ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ

07:41 | 24/03/2024

ຍສໝ - ຕາມ​ບົດ​ລາຍ​ງານ​ຄວາມ​ສຸກ​ໂລກ 2024 ທີ່ໄດ້ປະກາດ​ໃນ​ວັນ​ທີ 20 ມີນາ​ນີ້, ຫວຽດນາມ ນອນໃນອັນດັບ​ທີ 6 ​ໃນ​ອາຊີ ​ແລະ ດັບ​ທີ 54 ​ໃນ​ໂລກ ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດທີ່​ມີ​ຄວາມສຸກ​ທີ່​ສຸດ.

ຫວຽດນາມ ​ນອນ​ໃນ top 3 ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​​ສົ່ງ​ອອກ​ສິນຄ້າ​​ທີ່​ສ້າງສັນ​ອັນ​ດັບ​ໜຶ່ງ​​ໃນ​ໂລກ ຫວຽດນາມ ​ນອນ​ໃນ top 3 ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​​ສົ່ງ​ອອກ​ສິນຄ້າ​​ທີ່​ສ້າງສັນ​ອັນ​ດັບ​ໜຶ່ງ​​ໃນ​ໂລກ
ອາກຊັງຕິນ ​ຖື​ ຫວຽດ​ນາມ​ ເປັນທ້ອງຕະ​ຫຼາດ​ສຳ​ຄັນ​ທີ່​ສຸດ​ໃນ​ ອາ​ຊຽນ ອາກຊັງຕິນ ​ຖື​ ຫວຽດ​ນາມ​ ເປັນທ້ອງຕະ​ຫຼາດ​ສຳ​ຄັນ​ທີ່​ສຸດ​ໃນ​ ອາ​ຊຽນ

​ໃນ​ພາກ​ພື້ນ​ ອາຊີ, ຫວຽດນາມ ​ໄດ້ຈັດຢູ່ອັນດັບສູງກ່ວາ ໄທ, ມາ​ເລ​ເຊຍ, ຈີນ ​ແລະ ມົງ​ໂກ​ລີ ​ໃນ ​top 10. ອັນດັບທີ 1 ຂອງ ​top 10 ປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ ​ອາຊີ ​ແມ່ນ ​ສິງກະ​ໂປ. ນີ້​ແມ່ນ​ປີ​ທີ​ສອງ​ລຽນຕິດທີ່ປະ​ເທດ​ ​​ສິງກະ​ໂປ ​ໄດ້​ຮັບ​ການຈັດຢູ່ອັນດັບນີ້. ສິງກະ​ໂປ​ ໄດ້​ຈັດ​ອັນ​ດັບ​ທີ 30 ​ໃນ​ຈຳນວນ 143 ​ສະຖານທີ່ທີ່​ໄດ້​ຮັບ​ການ​ສຳ​ຫຼວດ​ໃນ​ການ​ຄົ້ນຄ້ວາທີ່​ປະກາດໃນ​ວັນ​ຄວາມສຸກ​ສາກົນ.

ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ

ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ (ພາບ: ຕູງດິ່ງ)

ບັນດາພື້ນຖານເສດ​ຖະ​ກິດທີ່ຈັດຢູ່ອັນດັບຖັດຈາກ ສິງ​ກະ​ໂປ​ ​ລວມ​ມີ​ ​ໄຕ້​ຫວັນ (ຈີນ), ຍີ່​ປຸ່ນ, ສ.ເກົາ​ຫຼີ ແລະ ​ຟີ​ລິບ​ປິນ. ຕາມລາຍງານ ແລ້ວ, ມຽນມາ, ກຳປູ​ເຈຍ, ອິນ​ເດຍ, ສີ​ລັງກາ​ ແລະ ​ບັງ​ກລາ​ເທດ ນອນໃນບັນດາປະເທດທີ່​ມີ​ຄວາມ​ສຸກ​ໜ້ອຍ​ທີ່​ສຸດ​ໃນ ​ອາຊີ.

ດ້ວຍ​ອັນ​ດັບ 54 ​ໃນ​ໂລກ, ຫວຽດນາມ ​ໄດ້ຫຍັບ​ຂຶ້ນ 11 ອັນ​ດັບ​ເມື່ອ​ທຽບ​ໃສ່​ປີ 2023.

ແຟງລັງ ​ໄດ້​ຮັບ​ຕຳ​ແໜ່ງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ເປັນປີທີ 7 ​ລຽນຕິດ. ບັນດາອັນດັບຕໍ່ໄປໃນ top 10 ລວມມີ ດານມາກ, ອຽກລັງ, ຊູແອດ, ອິດສະຣາແອນ, ເນເທີແລນ, ນອກແວ, ລຸກຊຳບວກ, ສະວິດ ແລະ ອົດສະຕາລີ.

ບົດລາຍງານຍັງບອກຊື່ປະເທດທີ່ມີຄວາມສຸກທີ່ສຸດກັບຄົນທີ່ມີອາຍຸຕ່ໍາກວ່າ 30 ປີເຊັ່ນ ລິດຕັວນີ, ອິດສະຣາແອນ, ແຊັກບີ, ຊູແອດ, ດານມາກ ຫຼື ລຸກຊຳບວກ.

ບັນດາປະເທດເຂດ ເອີຣົບເໜືອ ເຊັ່ນ ດານມາກ, ແຟງລັງ, ນອກແວ, ຊູແອດ ແລະ ອຽກລັງ ເປັນດິນແດນສຳລັບຄົນທີ່ອາຍຸຫຼາຍກວ່າ 60 ປີດໍາລົງຊີວິດຢ່າງມີຄວາມສຸກທີ່ສຸດ.

ບົດລາຍງານຄວາມສຸກໂລກ ໄດ້ສັງລວມຂໍ້ມູນຈາກສະມາຄົມສໍາຫຼວດ Gallup World Poll, ໂດຍນັກຄົ້ນຄວ້ານຳໜ້າຂອງໂລກ ແລະ ນັກວິທະຍາສາດດ້ານສຸຂະພາບ ຈຳນວນໜຶ່ງ ຄົ້ນຄວ້າ.

ມິງດຶກ

ເຫດການ
302 Found

Found

The document has moved here.