​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ

07:09 | 23/03/2024

ຍສໝ - ວັນທີ 21 ມີນາ, ຢູ່ແຂວງ ເຊີນລາ, ບໍລິສັດ CARE ປະຈໍາ ຫວຽດນາມ ໄດ້ຮ່ວມມືກັບສາຂາປູກຝັງ ແລະ ປົກປັກຮັກສາພຶດ- ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ກໍໄດ້ຈັດຕັ້ງພິທີເລີ່​ມດຳ​ເນີນ​ໂຄງການ ​SURE - ການພັດທະນາການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍທີ່ປູກ​ກາ​ເຟຢູ່ ເຊີນ​ລາ

ວັນງານ​ທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ໃກ້ຈະຈັດຂຶ້ນ​ດ້ວຍ​ບັນຫຼາຍການ​ເຄື່ອນ​ໄຫວທີ່ເປັນເອກະລັກພິເສດ ວັນງານ​ທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ໃກ້ຈະຈັດຂຶ້ນ​ດ້ວຍ​ບັນຫຼາຍການ​ເຄື່ອນ​ໄຫວທີ່ເປັນເອກະລັກພິເສດ
ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ

ໂຄງການດັ່ງກ່າວໄດ້ຮັບການອຸປະຖຳຈາກມູນນິທິ Starbucks, SURE ຈະໄດ້ຜັນຂະຫຍາຍເປັນເວລາ 36 ເດືອນໃນ 4 ຕາແສງຂຶ້ນກັບເມືອງ ຖ້ວນເຈົ່າ ແລະ ມາຍເຊີນ.

​ໃນ​ໄລຍະ 3 ປີ​ແຫ່ງ​ການປະຕິບັດ, ຄາດ​ວ່າ​ໂຄງການ SURE ຈະ​ເຂົ້າເຖິງ ແລະ ​ຍົກສູງສິດ ແລະ ຄວາມສາມາດດ້ານ​ເສດຖະກິດ​ຂອງ​ແມ່ຍິງ ດ້ວຍວິທີ​ເພີ່ມ​ທະວີ​ຫັນການ​ເຄື່ອນ​ໄຫວຫາລ້ຽງຊີບເປັນຫຼາຍຮູບຫຼາຍແບບ ທີ່ເໝາະສົມກັບດິນ​ຟ້າ​ອາກາດ ​ໃຫ້​ຊາວ​ກະສິກອນຍິງ 1.500 ຄົນ​ທີ່​ມາ​ຈາກ​ບັນດາ​ຊຸມຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ສອງເມືອງ ຖ້ວນເຈົ່າ ແລະ ມາຍເຊີນ ແຂວງ ເຊີນ​ລາ.

​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍ​ພາຫະນະຄອງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 15.000 ຄົນ​ປູກ​ກາ​ເຟຢູ່ ເຊີນ​ລາ

SURE ຈະຜັນຂະຫຍາຍເປັນເວລາ 36 ເດືອນໃນ 4 ຕາແສງຂຶ້ນກັບເມືອງ ຖ້ວນເຈົ່າ ແລະ ມາຍເຊີນ.

ໂປຼແກຼມສ້າງກອບທິດສະດີກ່ຽວກັບການຍົກສິດດ້ານເສດຖະກິດໃຫ້ແກ່ແມ່ຍິງຂອງ SURE, SURE ຈະອອກແບບບັນດາການແຊກແຊງ ເພື່ອເພີ່ມທະວີຄວາມສາມາດໃນການຕັດສິນໃຈຂອງແມ່ຍິງ, ມຸ່ງໄປເຖິງການເພີ່ມຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ ແລະ ຊຸມຊົນຂອງເຂົາເຈົ້າ. ວິທີ​ການເຂົ້າເຖິງນີ້ ໄດ້ໜູນຊ່ວຍໃຫ້​ແມ່ຍິງ​ມີຄວາມສາມາດໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ, ຊັບ​ສິນ ແລະ ໂອກາດ​ທາງ​ເສດຖະກິດ​ຢ່າງ​ສະ​ເໝີ​ພາບ, ພ້ອມ​ທັງ​ສ້າງ​ການ​ປ່ຽນ​ແປງ​ແບບຍາວນານກ່ຽວກັບບັນທັດຖານ​ສັງຄົມ ​ແລະ ​ໂຄງ​ປະກອບ​ເສດຖະກິດ​ ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ສະ​ເໝີ​ພາບ​ໃຫ້​ແກ່​ແມ່ຍິງ ​ແລະ ຜູ້​ຊາຍ.

ທ່ານ ເລ​ຊວນຫຽວ, ຜູ້​ຄຸ້ມຄອງລາຍ​ການ​ຊົນ​ນະ​ບົດຂອງ CARE ປະ​ຈຳ​ຫວຽດ​ນາມ ໄດ້​ແບ່ງ​ປັນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເປົ້າ​ໝາຍສັງລວມຂອງ​ໂຄງ​ການ. ຕາມ​ນັ້ນ​ແລ້ວ, ວິທີ​ຍົກລະດັບຄວາມສາມາດພັດທະນາ​ເສດຖະກິດ​ຮອບດ້ານ​ຂອງ CARE ຈະ​ໜູນ​ຊ່ວຍ​ແມ່ຍິງ​ໃຫ້​ເຂົ້າ​ເຖິງ​ແຫຼ່ງຊັບພະຍາກອນ ​ແລະ ເຕັກນິກ​ເພື່ອ​ຫັນ​​ແຫຼ່ງລາຍ​ຮັບເປັນຫຼາຍຮູບແບບ, ປັບປຸງຂອບຂະ​ໜາດ​ກະສິກຳ ​ແລະ ຄວາມ​ສາມາດ​ໃນ​ການ​ເຂົ້າ​ເຖິງ​ທ້ອງຕະຫຼາດ​ຂອງເຂົາໃຫ້ດີຂຶ້ນ.

ນອກຈາກນັ້ນ, ພວກເຮົາຍັງໃຫ້ບຸລິມະສິດບັນດາການແກ້ໄຂໃຫ້ການເຄື່ອນໄຫວຜະລິດກະສິກຳທີ່ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອໜູນຊ່ວຍສ້າງການຫາລ້ຽງຊີບແບບຍືນຍົງ. ​ໃນ​ໄລຍະ​ຍາວ, ໂຄງການ SURE ຈະມຸ່ງໄປເຖິງການຍົກສູງຄວາມ​ສາມາດ ​ແລະ ​ເພີ່ມ​ທະວີ​ແຫຼ່ງຊັບພະຍາກອນ​ເພື່ອ​ຊ່ວຍ​ໃຫ້​ປະຊາ​ຄົມ​ທ້ອງ​ຖິ່ນ, ພິເສດ​ແມ່ນ​ແມ່ຍິງ, ສາມາດ​ປະຕິບັດບັນດາການເຄື່ອນໄຫວການຫາລ້ຽງຊີບຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເປັນ​ເອກະລາດ​ໃນ​ສະພາບແວດລ້ອມ​ການດຳລົງຊີວິດ​ຂອງ​ຕົນ.

ບັນດາແບບວິທີການ​ແຊກ​ແຊງ​ຂອງ SURE ກໍເໝາະສົມກັບບຸລິມະສິດ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຂະ​ແໜງ​ກະສິກຳ​ຂອງ​ແຂວງ ເຊີນ​ລາ, ເພື່ອກໍ່ສ້າງ​ບັນດາ​ເຂດ​ການ​ຜະລິດ​ສຸມໃສ່ ແລະ ນຳ​ໃຊ້​ມາດ​ຕະການທີ່ເໝາະສົມກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

“ເປັນເຈົ້າການປັບໃຫ້ແທດເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ແມ່ນຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ​ເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ. ພວກເຮົາຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ການຜະລິດກະສິກໍາ ແລະ ປະຕິບັດບັນດາການເຄື່ອນໄຫວຍຸດທະສາດ ເພື່ອຊຸກຍູ້ບັນດາແບບວິທີການ​ປະຕິບັດທີ່ດີທີ່ສຸດ, ພ້ອມກັບການແນະນໍາບັນດາວິທີການ​ທີ່ເໝາະສົມໃຫ້ຊາວກະສິກອນ. ການ​ປະສົມປະສານ ​ແລະ ພັດທະນາ​ການ​ຜະລິດ​ກະສິກຳ​ຂອງ​ແຕ່ລະຂົງເຂດສະເພາະ ຈະຮຽກຮ້ອງບັນດາວິທີເຂົ້າເຖິງທີ່​ແຕກ​ຕ່າງ​ກັນ ​ແລະ ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ນຳ​ໂຄງການ SURE ​ເພື່ອ​ຍົກສູງກຳລັງຄວາມ​ສາມາດ​ໃນການຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ຊາວ​ກະສິກອນ​ທ້ອງ​ຖິ່ນ”. ທ່ານ​ນາງ ເກີມທິຟ່ອງ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດແຂວງ ເຊີນລາ ​ແບ່ງປັນ.

ທ່ານນາງ Kelly Goodejohn, ຜູ້ອຳນວຍການຮັບຜິດຊອບບັນດາການເຄື່ອນໄຫວຜົນກະທົບຕໍ່ສັງຄົມຂອງ Starbucks ໃຫ້ຮູ້ວ່າ: “ໂດຍຜ່ານໂຄງການ Origin Grants ຂອງມູນນິທິ Starbucks, ພວກຂາ້ພະເຈົ້າ ໄດ້ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບອົງການບໍ່ຫວັງຜົນກຳໄລໃນທົ່ວໂລກ ເພື່ອໜູນຊວຍແມ່ຍິງໃນຊຸມຊົນປູກກາເຟ, ຊາ ແລະ ໂກໂກ້ ດ້ວຍເປົ້າໝາຍໃນການສ້າງໂອກາດ ແລະ ສຸດທ້າຍແມ່ນປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ, ໂດຍຜ່ານການຍົກສູງຄວາມສາມາດຂອງແມ່ຍິງ. Starbucks ມຸ່ງໄປເຖິງການໜູນຊ່ວຍທຸກຄົນໃນບັນດາລະບົບສະໜອງກາເຟ, ແລະພວກຂ້າພະເຈົ້າເຂົ້າໃຈວ່າ ເມື່ອລົງທຶນໃນແມ່ຍິງຄົນຫນຶ່ງ, ການລົງທຶນນັ້ນ ຈະສ້າງຜົນກະທົບແຜ່ກະຈາຍ ແລະ ໝາກຜົນຢ່າງຕັ້ງໜາ້ໃຫ້ແກ່ຄອບຄົວຂອງເຂົາເອງ ແລະ ຊຸມຊົນອ້ອມຂ້າງ".

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.