື້ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.