ລາວ​ກາຍ: ນັກຮຽນ​ທີ່ປະສົມກັບຄວາມຫຍຸ້ງຍາກມີ"​ແມ່ອຸປະຖຳ" ທີ່ຮັກແພງເບິ່ງແຍງດູແລ

13:00 | 09/07/2024

ຍສໝ - ປ້ອມປ້ອງກັນຊາຍແດນ ອີ່ຕິ໋, ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ລາວ​ກາຍ ຫາ​ກໍ່​ເປີດ​ຕົວຮູບ​ແບບ “​ແມ່​ອຸປະຖຳ" ໃຫ້​ນັກຮຽນ​ກ່ຳພ້າ, ນັກຮຽນ​ທີ່ປະສົມກັບຄວາມຫຍຸ້ງຍາກ, ເຊິ່ງແມ່ນປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ​ຢູ່​ເຂດ​ຊາຍ​ແດນ.

ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ
ນັກ​ສຶກ​ສາ​ລາວ ນັກ​ສຶກ​ສາ​ລາວ "3 ນຳກັນ" ກັບ​ພໍ່​ແມ່ ຫວຽດ​

ວັນທີ 16 ມີນາ, ຢູ່ ລາວກາຍ, ປ້ອມປ້ອງກັນຊາຍແດນ ອີຕິ໋, ທະຫານຊາຍແດນແຂວງ ລາວກາຍ ໄດ້ຈັດຕັ້ງພິທີເປີດຕົວຮູບແບບ​ແມ່​ອຸປະຖຳໃຫ້ແກ່ເດັກນ້ອຍເຊິ່ງແມ່ນປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ​ຢູ່​ເຂດ​ຊາຍ​ແດນ ທີ່ປະສົມກັບຄວາມຫຍຸ້ງຍາກ.

ລາຍການດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ ​ໂດຍຄະນະ​ພັກ​ປ້ອມປ້ອງກັນຊາຍແດນ ອີ່ຕິ໋, ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ອີ່ຕິ໋ ແລະ ຕາ​ແສງ ອາລູ (​ເມືອງ​ບາ​ດຊາດ) ພ້ອມກັບບັນດາຜູ້​ມີຄວາມເມດຕາທີ່ມາຈາກ​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ.

ລາວ​ກາຍ: ນັກຮຽນ​ທີ່ປະສົມກັບຄວາມຫຍຸ້ງຍາກມີ

ເດັກນ້ອຍ 15 ຄົນ ແລະ ຜູ້ຕາງໜ້າໄດ້ເຂົ້າຮ່ວມການເປີດຕົວຮູບແບບ. (ພາບ: ຈູ່ງຢຸ້ງ, ໜັງສືພິມ ມະຫາສາມັກຄີ)

ທີ່​ພິທີເປີດຕົວ, “​ແມ່​ອຸປະຖຳ" 14 ຄົນທີ່ມາຈາກ​ແຂວງ ​ເງ້ອານ, ຮື່ງອຽນ, ບັກ​ຢາງ ​ແລະ ຮ່າ​ໂນ້ຍ ​ໄດ້​ຮັບ​ນັກຮຽນ ​15 ຄົນ​ແມ່ນປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ​​ທີ່​ປະສົມກັບຄວາມຫຍຸ້ງຍາກພິເສດ​ຢູ່​ຕາ​ແສງ ອີ່ຕິ໋ ແລະ ຕາ​ແສງ ອາລູ. ເດັກທີ່ມີອາຍຸແຕ່ 7 ຫາ 11 ປີລ້ວນແຕ່ເປັນເດັກກ່ຳພອຍພໍ່ ຫຼື ແມ່, ບາງຄົນກໍ່ເປັນເດັກກ່ຳພ້າທັງພໍ່ ແລະ ແມ່.

ແຕ່ລະເດືອນ, “ແມ່” ແຕ່ລະຄົນຈະໜູນຊ່ວຍ 500.000 ດົ່ງໃຫ້ “ລູກ” ເປັນເວລາ 5 ປີ, ແຕ່ປີ 2024 – 2029. ປ້ອມປ້ອງກັນຊາຍແດນ ອີ່ຕິ໋ ຈະສົມທົບກັບອຳນາດການປົກຄອງທ້ອງຖິ່ນຕິດຕາມ, ລະດົມ ແລະ ມອບເງິນໜູນຊ່ວຍໃຫ້ແກ່ລູກຫຼານ.

ຮູບແບບ “ແມ່ອຸປະຖຳ" ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງທຸກຂັ້ນ, ຂະແໜງການ, ອົງການຈັດຕັ້ງ ແລະ ປະຊາຄົມສັງຄົມ ໃນການຮ່ວມມືຊ່ວຍເຫຼືອ ເພື່ອເດັກນ້ອຍຜູ້ທຸກຍາກຢູ່ຊາຍແດນ. ລາຍການບໍ່​ພຽງ​ແຕ່​ໃຫ້​ເດັກນ້ອຍມີແມ່​ຕື່ມອີກ​ຄົນ​ໜຶ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​​ຄອບຄົວ​ທີ່​ອົບ​ອຸ່ນ, ຕິດປີກ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ເພື່ອ​ບິນ​ສູງຂຶ້ນ.

ມິງດຶກ

ເຫດການ