ປຸກລຸກແຫຼ່ງ​ກຳ​ລັງ, ສ້າງກໍາລັງໜູນຊຸກ​ຍູ້​ທ່າ​ພັດ​ທະ​ນາ

14:08 | 11/03/2024

ປຸກລຸກແຫຼ່ງ​ກຳ​ລັງ, ສ້າງກໍາລັງໜູນຊຸກ​ຍູ້​ທ່າ​ພັດ​ທະ​ນາ

ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ
ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ-  ໄທ ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ- ໄທ

ໝາກຜົນຂອງການພັດທະນາເສດຖະກິດ, ສັງຄົມ ໃນ 2 ເດືອນຕົ້ນປີ 2024 ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ສ້າງແຫຼ່ງກຳລັງໜູນໃໝ່, ກຳລັງສັງລວມໃໝ່ ເພື່ອຊຸກຍູ້ທ່າພັດທະນາໃນຊຸມເດືອນຕໍ່ໄປ. ໃນສະພາບການນີ້, ມີຫຼາຍກະຊວງ, ຂະແໜງການກໍ່ສືບຕໍ່ຜັນຂະຫຍາຍບັນດາມາດຕະການ ປຸກລຸກແຫຼ່ງກຳລັງ, ເສີມຂະຫຍາຍບັນດາທ່າໄດ້ປຽບ ເພື່ອປະກອບສ່ວນຫັນບັນດາເປົ້າໝາຍໃນການເຕີບໂຕໃຫ້ປະກົດຜົນເປັນຈິງ.

ໃນໄລຍະຈະມາເຖິງ, ຄາດຄະເນວ່າສະພາບການໂລກຈະສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສະພາບການຂາດສະຖຽນລະພາບດ້ານການເມືອງ, ເສດຖະກິດ, ສັງຄົມເພີ່ມຂຶ້ນສູງ; ມີສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍກ່ວາກາລະໂອກາດ, ຄວາມສະດວກ ເມື່ອລາຄານ້ຳມັນດິບ, ທັນຍາຫານມີການເໜັງຕິງຢ່າງແຮງ, ລະບົບສະໜອງຖືກຂາດວັກຂາດຕອນ. ຢູ່ພາຍໃນປະເທດ, ໄພທຳມະຊາດ, ໄພແຫ້ງແລ້ງ, ນ້ຳທະເລຊືມເຂົ້າ, ການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນສະທ້ອນນັບມື້ນັບຮ້າຍແຮງຂຶ້ນ...

ຊຸກຍູ້ທ່າເຕີບໂຕສິນເຊື່ອ, ສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ

ປຸກລຸກແຫຼ່ງ​ກຳ​ລັງ, ສ້າງກໍາລັງໜູນຊຸກ​ຍູ້​ທ່າ​ພັດ​ທະ​ນາ
ພາບປະກອບ: vneconomy.vn

ການສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດແມ່ນປັດໄຈສຳຄັນ ເພື່ອໃຫ້ເສດຖະກິດພັດທະນາ. ປີ 2024, ທະນາຄານແຫ່ງລັດ ຫວຽດນາມ ໄດ້ມີຄວາມເປັນເຈົ້າການ ແລະ ຍົກອອກບັນດາກົນໄກໃໝ່ ໃຫ້ແກ່ການປັບປຸງສິນເຊື່ອ. ລະອຽດແມ່ນ ນັບແຕ່ຕົ້ນປີ ໄດ້ມອບລະດັບ 15% ລະດັບການກຳນົດສິນເຊື່ອໃຫ້ແກ່ທຸກອົງການສິນເຊື່ອ. ພ້ອມກັນນັ້ນ, ທະນາຄານແຫ່ງລັດ ຫວຽດນາມ ກໍ່ສືບຕໍ່ຊີ້ນຳໃຫ້ສິນເຊື່ອມຸ່ງໄປສູ່ຂົງເຂດທຳການຜະລິດ, ດຳເນີນທຸລະກິດ, ຂົງເຈດບຸລິມະສິດ... ຕາມແຜນນະໂຍບາຍຂອງລັດຖະບານ. ພິເສດ, ຂະແໜງທະນາຄານສືບຕໍ່ສ້າງເງື່ອນໄຂແກ້ໄຂ ແລະ ຊຸກຍູ້ການເປີດກ້ວາງສິນເຊື່ອການບໍລິໂພກ ໄປຄຽງຄູ່ກັບຄວາມປອດໄພ, ໂປ່ງໃສ.

ທ່ານ ດ່າວມິງຕູ ຮອງຜູ້ວ່າການທະນາຄານແຫ່ງລັດ ໃຫ້ຮູ້ວ່າ: ໃນປີ 2024, ທະນາຄານ ແຫ່ງລັດ ດ້ານໜຶ່ງຕ້ອງປ່ຽນແປງໃໝ່ກົນໄກບໍລິຫານ, ຊີ້ນຳນຳພາການເຄື່ອນໄຫວສິນເຊື່ອ, ປ່ຽນແປງໃໝ່ການຈັດແບ່ງຄາດໝາຍ, ສ້າງເງື່ອນໄຂສະດວກ, ເປັນເຈົ້າການໃຫ້ແກ່ບັນດາທະນາຄານການຄ້າ ສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ, ໃຫ້ແກ່ວິສາຫະກິດ, ປະຊາຊົນ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າ ກໍ່ສືບຕໍ່ຮັກສານະໂຍບາຍຕໍ່ກຳນົດ, ເລື່ອນການຊຳລະໜີ້ສິນ, ດອກເບ້ຍກູ້ຢືມ ໃຫ້ແກ່ບັນດາວິສາຫະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກ. ພວກຂ້າພະເຈົ້າຈະຄົ້ນຄ້ວາແກ່ຍາວເວລາປະຕິບັດນະໂຍບາຍນີ້ຈົນຮອດເວລາທີ່ເໝາະສົມ.

ກ່ອນໜ້ານັ້ນ, ນັບແຕ່ຕົ້ນເດືອນກຸມພາ, ທະນາຄານແຫ່ງລັດ ໄດ້ຊີ້ນຳບັນດາອົງການສິນເຊື່ອຫັນລະບຽບການກູ້ຢຶນເປັນງ່າຍດາຍ ເພື່ອເພີ່ມຄວາມສາມາດໃນການເຂົ້າເຖິງທຶນຂອງລູກຄ້າ, ສຸມໃສ່ເພີ່ມທະວີການຫັນ ເປັນດີຈີຕອນເຂົ້າໃນການເຄື່ອນໄຫວສິນເຊື່ອ ເພື່ອເພີ່ມທະວີຄວາມສາມາດໃນການເຂົ້າເຖິງແຫຼ່ງທຶນ ແລະ ຂະຫຍາຍການເຄື່ອນໄຫວສິນເຊື່ອຂອງທະນາຄານ ໃຫ້ກວ້າງກວ່າ.

ປຸກລຸກແຫຼ່ງກຳລັງ, ເສີມຂະຫຍາຍບັນດາທ່າໄດ້ປຽບທີ່ມີຢູ່ແລ້ວ

2 ເດືອນຕົ້ນປີ 2024, ຍອດວົງເງິນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດຄະເນບັນລຸເກືອບ 10 ຕື້ USD, ເພີ່ມຂຶ້ນທົບ 1,5 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ບໍ່ພຽງແຕ່ເພີ່ມຂຶ້ນກ່ຽວກັບປະລິມານເທົ່ານັ້ນ ລາຄາຂອງຜະລິດຕະພັນກະເສດຫຼາຍຊະນິດກໍ່ພວມຢູ່ລະດັບສູງ, ປະກອບສ່ວນບໍ່ໜ້ອຍເຂົ້າໃນຄາດໝາຍສົ່ງອອກ ເຊິ່ງຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ມຸ່ງໄປເຖິງໃນປີ 2024, ບັນລຸແຕ່ 54 – 55 ຕື້ USD. ເພື່ອຮັກສາໄດ້ທ່າເຕີບໂຕກໍ່ຄືມູນຄ່າຜະລິດຕະພັນກະເສດສົ່ງອອກ, ວຽກງານສົ່ງເສີມການຄ້າ, ເປີດກວ້າງຕະຫຼາດ ຈະໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ.

ທ່ານ ຝຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ຈະສຸມໃສ່ເປີດກວ້າງບັນດາຕະຫຼາດສົ່ງອອກສຳລັບສັດປີກ ແລະ ສິນໃນນ້ຳຕື່ມອີກ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈະສົມທົບກັບກຸ່ມບໍລິສັດ De Heus ຂອງ ໂຮນລັງ ເພື່ອສົ່ງອອກຊີ້ນໄກ່ເຂົ້າຕະຫຼາດ Halal (ຕະຫຼາດສະບຽງອາຫານສຳລັບ ຊາວມຸດສະລິມ ດ້ວຍປະຊາກອນ 2,2 ຕື້ຄົນ). ສຳລັບສິນໃນນ້ຳ, ກະຊວງກໍ່ໄດ້ຊີ້ນຳກົມສິນໃນນ້ຳ ສຸມໃສ່ພັດທະນາຕະຫຼາດນີ້. ການເປີດປະຕູຕະຫຼາດ ແລະ ສົ່ງເສີມການຄ້າໃຫ້ມີປະສິດທິຜົນ, ແຕ່ກໍ່ຕ້ອງເປີດກວ້າງ ບັນດາຕະຫຼາດໃໝ່ທີ່ມີລັກສະນະພິເສດສະເພາະຕື່ມອີກ, ເພື່ອໃຫ້ຜະລິດຕະພັນກະເສດ ສາມາດສົ່ງອອກໄປຂາຍຢູ່ຫຼາຍຕະຫຼາດ ດ້ວຍລາຍຮັບທີ່ສູງກ່ວາ.

ໃນຂະນະນັ້ນ, ໂດຍສືບຕໍ່ທ່າຟື້ນຟູການເຄື່ອນໄຫວທ່ອງທ່ຽວຢ່າງແຮງ ແຕ່ປີ 2023, ປີ 2024 ຂະແໜງການທ່ອງທ່ຽວ ໄດ້ຍູ້ແຮງການສົ່ງເສີມການໂຄສະນາຢ່າງແຮງກ່ວາອີກ, ຕ້ອງເຂົ້າເຖິງບັນດາຕະຫຼາດໃຫຍ່, ພິເສດແມ່ນບັນດາປະເທດທີ່ເປັນຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ.

ຕາມທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອເສີມຂະຫຍາຍທ່າເຕີບໂຕຢ່າງແຮງໃນປີ 2024, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເປັນພິເສດເຖິງການແກ້ໄຂບັນດາປັດໄຈກ່ຽວກັບຊັບພະຍາກອນມະນຸດ, ຄຸນນະພາບການບໍລິການ, ພື້ນຖານໂຄງລ່າງການບໍລິການ; ຍູ້ແຮງການຫັນເປັນດີຈີຕອນຢ່າງແຮງກ່ວາເກົ່າ. ບັນດາຄວາມມານະພະຍາຍາມໃນການສົ່ງເສີມການໂຄສະນາຢ່າງແຮງກ່ວາແມ່ນເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ຕ້ອງເຂົ້າເຖິງບັນດາຕະຫຼາດໃຫຍ່, ພິເສດແມ່ນບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຫຼັງຈາກນັ້ນແມ່ນພິຊິດບັນດາຕະຫຼາດຄື: ອາເມລິກາ ແລະ ອິນເດຍ.

ໃນສະພາບການໂລກທີ່ພວມມີການຜັນແປຫຼາຍຢ່າງ ເຊິ່ງຍາກຈະຄາດຄະເນລ່ວງໜ້າໄດ້ນັ້ນ ໄດ້ສົ່ງຜົນກະທ້ອນບໍ່ໜ້ອຍເຖິງການພັດທະນາເສດຖະກິດຂອງ ຫວຽດນາມ, ເລື່ອງບັນດາກະຊວງ, ຂະແໜງການເປັນເຈົ້າການ, ຊອກຫາວິທີການເສີມຂະຫຍາຍບັນດາທ່າແຮງຈະແມ່ນທິດກ້າວເດີນທີ່ເໝາະສົມເພື່ອໃຫ້ ຫວຽດນາມ ສາມາດປະຕິບັດການຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງໃນປີ 2024 ນີ້.

ສົມເພັດ

ເຫດການ
302 Found

Found

The document has moved here.