ຮັດແໜ້ນການພົວພັນລະຫວ່າງວິສາຫະກິດຫວຽດນາມ ແລະ ເພື່ອນມິດສາກົນ

16:42 | 05/03/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 2 ມີນາ, ຢູ່​ຮ່າ​ໂນ້ຍ, ຄະນະ​ຫົວໜ້າ​ສຳນັກງານຜູ້​ແທນ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ອາຍຸ​ການ 2024-2027 ໂດຍການນຳ​ໜ້າຂອງ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂດຮູ່ງຫວຽດ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ກຸ່ມ Vingroup.

ວິສາຫະກິດຫວຽດນາມ ໜູນຊ່ວຍແຂວງໄຊສົມບູນ (ລາວ) ສ້າງເຮືອນຢູ່ໃຫ້ພະນັກງານລາວ ວິສາຫະກິດຫວຽດນາມ ໜູນຊ່ວຍແຂວງໄຊສົມບູນ (ລາວ) ສ້າງເຮືອນຢູ່ໃຫ້ພະນັກງານລາວ
ເວທີປາໄສການຮ່ວມມືວິສາຫະກິດຫວຽດນາມ - ອີຢິບ ເວທີປາໄສການຮ່ວມມືວິສາຫະກິດຫວຽດນາມ - ອີຢິບ

ຕອນ​ເຊົ້າ​ວັນ​ທີ 2 ມີນາ, ຢູ່​ຮ່າ​ໂນ້ຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ອາຍຸ​ການ 2024-2027 ໂດຍການນຳ​ໜ້າຂອງ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂດຮູ່ງຫວຽດ ນຳ​ໜ້າ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ກຸ່ມ Vingroup.

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ຮອງ​ປະທານ​ສະພາ​ບໍລິຫານ Vingroup ທັງເປັນ ປະທານ​ບໍລິສັດ VinFast ເລຖິທູຖູຍ ​ແລະ ບັນດາ​ການ​ນຳ​ບັນດາ​ວິ​ສາ​ຫະກິດ​ສະມາຊິກ Vingroup ​ແລະ ບັນດາຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ໄລຍະ 2024 – 2027.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂດຮູ່ງຫວຽດ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ Vingroup ​ເປັນ​ຄັ້ງ​ທຳ​ອິດ. ໂດຍສະແດງຄວາມປະທັບໃຈກັບບັນດາຜົນງານຂອງ Vingroup ໃນໄລຍະມໍ່ໆມານີ້, ທ່ານຮອງລັດຖະມົນຕີ ໂດຮູ່ງຫວຽດ ຊົມເຊີຍກຸ່ມບໍລິສັດ ຍາມໃດກໍ່ມີຄວາມໝັ້ນຄົງໃນເສັ້ນທາງພັດທະນາ, ສືບຕໍ່ລົງທຶນທາງດ້ານປັນຍາຊົນ, ວິທະຍາສາດ, ນຳເຄື່ອງໝາຍການຄ້າໃໝ່ມາໃຫ້ ຫວຽດນາມ, ຍີ່ຫໍ້ຂອງກຸ່ມບໍລິສັດໄດ້ຂຶ້ນສູ່ລະດັບພາກພື້ນ ແລະ ໂລກ.

ຮັດແໜ້ນການພົວພັນລະຫວ່າງວິສາຫະກິດຫວຽດນາມ ແລະ ເພື່ອນມິດສາກົນ
ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ອາຍຸ​ການ 2024-2027 ໂດຍການນຳ​ໜ້າຂອງ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂດຮູ່ງຫວຽດ ນຳ​ໜ້າ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ກຸ່ມ Vingroup.

ທ່ານ​ຮອງ​ລັດຖະມົນຕີ ໂດຮູ່ງຫວຽດ ​ໃຫ້​ຮູ້​ວ່າ: ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ກົງ​ສຸນ​ໃຫຍ່​ກໍ່ສ້າງ​ບັນດາ​ແຜນການ​ການ​ທູດ​ເສດຖະກິດ​ໃນ​ໄລຍະ​ປະຕິບັດ​ຕາມ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ຢ່າງ​ໃກ້ຊິດ, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ, ແມ່ນ “ກໍ່ສ້າງ​ທາງ​ການ​ທູດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ, ຖື​ບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ເປັນ​ສູນ​ຮັບການຮັບໃຊ້”. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໄລຍະ 2024 – 2027 ​ໄດ້​ຮັບ​ຟັງ​ບັນດາ​ທິດ​ພັດທະນາ, ຂໍ້​ສະ​ເໜີ, ຄວາມ​ຕ້ອງການ​ສະ​ເພາະ​ຂອງ 2 ຝ່າຍ​ສົມທົບ​ກັນ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຽງ​ຂ້າງ​ວົງ​ຄະນາ​ຍາດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ເລຖິທູຖູຍ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໄລຍະ 2024-2027. ນາງ​ແບ່ງປັນ​ວ່າ VinFast ພວມ​ມີ​ຢູ່​ບັນດາ​ຕະຫຼາດ​ຄື: ຫວຽດນາມ, ອາ​ເມ​ລິ​ກາ, ກາ​ນາ​ດາ, ​ເອີ​ລົບ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ... ​ແລະ ພວມ​ສືບ​ຕໍ່​ຄົ້ນຄວ້າ​ບັນດາ​ຕະຫຼາດ​ໃໝ່. ບັນດາ​ວິ​ສາ​ຫະກິດ Vinpearl, Vinhomes, VinBrain, GSM ກໍ່​ຍູ້​ແຮງ​ການ​ຊຸກຍູ້ ​ແລະ ດຶງ​ດູດ​ການ​ທ່ອງ​ທ່ຽວ​ຂອງ​ບັນດາ​ຕະຫຼາດ​ອິນ​ເດຍ ​ແລະ ຕາ​ເວັນ​ອອກ​ກາງ, ​ເພີ່ມ​ທະວີ​ການ​ມີ​ລົດ​ແທັກ​ຊີ​ຂຽວ​ຢູ່​ບັນດາ​ຕະຫຼາດ​ທີ່​ມີ​ທ່າ​ແຮງ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື: ພະລັງງານ​ສະອາດ.

ທ່ານ​ຮອງ​ລັດຖະມົນຕີ ໂດຮູ່ງຫວຽດ ​ໃຫ້​ຮູ້​ວ່າ: ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ກົງ​ສຸນ​ໃຫຍ່​ກໍ່ສ້າງ​ບັນດາ​ແຜນການ​ການ​ທູດ​ເສດຖະກິດ​ໃນ​ໄລຍະ​ປະຕິບັດ​ຕາມ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ຢ່າງ​ໃກ້ຊິດ, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ. ແມ່ນ “ກໍ່ສ້າງ​ທາງ​ການ​ທູດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ, ຖື​ບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ເປັນ​ສູນ​ບໍລິການ”. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໄລຍະ 2024 – 2027 ​ໄດ້​ຮັບ​ຟັງ​ບັນດາ​ທິດ​ພັດທະນາ, ຂໍ້​ສະ​ເໜີ, ຄວາມ​ຕ້ອງການ​ສະ​ເພາະ​ຂອງ 2 ຝ່າຍ​ສົມທົບ​ກັນ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.