ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ”

15:46 | 15/03/2024

ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກາລະບູຊາ”

ລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ - ພາສາຫວຽດນາມທີ່ຮັກແພງ” ຢູ່ລາວ ລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ - ພາສາຫວຽດນາມທີ່ຮັກແພງ” ຢູ່ລາວ
ລາຍການສະແດງສິລະປະ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ” ລາຍການສະແດງສິລະປະ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ”

ຕອນຄໍ່າວັນທີ 12 ມີນາ, ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ” ໄດ້ຈັດຂຶ້ນຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ.

ນີ້ແມ່ນເຫດການປະຈຳປີໂດຍສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງເພື່ອປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບໜ້າທີ່ “ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນ, ທະເລ, ໝູ່ເກາະອັນຄົບຖ້ວນຂອງປະເທດຊາດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ”; ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນ; ເພີ່ມທະວີວຽກງານໂຄສະນາກ່ຽວກັບການປົກປັກຮັກສາອະທິປະໄຕ, ທະເລ, ໝູ່ເກາະ.

ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ”
ນັກຮົບທະຫານເຮືອຫວຽດນາມ ຍາມຢູ່ຫຼັກໝາຍອະທິປະໄຕຢູ່ເກາະເຈື່ອງຊາ. ພາບ: TTXVN

ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ” ປີ 2024 ມີຄວາມໝາຍດ້ານການເມືອງ-ສັງຄົມ ຢ່າງເລິກເຊິ່ງ, ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ຖານະບົດບາດ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທະເລ, ໝູ່ເກາະຫວຽດນາມ ຕໍ່ກັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ; ຜ່ານນັ້ນ, ກໍ່ເປັນການສົ່ງສານກ່ຽວກັບຄວາມເອກອ້າງທະນົງໃຈຊົນຊາດ, ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ, ຄວາມສາມັກຄີຂອງຊາວຫວຽດນາມ ທີ່ຢູ່ພາຍໃນ ແລະຕ່າງປະເທດ. ນີ້ກໍ່ແມ່ນກາລະໂອກາດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ທີ່ໄດ້ອຸທິດ, ເສຍສະຫຼະຊີວິດຂອງຕົນ ເພື່ອປົກປັກຮັກສາອະທິປະໄຕ, ທະເລ, ໝູ່ເກາະ; ສົ່ງຄວາມຮັກແພງ, ການກະຕຸ້ນສົ່ງເສີມ, ລະດົມກຳລັງໃຈບັນດານັກຮົບຢູ່ໝູ່ເກາະ ແລະຊາວປະມົງທີ່ອອກໄປຫາປາໄກຝັ່ງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.